ຄ້າຍຄຸມຂັງນິ່ງແຂັງ ປະກາດອະໄພຍະໂທດ ໃຫ້ນັກໂທດ 377 ຄົນ

ຄ້າຍຄຸມຂັງນິ່ງແຂັງ ປະກາດອະໄພຍະໂທດ ໃຫ້ນັກໂທດ 377 ຄົນ

ຄ້າຍຄຸມຂັງນິ່ງແຂັງ ປະກາດອະໄພຍະໂທດ ໃຫ້ນັກໂທດ 377 ຄົນ
ຜັນຂະຫຍາຍ ຂໍ້ຕົກລົງຂອງປະທານປະເທດຫວຽດນາມ ເລກທີ 1693/QĐ-CTN, ລົງວັນທີ 29 ສິງຫາ 2025 ວ່າດ້ວຍການອະໄພຍະໂທດ ປີ 2025 (ງວດ 2) ເນື່ອງໃນໂອກາດສະເຫຼີມສະຫຼອງການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ (2/9/1945-2/9/2025); ຄ້າຍຄຸມຂັງ ນິ່ງແຄ໋ງ (ຂຶ້ນກັບກົມຕໍາຫຼວດຄຸ້ມຄອງຄ້າຍຄຸມຂັງ-ພື້ນຖານການສຶກສາແບບບັງຄັບ-ໂຮງຮຽນດັດສ້າງ, ກະຊວງປ້ອງກັນຄວາມສະຫງົບຫວຽດນາມ) ທີ່ແຂວງນິ່ງບິ້ງ ໄດ້ຈັດພິທີປະກາດຂໍ້ຕົກລົງດັ່ງກ່າວ ແລະ ປະກາດອະໄພຍະໂທດ ໃຫ້ນັກໂທດ ພາຍໃນຄ້າຍຄຸມຄັງ ຈໍານວນ 377 ຄົນ ຊຶ່ງເປັນຈໍານວນໜຶ່ງ ທີ່ນອນໃນຈໍານວນນັກໂທດ 13,915 ຄົນ ໃນທົ່ວປະເທດ ທີ່ໄດ້ຮັບການອະໄພຍະໂທດໃນງວດທີ 2 ນີ້.

 

ຄາຍຄມຂງນງແຂງ ປະກາດອະໄພຍະໂທດ ໃຫນກໂທດ 377 ຄນ - image 1
 

ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ ຜ່ານມານີ້ ໂດຍມີ ສະຫາຍ ເກິນ ດິ້ງ ຕ້າຍ ຮອງຫົວໜ້າຫ້ອງວ່າການປະທານປະເທດ ຄະນະກຳມະການສະພາທີ່ປຶກສາອະໄພຍະໂທດ ປີ 2025; ສະຫາຍ ພັນເອກ ຟ້າມ ມິ່ງ ຟ່ອງ ຮອງຫົວໜ້າກົມຕໍາຫຼວດຄຸ້ມຄອງຄ້າຍຄຸມຂັງ-ພື້ນຖານການສຶກສາແບບບັງຄັບ-ໂຮງຮຽນດັດສ້າງພ້ອມດ້ວຍບັນດາສະຫາຍການນໍາກ່ຽວຂ້ອງ, ພະນັກງານພາຍໃນຄ້າຍຄຸມຂັງດັ່ງກ່າວ ແລະ ຕາງໜ້າບັນດານັກໂທດ ທີ່ໄດ້ຮັບການອະໄພຍະໂທດ.

