ແຂວງ ໄຊຍະບູລີ ປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານ ຫຼາຍຕໍາແໜ່ງງານ

ແຂວງ ໄຊຍະບູລີ ປະກາດຍົກຍ້າຍ-ແຕ່ງຕັ້ງພະນັກງານ ຫຼາຍຕໍາແໜ່ງງານ
ພິທີ ປະກາດພະນັກງານພັກການ-ຮັບອູດໜູນບໍານານ ແລະ ຍົກຍ້າຍ-ແຕ່ງຕັ້ງພະນັກງານຫຼັກແຫຼ່ງຂອງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 7 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູງກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງ ໄຊຍະບູລີ, ມີບັນດາພາກສ່ວນກ່ຽວຂ້ອງຈາກແຂວງ ແລະ ເມືອງເຂົ້າຮ່ວມ.
    ໃນພິທີ ສະຫາຍ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ແລະ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການອານຸມັດໃຫ້ພະນັກງານພັກການ-ຮັບອູດໜູນບໍານານ ແລະ ຍົກຍ້າຍ-ແຕ່ງຕັ້ງພະນັກງານຫຼັກແຫຼ່ງຄື: ອານຸມັດໃຫ້ ສະຫາຍ ຈັນເພັງ ພັນທຸອາມາດ ເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ; ສະຫາຍ ບຸນສີ ພົມສີເລຂາໜ່ວຍພັກ ຮອງຄະນະຈັດຕັ້ງແຂວງ, ສະຫາຍ ສົມເພັດ ພົມມາວິຈິດ ຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງອອກພັກການຮັບອຸດໜູນບໍານານ, ຍົກຍ້າຍສະຫາຍ ຄໍາຫຼ້າ ຜີວວັນນາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ຮັບໜ້າທີ່ໃໝ່ເປັນເລຂາຄະນະພັກຮາກຖານ ເປັນຫົວໜ້າຫ້ອງວ່າການແຂວງ, ຍົກຍ້າຍ ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄປຮັບໜ້າທີ່ໃໝ່ ເປັນເລຂາພັກເມືອງ ເປັນເຈົ້າເມືອງຫົງສາ, ສະຫາຍ ເສີດ ແສງສຸລີນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພຽງ ໄປຮັບໜ້າທີ່ໃໝ່ ເປັນເລຂາໜ່ວຍພັກ ເປັນຮອງຫົວໜ້າຄະນະຈັດຕັ້ງແຂວງ, ຍົກຍ້າຍ ສະຫາຍ ບຸດສະກອນ ອິນທະລັງສີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ເປັນເລຂາພັກເມືອງ, ເປັນເຈົ້າເມືອງໆພຽງ, ແຕ່ງຕັ້ງ ສະຫາຍ ພົງແກ້ວ ບຸນຍາວົງ ຮອງຫົວໜ້າພະແນກ ຂຶ້ນເປັນເລຂາຄະນະພັກຮາກຖານ ເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຍົກຍ້າຍ ສະຫາຍ ກົງທອງ ສິດທິໄຊ ເລຂາພັກເມືອງ ເຈົ້າເມືອງໆຊຽງຮ່ອນ ໄປຮັບໜ້າທີ່ໃໝ່ ເປັນຮອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ແຕ່ງຕັ້ງ ສະຫາຍ ຄໍາໄຊເລົາ ລືເຕຊາ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ຂຶ້ນເປັນເລຂາໜ່ວຍພັກ ເປັນຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ, ຍົກຍ້າຍ ສະຫາຍ ສົມພັນ ແພງສີດາ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊຍະບູລີ ໄປຮັບໜ້າໃໝ່ ເປັນຮອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຍົກຍ້າຍ ສະຫາຍ ສົມນຶກ ພອນວິຈິດ ຮອງເລຂາພັກເມືອງໄຊສະຖານ ໄປຮັບໜ້າທີ່ໃຫມ່ ເປັນຮອງປະທານສະຫະພັນກໍາມະບານແຂວງ, ຍົກຍ້າຍສະຫາຍ ຈັນເພັງ ແສນຄໍາ ຮອງເລຂາໜ່ວຍພັກ ຮອງຄະນະຈັດຕັ້ງແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງເລຂາພັກເມືອງໄຊຍະບູລີ, ຍົກຍ້າຍສະຫາຍ ສີທະນົນໄຊ ທອງເທພາ ຮອງເລຂາພັກເມືອງ ປະທານກວດກາພັກເມືອງເງິນ ໄປຮັບໜ້າທີ່ ໃໝ່ ເປັນຮອງຫົວໜ້າຫ້ອງວ່າການແຂວງ, ຍົກຍ້າຍ ສະຫາຍ ບຸດດີ ທໍ່ ຮອງປະທານອົງການແນວລາວສ້າງຊາດແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ຍົກຍ້າຍ ສະຫາຍ ນາງ ແສງທອງ ແພງດີ ຮອງເລຂາຄະນະພັກບໍລິຫານງານຊາວໜຸ່ມແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງປະທານອົງການແນວລາວສ້າງຊາດແຂວງ, ຍົກຍ້າຍສະຫາຍ ນາງ ໄມພອນ ເຮີ ຫົວໜ້າຫ້ອງການບໍລິຫານ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄປຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ.
(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ຊາວໜຸ່ມລາວ ເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ

