![]() |
ພ້ອມດ້ວຍຄະນະ ຊຶ່ງທ່ານນາງ ຄາມິລາ ຜູ້ຈັດການປະຈຳພາກພື້ນອາຊີ ແລະ ປາຊີຟິກ ແລະທ່ານເພັດສະໝອນ ຖານະສັກ ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ໄດ້ລາຍງານ ການຕິດຕາມຊຸກຍູ້ ຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ(ປຊກ) ຢູ່ແຂວງຊຽງຂວາງ ໄລຍະຜ່ານມາ ແຂວງຊຽງຂວາງ ກໍ່ໄດ້ຮັບການຊ່ວຍເຫຼືອຈາກບັນດາຄູ່ຮ່ວມພັດທະນາ ໃນການພັດທະນາວຽກງານກະສິກຳ ແລະ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄລຍະທຶນເພີ່ມ ຈາກທະນາຄານໂລກແຕ່ປີ 2020-2024, ຈັດຕັ້ງປະຕິບັດຢູ່ເມືອງຄໍາ ແລະ ໜອງແຮດ, ຈໍານວນ 129 ບ້ານ (ເມືອງຄໍາ 58 ບ້ານ ແລະ ໜອງແຮດ 71 ບ້ານ), ກິດຈະກໍາຕົ້ນຕໍ ແມ່ນວຽກງານກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາຊຸມຊົນ, ວຽກງານປັບປຸງຊີວິດການເປັນຢູ່, ວຽກງານການສົ່ງເສີມໂພຊະນາການ, ການສ້າງຄວາມອາດສາມາດໃຫ້ຊຸມຊົນ ແລະ ອົງການປົກຄອງທ້ອງຖີ່ນ, ສະເພາະໂຄງການຮ່ວມມືກັບທະນາຄານໂລກທີ່ກຳລັງຈັດຕັ້ງປະຕິບັດຢູ່ແຂວງຊຽງຂວາງ ມີ 2 ໂຄງການ (ໂຄງ ການ ປຊກ ແລະ ໂຄງການ ລພຊ ຫຼື ໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນເຂດຊົນ ນະບົດ), ສະເພາະໂຄງການ ປຊກ ແມ່ນເປັນໂຄງການສືບຕໍ່ໂຄງການກອງທຶນຫຼຸດຜ່ອນຄວາມທຸກຍາກ, ມູນຄ່າທັງໝົດ 53.11 ລ້ານໂດລາ, ກໍານົດຈັດຕັ້ງປະຕິບັດແຕ່ປີ 2024-2028, ຈັດຕັ້ງປະຕິບັດຢູ່ 450 ບ້ານທຸກຍາກຢູ່ເຂດຫ່າງໄກສອກຫຼີກ ຢູ່ໃນ 14 ເມືອງທຸກຍາກ ຂອງ 7 ແຂວງ(ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ, ສະເພາະແຂວງຊຽງຂວາງ ຈັດຕັ້ງປະຕິບັດຢູ່ ເມືອງພູກູດ ຈຳນວນ 32 ບ້ານ ແລະ ເມືອງໜອງແຮດ ຈຳນວນ 30 ບ້ານ.
ຈຸດປະສົງຂອງໂຄງການແມ່ນ ເພື່ອປັບປຸງຊີວິດການເປັນຢູ່ໃນເຂດຊົນນະບົດ ແລະ ການບໍລິໂພກອາຫານທີ່ຫຼາກຫຼາຍໃຫ້ແກ່ຊຸມຊົນທີ່ມີຄວາມສ່ຽງ,ແລະ ຕອບໂຕ້ໄວ ແລະ ມີປະສິດທິຜົນໃນກໍລະນີເກີດວິກິດການ ຫຼື ພາວະສຸກເສີນ. ປະກອບມີ 3 ໜ້າວຽກຈຸດສຸມຕົ້ນຕໍ ຄື: 1. ວຽກງານພັດທະນາເສດຖະກິດທ້ອງຖິ່ນ, ປັບປຸງໂຄງລ່າງພື້ນຖານຂະໜາດນ້ອຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ; 2. ວຽກງານສ້າງຄວາມສາມາດໃນວຽກງານປັບປຸງຊີວິດການເປັນຢູ່ ແລະ 3. ວຽກງານສົ່ງເສີມການເຂົ້າເຖິງໂພຊະນາການຂອງຊຸມຊົນ, ການຈັດຕັ້ງປະຕິບັດກິດຈະກຳຢູ່ທັງສອງເມືອງແມ່ນໄດ້ແບ່ງ 62 ບ້ານເປົ້າໝາຍອອກເປັນສອງຊຸດຄື: ຊຸດທີ 1 ມີ 31 ບ້ານ, ຊຸດທີ່ 2 ມີ 31, ຜູ້ໄດ້ຮັບຜົນປະໂຫຍດ 33,252 ຄົນ. ຄວາມຄືບໜ້າ ແລະ ບາງຜົນສໍາເລັດທີ່ພົ້ນເດັ່ນ. ຜູ້ແທນກອງປະຊຸມໄດ້ມີຄຳເຫັນປຶກສາຫາລື ເພື່ອໃຫ້ການຈັດຕັ້ງປະຕິບັດໃນຕໍ່ໜ້າ ແທດເໝາະກັບ ແລະ ມີຜົນສຳເລັດສູງ.
ໂອກາດນີ້ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ມີຄຳເຫັນກ່າວສະແດງຄວາມດີໃຈຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະດັ່ງກ່າວ ແລະ ຂອບໃຈຕໍ່ການຊ່ວຍເຫຼືອ ເບິ່ງແຍງ ຟື້ນຟູ ແລະ ປັບປຸງການດຳລົງຊີວິດຂອງປະຊາຊົນ ແກ້ໄຂຄວາມທຸກຍາກ ຂໍໃຫ້ທຸກທ່ານເດີນທາງໄປເບິ່ງບ້ານຕົວຈິງ ຢູ່2ເມືອງ ທີ່ໄດ້ຮັບທຶນດັ່ງກ່າວ ເບິ່ງການປ່ຽນແປງ, ການປັບຕົວ ແລະ ກຽມຮັບມືກັບດິນຟ້າອາກາດ ທີ່ມີການປ່ຽນແປງ ແລະ ວາງແຜນໃນຕໍ່ໜ້າຮ່ວມກັນ. ຂ່າວ: ບຸນມີ ແສງທຸມມີ

ຄໍາເຫັນ