ໃນພິທີ, ສະຫາຍ ພັນເອກ ຫວູ ຮ້າວ ຫຽບ ຜູ້ຄຸມຄ້າຍກັກຂັງ ນິ່ງແຄ໋ງ ໄດ້ປະກາດຂໍ້ຕົກລົງ ວ່າດ້ວຍການອະໄພຍະໂທດ ປີ 2025 (ງວດ 2) ແລະ ປະກາດການໃຫ້ອະໄພຍະໂທດ ໃຫ້ນັກໂທດ 377 ຄົນ ທີ່ກຳລັງປະຕິບັດຄໍາຕັດສິນໂທດ ຢູ່ຄ້າຍຄຸມຂັງ ນິ່ງແຄ໋ງ ຊຶ່ງໄດ້ໃຫ້ຮູ້ວ່າ: ກ່ອນໜ້ານັ້ນ, ບົນພື້ນຖານອີງຕາມຂໍ້ກຳນົດຂອງກົດໝາຍ ແລະ ສະພາບຄວາມເປັນຈິງ, ຄ້າຍຄຸມຂັງ ນິ່ງແຄ໋ງ ໄດ້ດຳເນີນວຽກງານການພິຈາລະນາ, ສະເໜີການພິຈາລະນາອະໄພຍະໂທດ ດ້ວຍຄວາມຮັບປະກັນຢ່າງໜັກແໜ້ນ, ເປີດເຜີຍ, ປະຊາທິປະໄຕ, ສະເໝີພາບ, ຖືກກັບເປົ້າໝາຍ ແລະ ເງື່ອນໄຂ. ບັນດານັກໂທດ ທີ່ໄດ້ຮັບການອະໄພຍະໂທດ ລ້ວນແຕ່ແມ່ນບັນດານັກໂທດທີ່ມີສະຕິ ດັດສ້າງເປັນຄົນດີ, ປະຕິບັດລະບຽບພາຍໃນ, ຂໍ້ກໍານົດຂອງຄ້າຍຄຸມຂັງ ຢ່າງເຂັ້ມງວດ, ຕັ້ງໜ້າຮໍ່າຮຽນ, ອອກແຮງງານ, ຮັບປະກັນໄດ້ບັນດາເງື່ອນໄຂ, ຄົບຖ້ວນດ້ານມາດຖານ ພິຈາລະນາອະໄພຍະໂທດ ຕາມຂໍ້ກໍານົດ.

ຈາກນັ້ນ, ສະຫາຍ ເກິນ ດິ້ງ ຕ້າຍ ພ້ອມດ້ວຍບັນດາສະຫາຍ ຄະນະປະທານ ກໍໄດ້ຜັດປ່ຽນຂຶ້ນ ມອບຢັ້ງຢືນການອະໄພຍະໂທດ ໃຫ້ນັກໂທດທີ່ໄດ້ຮັບການອະໄພຍະໂທດໃນຄັ້ງນີ້. ພ້ອມນີ້, ກໍມີຕາງໜ້ານັກໂທດຊາຍ ແລະ ຕາງໜ້ານັກໂທດຍິງ ຂຶ້ນສະແດງຄວາມຮູ້ສຶກ ທີ່ໄດ້ຮັບການອະໄພຍະໂທດ ຈາກປະທານປະເທດ; ພ້ອມທັງໄດ້ສັນຍາວ່າ ເມື່ອກັບຄືນສູ່ຊຸມຊົນ ກໍຈະປະພຶດດີ ບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ລະບຽບກົດໝາຍຂອງລັດ, ຈະສູ້ຊົນພະຍາຍາມ ໃຫ້ກາຍເປັນຄົນຊື່ສັດ, ມີປະໂຫຍດໃຫ້ຄອບຄົວ ແລະ ສັງຄົມ.

