ແຂ່ງຂັນສ້າງເມນູອາຫານເຊື່ອມສານອາຫານເກົາຫຼີ-ລາວ

ແຂ່ງຂັນສ້າງເມນູອາຫານເຊື່ອມສານອາຫານເກົາຫຼີ-ລາວ

ແຂ່ງຂັນສ້າງເມນູອາຫານເຊື່ອມສານອາຫານເກົາຫຼີ-ລາວ
ອົງການສົ່ງເສີມການຄ້າ ແລະ ການລົງທຶນ ສເກົາຫຼີ (KOTRA) ວຽງຈັນ, ໄດ້ຈັດງານແຂ່ງຂັນສ້າງເມນູອາຫານ ປະສົມປະສານ ລະຫວ່າງ ອາຫານເກົາຫຼີ-ລາວ ຮອບສຸດທ້າຍ, ໃນວັນທີ 9 ເມສານີ້ ທີ່ ໂຮງແຮມຮໍລີເດອິນນະຄອນຫຼວງວຽງຈັນເພື່ອເປັນການສະເຫຼີມສະຫຼອງສາຍພົວພັນການທູດ ລະຫວ່າງ ສ ເກົາຫຼີ ແລະ ລາວ ຄົບຮອບ 30 ປີ.

ນອກຈາກການແຂ່ງຂັນເຮັດອາຫານແລ້ວ ພາຍໃນງານດັ່ງກ່າວຍັງເປັນເວທີແລກປ່ຽນວັດທະນະທຳ ປະດິດສ້າງເມນູອາຫານໃໝ່ໆ ແລະ ຮັດແໜ້ນສາຍພົວພັນສອງຝ່າຍໂດຍສະເພາະແມ່ນວັດທະນະທຳການປຸງແຕ່ງອາຫານ.

ຈຸດປະສົງຂອງງານເພື່ອໃຫ້ຄົນລາວຮູ້ຈັກ ແລະ ຄຸ້ນເຄີຍກັບອາຫານເກົາຫຼີ, ຄົນເກົາຫຼີຮູ້ຈັກອາຫານລາວຫຼາຍຂຶ້ນ ທັງເປັນການສົ່ງເສີມການຂາຍຜະລິດຕະພັນ ສເກົາຫຼີ ແລະ ລາວໃຫ້ມີຄວາມຍືນຍົງ.

ການແຂ່ງຂັນຄັ້ງນີ້ ຜູ້ເຂົ້າແຂ່ງຂັນຮ່ວມສ້າງສັນລາຍການອາຫານທີ່ປະສົມປະສານລະຫວ່າງ ລາວ ແລະ ສ ເກົາຫຼີ ໂດຍນໍາໃຊ້ວັດຖຸດິບທີ່ມີເອກະລັກຈາກ ສເກົາຫຼີ ນໍາມາປຸງແຕ່ງ ໂດຍໃຊ້ສູດອາຫານ ແລະ ເຄື່ອງປຸງຂອງລາວ.ການແຂ່ງຂັນດັ່ງກ່າວ ບໍ່ພຽງແຕ່ຊີ້ໃຫ້ເຫັນຄວາມນິຍົມ ຂອງອາຫານ ຈາກ ສເກົາຫຼີ ທີ່ເພີ່ມຂຶ້ນທົ່ວໂລກ ແຕ່ຍັງ ສະແດງໃຫ້ເຫັນເຖິງເມນູອາຫານທີ່ໂດດເດັ່ນຂອງແຕ່ລະປະເທດອີກດ້ວຍ.

ການແຂ່ງຂັນຄັ້ງນີ້ໄດ້ມີ 10 ທີມເຂົ້າຮ່ວມຜ່ານການຄັດເລືອກຈົນມາຮອດຮອບສຸດທ້າຍແມ່ນໄດ້ຄັດເລືອກເອົາ 3 ທີມສຸດທ້າຍທີ່ເຂົ້າຮອບແມ່ນໄດ້ຂຶ້ນເທີງເວທີ ແລະ ປຸງແຕ່ງເມນູອາຫານເພື່ອແຂ່ງຂັນຮອບສຸດທ້າຍຄັດເລືອກເອົາຜູ້ຊະນະເລີດຊຶ່ງຜູ້ເຂົ້າແຂ່ງຂັນໄດ້ປະສົມປະສານ ວັດຖຸປຸງແຕ່ງຂອງເກາຫຼີ ແລະ ລາວເຂົ້າດ້ວຍກັນເຊັ່ນ: ກິມຈິ, ເຫຼົ້າພື້ນເມືອງເກົາຫຼີ, ສາຫຼ່າຍ, ເຂົ້າໜຽວ ແລະ ຕອກບອກກີ ເຂົ້າກັບລົດຊາດທີ່ຖືກປາກຄົນລາວ ເຊັ່ນ: ລາບ, ແໜມເຂົ້າ ແລະ ເຂົ້າຊອຍ ເປັນຕົ້ນ.

ຜູ້ເຂົ້າຮອບສຸດທ້າຍຂອງການແຂ່ງຂັນ ແມ່ນໄດ້ປຸງແຕ່ງອາຫານ ຕໍ່ໜ້າຄະນະກຳມະການ 10 ທ່ານ ຈາກ ຕົວແທນ ຈໍາໜ່າຍອາຫານ ຜູ້ຊ່ຽວຊານດ້ານອຸດສາຫະກຳຮ້ານອາຫານ ແລະ ສື່ມວນຊົນ ຊຶ່ງຄະແນນແມ່ນຕັດສິນຈາກ ຄວາມຄິດ, ສ້າງສັນ, ລົດຊາດ, ສັກກະຍະພາບທາງການຕະຫຼາດ. ຜ່ານການຕັດສິນຂອງຄະນະກຳມະການຜູ້ຊົງຄຸນວຸດທິ ລາງວັນທີ 1 ມູນຄ່າ 10ລ້ານກີບໄດ້ແກ່: ທ້າວ ພິບພະກອນ ພວງເພັດ, ລາງວັນທີ 2ມູນຄ່າ 5 ລ້ານກີບ ໄດ້ແກ່: ນາງ ວິສຸດາ ສົມສຸ, ລາງວັນທີ 3 ມູນຄ່າ 3ລ້ານກີບໄດ້ແກ່: ທ້າວ ພັນບໍລິນ ພິຈິດ ຊຶ່ງເມນູທີ່ໄດ້ຮັບໄຊຊະນະ ຈະໄດ້ຮັບການໂຄສະນາຜ່ານຊ່ອງທາງອອນລາຍຕ່າງໆ ແລະ ຈະໄດ້ນໍາໄປວາງສະແດງໃນງານ K-Food Festival ທີ່ຈະຈັດຂຶ້ນໃນວັນທີ 6-7 ມິຖຸນາ 2025 ທີ່ສູນການຄ້າລາວ-ໄອເຕັກ ແລະ ຈະຈັດຂຶ້ນທີ່ ສູນການຄ້າ ພາກຊັນ ນະຄອນຫຼວງວຽງຈັນ ໃນວັນທີ 1-2 ສິງຫາ 2025.

ໂອກາດນີ້, ທ່ານ ລີ ດອງຄູ ຕາງໜ້າສະຖານທູດເກົາຫຼີ ປະຈໍາລາວກ່າວວ່າ: ການແຂ່ງຂັນຄັ້ງນີ້ ແມ່ນເຫດການທີ່ມີຄວາມໝາຍຄວາມສໍາຄັນ ຕໍ່ການສະເຫຼີມສະຫຼອງສາຍພົວພັນລາວ-ເກົາຫຼີ ຄົບຮອບ 30 ປີ ຫວັງວ່າຈະສືບຕໍ່ຮ່ວມມື ໃນການນໍາເອົາອາຫານ ແລະ ວັດທະນະທຳ ຂອງເກົາຫຼີ ແລະລາວ ມາປະສົມປະສານກັນ.

ທ່ານ ປາກຈອງ ຈອງອິວ ຜູ້ອຳນວຍການອົງການ KOTRA ວຽງຈັນ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ບໍ່ພຽງແຕ່ເປັນການ ແຂ່ງຂັນສ້າງສັນເມນູອາຫານໃໝ່ ແຕ່ຍັງສະແດງເຖິງສາຍພົວພັນ ລາວ-ເກົາຫຼີ ຄົບຮອບ 30 ປີ ໂດຍການນໍາເອົາ ວັດທະນະທຳ ແລະ ອາຫານຂອງສອງປະເທດມາເຊື່ອມຕໍ່ເຂົ້າກັນ ຂ້າພະເຈົ້າຫວັງວ່າ ເມນູອາຫານທີ່ສ້າງສັນໂດຍຜູ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ຈະບໍ່ພຽງແຕ່ເປັນການສົ່ງເສີມຜະລິດຕະພັນອາຫານຂອງເກົາຫຼີ ໃນຕະຫຼາດຂອງລາວ ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມການແລກປ່ຽນ ແລະ ເຂົ້າໃຈ ໃນວັດທະນະທຳຂອງທັງສອງປະເທດ ລາວ-ເກົາຫຼີອີກດ້ວຍ.

(ຂ່າວ:ໜິງ)

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ເພີ່ມເຕີມ