ເນື່ອງໃນໂອກາດວັນສ້າງຕັ້ງຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026). ຄຊປປລ ມີມູນເຊື້ອທີ່ອາດຫານກ້າແກ່ນ ແລະ ສະ ຫງ່າລາສີ ຊຶ່ງຍາມໃດກໍຕິດພັນກັບມູນເຊື້ອຂອງຊາດ, ຂອງພັກ, ຂອງກໍາລັງປະກອບອາວຸດ, ຂອງທຸກຂະແໜງ ການ ແລະ ທ້ອງຖິ່ນ. ຊາວໜຸ່ມລາວ ຍັງເປັນກຳລັງແຮງອັນໃຫຍ່ຫຼວງໃນທຸກຍຸກທຸກສະໄໝ.
ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ປກສ ເມືອງຈັນທະບູລີ ມີ 8 ຂໍ້ຫ້າມ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພງານສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569

ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ ໃຫ້ແກ່ງານ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2569, ກອງບັຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສ້າງແຜນປ້ອງກັນ ແລະ ບັນຈຸກໍາລັງເຂົ້າໃສ່ບ່ອນທີ່ມີການຈັດງານສະເຫຼີມສະຫຼອງແຕ່ລະຈຸດ ໂດຍສົມທົບກໍາລັງພາກສ່ວນ ປກສ ນະຄອນຫຼວງ, ທະຫານເມືອງ ແລະ ອົງການປົກຄອງຕ່າງໆ.
ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ຮ່ວມກັນສະຫຼອງບຸນປີໃໝ່ລາວ ພ.ສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ

ເພື່ອເປັນການອະນຸລັກຮັກສາ, ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ກໍຄືຂອງນະຄອນຫຼວງວຽງຈັນ ດ້ວຍການຫຼິ້ນບຸນກຸດສົງການ ປີໃໝ່ລາວ ພ.ສ 2569 ປະຈຳປີ 2026 ຢູ່ນະຄອນຫຼວງວຽງຈັນ ໃຫ້ຖືກຕ້ອງສອດຄ່ອງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ແຫ່ຊ້າງຮຽງເກີຍ ຢູ່ນະຄອນ ຫຼວງພະບາງປີນີ້ຈັດຂຶ້ນຢ່າງຄຶກຄື້ນ

ວັນທີ່ 13 ເມສານີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ແຂວງຫຼວງພະບາງໄດ້ຈັດພິທີແຫ່ຊ້າງຮຽງເກີຍ ຊຶ່ງເປັນພິທີກັມ ຄອບລາ ຫຼື ບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫຼື ສັງກາດປີໃໝ່ ຕາມຄວາມເຊື່ອຖື ທີ່ຊາວຫຼວງພະບາງສືບທອດກັນມາແຕ່ບູຮານນະການ.ພິທີແຫ່ຊ້າງຮຽງເກີຍນີ້, ຖືເປັນພິທີສ່ຽງ-ທວາຍວ່າ: ໃນປີນັ້ນ, ເປັນປີທີ່ດິນຟ້າອາກາດ, ສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫຼື ຫຍຸ້ງຍາກຫຍັງແດ່ ເກີດຂຶ້ນກັບບ້ານເມືອງ ແລະບັນດາພົນລະເມືອງ ເພື່ອຈະອາໄສດິນຟ້າອາກາດໃນການເຮັດກະສິກຳ, ກະກຽມຮັບມືກັບເຫດການອາດຈະເກີດຂຶ້ນ (ໃຫ້ມີສະຕິລະວັງຕົວ).
ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ  ໃໝ່ລາວ

