ຈັດແຂ່ງຂັນກິລາຕີດອກປີກໄກ່

ແຂ່ງຂັນກິລາປີກໄກ່ ເພື່ຶອຮັດແໜ້ນຄວາມສາມັກຄີ

ແຂ່ງຂັນກິລາປີກໄກ່ ເພື່ຶອຮັດແໜ້ນຄວາມສາມັກຄີ
ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບບໍລິສັດ ເບຍລາວ ຈໍາກັດ ຈັດແຂ່ງຂັນກິລາຕີດອກປີກໄກ່ ຂຶ້ນເມື່ອບໍ່ດົນມານີ້ ຢູ່ສະໂມສອນກິລາດອກປີກໄກ່ ບໍລິສັດ ເບຍລາວ ຈໍາກັດ ໂດຍມີທ່ານ Paul Bateman ຜູ້ອຳນວຍການຝ່າຍຂາຍ ບໍລິສັດເບຍລາວ ຈຳກັດ

, ທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການພາກນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈໍາກັດ ທີ່ປືກສາຊີ້ນໍາສະມາຄົມນັກທຸລະກິດຮ້ານອາຫານລາວ, ທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ພ້ອມດ້ວຍຄະນະບໍລິຫານ ແລະ ສາມາຊິກ ເຂົ້າຮ່ວມ.
ການແຂ່ງຂັນງານດັ່ງກ່າວເປັນໜຶ່ງກິດຈະກຳທີ່ນອນໃນໂຄງການເຄື່ອນໄຫວການແຂ່ງຂັນ ຂອງສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບບໍລິສັດ ເບຍລາວ ຈໍາກັດ ຈັດຂຶ້ນໃນປີ 2024ນີ້ ເພື່ອສ້າງໂອກາດລະຫວ່າງພະນັກງານ, ລູກຄ້າ, ຄູ່ຮ່ວມທຸລະກິດໃຫ້ມີຄວາມຮັດແໜ້ນສາມັກຄີ ຮັກແພງ ແນໃສ່ສ້າງໂອກາດໃນການແລກປ່ຽນວຽກງານການປະກອບທຸລະກິດຮ້ານອາຫານໃຫ້ມີຄວາມເຂັ້ມແຂງສາມາດປະກອບສ່ວນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ, ໂດຍຖືເອົາການສ້າງຂະບວນການກິລາເປັນສື່ກາງ ເພື່ອພົບປະໂອ້ລົມ ແລະ ອອກກໍາລັງກາຍເຮັດໃຫ້ສຸຂະພາບແຂງແຮງ. ນອກນີ້, ກໍຍັງເປັນການສ້າງຂະບວນການຕ້ອນຮັບ-ຊົມເຊີຍວັນສໍາຄັນຕ່າງໆຂອງພັກຊອງຊາດ ຕຶື່ມອີກ.

ການແຂ່ງຂັນຄັ້ງນີ້ ແບ່ງເປັນ 2 ປະເພດ ຄື: ປະເພດຊາວໜຸ່ມ ແລະ ປະເພດອາວຸໂສ ໃນນີ້ປະເພດຊາວໜຸ່ມມີນັກກິລາເຂົ້າຮ່ວມ 32 ທ່ານ, ປະເພດອາວຸໂສ 20 ທ່ານ ຊຶ່ງໄດ້ປະກົບຄູ່ແຂ່ງຂັນ ຊະນະໄດ້ເຂົ້າຮອບຕໍ່ໄປ ຜ່ານການແຂ່ງຂັນປະເພດຊາວໜຸ່ມ ທີ1 ເປັນຂອງທ່ານ ສາຍເພັດ+ທ່ານ ກ້າ,ທີ2 ທ່ານ ສັນຕິພາບ+ທ່ານ ນໍ້າ. ສ່ວນປະເພດອາວຸໂສ ທີ1 ໄດ້ແກ່ທ່ານ ອູ່ຊ້າງ+ທ່ານ ຄໍາອັອດ ແລະທີ2 ທ່ານ ບຸນສຸກ+ທ່ານນາງ ພິດສະໝອນ.
(ຂ່າວ-ພາບ:ອ້ວນດຳ)

