ຄະນະສະຫະພັນແມ່ຍິງ ລລທ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII

ຄະນະສະຫະພັນແມ່ຍິງ ລລທ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ VIII
ກອງປະຊຸມໃຫຍ່ ຄະນະສະຫະພັນແມ່ຍິງ ຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄັ້ງທີ VIII ໄດ້ເປີດຂຶ້ນໃນວັນທີ 13 ມີນາ ນີ້ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ນາງ ເກສອນ ສຸລິວົງ ກໍາມະການພັກກະຊວງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວປະທານສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ), ສະຫາຍ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກກະຊວງ ຕສ ເລຂາຄະນະພັກຮາກຖານຜູ້ອຳນວຍການໃຫຍ່ ລລທ, ສະຫາຍ ນາງ ມະນີຈັນ ພິລາວົງ  ປະທານສະຫະພັນແມ່ຍິງຮາກຖານ ລລທ, ມີປະທານຮາກຖານກໍາມະບານ ລລທ, ເລຂາຊາວໜຸ່ມຮາກຖານ ລລທ, ມີບັນດາທ່ານສະມາຊິກແມ່ຍິງພາຍໃນ ລລທ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ນາງ ມະນີຈັນ ພິລາວົງ  ປະທານສະຫະພັນແມ່ຍິງຮາກຖານ ລລທ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ສະຫຼຸບການເຄື່ອນໄຫວວຽກງານ ຂອງຄະນະສະຫະພັນແມ່ຍິງຮາກຖານ ລລທ ໃນໄລຍະ 5 ປີ (2018-2023) ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ (2024-2028)ຊຶ່ງໃນໄລຍະ 5 ປີຜ່ານມາ ຄະນະສະຫະພັນແມ່ຍິງຮາກຖານ ລລທ ສາມາດຍາດໄດ້ຫຼາຍຜົນງານອັນພົ່ນເດັ່ນ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ປະສານສົມທົບກັບ ສະຫະພັນແມ່ຍິງ ກຕສ, ຄະນະພັກ-ຄະນະນໍາອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆໃນການສ້າງພະນັກງານນຳພາ-ຄຸ້ມຄອງ ແລະ ພະນັກງານວິຊາການ ໃນແຕ່ລະຕຳແໜ່ງງານ, ພ້ອມທັງ ສ້າງເງື່ອນໄຂໃຫ້ເອື້ອຍນ້ອງແມ່ຍິງ ໄດ້ເຂົ້າຮ່ວມຝຶກອົບຮົມຫຼັກສູດ, ບຳລຸງວຽກງານວິຊາສະເພາະໄລຍະສັ້ນ ຢູ່ທັງພາຍໃນ ແລະ ຕ່າງປະເທດ ແລະ ບໍາລຸງທິດສະດີ ການເມືອງ-ການປົກຄອງ, ບຳລຸງພາສາຕ່າງປະເທດ, ຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ, ໄດ້ເອົາໃຈໃສ່ໃນການເປັນຕົວແທນແມ່ຍິງ ເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ປະກອບຄໍາເຫັນໃສ່ ຂໍ້ກໍານົດກົດລະບຽບຕ່າງໆ ທີ່ພົວພັນເຖິງການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ຂອງ ລລທ ກໍຄື ສະຫະພັນແມ່ຍິງກະຊວງຮ່າງຂຶ້ນ ເພື່ອເປັນການປົກປ້ອງຄຸ້ມຄອງ ແລະ ໃຫ້ສະຫວັດດີການແກ່ພະນັກງານເພດຍິງ, ໄດ້ເອົາໃຈໃສ່ຕໍ່ການປະຕິບັດຂໍ້ແຂ່ງຂັນ 3 ດີ ຕາມຄໍາຂວັນແມ່ຍິງ 3 ດີ ຂອງສູນກາງສະພະພັນແມ່ຍິງ (ພົນລະເມືອງດີ, ພັດທະນາດີ, ຄອບຄົວດີ ມີຄວາມຜາສຸກ) ວາງອອກ, ໄດ້ຖືເອົາວຽກງານ 3 ດີ ເປັນມາດຕະຖານໃນການຕີລາຄາ ປະເມີນຜົນການເຄື່ອນໄຫວຂອງສະມາຊິກແມ່ຍິງ ໂດຍຕິດພັນກັບວຽກງານວິຊາສະເພາະເພື່ອເປັນການກໍ່ສ້າງ ແລະ ພັດທະນາແມ່ຍິງໃນທຸກດ້ານ. ພ້ອມນັ້ນ, ໄດ້ປະສານສົມທົບກັບຄະນະໜ່ວຍພັກ, ຄະນະນຳ ຂອງບໍລິສັດ, ກະຊວງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອຈາກຕ່າງປະເທດມາພັດທະນາຂະແໜງການຂອງຕົນ ເວົ້າລວມ, ເວົ້າສະເພາະ ແມ່ນມາພັດທະນາເອື້ອຍນ້ອງແມ່ຍິງພາຍໃນ ລລທ.
ພ້ອມດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນນໍາໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງ ລລທ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 15ສະຫາຍ, ເລືອກໄດ້ 11ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ຕົກລົງເຫັນດີເລືອກເອົາ ສະຫາຍນາງ ວິໄລວັນ ຍົດໄຊວິບູນເປັນປະທານສະຫະພັນແມ່ຍິງຮາກຖານ ລລທ;ສະຫາຍນາງທິບພະກອນ ສີສຸລາດ    ເປັນຮອງປະທານສະຫະພັນແມ່ຍິງຮາກຖານ ລລທ ແລະ ເປັນປະທານກວດກາ;ສະຫາຍນາງມະໂນລົມ ເຂັມສຸລິຍາຈັກເປັນຮອງປະທານສະຫະພັນແມ່ຍິງຮາກຖານ ລລທ.
ໃນຕອນທ້າຍ, ສະຫາຍ ນາງ ເກສອນ ສຸລິວົງ ໄດ້ເນັ້ນໜັກໃຫ້ ຄະນະສະຫະພັນແມ່ຍິງ ລລທ ຊຸດໃໝ່ ເອົາໃຈໃສ່ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ເພື່ອເປັນບ່ອນອີງໃນການເຕົ້າໂຮມຄວາມສາມັກຄີຂອງ ເອື້ອຍນ້ອງແມ່ຍິງ ໃນຂົງເຂດຂອງຕົນໃຫ້ມີຜົນສຳເລັດໃນແຕ່ລະໄລຍະ, ເອົາໃຈໃສ່ ຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວຂອງແມ່ຍິງໜ່ວຍຮາກຖານຕົນ, ຖືເອົາການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ແລະ ຂໍ້ແຂ່ງຂັນ3 ດີຂອງແມ່ຍິງ ກະຊວງ ຕສ, ຕິດແໜ້ນກັບການເຄື່ອນໄຫວວຽກງານວິຊາສະເພາະ ແລະ ຕິດພັນກັບໜ້າທີ່ການເມືອງທີ່ຄະນະພັກ, ຄະນະນຳ ລລທ ມອບໝາຍໃຫ້.
ຂ່າວ: ລລທ-ພາບ: ນາງແສງຈັນ

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