ຂະແໜງໂຍທາ-ທິການ ແລະ ຂົນສົ່ງ ມີຜົນສໍາເລັດຫຼາຍດ້ານ

ຂະແໜງໂຍທາ-ທິການ ແລະ ຂົນສົ່ງ ມີຜົນສໍາເລັດຫຼາຍດ້ານ
ໂດຍ:ວັນໄຊ ຕະວິນຍານ
ໃນ 1 ປີ 2023 ຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ແລະ ມະຕິກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຄັ້ງທີ 13 ເຂົ້າໃນວຽກງານຂະແໜງ ຍທຂ, ຈຶ່ງເຮັດໃຫ້ວຽກງານ ຍທຂ ໃນຫຼາຍດ້ານໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມແຜນການທີ່ວາງໄວ້.
  ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ ລາຍງານຕໍ່ກອງປະຊຸມສະຫຼູບຜົນງານປີ 2023 ແລະ ວາງທິດທາງປີ 2024 ໃນເດືອນຜ່ານມາວ່າ: ວຽກງານທີ່ພົ້ນເດັ່ນຂອງຄະນະບໍລິຫານງານພັກ ກະຊວງໄດ້ເອົາໃຈໃສ່ນຳພາປະຕິບັດວຽກງານວິຊາສະເພາະຊຶ່ງໄດ້ຍົກລະດັບ ແລະ ບູລະນະຮັກສາໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລົດໄຟ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ ເປັນຕົ້ນແມ່ນ ສໍາເລັດການລົງສົມທົບກັບ ບັນດາພະແນກ ຍທຂ ແຂວງ, ນະຄອນຫຼວງວຽງຈັນ ໃນການມອບ-ໂອນ ຄວາມຮັບຜິດຊອບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງນໍ້າໜັກລົດບັນທຸກ ຈາກຂະແໜງຂົນສົ່ງ ໃຫ້ຂະແໜງຂົວທາງໃນຂອບເຂດທົ່ວປະເທດ, ສໍາເລັດໂຄງການກໍ່ສ້າງທາງຊົນນະບົດ ຢູ່ເມືອງເຊໂປນ, ເມືອງນອງ ແລະ ວຽກກໍ່ສ້າງຂົວເຊສະໝຸ ທີ່ແຂວງສະຫວັນນະເຂດ, ສໍາເລັດໂຄງການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 11 ແຕ່ສົ້ນຂົວນໍ້າສັງ-ບ້ານຄົກເຂົ້າດໍ, ໂຄງການກໍ່ສ້າງ ແລະ ຍົກລະດັບທາງເລກທີ 13 ເໜືອ ແຕ່ສີເກີດ-ໂພນໂຮງ, ກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ສັນຍາທີ 1 ປະຕິບັດໄດ້ 67,86%, ສັນຍາທີ 2 ປະຕິບັດໄດ້ 93,83%, ຈັດຕັ້ງປະຕິບັດສ້ອມແປງທາງຫຼວງແຫ່ງຊາດແບບມອບເໝົາ 3 ປີ 18 ໂຄງການ ປະຈໍາປີ 2022-2024 ຈໍານວນ 109 ສັນຍາ ປະຕິບັດໄດ້ 66,27%, ປະຕິບັດວຽກງານຄຸ້ມຄອງການບັນທຸກນໍ້າໜັກເກີນຂອງລົດບັນທຸກສິນຄ້າເພື່ອປົກປັກຮັກສາເສັ້ນທາງ. ສໍາເລັດການເຊັນສັນຍາຊື້ລົົດເມໄຟຟ້າ ຈໍານວນ 55 ຄັນ, ລົດຖີບສາມລໍ້ໄຟຟ້າ 150 ຄັນ ເພື່ອນຳໃຊ້ໂຄງການຂົນສົ່ງແບບຍືນຍົງຢູ່ນະຄອນຫຼວງວຽງຈັນ, ສໍາເລັດການປະມູນເອົາລະບົບຂົນສົ່ງທັນສະໄໝ (Intelligent Transport System “ITS”), ບໍລິມາດຂົນສົ່ງໂດຍສານປະຕິບັດໄດ້ 7.714 ຄົນ ເພີ່ມຂຶ້ນ 5% ບໍລິມາດຂົນສົ່ງສິນຄ້າທາງບົກປະຕິບັດໄດ້ 568 ພັນໂຕນ ເພີ່ມຂຶ້ນ 7%, ການຂຶ້ນທະບຽນພາຫະນະ 103.370 ຄັນ. ໃນນີ້ ລົດຈັກ 64.180 ຄັນ, ລົດເບົາ 31.415 ຄັນ, ລົດບັນທຸກ 7.780 ຄັນ. ສຳເລັດການມອບ-ຮັບການໂຄງການກໍ່ສ້າງສະໜາມບິນໜອງຄ້າງແຂວງຫົວພັນ, ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ (ເມືອງຕົ້ນເຜີ້ງ) ປະຕິບັດໄດ້ 96% ໄດ້ບໍລິການບັນຊາເຮືອບິນ ຂຶ້ນ-ລົງ ແລະ ເຂົ້າ-ອອກທັງໝົດ 11 ສະໜາມບິນໃນຂອບເຂດທົ່ວປະເທດ ແລະ 6 ເສັ້ນທາງບິນພາຍໃນ ຈຳນວນ 38.774 ຖ້ຽວ, ບັນຊາເຮືອບິນ-ບິນຜ່ານນ່ານຟ້າຂອງ ສປປ ລາວ ໃນ 19 ເສັ້ນທາງບິນສາກົນໄດ້ 418.754 ຖ້ຽວ ແລະ ສາມາດເກັບລາຍຮັບໄດ້ 938.502 ຕື້ກີບ ເທົ່າກັບ 116% ຂອງແຜນປີ. ສໍາເລັດການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືຮອບດ້ານໃນຂົງເຂດຄົມມະນາຄົມ ແລະ ຂົນສົົ່ງທາງນໍ້າ ລະຫວ່າງ ກະຊວງ ຍທຂ ສປປ ລາວ ແລະ ກະຊວງຄົມມະນາຄົມຂົນສົ່ງ ສສ ຫວຽດນາມ, ສໍາເລັດໂຄງການກໍ່ສ້າງພັດທະນາແຄມນໍ້າກໍ (ສັນຍາ 1) ຢູ່ເທສະບານເມືອງໄຊ ແຂວງອຸດົມໄຊ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ທົ່ວປະເທດ ປະຕິບັດໄດ້ທັງໝົດ 219, 61 ກມ ເທົ່າກັບ 42,61%. ສໍາເລັດ ການເປີດນໍາໃຊ້ໂຄງການກໍ່ສ້າງທາງລົດໄຟ ລາວ-ໄທ ໄລຍະ 2 (ຕອນທີ II).
ສໍາເລັດໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດອານຸພາກພື້ນແມ່ນ້ຳຂອງ 2 (GMS2) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ສຳເລັດໂຄງການ ພັດທະນາຄວາມອາດສາມາດ ດ້ານການຄຸ້ມຄອງຂະແໜງນ້ຳປະປາ MaWaSU2, ໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານ ດ້ານພູມສາດໄລຍະທີ 1, ໂຄງການນະໂຍບາຍຊຸກຍູ້ດ້ານນໍ້າ ແລະ ສຸຂະອະນາໄມ,  ໂຄງການສົ່ງເສີມການຂະຫຍາຍນໍ້າປະປາໃນຕົວເມືອງນ້ອຍໄລຍະ 2, ໂຄງການຕົວແບບ ການບຳບັດນຳເປື້ອນແບບແຜ່ຂະຫຍາຍຈຸລິນຊີຍ່ອຍສະຫຼາຍ ໂດຍການນຳໃຊ້ Kind Gigestion Stran (Media KIDS), ໂຄງການສ້າງຄວາມອາດສາມາດຄຸ້ມຄອງ ນໍ້າເປື້ອນ ແລະ ຂີ້ເຫຍື້ອ ສໍາລັບປັບປຸງສິ່ງ ແວດລ້ອມຕົວເມືອງ ໃນ ສປປ ລາວ ໄລຍະ 1 ຮ່ວມກັບ ອົງການ KOICA ແລະ GGGI. ປັດຈຸບັນ ທົ່ວປະເທດເຂົ້າເຖິງນໍ້າປະປາ ກວມເອົາ 29%. 
