ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026
ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຂລຈດງານສງທາຍປເກາຄສ 2025 ແລະຕອນຮບປໃໝຄສ 2026 - image 1
 

ໃນພິທີ,ທ່ານຄໍາແດງກຸນທະປັນຍາໄດ້ສະຫຼຸບລາຍງານຜົນງານການເຄື່ອນໄຫວປະຈໍາປີ 2025 ວ່າ: ໃນດ້ານການປະຕິບັດສິນທໍາແລະດ້ານຈິດວິນຍານ (ຄວາມເຊື່ອ) ຄະນະສູນລວມຄຂລໄດ້ສົ່ງບັນດາອາຈານລົງສິດສອນຫຼັກຄຳສອນຢູ່ແຂວງຕ່າງໆ. ໃນຂະນະດຽວກັນ, ກໍໄດ້ລະດົມຊາວຜູ້ທີ່ເຊື່ອຖືປະຕິບັດສາສະໜາຄຣິດຕຽນໂດຍຕິດພັນກັບສອງວາລະແຫ່ງຊາດຂອງລັດຖະບານເຮັດວຽກໃກ້ຊິດກັບອົງການຈັດຕັ້ງພັກ-ລັດທີ່ກ່ຽວຂ້ອງຂັ້ນຕ່າງໆ, ພ້ອມທັງສ້າງຄວາມຮັກຄວາມສາມັກຄີປອງດອງກັບປະຊາຊົນຢູ່ພາຍໃນບ້ານຂອງຕົນ; ໄດ້ມີການປັບປຸງຊັບຊ້ອນຄະນະຮັບຜິດຊອບສູນຄຣິສຕະຈັກຂ່າວປະເສີດປະຈໍາແຂວງແລະຄຣິສຕະຈັກທ້ອງຖິ່ນຕາມລະບຽບການ. ສູນລວມຄຂລໄດ້ອອກບັດຄູສະໜາໃຫ້ບັນດາອາຈານທີ່ເໝາະສົມຕາມເງື່ອນໄຂແລະລະບຽບຂອງສູນລວມຄຂລໃນການເທດສະໜາ, ສອນສິນທຳແລະປະກອບພິທີກຳສາສະໜາຕ່າງໆ; ໄດ້ມີການຂາບໄຫວ້ນະມັດສະການແລະປະຕິບັດສິນທຳຢູ່ຕາມໂບດແລະຕາມສະຖານທີ່ບ່ອນນະມັດສະການແລະຕາມບ້ານເຮືອນບ່ອນທີ່ຍັງບໍ່ມີໂບດທຸກວັນອາທິດແລະວັນອື່ນໆທີ່ກຳນົດແລະມີການຝຶກອົບຮົມໃຫ້ຜູ້ທີ່ຈະເປັນອາຈານຮັບຜິດຊອບເບິ່ງແຍງພີ່ນ້ອງໃນແຂວງຕ່າງໆ. ໃນດ້ານຊີວິດຝ່າຍຮ່າງກາຍໄດ້ມີການຝຶກອົບຮົມວິຊາຊີບແລະສົ່ງເສີມ, ການປູກຝັງລ້ຽງສັດ, ສ້າງເສດຖະກິດຄອບຄົວ, ເບິ່ງແຍງແລະຊ່ວຍເຫຼືອຊຶ່ງກັນແລະກັນຍາມຕົກທຸກໄດ້ຍາກແລະເຈັບໄຂ້ໄດ້ປ່ວຍ; ສົ່ງເສີມການສຶກສາຮໍ່າຮຽນຂອງລູກ-ຫຼານ, ສ້າງຫໍພັກ, ຊອກຫາທຶນການສຶກໃຫ້, ສົ່ງເສີມກິລາຕ່າງໆ. ຄຽງຄູ່ກັບການເຮັດວຽກງານສາສະໜາບັນດາອາຈານໄດ້ນໍາເອົາແນວທາງນະໂຍບາຍຂອງພັກ-ລັດລົງເຜີຍແຜ່ໃຫ້ຜູ້ຮັບຜິດຊອບຊາວຄຣິສຕຽນໃນແຂວງຕ່າງໆແລະໄດ້ເຮັດວຽກຮ່ວມກັບກະຊວງພາຍໃນແລະສນຊປະກອບສ່ວນພັນທະໃຫ້ປະເທດຊາດແລະເຂົ້າຮ່ວມຂະບວນການຕ່າງໆທີ່ພັກ-ລັດຈັດຂຶ້ນ; ອົບຮົມເດັກນ້ອຍແລະຊາວໜຸ່ມໃຫ້ຫ່າງໄກຢາເສບຕິດແລະບໍ່ກ່ຽວຂ້ອງ (ບໍ່ຊື້ບໍ່ຂາຍບໍ່ເສບ); ຊາວຄຣິສຕຽນທົ່ວປະເທດໄດ້ພາວັນນາອະທິຖານອວຍພອນປະເທດຊາດ, ທ່ານຜູ້ນໍາພັກ-ລັດເພື່ອໃຫ້ໄດ້ພົບຄວາມຈະເລີນຮຸ່ງເຮືອງ.

