ແຂວງຄໍາມ່ວນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນປະໂຫຍດລວມຂອງຊາດ

ແຂວງຄໍາມ່ວນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນປະໂຫຍດລວມຂອງຊາດ
ໂດຍ: ຕະວິນຍານ
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ກ່າວຜ່ານສື່ມວນຊົນຂອງແຂວງເນື່ອງໃນໂອກາດຄົບ ຮອບ 48 ປີ ວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າໃນທົ່ວປະເທດ ເວົ້າສະເພາະ ພາຍໃນແຂວງຄໍາມ່ວນ ພວມພ້ອມກັນອອກແຮງແຂ່ງຂັນສ້າງຜົນງານ ແລະ ຂະບວນການ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ຢ່າງເປັນຂະບວນຟົດຟື້ນນີ້. ຕາງໜ້າໃຫ້ຄະນະພັກ-ອົງການປົກຄອງແຂວງຄໍາມ່ວນ ຂ້າພະເຈົ້າ ຮູ້ສຶກປິຕິຊົມຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ພວກເຮົາໄດ້ພ້ອມກັນຈັດຕັ້ງຫວນຄືນມູນເຊື້ອ ແລະ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ຢູ່ແຂວງຄໍາມ່ວນໃນປີນີ້, ເນື່ອງຈາກວັນຊາດ ທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍທີ່ສຸດ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາວລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ທັງເປັນວັນແຫ່ງການກ້າວສູ່ຍຸກສະ ໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ ແລະ ຈະກ້າວຂຶ້ນສັງຄົມນິຍົມ ຕາມຄວາມມຸ້ງຫວັງຂອງທົ່ວປວງຊົນລາວທັງຊາດ ຢ່າງປະກົດເປັນຈິງ.
ເພື່ອສະແດງໃຫ້ເຫັນເຖິງນໍ້າໃຈຮັກຊາດໃນຕະຫຼອດ 1 ປີ ຜ່ານມາພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກແຂວງພວກເຮາ ກໍໄດ້ເອົາໃຈໃສ່ເປັນຄັນທຸງໃນການເພີ່ມທະວີຍົກສູງຄວາມສາມາດການນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທິ X ຂອງອົງຄະນະພັກແຂວງຄໍາມ່ວນ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ແລະ ຂອງແຂວງ 5 ປີ ຕິດພັນກັບການຈັດຕັ້ງປະຕິບັດວຽກງານ ແຂ່ງຂັນຍ້ອງຍໍ ພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ຢ່າງເປັນເຈົ້າການ ໃຫ້ບັນລຸຜົນສໍາເລັດເປັນກ້າວໆ ຊຶ່ງເປັນການປະກອບສ່ວນອັນສໍາຄັນໃນການສ້າງສາ ແລະ ພັດທະນາ ກໍຄືການນໍາເອົາຜົນປະໂຫຍດລວມມາໃຫ້ປະເທດຊາດ ແລະ ປະຊາຊົນຂອງພວກເຮົາຊຶ່ງມີຜົນສໍາເລັດອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນແຕ່ລະດ້ານຄື:
ດ້ານວຽກງານ ປກຊ-ປກສ ມີການເຕີບໃຫຍ່ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບ ຂຶ້ນຢ່າງບໍ່ຢຸດຢັ້ງ, ຍັງສືບຕໍ່ປົກປັກຮັກສາໄດ້ເຂດນ້ຳ-ແດນດິນ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຮັບປະກັນໄດ້ຄວາມສະຫງົບ, ປອດໄພ, ສາມາດສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ຫຼາຍຍິ່ງຂຶ້ນ ເປັນພື້ນຖານສໍາຄັນ ໃຫ້ແກ່ການທໍາມາຫາກິນ, ການດໍາລົງຊີວິດ ແລະ ການຜະລິດທຸລະກິດພາຍໃນແຂວງຄໍາມ່ວນ.
