ແຂ່ງຂັນລົດຖີບ ມິດຕະພາບຊົມເຊີຍກອງປະຊຸມສຸດຍອດລັດຖະສະພາCLV ຄັ້ງທີ 1

ແຂ່ງຂັນລົດຖີບ ມິດຕະພາບຊົມເຊີຍກອງປະຊຸມສຸດຍອດລັດຖະສະພາCLV ຄັ້ງທີ 1
ຂະບວນແຂ່ງຂັນລົດຖີບມິດຕະພາບເພື່ອຂໍ່ານັບຊົມເຊີຍກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV)ຄັ້ງທີ 1ໄດ້ຈັດຂຶ້ນໃນວັນທີ 6 ທັນວາ ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ, ມີປະທານສະພາແຫ່ງຣາຊະອານາຈັກກໍາປູເຈຍ ແລະ ສສ ຫວຽດນາມ, ຮອງນາຍົກລັດຖະມົນຕີ, ບັນດາແຂກຈາກ 3 ຝ່າຍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ໄດ້ກ່າວວ່າ: ຂະບວນການຖີບລົດໃນຄັ້ງນີ້ ເປັນກິດຈະກໍາທີ່ທັງ 3 ປະເທດຮ່ວມກັນຈັດຕັ້ງ ໃນໂອກາດສະເຫຼີມສະຫຼອງຜົນສໍາເລັດຂອງກອງປະຊຸມສຸດຍອດລັດຖະສະພາ ພ້ອມທັງເປັນການສົ່ງເສີມຂະຫຍາຍການພົວພັນຮ່ວມມື ແລະ ຄວາມສາມັກຄີລະຫວ່າງປະເທດ. ນອກນັ້ນ, ຍັງແນໃສ່ຊຸກຍູ້ ແລະ ເສີມສ້າງຄວາມສາມັກຄີຮັກແພງໃຫ້ແກ່ບັນດາສະມາຊິກສະພາ, ພະນັກງານ-ລັດຖະກອນ ແລະ ໄວໜຸ່ມຂອງ 3 ປະເທດໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງປະຫວັດສາດແຫ່ງການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ການນໍາທັງສາມປະເທດໄດ້ຮ່ວມກັນສ້າງໄວ້ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ສືບຕໍ່ຖະໜຸຖະໜອມ ແລະ ເພີິ່ມພູນຄູນສ້າງສາຍພົວພັນດັ່ງກ່າວໃຫ້ຍືນຍົງຕະຫຼອດໄປ.
ຈາກນັ້ນ, ບັນດາທ່ານການນຳທັງ 3 ປະເທດກໍໄດ້ຮ່ວມກັນເປີດຂະບວນຂີ່ລົດຖີບມິດຕະພາບ ໂດຍເລີ່ມຈາກເດີ່ນໜ້າສະພາແຫ່ງຊາດ ລາວ ໄປຫາ ປະຕູໄຊ ແລະ ຫໍຄຳແລ້ວກັບມາທີ່ເດີ່ນໜ້າສະພາ. ຫຼັງຈາກນັ້ນກໍໄດ້ເປີດການແຂ່ງຂັນລົດຖີບ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໂດຍປະກອບມີ 2 ປະເພດຄື ປະເພດທີມ ແລະ ປະເພດດ່ຽວ ຜ່ານການແຂ່ງຂັນ ປະເພດດ່ຽວ ທີ1 ໄດ້ແກ່ ປະເທດຫວຽດນາມ ໄດ້ຮັບເງິນສົດ 9 ລ້ານກີບ, ທີ2 ປະເທດກຳປູເຈຍ ໄດ້ຮັບເງິນສົດ 7ລ້ານກີບ ແລະ ທີ3 ໄດ້ແກ່ ຫວຽດນາມ ໄດ້ຮັບເງິນສົດ 4 ລ້ານກີບ, ສ່ວນປະເພດທີມ ທີ1 ໄດ້ແກ່ປະເທດກຳປູເຈຍ ໄດ້ຮັບຂັນທ່ານປະທານສະພາແຫ່ງຊາດແຫ່ງ ສປປ ລາວ, ທີ2 ສປປ ລາວ ໄດ້ຮັບຂັນ 1 ໜ່ວຍ, ທີ3 ໄດ້ແກ່ປະເທດຫວຽດນາມ ໄດ້ຮັບຂັນ 1 ໜ່ວຍ.
ພາບ-ຂ່າວ: ດວງດາວັນ+ທິດາ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພ້ອມແລ້ວ ທີ່ຈະຈັດງານວາງສະແດງສິນຄ້າ 3 ປະເທດ

ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ມາເປັນເວລາເກືອບເດືອນ ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 72/ຈຂ,ຊກ ລົງວັນທີ 30 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານແລກປ່ຽນບົດຮຽນ 3 ປະເທດ ແລະ ມາຮອດປັດຈຸບັນ, ພ້ອມແລ້ວ ໃນການຈັດງານວາງສະແດງສິນຄ້າ 3 ປະເທດ (ລາວ, ໄທ ແລະ ຫວຽດນາມ) ຊຶ່ງຈະຈັດຂຶ້ນທີ່ສູນການຄ້າແຂວງເຊກອງ.
ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແຕ່ຈຸດຄຸ້ມບ້ານມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປ້ອງກັນຕາຝັ່ງເຈື່ອນ ແບບລຽງຫີນຕາມຄວາມເນີນ ແຄມແມ່ນໍ້າຂອງ ແຕ່ຈຸດຄຸ້ມບ້ານ ມີໄຊສະຫວ່າງ ຫາ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ລະຫວ່າງ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງບໍ່ແກ້ວ ເຈົ້າຂອງໂຄງການ ກັບ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ-ສ້ອມແປງຊົນລະປະທານ ຂົວ-ທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ, ໄດ້ຈັດຂຶ້ນໃນວັນທີ 21 ພຶດສະພາຜ່ານມາ ຢູ່ທີ່ພະແນກ ຍທຂ ແຂວງ.
ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ສະພາປະຊາຊົນ ນວ ຮັບຮອງເອົາການສ້າງຕັ້ງ “ຕາແສງຊ້າງມີໄຊ”