ຄໍາເຫັນ

ຂ່າວສືກສາ-ກິລາ

ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ພິທີເຊັນສັນຍາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ (LAO-15) ກະຊວງສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ແລະ ບໍລິສັດອີລຊ່ອງ (ILSUNG) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ. ລົງນາມໃນຄັ້ງນີ້ ໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ອີ ຊັງຮອນ (Mr. LEE, Sang-Hyun) ຜູ້ອໍານວຍການບໍລິສັດ ILSUNG ສ ເກົາຫຼີ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ຈອງຢອງຊູ ເອກອັກຄະລະຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີອະທິການບໍດີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນພ້ອມກັນ ໃນວັນທີ 18 ມິຖຸນາ ນີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ,ຄະນະຜູ້ບໍລິຫານການສຶກສາ, ຫ້ອງການສຶກສາທິການ-ກິລາເມືອງ, ອຳນວຍການໂຮງຮຽນ, ກຳມະການຍາມຫ້ອງສອບເສັງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 18 ມິຖຸນານີ້ ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງ ອຸດົມໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ7) ປະຈຳສົກຮຽນ 2024-2025 ຂຶ້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.
ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ທີ່ແຂວງຄໍາມ່ວນ

ພິທີເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ເອກະພາບທົ່ວປະເທດ ສົກຮຽນ 2024-2025 ຂອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 18 ມີຖຸນານີ້ ທີ່ສະໂມສອນໂຮງຮຽນ ມໍ ປາຍທ່າແຂກ, ໃຫ້ກຽດເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ.
ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ພິທີເປີດຫົວບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2024-2025 ທົ່ວເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ໂຮງຮຽນ ມສ ຂີ້ນາກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ໜູແສງ ຜຸຍບັນດິດ ຮອງເຈົ້າເມືອງໆໂຂງ.
ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ ເປີດຊຸດຮຽນທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ - ການປົກຄອງຂັ້ນຕົ້ນ ຊຸດທີ I ຂຶ້ນໃນວັນທີ 16 ມິຖຸນາ ນີ້ ທີ່ ສປສສ, ໂດຍມີ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ສະຫາຍ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ຂຸນສຸວັນ ສຸທຳມະວົງຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສປສສ ພ້ອມດ້ວຍບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ ຂອງສານປະຊາຊົນສູງສຸດ ແລະ ບັນດານັກສໍາມະນາກອນ ເຂົ້າຮ່ວມ.
ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ສຳເລັດການແຂ່ງຂັນເທັນນິສລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025

ນາງ ມະໄລລັກ ຫຼື ດິໄລຣາ ສາວລູກເຄິ່ງ ລາວ-ຊູແອດ ຈັບຄູ່ກັບ ແມັກຊີມັສ ນັກກິລາເທັນນິສຊາວສິງກະໂປ ສາມາດໄລ່ເອົາຊະນະ ຄຣີສ ໂປລິດເທັກ ນັກກິລາຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ຄອງຂັນຊະນະເລີດ ໃນການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025 ໄດ້ຮັບຂັນຊະນະເລີດ ພ້ອມຮັບເງິນລາງວັນ 30 ລ້ານກີບໄປຄອງ ສ່ວນອັນດັບທີ 2 ໄດ້ຮັບຂັນພ້ອມເງິນລາງວັນ 10 ລ້ານກີບ.
ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ຈາກ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມືກັບສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນໄລຍະ 3 ປີ ໂດຍເນັ້ນໃສ່ໃຫ້ການຊຸກຍູ້ສົ່ງເສີມການພັດທະນາວົງການກິລາເຖິງ 9 ລາຍການ ຊຶ່ງໃນນັ້ນໄດ້ສະໜັບສະໜູນຊຸດເຄື່ອງນຸ່ງເຄື່ອງກິລາ ຍີ່ຫໍ້ ດົງລຶກ ແລະ ໝາກບານ ເຂົ້າໃນການເຄື່ອນໄຫວຂອງທີມນັກກິລາເຕະບານທີມຊາດລາວທຸກຮຸ່ນ ແລະ ລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນໃນໄລຍະ 3 ປີ ຕາມສັນຍາທີ່ໄດ້ຕົກລົງກັນໄວ້.
ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ວິທະຍາຄານຕໍາຫຼວດປະຊາຊົນໄດ້ຈັດກອງປະຊຸມມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ ແຂວງຫຼວງພະບາງໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ສົກຮຽນ2024-2025 ຢ່າງເປັນທາງການ ໂດຍເປັນປະທານຂອງ ທ່ານ ພອນປະດິດ ສຸເດດຊານໄຊ ຮອງເຈົ້າເມືອງໂພນໄຊ.
ເພີ່ມເຕີມ