![]() |
ທ່ານ ພັ.ອ ພົມມາ ເດດຂຸນຟອງ ໄດ້ລາຍງານວ່າ: ແຂວງຄໍາມ່ວນ ໄດ້ຄຽງບ່າຄຽງໄຫຼ່ກັບກອງທັບ ແລະ ປະຊາຊົນຫວຽດນາມ ຕ້ານຈັກກະພັດຝຣັ່ງ ແລະ ອາເມລິກາ ຈົນໄດ້ຮັບໄຊຊະນະ. ຊຶ່ງແຂວງຄໍາມ່ວນ ໄດ້ຮັບນາມມະຍົດເປັນ ແຂວງວິລະຊົນ, ມີ 2 ເມືອງວິລະຊົນ ຄື: ເມືອງໜອງບົກ ແລະ ເມືອງບົວລະພາ, ມີນັກຮົບວິລະຊົນແຫ່ງຊາດ 2 ສະຫາຍ ແລະ ນັກຮົບແຂ່ງຂັນ 15 ສະຫາຍ.ໃນໄລຍະຕໍ່ສູ້ປົດປ່ອຍຊາດ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ເສຍສະຫຼະ ຊີວິດຢູ່ແຂວງຄໍາມ່ວນ ປະມານ 7 ພັນກວ່າຄົນ. ນັບແຕ່ປີ 1989 ມາຮອດປັດຈຸບັນ ໄດ້ຮ່ວມມືກັບກອງປະຕິບັດງານພິເສດ 589 ຂຸດຄົ້ນອັດຖິກັບຄືນປະເທດໄດ້ 5,280 ອັດຖິ ແລະ ຍັງເຫຼືອອັດຖິທີ່ຕົກຄ້າງປະມານ 1,720 ອັດຖິ.
ໂອກາດນີ້, ໃນນາມຄະນະປະທານສະຫະພັນນັກຮົບເກົ່າແຂວງຄໍາມ່ວນ, ທ່ານ ພັ.ອ ພົມມາ ເດດຂຸນຟອງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ-ລັດ, ປະຊາຊົນຫວຽດນາມ ແລະ ບັນດາສະຫາຍອະດີດທະຫານອາສາສະໝັກທຸກສະຫາຍ ທີ່ໄດ້ໃຫ້ການຊ່ວຍເຫຼືອການປະຕິວັດລາວ, ພວກເຮົາຂໍໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ເສີມຂະຫຍາຍ ມູນເຊື້ອແຫ່ງການຕໍ່ສູ້ ແລະ ສ້າງສາປະເທດຊາດໃຫ້ຈະເລີນກ້າວໜ້າຕໍ່ໄປ.
(ຂ່າວ: ກອງຄໍາ)

ຄໍາເຫັນ