ກະຊວງ ຍທຂ ໄດ້ນໍາພາຊຸກຍູ້ບັນດາລັດວິສາຫະກິດສ້າງແຜນດໍາເນີນທຸລະກິດຂອງຕົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການດຳເນີນທຸລະກິດ ແລະ ໂຄງການຕ່າງໆ ເປັນຕົ້ນ: ສໍາເລັດການແຕ່ງຕັ້ງສະພາບໍລິຫານຂອງ 4 ລັດວິສາຫະກິດ, ສໍາເລັດພິທີເຊັນສັນຍາກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ (BRT), ສໍາເລັດໂຄງການສ້ອມແປງ ແລະ ຮັກສາທາງຊອຍໃນຊົນນະບົດ ແຕ່ສາມແຍກທາງ 18B ຫາ ບ້ານຈະເລີນໄຊ ເມືອງຊານໄຊ ແຂວງອັດຕະປື; ໂຄງການກໍ່ສ້າງຂົວຂ້າມນໍ້າອູ ຢູ່ເມືອງສຳພັນ ແຂວງຜົ້ງສາລີ, ກໍ່ສ້າງອາຄານຫ້ອງການໂຄງການກໍ່ສ້າງຂົວ 12 ແຫ່ງທາງເລກ 20 ແຕ່ແຂວງຈໍາປາສັກ-ແຂວງສາລະວັນ, ສໍາເລັດວຽກງານວິສະວະກອນທີ່ປຶກສາ 1 ໂຄງການ, ວຽກງານສໍາຫຼວດ-ອອກແບບມີ 6 ໂຄງການ, ສຳເລັດການກໍ່ສ້າງທາງເຂົ້າ-ອອກ ສະຖານີໂດຍສານ ແລະ ສິນຄ້າລົດໄຟ ລາວ-ຈີນ ສັນຍາ 2 ຢູ່ແຂວງວຽງຈັນ, ສັນຍາ 3 ແລະ ສັນຍາ 4 ຢູ່ແຂວງຫຼວງພະບາງ, ສຳເລັດການບໍລິການວຽກງານການທົດລອງ ແລະ ການບໍລິການວິສະວະກອນທີ່ປຶກສາ ໃຫ້ໂຄງການກໍ່ສ້າງທາງ 16B, ຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ສັນຍາທີ 4 ກມ 268+000 ຫາ ກມ 346+000 ຊ່ວງແຂວງຄໍາມ່ວນປະຕິບັດໄດ້ 80,5%, ໂຄງການສ້ອມແປງທາງເລກທີ 13 ໃຕ້ ກມ 346+00 ຫາ ກມ 384+00 ບ້ານນາບວມ ຫາ ຂົວເຊບັ້ງໄຟ ປະຕິບັດໄດ້ 62%, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງບ້ານກ້ອນຕື້ນ-ຫ້ວຍແກ້ວ ແຂວງບໍ່ແກ້ວ ປະຕິບັດໄດ້ 87,35%, ກໍ່ສ້າງທາງເຂົ້າ-ອອກທາງລົດໄຟສະຖານີສິນຄ້າວຽງຈັນໃຕ້ ປະຕິບັດໄດ້ 80,93%, ກໍ່ສ້າງເສັ້ນທາງເຂົ້າ-ອອກສະຖານີລົດໄຟ ເມືອງໄຊ ແຂວງອຸດົມໄຊ ປະຕິບັດໄດ້ 44,51%, ກໍ່ສ້າງເສັ້ນທາງເຂົ້າ-ອອກສະຖານີລົດໄຟ ນາເຕີຍ ແຂວງຫຼວງນ້ຳທາ ປະຕິບັດໄດ້ 82,97%, ໄດ້ຈັດຕັ້ງປະຕິບັດວຽກງານວິສະວະກອນທີ່ປຶກສາມີ 6 ໂຄງການ, ສໍາລັບວຽກງານສໍາຫຼວດ-ອອກແບບມີ 5 ໂຄງການ,ຕິດຕາມກວດກາຄຸນນະພາບ ແລະ ສົມທົບກັບກົມມາດຕະຖານ ແລະ ວັດແທກກະຊວງອຸດສາຫະກຳ ແລະ ການຄ້າ ລົງກວດກາຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງ, ຜະລິດຕະພັນເຫຼັກເສັ້ນຕາມທ້ອງຕະຫຼາດ; ເກັບຕົວຢ່າງຜະລິດຕະພັນຢາງໝາກຕອຍທີ່ໃຊ້ໃນການປູທາງ ຢູ່ບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດ; ລົດໄຟລາວ-ໄທ ສາມາດຂົນສົ່ງຜູ້ໂດຍສານໄດ້ ຈໍານວນ 14.981 