ແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງພະບາງ

ແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງພະບາງ

ແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວແຂວງຫຼວງພະບາງ
ການແຂ່ງຂັນກິລາເຕະບານ ນັກຮຽນມັດທະຍົມສຶກສາ ທົ່ວແຂວງຫຼວງພະບາງ ຄັ້ງທີ 1ປະຈຳປີ 2025 ຊີງຂັນປະທານສະມາຄົມກິລາ-ກາຍຍະກຳແຂວງ ໄດ້ສຳເລັດໃນວັນທີ 4 ພຶດສະພາ ຜ່ານມາ, ພາຍຫຼັງດຳເນີນການແຂ່ງຂັນມາແຕ່ວັນທີ 26 ເມສາຊຶ່ງປະກອບມີ ຮຸ່ນມັດທະຍົມຕອນຕົ້ນ (ຊາຍ) ແລະຮຸ່ນມັດຍົມຕອນປາຍ (ຊາຍ), ໃນນັ້ນ ຮຸ່ນມັດທະຍົມຕອນປາຍ

 

ມີ 7 ທີມຄື: ໂຮງຮຽນມັດທະຍົມສົມບູນ SOS, ໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ, ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ, ໂຮງຮຽນມັດທະຍົມສົມບູນ ສັນຕິພາບ, ໂຮງຮຽນມັດທະຍົມສົມບູນ ປະຊາທິປະໄຕ, ໂຮງຮຽນມັດທະຍົມສົມບູນພັນຫຼວງ ແລະໂຮງຮຽນມັດທະຍົມສົມບູນປ່ອງຄໍາ. ສ່ວນຮຸ່ນມັດທະຍົມຕອນຕົ້ນ ມີ 5 ທີມ ຄື: ໂຮງຮຽນມັດທະຍົມຕົ້ນເອື້ອຍໜູນ້ອຍ, ໂຮງຮຽນມັດທະຍົມສົມບູນສັນຕິພາບ, ໂຮງຮຽນມັດທະຍົມສົມບູນ SOS, ໂຮງຮຽນມັດທະຍົມສົມບູນ ປະຊາທິປະໄຕ ແລະໂຮງຮຽນມັດທະຍົມສົມບູນປ່ອງຄໍາຊຶ່ງກ່ອນຈະມີການສະຫຼຸບການແຂ່ງຂັນ ໄດ້ມີການແຂ່ງຂັນຄູ່ຊີງອັນດັບທີ 3 ແລະຄູ່ຊີງທີ1 ຊັ້ນມັດທະຍົມປາຍ. ສະເພາະຄູ່ຊີງທີ1 ເປັນການພົບກັນລະຫວ່າງ ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ແລະ ໂຮງຮຽນມັດທະຍົມສົມບູນສັນຕິພາບ, ຜ່ານການແຂ່ງຂັນ ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສາມາດເອົາຊະນະ ໂຮງຮຽນມັດທະຍົມສົມບູນ ສັນຕິພາບ 2 ປະຕູຕໍ່ 0.

ສະຫຼຸບຜົນການແຂ່ງຂັນຮຸ່ນມັດທະຍົມຕອນຕົ້ນທີ1 ໂຮງຮຽນມັດທະຍົມສົມບູນ ປະຊາທິປະໄຕ ໄດ້ຮັບເງິນ 4 ລ້ານກີບ ພ້ອມຂັນ1ໜ່ວຍ, ທີ 2 ໂຮງຮຽນມັດທະຍົມສົມບູນ ສັນຕິພາບໄດ້ຮັບເງິນ 3 ລ້ານກີບ, ທີ 3 ໂຮງຮຽນມັດທະຍົມສົມບູນປ່ອງຄຳໄດ້ຮັບເງິນ 2 ລ້ານກີບ ແລະທີ 4 ໂຮງຮຽນມັດທະຍົມຕົ້ນ ເອື້ອຍໜູນ້ອຍໄດ້ຮັບເງິນສົດ 1 ລ້ານກີບ ແລະ ຮຸ່ນມັດທະຍົມຕອນປາຍ ທີ 1 ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ໄດ້ຮັບເງິນ 5 ລ້ານກີບ ພ້ອມຂັນ1ໜ່ວຍ, ທີ 2 ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ໄດ້ຮັບເງິນ 3ລ້ານ 5 ແສນກີບ, ທີ 3 ໂຮງຮຽນມັດທະຍົມສົມບູນປ່ອງຄໍາ ໄດ້ຮັບເງິນ 2 ລ້ານ 5 ແສນກີບ ແລະທີ 4 ໂຮງຮຽນມັດທະຍົມປາຍພັນຫຼວງໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ.

