ແຂວງສາລະວັນ ຄົ້ນຄວ້າ 7 ວຽກໃຫຍ່ສຳຄັນຂອງອົງການປົກຄອງແຂວງ ຄັ້ງທີ 10

ແຂວງສາລະວັນ ຄົ້ນຄວ້າ 7 ວຽກໃຫຍ່ສຳຄັນຂອງອົງການປົກຄອງແຂວງ ຄັ້ງທີ 10
ກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 10 ຊຸດທີ IX ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ ນີ້ ຊຶ່ງຈະໄດ້ຄົ້ນຄວ້າ 7 ວຽກງາານທີ່ສຳຄັນຂອງແຂວງ, ທັງໄດ້ມີການຕີລາຄາຜົນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ລາຍງານການກະກຽມໃນດ້ານຕ່າງໆ ທີ່ຮີບດ່ວນ ມີຄື: ໜຶ່ງ: ແຜນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ສອງ: ການປະຕິບັດແຜນງົບປະມານແຫ່ງລັດ ໃນໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2023, ສາມ: ການກະກຽມເປັນເຈົ້າພາບງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດ ປີ 2024, ສີ່: ການກຽມຄວາມພ້ອມໃນການຍົກລະດັບດ່ານທ້ອງຖິ່ນປາກຕະພານ ເປັນດ່ານສາກົນ, ຫ້າ: ລາຍງານການແບ່ງຂັ້ນຄຸ້ມຄອງການຈັດເກັບລາຍຮັບຈາກການເກັບຊື້ມັນຕົ້ນໃຫ້ເມືອງ, ຫົກ: ການຫັນການບໍລິຫານຜ່ານລະບົບທັນສະໄໝ ເພື່ອແລກປ່ຽນຂໍ້ມູນ, ເຈັດ: ການກະກຽມຄວາມພ້ອມງານແຫ່ພຣະໄຕຣປີດົກ ປະຈຳປີ 2023 ແລະ ເປີດປີທ່ອງທ່ຽວລາວ ປີ 2024.
ໃນພິທີ, ທ່ານ ດາວວົງ ພອນແກ້ວເຈົ້າແຂວງສາລະວັນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວທີ່ສໍາຄັນ ຈະໄດ້ພ້ອມກັນຄົ້ນຄ້ວາ, ກວດກາ, ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນຂົງເຂດອົງການບໍລິຫານລັດຂອງແຂວງ ແລະ ວຽກສໍາຄັນທີ່ຮີບດ່ວນ ໃນໄລຍະ 3 ເດືອນທ້າຍປີ, ທັງການຫ້າງຫາກະກຽມວຽກງານອື່ນໆ ເພື່ອຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດໃນປີ 2024 ລຸລ່ວງ ແລະ ສາມາດດຳເນີນໄປຕາມແຜນການຢ່າງລະອຽດ, ຊັດເຈນ, ພ້ອມທັງຊອກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງແຜນສືບຕໍ່ວຽກງານຈຸດສຸມຕ່າງໆ. ນອກນີ້, ທ່ານກໍໄດ້ຮຽກຮ້ອງໃຫ້ບັນດາການນຳຂອງແຂວງ, ພະແນກການ, ຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພີ່ມທະວີເອົາໃຈໃສ່ຄົ້ນຄວ້າໃຫ້ເລິກເຊິ່ງຕໍ່ກັບວຽກງານສຳຄັນຂອງແຂວງ ຫັນເຂົ້າສູ່ຄຸນນະພາບ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ບົນພື້ນຖານສະພາບຄວາມເປັນຈິງ, ພ້ອມກັນແກ້ໄຂບັນຫາຫຍຸ້ງຍາກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ.
ນອກຈາກນີ້, ຜູ້ແທນເຂົ້າຮ່ວມ ກໍຈະໄດ້ຮັບຟັງການລາຍງານວຽກໃນ 7 ຫົວຂໍ້ໃຫຍ່ ທີ່ໄດ້ນຳມາສະເໜີ ແລະ ຄົ້ນຄວ້າພິຈາລະນາ, ທັງຈະໄດ້ປະກອບຄຳຄິດເຫັນຂອງບັນດາຜູ້ແທນກອງປະຊຸມ, ມີການເຈາະຈີ້ມບາງບັນຫາຂອງວຽກງານໃນແຕ່ລະຂົງເຂດຕ່າງໆ ເພື່ອຊອກໃຫ້ເຫັນສາເຫດ ແລະ ເຫດຜົນ ພ້ອມທັງວິທີທາງແກ້ໄຂ ໃນຕໍ່ໜ້າ.
ກອງປະຊຸມໄດ້ຈັດຂຶ້ນທີ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ດາວວົງ ພອນແກ້ວ, ມີຮອງເລຂາພັກແຂວງ,ຮອງເຈົ້າແຂວງສາລະວັນ, ບັນດາການນຳຂອງແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າອ້ອມຂ້າງ, ເຈົ້າເມືອງ 8 ຕົວເມືອງ, ລັດວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