ໃນວັນທີ 9 ທັນວານີ້, ທີ່ສະພາແຫ່ງຊາດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຄະນະສັນຕິພາບຫວຽດນາມ. ຝ່າຍລາວ ນຳໂດຍ ສະຫາຍ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ອວງ ຈູລຶວ, ອະດີດກໍາມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ຫວຽດນາມ.
ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ, ປຶກສາຫາລື, ແລກປ່ຽນບົດຮຽນ, ປະສົບການໃນການເຄື່ອນໄຫວວຽກງານສັນຕິພາບ ພ້ອມທັງແລກປ່ຽນຂໍ້ມູນ ແລະ ທັດສະນະ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ຂອງໂລກ ທີ່ສອງຝ່າຍສົນໃຈ,ການພົບຄັ້ງນີ້, ມີເນື້ອໃນອຸດົມສົມບູນ ແລະ ມີບັນຍາກາດເປັນຢ່າງດີ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