ໃນໂອກາດກ່າວປິດການແຂ່ງຂັນ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ປະທານສະມາຄົມກິລາ-ກາຍຍະກຳແຂວງ ໄດ້ສະແດງຄວາມຊົມເຊີຍ ທຸກພາກສ່ວນທີ່ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ເຮັດໃຫ້ມີບັນຍາກາດຄຶກຄື້ນ ພ້ອມນັ້ນທ່ານໄດ້ສະແດງຄວາມຊົມເຊີຍ ນັກກິລາທີ່ຍາດໄດ້ຜົນງານໃນການແຂ່ງຂັນຄັ້ງນີ້ ທັງເນັ້ນໃຫ້ສືບຕໍ່ພັດທະນາຕົນເອງ ເພື່ອໃຫ້ກາຍເປັນນັກກິລາດີເດັ່ນຂອງແຂວງ ເພື່ອເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນໃນທ້າຍປີນີ້ ແລະ ທ່ານໄດ້ມອບລາງວັນໃຫ້ນັກກິລາແຕ່ລະທີມຢ່າງສົມກຽດ.

(ຂ່າວ:ຫຼວງພະບາງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ເຜີຍແຜ່ຜົນສຳເລັດກອງປະຊຸມປະຖົມມະລືກ ຢູ່ວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ນຳໂດຍ ທ່ານ ວັນນະສັກ ຊາດຕະກຸນ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ພ້ອມ​ຄະ​ນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງຈຳປາສັກ ຊຸດທີ V ຢູ່ສະໂມສອນວິທະຍາໄລເຕັກນິກ-ວິຊາຊີບ ຈຳປາສັກ ເມືອງບາຈຽງ ຈະເລີນສຸກ ແຂວງຈຳປາສັກ ໃນ​ວັນ​ທີ 18 ມິ​ຖຸ​ນາ​ນີ້.
ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ໃຫ້ຄູ-ອາຈານ ແລະ ນັກສຶກສາ ມຊ

ຄະນະໂຄສະນາອົບຮົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ໂຄສະນາເຜີຍແຜ່ການນໍາໃຊ້ລົດເມດ່ວນ BRT ຂອງໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໃນວັນທີ 17 ມິຖຸນານີ້ ທີ່ມະຫາວິທະຍາໄລແຫ່ງຊາດ.
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດການຝຶກອົບຮົມພາສາຫວຽດ ຊຸດທີ 2 ຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2026 ທີ່ສູນຝຶກອົບຮົມພາສາຫວຽດ ໂດຍມີທ່ານ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ຫງວຽນ ງອກຖັງ ເລຂາເອກ ສະຖານທູດຫວຽດນາມ ປະຈຳລາວ ແລະ ທ່ານ ເລືອງມິງກື ຜູ້ອຳນວຍການມະຫາວິທະຍາໄລກິວລອງ ສສ ຫວຽດນາມ ພ້ອມດ້ວຍ ພາກສວ່ນກຽວຂ້ອງເຂົ້າຮ່ວມ.
ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ຄູສອນ ແລະ ພະນັກງານ 6 ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ ໃຫ້ແກ່ພະນັກງານວິຊາການ ແລະ ຄູສອນ ພາຍໃນເມືອງໄຊຍະບູລີ ໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ນີ້ ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ, ເປັນປະທານໂດຍ ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ແລະ ສຳມະນາກອນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ສ້ອມແປງໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ລັດວິສາຫະກິດຫວຍພັດທະນາລາວ ໄດ້ມອບເງິນຊ່ວຍເຫຼືອສ້ອມແປງ ໂຮງຮຽນມັດທະຍົມຕອນຕົ້ນ (ມ.ຕົ້ນ) ຫ້ວຍໄລ ເມືອງງາ ແຂວງອຸດົມໄຊ ເປັນມູນຄ່າທັງໝົດ 20,000,000 ກີບ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາຂະແໜງການສຶກສາ ກໍຄືການຟື້ນຟູສະພາບແວດລ້ອມການຮຽນ-ການສອນ ໃຫ້ກັບໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນໄລຍະຜ່ານມາ.
ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II ປະຈໍາ ສົກຮຽນ 2026-2027 ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ ມວສ ວິທະຍາເຂດ ເຂດເພຍວັດ ໂດຍ ການເປັນກຽດເຂົ້າ ຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຍຊາຍ ຜູ້ອໍານວຍການ ມວສ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ຮອງລັດຖະມົນຕີກະຊວງ ສສກ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ ນວ

ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ປະຈຳສົກຮຽນ 2025-2026 ຢູ່ບັນດາສູນສອບເສັງໃນນະຄອນຫຼວງວຽງຈັນ (ນວ) ເປັນຕົ້ນແມ່ນ ສູນສອບເສັງ ມສ ສາລະຄຳ, ມສ ເຄເອັນຊີ (KNC) ເມືອງຫາດຊາຍຟອງ ແລະ ໂຮງຮຽນມັດທະຍົມຕອນປາຍສົງ ໂສກປ່າຫຼວງ ເມືອງສີສັດຕະນາກ, ມີຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຮອງຫົວໜ້າພະແນກ ສກ ນວ, ຮອງຫົວໜ້າກົມສາມັນສຶກສາ ພ້ອມດ້ວຍຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ບໍລິສັດທາງລົດໄຟ ລາວ-ຈີນ ຈັດການແຂ່ງຂັນບານບ້ວງມິດຕະພາບ

ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດການແຂ່ງຂັນກິລາບານບ້ວງມິດຕະພາບ 3X3 ພາຍໃຕ້ຫົວຂໍ້ “ທາງເຊື່ອມໃຈ ບານບ້ວງເຊື່ອມມິດຕະພາບ” “China-Laos Railway Golden Road Cup 3v3” ທີ່ເດີ່ນກິລາໃນຮົ່ມໂຮງຮຽນນາໆຊາດວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງຄະນະກຳມະການສູນກາງສະຫະພັນຊາວໜຸ່ມກອມມູນິດລາວ, ສະຖານທູດຈີນປະຈຳລາວ, ກະຊວງການເງິນ, ຄະນະກຳມະການຮ່ວມມືລາວ-ຈີນ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນສາຂາລາວ, ການໄຟ ຟ້າພາກໃຕ້ຈີນ, ບໍລິສັດພະລັງງານນິວເຄຣຍຈີນທົ່ວໄປ, ທີມແພດຈີນປະຈຳລາວ, ຄະນະກໍາມະການຕັດສິນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ສູນສອບເສັງ ມັດທະຍົມສຶກສາສົມບູນວຽງຈັນ ກຽມຄວາມພ້ອມ 100%

ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ກຽມຄວາມພ້ອມ 100% ທີ່ຈະໃຊ້ເປັນສູນສອບເສັງຈົບຊັ້ນ ມ4 ໃນວັນທີ 10, 11, 12 ມິຖຸນາ ສົກຮຽນ 2025-2026 ຂອງເມືອງຈັນທະບູລີ ແລະ ສອບເສັງຈົບຊັ້ນ ມປາຍ ໃນວັນທີ 17, 18, 19 ມິຖຸນາທີ່ຈະມາເຖິງນີ້.
ເພີ່ມເຕີມ