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ທີ່ເປີດຂຶ້ນໃນຕອນເຊົ້າວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການສໍານັກງານປົກຄອງ ນວ, ໃນວັນດຽວກັນ ກອງປະຊຸມກໍໄດ້ປິດລົງດ້ວຍຜົນສຳເລັດ.
ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າ ເມືອງຫົງສາ

ເມື່ອບໍ່ດົນມານີ້, ຄະນະກໍາມະການຄຸ້ມຄອງການລົງທຶນຂັ້ນເມືອງ ໄດ້ລົງກວດກາໂຄງການຕິດຕັ້ງ, ສ້ອມແປງ ແລະ ຂະຫຍາຍໄຟຟ້າເຍືອງທາງລະບົບໄຟຟ້າຖາວອນ 4 ບ້ານຂອງເມືອງຫົງສາ ແຂວງໄຊຍະບູລີ ຄື: ບ້ານຫ້ວຍຈ້ວງ ຕິດຕັ້ງ 30 ຊຸດ, ບ້ານພູແລ້ງກາງ ຕິດຕັ້ງ 10 ຊຸດ, ບ້ານແທ່ນຄຳ 20 ຊຸດ ແລະ ບ້ານສີບູນເຮືອງ 40 ຊຸດ, ລວມທັງໝົດ 100 ຊຸດ.
ສະພາບເງິນຕາຂອງລາວມີສັນຍານເປັນບວກ

ສະພາບເງິນຕາຂອງລາວມີສັນຍານເປັນບວກ

ໂດຍ: ຣັດສະໝີ ດວງສັດຈະ ຜູ້ຂຽນ ໄດ້ມີໂອກາດເຂົ້າໄປພົວພັນວຽກງານຢູ່ທະນາຄານແຫ່ງ ສປປ ລາວ ກໍໄດ້ພົບປະກັບ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການ ທະນາຄານແຫ່ງ ສປປ ລາວ ຊຶ່ງທ່ານໄດ້ຜ່ານການເປັນຫຼາຍຫົວໜ້າກົມແລະ ຫ້ອງການ ຂອງທະນາຄານກາງ
ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ເຜີຍແຜ່ວຽກງານກົດລະຫັດອາຫານສາກົນ

ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ພຶດສະພານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ຜົນສຳເລັດຂອງກ້ອນກຳລັງກອງທັບປະຊາຊົນລາວ ເຂົ້າຮ່ວມສວນສະໜາມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

ໂດຍ: ບິກໄຊ ສົມພູ ໂດຍອີງຕາມທິດຊີ້ນໍາຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ເວົ້າລວມ ເວົ້າສະເພາະ ກໍຄືຂັ້ນເທິງໄດ້ມອບໝາຍໜ້າທີ່ໃຫ້ກອງພັນໃຫຍ່ 11 ເຂົ້າຮ່ວມສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ,
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ

ໃນວາລະການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ IIໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ໄດ້ລາຍງານກ່ຽວກັບການຄົ້ນຄວ້າສ້າງຕັ້ງຕາແສງ (ທົດລອງ) ຢູ່ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫຼັງລັດຖະທໍາມະນູນສະບັບປັບປຸງໃໝ່, ຮ່າງກົດໝາຍການປົກຄອງທ້ອງຖິ່ນສະບັບປັບປຸງທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອ 2
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນ ນວ ຊຸດທີ II

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໄດ້ເປີດຂຶ້ນໃນວັນທີ 22 ພຶດສະພານີ້ ທີ່ຫ້ອງວ່າການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານນາງລໍາພອຍ ສີອັກຄະຈັນ ຄະນະປະຈໍາພັກ ຮອງປະທານສະພາປະຊາຊົນ ນວ, ທ່ານ ບຸນທາມ ພຸດທະວົງສາ ຄະນະພັກ ຮອງປະທານສະພາປະຊາຊົນ ນວ,
ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ຫາລື​​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ

ໃນລະຫວ່າງວັນທີ 21-22​ ພືດສະພານີ້ ຢູ່ໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ,​ ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ ຮ່ວມກັບ​ ພະແນກ​ຊັບພະຍາກອນ​ທຳມະຊາດ​ ແລະ​ ສິ່ງ​ແວດລ້ອມ​ (ຊສ)​ ແຂວງ​ຈໍາປາສັກ​ ໄດ້ຈັດກອງປະຊຸມປຶກສາຫາລື​ ຂັ້ນແຂວງ​ (ພາກໃຕ້)​ ກ່ຽວກັບ​ການປັບປຸງ​ຍຸດທະສາດ​ ແລະ​ ແຜນດໍາເນີນງານຊີວະນາໆພັນແຫ່ງຊາດ 2026​-2030 ໂດຍການສະໜັບສະໜູນຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ລາວ​.​
ເພີ່ມເຕີມ