ຂະແໜງ ພບ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມໃຫ້ມີຜົນສຳເລັດ

ຂະແໜງ ພບ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມໃຫ້ມີຜົນສຳເລັດ
ໂດຍ: ສຳນານ ພົມພັກດີ
ທິດທາງແຜນການທ້າຍສະໄໝ ຂະແໜງພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ IX (2021-2025), ຂະແໜງການດັ່ງກ່າວຈະສືບຕໍ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມໃຫ້ມີຜົນສຳເລັດ ໂດຍສະເພາະການ​ຈັດ​ຕັ້ງ​ປະ​ຕິ​ບັດວາລະແຫ່ງຊາດ ທີ່ຕິດພັນກັບຂະແໜງພະລັງງານ ແລະ ບໍ່ແຮ່ ຈະສຸມໃສ່ປັບປຸງລັດວິສາຫະກິດໄຟຟ້າລາວ (ຟຟລ) ໃຫ້ສາມາດດຳເນີນທຸລະກິດໄດ້ຢ່າງມີປະສິດຕິພາບ ແລະ ມີກຳໄລ, ໃນຂະນະດຽວກັນ ຈະສຸມໃສ່ພັດທະນາລະບົບຄຸ້ມຄອງ ແລະ ພັດທະນາກຸ່ມແຮ່ທາດທີ່ເປັນທ່າແຮງຢູ່ພາຍໃນປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ລາຍງານຕໍ່ກອງປະຊຸມກາງສະໄໝຂອງອົງຄະນະພັກ ກະຊວງ ພະລັງງານ ແລະ ບໍ່ແຮ ເມື່ອບໍ່ດົນມານີ້ວ່າ: ທິດທາງແຜນການທ້າຍສະໄໝຈະສຸມໃສ່ພັດທະນາແຫຼ່ງຜະລິດພະລັງງານທີ່ນອນໃນແຜນ 5 ປີ ຄັ້ງທີ IX (ໂຄງການທີ່ຍັງບໍ່ທັນສຳເລັດ) ເປັນຕົ້ນແມ່ນໂຄງການນໍ້າງື່ມ 3, ນໍ້າງື່ມ 4, ເຊກອງຕອນລຸ່ມ A, ນ້ຳອີ່ມູນ, ນໍ້າຊຳ 3, ນໍ້າຊຳ 1A, ຫ້ວຍລະແງ, ພະລັງງານລົມມອນຊຸນ, ໂຄງການໂຊລາແມ່ໂຂງ. ພ້ອມກັນນີ້ຈະຊຸກຍູ້ໃຫ້ບັນດາໂຄງການໃຫ້ໄດ້ເລີ່ມລົງ​ມືກໍ່ສ້າງ ເປັນຕົ້ນເຂື່ອນໄຟຟ້ານໍ້າຂອງປາກລາຍ, ນໍ້າຂອງຫຼວງພະບາງ, ນໍ້າເນີນ 1, ນໍ້າໂຮງ, ຕາດສະໂຄ່ຍ, ເຂື່ອນໄຟຟ້າ + ພະລັງງານແສງຕາເວັນນໍ້າພາກ, ໂຄງການແສງຕາເວັນເທິງອ່າງນໍ້າງື່ມ 1, ຖ່ານຫີນນໍ້າພານ, ໂຄງການຖ່ານຫີນກະລຶມ ແລະ ລະມາມ, ສຸມໃສ່ພັດທະນາສາຍສົ່ງທີ່ກຳລັງກໍ່ສ້າງໃຫ້ສຳເລັດຕາມແຜນ ເຖິງຢ່າງໃດກໍຕາມອາດຈະບໍ່ສຳເລັດທັງໝົດຕາມແຜນ ເນື່ອງຈາກໂຄງການສາຍສົ່ງຕ້ອງໄດ້ນໍາໃຊ້ທຶນຈຳນວນມະຫາສານ ແລະ ຕ້ອງໄດ້ມີການລົງທຶນຈາກຕ່າງປະເທດ, ສຸມໃສ່ການສົ່ງເສີມຊຸກຍູ້ການນຳໃຊ້ລົດໄຟຟ້າ (Electric Vehicle, EV) ໃຫ້ຫຼາຍ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟທີ່ບໍ່ຈໍາເປັນ, ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບຂະແໜງພະລັງງານ ແລະ ບໍ່ແຮ່, ສຸມໃສ່ປັບປຸງລັດວິສາຫະກິດ ຟຟລ ໃຫ້ສາມາດດຳ ເນີນທຸລະກິດໄດ້ຢ່າງມີປະສິດຕິພາບ ແລະ ມີກຳໄລ ໂດຍການປັບປຸງຈາກໃນອອກນອກກໍຄືເຮັດໃຫ້ປະສິດທິພາບການດຳເນີນງານສູງຂຶ້ນ, ໃຫ້ ຟຟລ ມີລາຍຮັບສົມຄູ່ກັບຕົ້ນທຶນ, ຄຸ້ມຄອງ ແລະ ນຳໃຊ້ຊັບສິນໃຫ້ຍືນຍົງ ແລະ ມີຄວາມສະຖຽນລະພາບ ແລະຮັບປະກັນຄວາມໝັ້ນຄົງທາງພະລັງງານໄຟຟ້າຂອງປະເທດ ພ້ອມທັງຄົ້ນຄວ້າ ແລະ ດຳເນີນມາຕະການແກ້ໄຂບັນຫາໜີ້ສິນໂດຍສະເພາະກັບທະນາຄານຈີນ ແລະ ຜູ້ຜະລິດໄຟຟ້າ ໂດຍສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ສົ່ງເສີມການລົງທຶນເຂົ້າໃນການພັດທະນາລະບົບສາຍສົ່ງ ແລະ ລະບົບຕາຂ່າຍຈາກທັງພາກລັດ ແລະ ເອກກະຊົນ ເພື່ອຮັບປະກັນໃຫ້ການນຳສົ່ງກະແສໄຟຟ້າ ຢູ່ແຕ່ລະພາກເຊື່ອມຈອດເປັນລະບົບ, ໄປທົ່ວເຖິງ ແລະ ສະ​ຖຽນໃຫ້ແກ່ຜູ້ຊົມໃຊ້ໄຟຟ້າ ໂດຍສະເພາະອຸດສາຫະກຳໜັກ, ອຸດສາຫະກຳປຸງແຕ່ງ ແລະ ອຸດ​ສາ​ຫະ​ກໍ​າຂຸດ​ຄົ້ນ​ແຮ່​ທາດ; ສຸມໃສ່ສົ່ງເສີມການພັດທະນາພະລັງງານໄຮໂດຣເຈນ ເພື່ອທົດແທນການນຳເຂົ້າມັນ​ເຕົາໃນຂົງເຂດອຸດສາຫະກຳ; ຊຸກຍູ້ການຄົ້ນຄວ້າ ແລະ ສົ່ງເສີມ ການພັດທະນາໂຄງການໄຮໂດຣເຈນ (Green Hydrogen) ກັບບັນດາອົງການຈັດຕັ້ງຈາກສາກົນ ແລະ ພາກສ່ວນວິສາຫະກິດ ຫຼື ພາກເອກະຊົນ ຈາກຕ່າງປະເທດ ເຊັ່ນ: ປະເທດອົສຕ​ຣາລີ, ຍີ່ປຸ່ນ ແລະ ປະເທດອື່ນໆ ທີ່ມີປະສົບການທາງດ້ານເຕັກໂນໂລຊີ ແລະ ທ່າແຮງ ທາງດ້ານການເງິນ; ສຸມໃສ່ການສຳຫຼວດສ້າງແຜນທີ່ທໍລະນີສາດ ແຮ່ທາດ ມາດຕາສ່ວນ 1/200.000, ມາດຕາສ່ວນ1/50.000 ໃນບັນດາແຂວງ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ; ຊຸກຍູ້ໂຄງການທີ່ຢູ່ໃນໄລຍະຊອກຄົ້ນສຳຫຼວດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໃຫ້ສາມາດກ້າວໄປສູ່ການຂຸດຄົ້ນປຸງແຕ່ງ; ສຸມໃສ່ພັດທະນາລະບົບຄຸ້ມຄອງ ແລະ ພັດທະນາກຸ່ມແຮ່ທາດທີ່ເປັນທ່າແຮງຢູ່ພາຍໃນປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສະດວກໃນການພັດທະນາລະບົບຄຸ້ມຄອງ ແລະ ພັດທະນາບັນດາແຮ່ທາດ ແລະ ຜະລິດຕະພັນແຮ່ທາດ 5 ກຸ່ມຄື: ກຸ່ມແຮ່ທາດບໍລິມາດໜ້ອຍມູນຄ່າສູງ, ກຸ່ມແຮ່ທາດບໍລິມາດຫຼາຍມູນຄ່າຕໍ່າ, ກຸ່ມແຮ່ທາດຍຸດທະສາດ, ກຸ່ມແຮ່ທາດອະໂລຫະສຳລັບການກໍ່ສ້າງ ແລະ ອຸດສາຫະກຳ ແລະ ກຸ່ມແຮ່ທາດຫາຍາກ ໂດຍສະເພາະບັນດາກິດຈະການ ທີ່ຈັດຕັ້ງປະຕິບັດແບບທົດລອງ, ສຸມໃສ່ການສົ່ງເສີມ, ສຶກສາຄວາມເປັນໄປໄດ້ ໃຫ້ມີການສ້າງຕັ້ງໂຮງງານປຸງແຕ່ງ (Proceesing Plant) ຫຼື ຫຼໍ່ຫຼອມແຮ່ທາດ (Smelting Plant) ສໍາລັບແຮ່ທາດພື້ນຖານເປັນຕົ້ນ ຄຳ, ທອງ, ຊືນ, ສັງກະສີ, ກົ່ວ, ເຫຼັກ ແລະ ສຸມໃສ່ຄົ້ນຄວ້າປັບປຸງ ແລະ ສ້າງກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ເພື່ອໃຫ້ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດວຽກງານຕົວຈິງ.

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກ ກົມອົບຮົມ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມໄດ້​ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11ທັນວາ ຜ່ານມານີ້ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະ​ໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ເລຂາໜ່ວຍພັກກົມອົບຮົມ, ໃຫ້ກຽດເຂົ້າຮ່ວມສະຫາຍ ຂອງ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະມາຊິກພັກ ສົມບູນ 17 ສະຫາຍ, ສໍາຮອງ 1 ສະຫາຍ ແລະ ມີບັນດາສະຫາຍເລຂາ, ຜູ້ຕາງໜ້າເລຂາໜ່ວຍພັກທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄອສພ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງໜ່ວຍພັກຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 11 ທັນວານີ້, ທີ່ສະໂມສອນໃຫຍ່ ຂອງ ຄອສພ, ໂດຍການເປັນຄະນະປະທານຂອງສະຫາຍ ລາວປາວຊົ່ງ ນະວົງໄຊ, ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນເພັງ ຈັນທະດາລາ, ເລຂາໜ່ວຍພັກຫ້ອງການ ຄອສພ, ບັນດາສະຫາຍ ຜູ້ຕາງໜ້າຄະນະໜ່ວຍ 3 ອົງການຈັດຕັ້ງມະຫາຊົນ ຂອງຫ້ອງການ ພ້ອມດ້ວຍ ສະມາຊິກພັກ ຂອງໜ່ວຍພັກຫ້ອງການ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ.
ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຄໍາມ່ວນຈັດກອງປະຊຸມ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 8 ທັນວານີ້ ທີ່ສະພາປະຊາຊົນແຂວງຄໍາມ່ວນໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ.
ເພີ່ມເຕີມ