ຂະ​ໜາດ​​ໂດຍລວມ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຈີນ​ ​ຮັກ​ສາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 15 ປີ​ລຽນ​ຕິດ

ຂະ​ໜາດ​​ໂດຍລວມ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຈີນ​ ​ຮັກ​ສາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 15 ປີ​ລຽນ​ຕິດ

ຂະ​ໜາດ​​ໂດຍລວມ​ຂອງ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຈີນ​ ​ຮັກ​ສາ​ອັນ​ດັບ​ໜຶ່ງ​ຂອງ​ໂລກ 15 ປີ​ລຽນ​ຕິດ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 9 ກັນ​ຍາ​ ຜ່ານມານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ພາຍ​ໃຕ້​ຫົວ​ຂໍ້: “ການ​ສຳ​ເລັດ​ແຜນ​​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ ​ຄັ້ງ​ທີ 14 ດ້ວຍ​ຄຸນ​ນະ​ພາບ​ສູງ” ໂດຍ​ໄດ້ລາຍ​ງານສະ​ພາບ​ທີ່​ກ່ຽວ​ຂ້ອງ​​ກັບ​ການ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແບບ​ໃໝ່​​ຢ່າງ​ແຂງ​ແຮງ ລວມ​ເຖິງ​ການປັບ​ປຸງ​ ແລະ ​ເປີດກວ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ຮູບ​ປະ​ທຳໃຫ້​ດີ​ຂຶ້ນໃນ​ໄລ​ຍະປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 14.

 

ຂ່າວແຈ້ງວ່າ: ແຕ່ປີ 2020 ຫາ ປີ 2024, ມູນຄ່າເພີ່ມໃນດ້ານອຸດສາຫະກຳທັງໝົດຂອງຈີນໄດ້ເພີ່ມຈາກ 31,300 ຕື້ຢວນ ຂຶ້ນເປັນ 40,500 ຕື້ຢວນ, ມູນຄ່າເພີ່ມດ້ານອຸດສາຫະກຳການຜະລິດໄດ້ເພີ່ມຈາກ 26,600 ຕື້ຢວນຂຶ້ນເປັນ 33,600 ຕື້ຢວນ, ຕະຫຼອດໄລຍະການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14, ຄາດວ່າມູນຄ່າເພີ່ມຂອງອຸດສາຫະກຳການຜະລິດຈະມີເຖິງ 8,000 ຕື້ຢວນ, ອັດຕາການປະກອບສ່ວນຕໍ່ການເຕີບໂຕຂອງອຸດສາຫະກຳການຜະລິດຂອງໂລກມີຫຼາຍກວ່າ 30%. ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດໄດ້ກວມເອົາເກືອບ 30% ຂອງໂລກ, ຂະໜາດໂດຍລວມຂອງອຸດສາຫະກຳການຜະລິດຂອງຈີນໄດ້ຮັກສາອັນດັບໜຶ່ງຂອງໂລກ 15 ປີລຽນຕິດ. ລະບົບອຸດສາຫະກຳການຜະລິດມີທ່າແຮງທີ່ຄົບຖ້ວນຢ່າງຈະແຈ້ງກວ່າເກົ່າ,ໃນຜະລິດຕະພັນອຸດສາຫະກຳທີ່ສຳຄັນ 504 ຊະນິດຂອງໂລກ, ປະລິມານການຜະລິດຜະລິດຕະພັນຂອງຈີນຈຳນວນຫຼາຍຈັດຢູ່ໃນອັນດັບໜຶ່ງຂອງໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຍ​ຮັບຈາກ​ທຸ​ລະ​ກິດ​ຊັອຟ​ແວ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 10.9%

ລາຍ​ຮັບຈາກ​ທຸ​ລະ​ກິດ​ຊັອຟ​ແວ​ຂອງ​ຈີນ ​​ເພີ່ມ​ຂຶ້ນ 10.9%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ມິຖຸນາ ຜ່ານມາວ່າ: ກະຊວງອຸດສາຫະກໍາ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນ ໃຫ້​ຮູ້ວ່າ, ໃນ 4 ເດືອນຕົ້ນປີນີ້, ລາຍຮັບຈາກທຸລະກິດຊັອຟແວຂອງ​ຈີນ​ໄດ້​ບັນ​ລຸ 4,668 ຕື້ 600 ລ້ານຢວນ, ເພີ່ມຂຶ້ນ 10.9% ເມື່ອທຽບໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
ອາ​ຟຣິກາກາງ ມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອໄວຣັດອີໂບລາ

