ແຂວງວຽງຈັນ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 2 ໜ່ວຍພັກ

ແຂວງວຽງຈັນ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ 2 ໜ່ວຍພັກ
ໃນວັນທີ 22 ກັນຍາ ຜ່ານມາ ທີ່ຫ້ອງປະຊຸມອົງການກວດກາແຂວງວຽງຈັນ ໄດ້ຈັດພີທີມອໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 2 ໜ່ວຍພັກ ຄື: ໜ່ວຍພັກເຕັກໂນໂລຊີ ແລະ ການສື່ສານ ແລະ ໜ່ວຍພັກ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານອົງການແນວລາວສ້າງຊາດແຂວງວຽງຈັນ, ມີຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງ, ມີຄະນະພັກຮາກຖານພະແນກພະແນກເຕັກໂນໂລຊີ ແລະ ການສື່ສານ, ມີເລຂາ, ຮອງເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກທັງ 2 ໜ່ວຍດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພູທອງ ພັນທະວົງ ຮັກສາການເລຂາຄະນະພັກຮາກຖານ ເລຂາໜ່ວຍພັກເຕັກໂນໂລຊີ ແລະ ການສື່ສານ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ ຕາງໜ້າທັງ 2 ໜ່ວຍພັກ ຂຶ້ນຜ່ານບົດສະຫຼຸບການປະເມີນໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ບາງຕອນສະຫາຍໄດ້ກ່າວວ່າ: ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ ປະກອບມີ 4 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກເຕັກໂນໂລຊີ ແລະ ການສື່ສານ ແລະ ໜ່ວຍພັກບໍລິສັດລາວໂທລະຄົມມະນາຄົມມະຫາຊົນ, ໜ່ວຍພັກບໍລິສັດໂທລະຄົມລາວ ແລະ ໜ່ວຍພັກບໍລິສັດໄປສະນີລາວ, ປະກອບມີ ຄະນະພັກຮາກຖານ 7 ສະຫາຍ ຍິງ 2 ສະຫາຍ, ມີສະມາຊິກພັກທັງໝົດ 67 ສະຫາຍ ຍິງ 24 ສະຫາຍ, ໃນໄລຍະຜ່ານມາຄະນະພັກຮາກຖານໄດ້ເອົາໃຈໃສ່ຢ່າງເປັນເຈົ້າການໃນການຈັດຕັ້ງ, ເຊື່ອມຊຶມບັນດາເອກະສານຕ່າງໆຂອງພັກ-ລັດ ໃຫ້ແກ່ສະມາ ຊິກພັກ-ພະນັກງານລັດຖະກອນ ພາຍໃນພະແນກໄດ້ຮັບຮູ້ ແລະ ເຂົ້າໃຈ ເປັນຕົ້ນມະຕິ XI, ມະຕິ VI ຂອງອົງຄະນະພັກແຂວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກຮາກຖານພະແນກ ມາຫັນເປັນແຜນການລະອຽດຂອງໜ່ວຍພັກທີ່ຂຶ້ນກັບ ພ້ອມນຳພາຈັດຕັ້ງປະຕິບັດໃນແຕ່ລະໄລຍະ. ສະມາຊິກພັກແຕ່ລະສະຫາຍມີຄວາມເປັນເອກະພາບສູງທີ່ໄດ້ຮັບຮອງແຜນກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ແລະ ພ້ອມກັນຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກຕາມ 5 ເນື້ອໃນ ແລະ ມີຜົນສຳເລັດເປັນຢ່າງດີ, ຄະນະໜ່ວຍພັກ, ສະມາຊິກພັກໄດ້ຢຶດໝັ້ນ 5 ຫຼັກການ 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພາຍໃນພັກ; ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ. ແຕ່ລະໜ່ວຍໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຮັບຜິດຊອບສຳເລັດຕາມຄາດໝາຍທີ່ວາງໄວ້. ຜ່ານການສັງລວມຕີລາຄາ ແລະ ຈັດແບ່ງປະເພດສະມາຊິກພັກ, ໜ່ວຍພັກ ໃນການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ໜ່ວຍພັກເຕັກໂນໂລຊີ ແລະ ການສື່ສານ ແຂວງວຽງຈັນ ມີຈຳນວນສະມາຊິກພັກທັງໝົດ ທັງໝົດ 20 ສະຫາຍ ຍິງ 9 ສະຫາຍ, ຜູ້ມີສິດເຂົ້າຮ່ວມປະເມີນ 19 ສະຫາຍ ຍິງ 9 ສະຫາຍ ຜົນການປະເມີນປະເພດສະມາຊິກພັກແຂງ ມີ 17 ສະຫາຍ ຍິງ 7 ສະຫາຍ ກວມ 89,4%, ປະເພດສະມາຊິກພັກກາງມີ 2 ສະຫາຍ ຍິງ 2 ສະຫາຍ, ກວມ 15,7%, ບໍ່ໄດ້ຈັດປະເພດ 1 ສະຫາຍ (ເປັນສະມາຊິກພັກສໍາຮອງ) ຈັດປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ໜ່ວຍພັກລາວໂທລະຄົມມະນາຄົມມະຫາຊົນ ມີຈໍານວນສະມາຊິກພັກເຂົ້າຮ່ວມປະເມີນທັງໝົດ 23 ສະຫາຍ ຍິງ 9 ສະຫາຍ ຊຶ່ງຜົນການປະເມີນ ປະເພດສະມາຊິກພັກແຂງມີ 20 ສະຫາຍ ຍິງ 9 ສະຫາຍ ກວມ 86,9%, ປະເພດສະມາຊິກພັກກາງມີ 3 ສະຫາຍ ຍິງ 0 ສະຫາຍ ກວມ 13% ຈັດປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງນີ້ໂດຍ ສະຫາຍ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານອົງການແນວລາວສ້າງຊາດແຂວງວຽງຈັນ ແລະ ຮັບໂດຍເລຂາໜ່ວຍພັກທັງ 2 ໜ່ວຍ.
ຂ່າວ: ແຂວງວຽງຈັນ
.