ຄຂລຈດງານສງທາຍປເກາຄສ 2025 ແລະຕອນຮບປໃໝຄສ 2026 - image 2
 

ດ້ານການປະກອບສ່ວນຊ່ວຍເຫຼືອສັງຄົມແລະປະກອບສ່ວນອຸປະກອນຮັບໃຊ້ຫ້ອງການເປັນຕົ້ນປຸກສ້າງສະໂມສອນ 1 ຫຼັງໃຫ້ກອງບັນຊາການທະຫານເມືອງຊໍາເໜືອແລະປະກອບໂຕະຕັ້ງ, ປູກະໂລ, ພັດລົມຢູ່ແຂວງຫົວພັນ; ເຮັດນໍ້າລິນໃຫ້ 4 ບ້ານຄື: 2 ບ້ານຢູ່ແຂວງຫົວພັນ, 1 ບ້ານຢູ່ແຂວງຊຽງຂວາງແລະ 1 ບ້ານຢູ່ແຂວງຄໍາມ່ວນ; ໄດ້ສ້າງສຸກສາລາ (ໂຮງໝໍນ້ອຍ) 1 ຫຼັງຢູ່ແຂວງຊຽງຂວາງ, ມອບປຣິນເຕີ່ 2 ຊຸດໃຫ້ສູນຄົ້ນຄວ້າແລະຝຶກອົບຮົມສນຊ, ຄອມພິວເຕີ 2 ຊຸດແລະປຣິນເຕີ່ 2 ຊຸດໃຫ້ກົມຈັດຕັ້ງ-ພະນັກງານສນຊ, ຄອມພິວເຕີ່ 2 ຊຸດແລະປຣິນເຕີ່ 1 ຊຸດໃຫ້ຫ້ອງການບ້ານທົ່ງປົ່ງ, ຄອມພິວເຕີ່ 2 ຊຸດແລະປຣິນເຕີ່ 2 ຊຸດໃຫ້ຫ້ອງການຍຸຕິທໍາເມືອງສີໂຄດຕະບອງ, ມອບຄອມພິວເຕີ່ 1 ຊຸດໃຫ້ຫ້ອງການພາຍໃນເມືອງຄໍາເກີດ, ຄອມພິວເຕີ່ 3 ຊຸດ, ປຣິນເຕີ່ 1ຊຸດແລະຕູ້ໃສ່ເອກະສານ 1 ໜ່ວຍໃຫ້ຫ້ອງການພາຍໃນເມືອງໃໝ່ແລະພາຍໃນແຂວງ, ຄອມພິວເຕີ່ 1 ຊຸດແລະປຣິນເຕີ່ 1 ຊຸດໃຫ້ຫ້ອງການແຮງງານ-ສະຫວັດດີການສັງຄົມເມືອງສີໂຄດຕະບອງ. ຄອມພິວເຕີ່ຕັ້ງໂຕະ 1 ຊຸດແລະປຣິນເຕີ່ 1 ຊຸດໃຫ້ປກສກຸ່ມ 2 ສີຖານເມືອງສີໂຄດຕະບອງ, ຄອມພິວເຕີ 2 ຊຸດໃຫ້ກົມໂຄສະນາສນຊ. ນອກນັ້ນ, ໄດ້ຊ່ວຍເຫຼືອປະຊາຊົນໄດ້ຮັບຜົນກະທົບຈາກໄພທໍາມະຊາດ (ນໍ້າຖ້ວມ) 4 ແຂວງ, ມອບເຄື່ອງກັນໜາວແລະຜ້າຫົ່ມ 1,200 ຊຸດ, ຊ່ວຍເຫຼືອທີ່ພັກ, ທຶນການສຶກສາແລະອຸປະກອນການຮຽນເພື່ອຊຸກຍູ້ໃຫ້ລູກຫຼານເຂົ້າໂຮງຮຽນ, ຊຸກຍູ້ກອງປະຊຸມແລະຂະບວນການທີ່ພັກ-ລັດຈັດຂຶ້ນ, ຊຸກຍູ້ການປ້ອງກັນຄວາມສະຫງົບຂັ້ນບ້ານ, ຂັ້ນເມືອງລວມມູນຄ່າທັງໝົດ 5,340,231,000 ກີບ. ນອກຈາກນີ້, ສູນຄຂລປະຈໍານວແລະ 17 ແຂວງຍັງໄດ້ປະກອບສ່ວນສັງຄົມຢູ່ພາຍໃນແຂວງຂອງຕົນລວມເປັນມູນຄ່າ 4,181,757,000 ກີບ.

ຄຂລຈດງານສງທາຍປເກາຄສ 2025 ແລະຕອນຮບປໃໝຄສ 2026 - image 3
 

ໂອກາດນີ້, ທ່ານຄໍາຜອຍວັນນະສານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານແລະຜົນສໍາເລັດຕະຫຼອດໃລຍະ 1 ປີຜ່ານມາແລະອວຍພອນໄຊອັນປະເສີດໃຫ້ສູນລວມຄຂລກໍຄືພີ່ນ້ອງຜູ້ທີ່ເຊື້ອຖືອົງພະເຢຊູຄຣິສຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ໂຊກດີ, ຮັ່ງມີແລະມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນຕະຫຼອດໄປ.

ຄຂລຈດງານສງທາຍປເກາຄສ 2025 ແລະຕອນຮບປໃໝຄສ 2026 - image 4
 

ງານໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມລາຍການສະແດງສິລະປະ-ວັນນະຄະດີບົດຟ້ອນຕ່າງໆ, ຈັບສະຫຼາກເອົາລາງວັນ, ມອບຂອງຂັວນລາງວັນແລະພາວັນນາອະທິຖານຂໍພອນປີໃໝ່ 2026 ເພື່ອໃຫ້ຕົນເອງ, ຄອບຄົວມີຄວາມສຸກ, ໂຊກລາບຕະຫຼອດປີແລະຕະຫຼອດໄປ.

ຄຂລຈດງານສງທາຍປເກາຄສ 2025 ແລະຕອນຮບປໃໝຄສ 2026 - image 5
 

(ຂ່າວ-ພາບ: ວັນເພັງ + ພູວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ເພີ່ມເຕີມ