ອາ​ຟຣິກາກາງ ມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອໄວຣັດອີໂບລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 6 ມິ​ຖຸ​ນາ ຜ່ານມາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຢັ້ງ​ຢືນວ່າມີ​ເກືອບ 500 ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັດອີໂບລາ ​ທີ່​ພວມລະບາດ​ຢູ່ອາ​ຟຣິກາ​ກາງ, ເຮັດ​ໃຫ້​ເກີດ​ມີ​ຄວາມ​ວິ​ຕົກ​ກັງ​ວົນກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ​ແຜ່​ລາມ​ອອກ​ສູ່​ວົງ​ກວ້າງ​ຂອງ​ພະຍາດ​ນີ້.
ມຽນມາ ສົ່ງອອກເຂົ້າ 305,000 ກວ່າໂຕນ ໃນຕົ້ນປີງົບປະມານ 2026-2027

ມຽນມາ ສົ່ງອອກເຂົ້າ 305,000 ກວ່າໂຕນ ໃນຕົ້ນປີງົບປະມານ 2026-2027

ຂ່າວຕ່າງປະເທດລາຍງານວ່າ: ສະຫະພັນເຂົ້າມຽນມາໄດ້ເປີດເຜີຍໃນວັນທີ 7 ມິຖຸນາວ່າ, ມຽນມາໄດ້ສົ່ງອອກເຂົ້າສານ ແລະ ເຂົ້າຫັກທັງໝົດ 305,821 ໂຕນ ໃນໄລຍະ 2 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ຜ່ານມາ.
ຍີ່ປຸ່ນ-ອາເມຣິກາ ຮ່ວມມືພັດທະນາເຕັກໂນໂລຊີ AI

ຍີ່ປຸ່ນ-ອາເມຣິກາ ຮ່ວມມືພັດທະນາເຕັກໂນໂລຊີ AI

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມິຖຸນາ ຜ່ານມາວ່າ: ຍີ່ປຸ່ນ ແລະ ສະຫະລັດ ອາເມຣິກາ ໄດ້ປະກາດວ່າ, ທັງສອງປະເທດໄດ້ບັນລຸຂໍ້ຕົກລົງ ສ້າງຕັ້ງການຮ່ວມມືມູນຄ່າ 1 ຕື້ໂດລາ ເພື່ອເລັ່ງການພັດທະນາເຕັກໂນໂລຊີທີ່ພົ້ນເດັ່ນຂຶ້ນ ທີ່ຂັບເຄື່ອນດ້ວຍປັນຍາປະດິດ (AI).
ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ລັດຖະບານອິນເດຍ ສົ່ງເສີມການຊື້ລົດໄຟຟ້າ (EV)

ຂ່າວຕ່າງປະເທດລາຍງານ ໃນວັນທີ 4​ ມິຖຸນາ ຜ່ານມາວ່າ: ລັດຖະບານອິນເດຍໄດ້ປະກາດໂຄງການສອງປີເພື່ອເລັ່ງການຫັນປ່ຽນໄປສູ່ເຕັກໂນໂລຊີການຂົນສົ່ງທີ່ສະອາດ, ໂດຍມີຈຸດປະສົງເພື່ອຫຼຸດຜ່ອນການປ່ອຍອາຍພິດຈາກຍານພາຫະນະໃນນະຄອນຫຼວງນິວເດລີ.
WHO ເປີດເຜີຍຄວາມຄືບໜ້າໃນການຮັບມືກັບພະຍາດອີໂບລາຂອງກົງໂກ

WHO ເປີດເຜີຍຄວາມຄືບໜ້າໃນການຮັບມືກັບພະຍາດອີໂບລາຂອງກົງໂກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມິຖຸນາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ປະກາດທີ່ນະຄອນເຈນີວາວ່າ, ການຮັບມືຕໍ່ການລະບາດຂອງພະຍາດອີໂບລາ ໃນ ສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DRC ກຳລັງມີຄວາມຄືບໜ້າຢ່າງທັນການ ຊຶ່ງເປັນຜົນມາຈາກຄວາມພະຍາຍາມ ແລະ ການປະສານງານຢ່າງເປັນລະບົບ.
FDI ເຂົ້າ ຫວຽດນາມ ບັນລຸເກືອບ 25 ຕື້ໂດລາ