ຕອນທ້າຍຂອງພິທີ, ສະຫາຍ ເກິນ ດິ້ງ ຕ້າຍ ໄດ້ມີຄໍາເຫັນວ່າ: ນະໂຍບາຍອະໄພຍະໂທດ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ-ລັດ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອຄວາມມີເມດຕາຈິດ, ມະນຸດສະທໍາ, ໂອບເອື້ອອາລີຂອງຊົນຊາດ. ໃນປີຜ່ານໆມາ, ພັກ-ລັດເຮົາ ໄດ້ດຳເນີນຫຼາຍງວດການອະໄພຍະໂທດ ໃຫ້ນັກໂທດຫຼາຍແສນຄົນ; ບັນດາຜູ້ທີ່ໄດ້ຮັບການອະໄພຍະໂທດ ໄດ້ກັບຄືນສູ່ພື້ນຖານ ມີວຽກເຮັດງານທໍາ, ມີລາຍຮັບທີ່ໝັ້ນຄົງ; ຕັ້ງໜ້າເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ, ໄດ້ຮັບການຮັບຮູ້ຈາກຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນທຸກຊັ້ນຄົນ. ພ້ອມນີ້, ກໍອວຍພອນໃຫ້ບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດໃນງວດນີ້ ແລະ ສະແດງຄວາມຫວັງວ່າ ເມື່ອກັບຄືນສູ່ທ້ອງຖິ່ນ ຈະຂ້າມຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ມີຄວາມເຊື່ອໝັ້ນ, ກ້າວຂຶ້ນຢ່າງໝັ້ນຄົງ, ຕັ້ງໜ້າກໍ່ສ້າງຊີວິດທີ່ມີຄວາມໝັ້ນຄົງ, ຄອບຄົວກິນດີນຸ່ງອຸ່ນ, ມີຄວາມສຸກ, ບໍ່ມີການລະເມີດ ບໍ່ມີການເຮັດຜິດກົດໝາຍ ຢ່າງເດັດຂາດ.

ຄາຍຄມຂງນງແຂງ ປະກາດອະໄພຍະໂທດ ໃຫນກໂທດ 377 ຄນ - image 2
 

ໃນໄລຍະ 80 ປີຜ່ານມາ, ປະເທດຫວຽດນາມ ໄດ້ມີການອະໄພຍະໂທດ ໃຫ້ນັກໂທດແລ້ວ 40 ຄັ້ງ; ສະເພາະນັບແຕ່ປີ 2009 ມານີ້, ປະທານປະເທດ ເຊັນອະໄພຍະໂທດ 11 ຄັ້ງ ໃຫ້ອະໄພຍະໂທດ ແກ່ນັກໂທດ 104,000 ຄົນ ທີ່ມີຂະບວນການດັດສ້າງທີ່ດີ, ຄົບເງື່ອນໄຂຕາມຂໍ້ກົດນົດ. ພິເສດ, ໃນປີ 2025, ພັກ-ລັດ ຈັດຕັ້ງຫຼາຍເຫດການທີ່ສໍາຄັນ; ດັ່ງນັ້ນ, ການໃຫ້ອະໄພຍະໂທດ ໃນປີນີ້ ລວມມີ 2 ງວດ ຄື: ງວດທີ 1 ແມ່ນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2025) ຊຶ່ງໄດ້ໃຫ້ອະໄພຍະໂທດແກ່ນັກໂທດ 8,055 ຄົນ ແລະ ໃນງວດ 2 ນີ້ ແມ່ນອະໄພຍະໂທດ ໃຫ້ນັກໂທດ 13,915 ຄົນ ທີ່ກຳລັງປະຕິບັດຄໍາຕັດສິນໂທດ ແລະ ຜູ້ທີ່ຖືກພັກໂທດ ຈໍານວນ 5 ຄົນ ມີສິດໄດ້ຮັບການປ່ອຍໂຕກ່ອນກຳນົດ.

(ຂ່າວ: ສຸກສະຫວັນ ຜາດີ)

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ສົ່ງອອກ K-food ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີຂອງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ຕຸລາ ຜ່ານມາ ວ່າ, ການສົ່ງອອກຜະລິດຕະພັນອາຫານຂອງ ສ ເກົາຫຼີ ໃນໄລຍະເດືອນມັງກອນ - ກັນຍາ ໄດ້ເພີ່ມຂຶ້ນ 8.9% ເມື່ອທຽບກັບປີກ່ອນ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 8.5 ຕື້ວອນ (ປະມານ 5.9 ລ້ານໂດລາ).
ເພີ່ມເຕີມ