ຄາດວ່າເສດຖະກິດຂອງເມືອງປາກລາຍໃນປີນີ້ ຈະຂະຫຍາຍຕົວລະດັບ 8%

ຄາດວ່າເສດຖະກິດຂອງເມືອງປາກລາຍໃນປີນີ້ ຈະຂະຫຍາຍຕົວລະດັບ 8%
ໃນປີ 2023 ຜ່ານມາ ເສດຖະກິດຂອງເມືອງປາກລາຍຂະຫຍາຍຕົວ 7,3% ສະເລ່ຍລາຍຮັບໄດ້ 26 ລ້ານກີບຕໍ່ຄົນຕໍ່ປີ, ໃນຂະນະທີ່ປີ 2024 ນີ້ ຄາດວ່າຈະຂະຫຍາຍຕົວໃນລະດັບ 8%.
ສະຫາຍ ຄຳຝັ້ນ ວົງສະຫວັນ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງປາກລາຍຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 12 ສະໄໝທີ VIII ຈັດຂຶ້ນໃນວັນທີ 25-26 ຜ່ານມານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົງຄົມຢູ່ເມືອງປາກລາຍ ແຂວງໄຊຍະບູລີ ໃນປີ 2023 ເສດຖະກິດພາຍໃນເມືອງຂະຫຍາຍຕົວໃນລະດັບ 7,3%, ທຽບໃສ່ແຜນການປີປະຕິບັດໄດ້ 91%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 0,1%, ລວມຍອດຜະລິດຕະພັນພາຍໃນບັນລຸ 1.988 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 26 ລ້ານກີບ ເທົ່າກັບ 1.286 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ແຜນການປີ ຫຼຸດລົງ 40,23% ທຽບໃສ່ປີຜ່ານມາຫຼຸດລົງ 14% (ຍ້ອນອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນໂດລາເພີ່ມຂຶ້ນ) ໃນນັ້ນ ກະສິກໍາຂະຫຍາຍຕົວ 11,36%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1,3%, ກວມເອົາ 47,06%, ອຸດສາຫະກຳຂະຫຍາຍຕົວ 3,37%, ທຽບໃສ່ປີຜ່ານມາຫຼຸດລົງ 3%, ກວມເອົາ 28,87%, ບໍລິການຂະຫຍາຍຕົວ 4,66%, ທຽບໃສ່ແຜນການປີເພີ່ມຂຶ້ນ 1,3%, ກວມເອົາ 24,07%.
ໄດ້ເອົາໃຈໃສ່ຊຸກຍູ້ ຕິດຕາມໂຄງການທີ່ຈັດຕັ້ງປະຕິບັດຢູ່ພາຍໃນເມືອງທັງໝົດ 23 ໂຄງການ, ລວມມູນຄ່າ 283 ຕື້ກີບໃນນັ້ນ, ໂຄງການທີ່ກໍາລັງຈັດຕັ້ງປະຕິບັດມີ 9 ໂຄງການ ລວມມູນຄ່າ 256 ຕື້ກີບ, ໂຄງການທີ່ປະຕິບັດ 100% ມີ 14 ໂຄງການ ລວມມູນຄ່າ 11,56 ຕື້ກີບ; ການລົງທຶນຂອງລັດທີ່ສະພາອະນຸມັດຈ່າຍປີ 2023 ມີທັງໝົດ 48 ໂຄງການ ລວມມູນຄ່າ 11 ຕື້ກີບ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນເມືອງ ມີທັງໝົດ 6 ໂຄງການ, ລວມມູນຄ່າ 16 ຕື້ກີບ; ໄດ້ປ່ອຍສິນເຊື່ອໃຫ້ບັນດາຫົວໜ່ວຍການຜະລິດ, ທຸລະກິດທັງໝົດ 117ຕື້ກີບ, ລື່ນແຜນການປີ 36,36%,  ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 78%; ດ້ານການປູກພືດລະດູຝົນມີເນື້ອປູກເຂົ້າແຜນການທັງໝົດ 6.900 ເຮັກຕາ ປະຕິບັດໄດ້ 99,67% ຂອງແຜນການປີ ໃນນັ້ນ, ເຂົ້ານາປີ ມີເນື້ອທີ່ 6.400 ຮຕ ຜົນຜະລິດໄດ້ 28.800 ໂຕນ, ເຂົ້າໄຮ່ ເນື້ອທີ່ 478,45 ເຮັກຕາ, ຜົນຜະລິດໄດ້ 1.674,57 ໂຕນ,  ລວມການຜະລິດເຂົ້າທັງໝົດ 30.732,69 ໂຕນ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 398 ກິໂລຕໍ່ຄົນ, ການປູກພືດລະດູແລ້ງເນື້ອທີ່ 6.100ເຮັກຕາ ທຽບໃສ່ແຜນການປີ ປະຕິບັດໄດ້96% ຜົນຜະລິດ 16.000ໂຕນ, ປູກພືດເປັນສິນຄ້າໄດ້ທັງໝົດ 34.994 ເຮັກຕາ ລື່ນແຜນການປີ 2,25%, ຜົນຜະລິດໄດ້ທັງໝົດ 860.000 ໂຕນ, ປູກພືດສະບຽງອາຫານມີເນື້ອທີ່ 382ເຮັກຕາ, ຜົນຜະລິດໄດ້ 1.922 ໂຕນ ເທົ່າກັບ 77%.
ສຳລັບແຜນການໃນປີ 2024 ນີ້ຄາດຄະເນການເຕີບໂຕເສດຖະກິດ ຈະຂະຫຍາຍຕົວຢູ່ໃນລະດັບ 8% ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະມານ 2.490 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.604 ໂດລາ, ສູ້ຊົນຊຸກຍູ້ການລົງທຶນ ເຂົ້າໃນການພັດທະນາໃຫ້ໄດ້ 488,07 ຕື້ກີບ ເທົ່າກັບ 24,55% ຂອງລວມຍອດລາຍຮັບທົ່ວເມືອງ, ຄາດຄະເນລາຍຮັບ ປີ 2024 ບໍ່ໃຫ້ຫຼຸດ 6,06 ຕື້ກີບ ໃນນີ້ ຮັບຈາກສ່ວຍສາອາກອນ 5,91 ຕື້ກີບ ແລະ ຮັບຈາກຊັບສິນ 156,25 ລ້ານກີບ, ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກສິນຄ້າພາຍໃນໃຫ້ໄດ້ 38 ຕື້ກີບ, ສົ່ງອອກຕ່າງປະເທດໃຫ້ໄດ້ 222 ຕື້ກີບ, ຄຸ້ມຄອງການນໍາເຂົ້າສິນຄ້າໃຫ້ຢູ່ໃນລະດັບ 250ຕື້ກີບ, ມູນຄ່າການຜະລິດອຸດສາຫະກໍາໃຫ້ໄດ້ 372 ຕື້ກີບ, ມູນຄ່າການຈໍາໜ່າຍໃຫ້ໄດ້ 469 ຕື້ກີບ, ປ່ອຍສິນເຊື່ອຂອງທະນາຄານໃຫ້ບັນດາຫົວໜ່ວຍການຜະລິດ, ທຸລະກິດທັງໝົດ 208 ຕື້ກີບ, ລະດົມເງິນຝາກໄດ້ 260 ຕື້ກີບ.
ຂ່າວ-ພາບ: ທອງສະຫວັດ ໄຊຍະລາດ

ຄໍາເຫັນ

ຂ່າວເສດຖະກິດ

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເພີ່ມເຕີມ