ດ້ານເສດຖະກິດ ໃນໄລຍະຕົ້ນປີຜ່ານມາຮອດປັດຈຸບັນ ເສດຖະກິດຂອງແຂວງໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 5,45%, ລວມຍອດຜະລິດຕະພັນພາຍໃນປະຕິບັດ 14.854 ຕື້ກີບ, ລາຍຮັບສະເລ່ຍຕໍ່ຄົນຕໍ່ປີ ໄດ້ 1.905 ໂດລາ; ການລະດົມແຫຼ່ງທຶນ ເຂົ້າໃນການພັດທະນາໄດ້ທັງໝົດ 4.165,11 ຕຶ້ກີບ ເທົ່າກັບ 123%; ມູນຄ່າການສົ່ງອອກສິນ ຄ້າປະຕິບັດໄດ້ 597,55 ລ້ານໂດລາ ເທົ່າກັບ 125,55%, ມູນຄ່ານໍາເຂົ້າສິນຄ້າ 233,65 ລ້ານໂດລາ ເທົ່າກັບ 90,13% (ສົມທຽບກັບມູນຄ່າສົ່ງອອກເຫັນວ່າເກີນດຸນ); ການຈັດເກັບລາຍຮັບເຂົ້າງົບປະມານ ມາຮອດວັນທີ 29 ພະຈິກ 2023 ປະຕິບັດໄດ້ 2.411 ຕື້ກວ່າກີບ ເທົ່າກັບ 138%, ໃນນີ້ພູດສູນກາງ ປະຕິບັດໄດ້ 837,85 ຕື້ກວ່າກີບ ເທ່ົາກັບ 106,33%, ພູດທ້ອງຖິ່ນ ບັນລຸໄດ້ 1.573,57 ຕື້ກວ່າກີບ ເທົ່າກັບ 164,91% (ຄາດຄະເນໝົດປີພູດທ້ອງຖິ່ນຈະເກີນແຜນປະມານ 600 ກວ່າຕື້ກີບ); ທາງດ້ານການຜະລິດກະສິກໍາ ເພື່ອຮັບປະກັນຄວາມໝັ້ນຄົງທາງສະບຽງອາຫານ ເຫັນວ່າປັດຈຸບັນສາມາດເວົ້າໄດ້ວ່າ ແຂວງພວກເຮົາສາມາດກຸ້ມຕົນເອງໄດ້, ສ່ວນການຜະລິດເປັນສິນຄ້າກໍມີການຂະຫຍາຍຕົວເພີ່ມຂຶ້ນ ສາມາດສົ່ງອອກສິນຄ້າຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດໄດ້ຈໍານວນໜຶ່ງ.
ດ້ານວັດທະນະທໍາ-ສັງຄົມ ວຽກງານການສຶກສາ ແລະ ສາທາລະນະສຸກ ກໍໄດ້ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃຫ້ຂະຫຍາຍຕົວເພີ່ມຂຶ້ນ ທັງຢູ່ໃນຕົວເມືອງ ແລະ ຊົນນະບົດ ຕິດພັນກັບການປັບປຸງ-ຍົກສູງຄຸນນະພາບການຮຽນ-ການສອນ ແລະ ການບໍລິການຢ່າງຕໍ່ເນື່ອງ; ເປົ້າໝາຍການພັດທະນາແບບຍືນຍົງໃນ 15 ຕົວຊີ້ວັດ ຂອງຂະແໜງການສຶກສາ ສາມາດບັນລຸໄດ້ແລ້ວ 11 ຕົວຊີ້ວັດ, ຍັງສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ 4 ຕົວຊີ້ວັດ; ເປົ້າໝາຍຂອງຂະແໜງສາທາລະນະສຸກ ໃນ 11 ຕົວຊີ້ວັດ ສາມາດບັນລຸໄດ້ 7 ຕົວຊິ້ວັດ ຍັງສືບຕໍ່ 4 ຕົວຊີ້ວັດ; ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍຕົົວຢ່າງຕໍ່ເນື່ອງ ທັງທາງດ້ານວຽກງານສື່ມວນຊົນ, ວຽກງານຊຸກຍູ້ສົ່ງເສີມວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະ ວຽກງານທ້ອງທ່ຽວ ໂດຍສະເພາະ ວຽກງານທ່ອງທ່ຽວປັດຈຸບັນ ແຂວງກໍາລັງສຸມໃສ່ການກະກຽມເປີດປີທ່ອງທ່ຽວປີ 2024 ນີ້ ແຂວງໄດ້ສຸມໃສ່ຊຸກຍູ້ປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການ ເພື່ອດຶງດູດ, ຮອງຮັບນັກທ່ອງທ່ຽວ ແລະ ແຂກຄົນທີ່ຈະເຂົ້າມາທ່ອງທ່ຽວພາຍໃນແຂວງ ພ້ອມກັນນີ້ ກໍຍັງໄດ້ກໍານົດຫຼາຍກິດຈະກໍາ ເພື່ອໃຫ້ນັກທ່ອງທ່ຽວໄດ້ໄປທ່ອງທ່ຽວເພີ່ມຂຶ້ນ, ດ້ານວຽກງານປົກຄອງ ແລະ ບໍລິຫານລັດໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ, ວຽກງານຕຸລາການກໍໄດ້ຮັບການປັບປຸງກໍ່ສ້າງ ທາງດ້ານການຈັດຕັ້ງ, ບຸກຄະລາກອນ ແລະ ຄຸນນະພາບໃນການຄົ້ນຄວ້າ-ຕັດສິນຄະດີຕ່າງໆໃຫ້ຊັດເຈນ, ຖືກຕ້ອງກັບກົດໝາຍ, ຖືກຕ້ອງກັບຄວາມເປັນຈິງ, ຮັບປະກັນໄດ້ຄວາມໂປ່ງໃສ ແລະ ວ່ອງໄວຍິ່ງຂຶ້ນ, ດ້ານວຽກງານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການປັບປຸງແບບແຜນການເຮັດວຽກ ແລະ ເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງອົງການປົກຄອງແຂວງ, ຂອງອົງການຕຸລາການ, ອົງການກວດກາ-ກວດສອບ ແລະ ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ຕາມພາລະບົດບາດຂອງຕົນ ໄດ້ເປັນຢ່າງດີ, ນັບມື້ຍິ່ງມີຄວາມໂດບເດັ່ນ ແລະ ເຂັ້ມງວດຍິ່ງຂຶ້ນກວ່າເກົ່າ.
ດ້ານວຽກງານການຕ່າງປະເທດໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການປະຕິບັດແນວທາງການຕ່າງປະເທດຂອງພັກ ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດ ທັງປະເທດທີ່ຢູ່ໃກ້ຄຽງ ແລະ ປະເທດທີ່ຢູ່ຫ່າງໄກ ເພື່ອສ້າງສາຍພົວພັນທີ່ດີນໍາກັນນັບມື້ຍິ່ງກວ້າງຂວາງ ແລະ ຮັບປະກັນໄດ້ບົນຫຼັກການ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສາມາດດຶງດູດ-ຍາດແຍ່ງການຊ່ວຍເຫຼືອ ແລະ ການລົງທຶນໄດ້ຫຼາຍຂຶ້ນ.
ບັນດາຜົນສໍາເລັດດັ່ງກ່າວມາຂ້າເທິງນັ້ນ ແມ່ນເກີດມາຈາກການຮ່ວມແຮງ-ຮ່ວມໃຈ ແລະ ສຸມສະຕິປັນຍາ ຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຕະຫຼອດຮອດການອູ້ມຊູຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ພວກເຮົາຈຶ່ງສາມາດຍາດໄດ້ຜົນງານ ແລະ ບັນລຸໄດ້ແຜນງານແຕ່ລະດ້ານຕາມຄາດໝາຍທີ່ວາງໄວ້.

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