FDI ເຂົ້າ ຫວຽດນາມ ບັນລຸເກືອບ 25 ຕື້ໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ຕາມ​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ ຫວຽດ​ນາມ ໃນ​ເດືອນພຶດ​ສະ​ພາ ແລະ 5 ເດືອນ​ຕົ້ນ​ປີ 2026 ຂອງ​ກົມ​ສະ​ຖິ​ຕິ, ກະ​ຊວງ​ການ​ເງິນ ຫວຽດ​ນາມ ທີ່​ໄດ້​ປະ​ກາດ​ໃນ​ວັນ​ທີ 3 ມິ​ຖຸ​ນາ ຜ່ານມາ​, ໄລ່​ຮອດ​ວັນ​ທີ 31 ພຶດ​ສະ​ພາ, ເງິ​ນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ຈົດ​ທະ​ບຽ​ນ​ລົງ​ທຶນ​ຢູ່ ຫວຽດ​ນາມ ບັນ​ລຸ 24.8 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ​ເກືອບ 35% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025.
ຈີນ ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝ

ຈີນ ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ເມື່ອບໍ່ດົນມານີ້, ຄະນະລັດຖະບານຈີນໄດ້ວາງແຜນເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝໃນໄລຍະປະຕິບັດແຜນພັດທະນາ 5 ປີຄັ້ງທີ 15 ຊຶ່ງໄດ້ອະທິບາຍແນວຄິດ, ກຳນົດເປົ້າໝາຍ, ໜ້າທີ່ສຳຄັນ ແລະ ມາດຕະການນະໂຍບາຍເພື່ອເລັ່ງລັດການຫັນກະສິກຳ ແລະ ຊົນນະບົດສູ່ຄວາມທັນສະໄໝໃນໄລຍະແຜນພັດທະນາດັ່ງກ່າວ ຊຶ່ງໄດ້ເນັ້ນໜັກວ່າ, ຕ້ອງຊຸກຍູ້ການສ້າງຄວາມທັນສະ ໄໝແບບຈີນໃຫ້ດີກວ່າເກົ່າດ້ວຍການເລັ່ງລັດການຫັນກະສິກຳ ແລະ ຊົນນະບົດໃຫ້ທັນສະໄໝ.
ຍີ່ປຸ່ນ ໄດ້ຮັບຜົນກະທົບໜັກຈາກລາຄາຊີ້ນໄກ່ເພີ່ມຂຶ້ນສູງ

ຍີ່ປຸ່ນ ໄດ້ຮັບຜົນກະທົບໜັກຈາກລາຄາຊີ້ນໄກ່ເພີ່ມຂຶ້ນສູງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ມິຖຸນາ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຜົນການສຳຫຼວດຫຼ້າສຸດຈາກກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງປະເທດຊີ້ໃຫ້ເຫັນວ່າ ລາຄາຊີ້ນໄກ່ພາຍໃນປະເທດຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 2003. ເຮັດໃຫ້ຕົ້ນທຶນຂອງຮ້ານຈືນໄກ່ ແລະ ຮ້ານຢາກິໂຕຣິ (ໄກ່ປີ້ງ) ຫຼາຍແຫ່ງຕ້ອງປະເຊີນກັບຕົ້ນທຶນທີ່ເພີ່ມສູງຂຶ້ນ ແລະ ສົ່ງຜົນກະທົບຕໍ່ການດຳເນີນກິດຈະການ.
ອິນໂດເນເຊຍ ພັດທະນາເຕັກໂນໂລຊີດັກຈັບອາຍແກ໊ສມີເທນ ປ່ຽນເປັນພະລັງງານທາງເລືອກ

ອິນໂດເນເຊຍ ພັດທະນາເຕັກໂນໂລຊີດັກຈັບອາຍແກ໊ສມີເທນ ປ່ຽນເປັນພະລັງງານທາງເລືອກ

ຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້ວ່າ: ອົງການຄົ້ນຄວ້າ ແລະ ນະວັດຕະກຳແຫ່ງຊາດອິນໂດເນເຊຍ ກຳລັງພັດທະນາເຕັກໂນໂລຊີເພື່ອດັກຈັບອາຍແກ໊ສມີເທນຈາກບ່ອນຖິ້ມຂີ້ເຫຍື້ອ ແລະ ປ່ຽນເປັນພະລັງງານທາງເລືອກສຳລັບຊຸມຊົນໃກ້ຄຽງ.
ເພີ່ມເຕີມ