ເທື່ອຄົນ; ສາມາດຂົນສົົ່ງສິນຄ້າໄດ້ທັງໝົດ 82.147.42 ໂຕນ,ລົດໄຟລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ ຈໍານວນ 2.705.424 ເທື່ອຄົນ, ສາມາດຂົນສົົ່ງສິນຄ້າໄດ້ທັງໝົດ 4.098.083 ໂຕນ; ສໍາລັບລັດວິສາຫະກິດການບິນລາວ ສາມາດສັງລວມການບໍລິການຖ້ຽວບິນປະຕິບັດໄດ້ທັງໝົດ ຈໍານວນ 8.907 ຖ້ຽວ, ຂົນສົ່ງຜູ້ໂດຍສານໄດ້ 633.562 ເທື່ອຄົນ; ໄດ້ນຳພາລັດວິສາຫະກິດນ້ຳປະປາສ້າງແຜນດຳເນີນທຸລະກິດນ້ຳປະປາໄດ້ 10 ແຂວງ, ຍັງ 8 ແຂວງກໍາລັງຄົ້ນຄວ້າປັບປຸງໃນການສ້າງແຜນ ແລະ ປະຕິຮູບລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ໃຫ້ສໍາເລັດຕາມແຜນການ. 
   ທ່ານ ງາມປະສົງ ເມືອງມະນີ ກ່າວຕື່ມອີກວ່າ: ເຖິງແນວໃດກໍຕາມ ໃນປີຜ່ານມາ, ການຊີ້ນໍາຈັດຕັ້ງປະຕິບັດວຽກງານວິຊາສະເພາະບາງວຽກຍັງມີລັກສະນະຊັກຊ້າ ເປັນຕົ້ນແມ່ນໂຄງການກໍ່ສ້າງຈໍານວນໜຶ່ງບໍ່ສໍາເລັດຕາມແຜນການ, ການແກ້ໄຂຂໍ້ຄົງຄ້າງການກວດກາຂອງອົງການ ການບິນພົນລະເຮືອນສາກົນ, ບັນດາໜ້າວຽກທີ່ຍັງຄົງຄ້າງຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຍັງຊັກຊ້າ, ການແກ້ໄຂບັນຫາຄ່າຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງຕ່າງໆຍັງເປັນຫາງສຽງຂອງສັງຄົມ, ການກໍ່ສ້າງສ້ອມແປງທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ ແລະ ການຄຸ້ມຄອງລົດບັນທຸກນ້ຳໜັກເກີນຍັງພົບຄວາມຫຍຸ້ງຍາກ; ການຄຸ້ມຄອງວຽກງານຂົນສົ່ງໂດຍສານ, ສິນຄ້າທາງບົກ, ທາງລົດໄຟ, ທາງອາກາດ ຍັງເປັນບັນຫາທີ່ຜູ້ໃຊ້ບໍລິການຜູ້ປະກອບການເລັ່ງທວງໃຫ້ແກ້ໄຂ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ທ່ານ ພົອ ຈັນສະໝອນ ຈັນຍາລາດ ຊີ້ນຳການແກ້ໄຂໄພພິບັດ ຢູ່ແຂວງໄຊຍະບູລີ

ພາຍຫຼັງພົບປະໂອ້ລົມຕໍ່ ກຳລັງປກຊ-ປກສ ໃນຕອນເຊົ້າວັນທີ 7 ຕຸລາ 2025, ມາໃນຕອນບ່າຍຂອງວັນດຽວກັນ, ທີ່ຫອ້ງວ່າການແຂວງໄຊຍະບູລີ, ທ່ານ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ເປັນປະທານກອງປະຊຸມ ຮັບຟັງການລາຍງານ ສະພາບຜົນກະທົບ ຈາກໄພພິບັດທຳມະຊາດ ຢູ່ແຂວງໄຊຍະບູລີ ແລະ ໃຫ້ທິດຊີ້ນຳ ຕໍ່ການແກ້ໄຂບັັນຫາດັ່ງກ່າວ; ມີທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງເຈົ້າແຂວງ, ພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ແຂວງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮວ່ມ.
ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ເມືອງປາກກະດິງ ສືບຕໍ່ລົງມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1

ໃນວັນທີ 6 ຕຸລາຜ່ານມານີ້, ການນຳເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ສົມທົບກັບຫ້ອງການກາແດງເມືອງ ສືບຕໍ່ນຳເອົາເຄື່ອງບໍລິໂພກ ປະເພດ ເຂົ້າສານ ແລະ ອາຫານສຳເລັດຮູບ ຈຳນວນ 285ຖົງ, ລົງເຄື່ອນໃຫວຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ 4 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ1 ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສເປັນການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ.
ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນ

ວັນທີ 6 ຕຸລາຜ່ານມາ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວໄດ້ຈັດງານລ້ຽງສະຫຼອງບຸນໄຫວ້ພະຈັນຂຶ້ນທີ່ບໍລິສັດ ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄໍາມ່ວນ. ໂດຍການເຂົ້າຮ່ວມຂອງທ່ານ ຢາງສົວ ຮອງຜູ້ອໍານວຍໃຫຍ່ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດຜູ້ດຽວ.
ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ສະບູບ້ານມອນ ອໍແກນິກ ຜະລິດຕະພັນລາວໃຊ້ດີຂອງຊາວເມືອງພວນ

ການຈະຜະລິດສິນຄ້າໃດອອກມາວາງຂາຍ-ຈໍາໜ່າຍ ໄດ້ກໍຍ້ອນມາຈາກຄວາມຮັກມັກ, ການທົດລອງນໍາໃຊ້ໃຫ້ເກີດຜົນຈິງ ແລະ ຈຶ່ງສາມາດນໍາມາບອກຕໍ່ ແລ້ວຕໍ່ຍອດໃຫ້ເປັນສິນຄ້າທີ່ມີຄຸນນະພາບອອກວາງຂາຍ-ຈໍາໜ່າຍຕໍ່ສັງຄົມ ຄືດັ່ງສະບູບ້ານມອນ ອໍແກນິກ ເປັນຜະລິດຕະພັນລາວທີ່ໃຊ້ດີຂອງຊາວເມືອງພວນ ແຂວງຊຽງຂວາງ ກໍາລັງເປັນທີ່ຮູ້ຈັກກັນໃນສັງຄົມເປັນຢ່າງດີ.
ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ເຮືອພົງສະຫວັນນາງຄໍາໄຫຼ ຍາດໄດ້ໄຊຊະນະໃນການແຂ່ງຂັນຊ່ວງເຮືອທີ່ເມືອງທ່າແຂກ

ການແຂ່ງຂັນ ຊ່ວງເຮືອ ໃນງານບຸນອອກພັນສາປະວໍຣະນາ ປະຈໍາປີ 2025 ທີ່ເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 5-7 ຕຸລາ 2025ຊຶ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຈາກພາຍໃນ ແລະ ຕ່າງແຂວງ ຈໍານວນ 20 ລໍາ.ໃນນີ້, ເຮືອປະເພດ 30-35 ສີພາຍມີ 11 ລໍາ, ເຮືອປະເພດ 50-55 ສີພາຍມີ 5 ລໍາ ແລະ ເຮືອຊ່ວງມິດຕະພາບ 30-35 ສີພາຍ ທີ່ມາຈາກ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທມີ 4 ລໍາ, ຊຶ່ງຜົນການແຂ່ງຂັນດັ່ງນີ້:ເຮືອປະເພດ 50-55 ສີພາຍ ອັນດັບທີ 1 ໄດ້ແກ່ ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອເພັດສີໂພໄຊ ຈາກບ້ານຫາດຊາຍສູງ ເມືອງໄຊບູລີ ແຂວງສະຫວັນນະເຂດ, ອັບດັບທີ 3 ເຮືອ ດາວພະສຸກ ບ້ານຫາດຄໍາຮຽງ ເມືອງເຊບັ້ງໄຟ ແລະ ອັນດັບທີ 4 ເຮືອຄຸດທອງຄໍາ ບ້ານປາກເປັ່ງ ເມືອງທ່າແຂກ.ປະເພດ 30-35 ສີພາຍ ອັນດັບທີ 1 ເຮືອພົງສະຫວັນນາງຄໍາໄຫຼ ຈາກບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ, ອັບດັບທີ 3 ເຮືອ 20ມັງກອນ ກອງບັນຊາການທະຫານ (ປກຊ) ແຂວງຄໍາມ່ວນ ແລະ ອັນດັບທີ 4ເຮືອພອນພຣະອິນປົງ SS ກໍ່ສ້າງ, ສຳລັບຜົນການແຂ່ງຂັນເຮືອມິດຕະພາບ ລະຫວ່າງ ທ່າແຂກ-ນະຄອນພະນົມ ອັນດັບທີ 1 ເຮືອ ພົງສະຫວັນນາງຄໍາໄຫຼ ບ້ານນາເມືອງ ເມືອງທ່າແຂກ, ອັນດັບທີ 2 ເຮືອ 20ມັງກອນ ປກຊ ແຂວງ, ອັນດັບທີ 3 ເຮືອ ອິງຟ້າ ນາວາ ຈາກອຳເພີເມືອງນະຄອນພະນົມ ແລະ ອັນດັບທີ 4 ເຮືອ ແລັກຕາ 168 ນະສາພາໂຊກ ບ້ານກຸດຈັບ ເມືອງໜອງບົກ.
ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ພົບປະໂອ້ລົມກຳລັງ ປກຊ-ປກສ ແລະ ກອງພົນທະຫານຮາບທີ 2 ແຂວງໄຊຍະບູລີ

​ໃນຕອນເຊົ້າວັນທີ 7 ຕຸລານີ້, ທີ່ສະໂມສອນກອງບັນຊາການທະຫານ ແຂວງໄຊຍະບູລີ, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ຮອງນາຍົກລັດຖະມົນຕີ ໄດ້ພົບປະ ແລະ ໂອ້ລົມ ຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແຂວງໄຊຍະບູລີ; ມີສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງໄຊຍະບູລີ; ສະຫາຍ ພົຈວ ບຸນຍອງ ດວງດີ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ບັນດາສະຫາຍຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງພົນທະຫານຮາບທີ 2, ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຕັ້ງປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ(13/12/1920-13/12/2025) ຂຶ້ນໃນວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາ ຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຫົວໜ້າອະນຸກໍາມະການເນື້ອໃນກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດລະດັບຊາດ, ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກ ກະຊວງ-ອົງການ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ຄະນະພັກ-ຄະນະນໍາ ນະຄອນຫຼວງວຽງຈັນ ແລະ ບັນດາສະຫາຍ ຫົວໜ້າກົມ ຮອງກົມ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ  ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ພ້ອມກັນຮັກສາຄວາມສະອາດຈົບງາມໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈໍາປີ 2025

ການມີສ່ວນຮ່ວມຮັກສາຄວາມສະອາດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2025 ມີຄວາມສຳຄັນຢ່າງຍິ່ງ ຊຶ່ງເປັນໜຶ່ງໃນນະໂຍບາຍ 6 ສ ທີ່ນະຄອນຫຼວງວຽງຈັນວາງອອກ ນັ້ນກໍຄື ສ ສະອາດງາມຕາ ເພື່ອເປັນການຊຸກຍູ້ສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໄວ້ຢ່າງຍືນຍົງ.
ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ຊາວພຸດຮ່ວມກັນໃສ່ບາດໃນມື້ບຸນອອກພັນສາປະວໍລະນາຢ່າງຄຶກຄື້ນ

ໃນຕອນເຊົ້າຂອງວັນທີ 7 ຕຸລາ ນີ້ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍລະນາ ຊາວພຸດທະສາສະນິກະຊົນລາວບັນດາເຜົ່າໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ໃນຂອບເຂດທົ່ວປະເທດຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງປະ ເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ເພີ່ມເຕີມ