ນາງສັງຂານເອກະລັກສະເພາະຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີ ໃໝ່ລາວ

​ ຕາມການເລົ່າຂານຕໍ່ກັນມາໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ສະເຫຼີມສະຫຼອງບຸນກຸດສົງ ການ ຫຼື ຕຸດສົງການປີໃໝ່ລາວ ແມ່ນມີລັກສະນະເຈືອປົນກັນ ລະຫວ່າງສາສະໜາພາມ ແລະ ສາສະໜາພຸດຖືເປັນບຸນປະເພນີຂອງປະເທດລາວຂອງເຮົາທີ່ມີແຕ່ບູຮານນະການ ສືບທອດກັນມາຕັ້ງແຕ່ຍຸກກ່ອນໆ ແຕ່ສະໄໝບູຮານຈົນມາຮອດປັດຈຸບັນ ໂດຍກຳນົດ 3 ມື້ ຄື 14-15-16 ເມສາຂອງທຸກໆປີ
ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ ນີ້ ຊຶ່ງໂຄງການດັ່ງກ່າວ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ,
ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ຜົນກະທົບຈາກພາຍຸໝາກເຫັບ

ພິທີມອບ-ຮັບເງິນຊ່ວຍເຫຼືອ ຈາກພາກທຸລະກິດ ເພື່ອນຳໃຊ້ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຢູ່ແຂວງຄຳມ່ວນ ແລະ ແກ້ໄຂຜົນກະທົບຈາກພາຍຸໝາກເຫັບ ຢູ່ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 8 ເມສານີ້ ທີ່ສຳນັກງານນານົກລັດຖະມົນຕີ,ຕາງໜ້າຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາມ່ວນ ແລະ ທ່ານ ສິລີລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມເປັນສັກຂີພິຍານ.
ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄອສພ ສະຫຼອງສົ່ງທ້າຍປີເກົ່າ ພສ 2568-ຕ້ອນຮັບປີໃໝ່ລາວ ພສ 2569

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີສະຫຼອງສົ່ງທ້າຍປີ ເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ຂຶ້ນໃນວັນທີ 9 ເມສານີ້, ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງ ພະອາຈານຖາວອນ ໄທພິມມະທອງ ປະທານສົງວັດຈັນທະບູລີສີສັດຕະນະພຸດ, ມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ພ້ອມ ດ້ອຍພັນລະຍາ, ມີພະເຖລານຸເຖລະ, ບັນ ດາຮອງຫົວໜ້າ ຄອສພ, ຫົວໜ້າກົມ-ຮອງ ກົມ, ອະດີດພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ, ແຂກຖືກເຊີນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລາວ ຕໍ່ຂໍ້ຕົກລົງຢຸດຍິງ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສ.ອາເມຣິກາ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ລາວ ຕໍ່ຂໍ້ຕົກລົງຢຸດຍິງ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສ.ອາເມຣິກາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີຄວາມຍິນດີຕໍ່ການບັນລຸຂໍ້ຕົກລົງຢຸດຍິງ ເປັນເວລາ 2 ອາທິດ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດ ອາເມຣິກາ ໃນວັນທີ 7 ເມສາ 2026 ຜ່ານມາ ຊຶ່ງຖືເປັນບາດກ້າວອັນສຳຄັນ ໃນການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ໃນພາກພື້ນ ແລະ ໃນໂລກ.
ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສສກ ກວດຜ່ານ ແລະ ຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຮັບຮອງເນື້ອໃນປຶ້ມປະຫວັດວັນນະຄະດີລາວໄລຍະປີ 1986-2025 ໃນວັນທີ 6 ເມສາຜ່ານມາ ທີ່ ສວສ ໂດຍໃຫ້ກຽດເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສສກ, ມີທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສວສ ພ້ອມດ້ວຍອະດີດການນຳ ສສກ, ສວສ, ຫົວໜ້າກົມປະກັນຄຸນນະພາບການສຶກສາ ຄະນະອັກສອນສາດ ມຊ, ວິທະຍາໄລສົງອົງຕື້, ສະມາຄົມສົ່ງເສີມການອະນຸລັກສິລະປະວັນນະຄະດີ ຄະນະຮຽບຮຽງ, ຄະນະກວດແກ້ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
ເພີ່ມເຕີມ