ຄໍາເຫັນ

ຂ່າວການເມືອງ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງພັກ ຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ ຍທຂ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ຊຶ່ງມີພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.
ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ພິທີໂຮມຊຸມນຸມຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ສະໂມສອນແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມກ່າວບົດປາໃສຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະບໍລິຫານງານພັກແຂວງ, ຄະນະພັກ-ຄະນະນຳຂັ້ນແຂວງ, ພະແນກການ-ອົງການທຽບເທົ່າຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ກອງປະຊຸມທາບທາມຮ່າງບົດລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III ໄດ້ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ແຂວງວຽງຈັນ.ໂດຍການເປັນປະທານຊື້ນຳຂອງ ສະຫາຍ ຄຳພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ,ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ,ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XII ໄດ້ຈັດຂຶ້ນໃນລະຫ່ວາງ ວັນທີ 29-30 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຜົ້ງສາລີ. ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳແຂວງຜົ້ງສາລີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບຸນຈຳນວນ 309 ສະຫາຍ ຍິງ 41 ສະຫາຍ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 14,241 ສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII ໄຂຂຶ້ນຢ່າງເປັນທາງການໃນວັນທີ 29 ກັນຍາ ທີ່ຫໍປະຊຸມໃຫ່ຍຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 309 ສະຫາຍ ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 14,241 ສະຫາຍ.
ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ສຳເລັດໃນຕອນເຊົ້າຂອງວັນທີ່ 30 ກັນຍານີ້ ພາຍຫຼັງດໍາເນີນມາເປັນເວລາ ໜຶ່ງວັນເຄີ່ງ ພາຍໃຕ້ຄໍາຂັວນ "ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງອົງຄະນະພັກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງເມືອງມໍລະດົກໂລກ ເຂົ້າໃນການພັດທະນາແຂວງຫຼວງພະບາງ ຕາມທິດເປັນເຈົ້າຕົນເອງ, ສີຂຽວ, ຍືນຍົງ ແລະ ຄົງຄຸນຄ່າ".
ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບແນະນໍາ ການເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI, ໃນ​ວັນ​ທີ 29 ກັນ​ຍາ​ນີ້ ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດໂດຍເປັນປະທານຂອງສະຫາຍບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI ຂອງອົງຄະນະບໍລິຫານງານພັກແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍານີ້ ທີ່ຫ້ອງວ່າການແຂວງວຽງຈັນ,ພາຍໃຕ້ການເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 29 ກັນຍານີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ, ມີບັນດາສະຫາຍ ຄະນະບໍລິຫານງານພັກແຂວງ, ບັນດາສະຫາຍຕາງໜ້າຈາກສູນກາງ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ ແລະ ກອງພົນທະຫານຮາບ ທີ 4 ພ້ອມດ້ວຍບັນດາສະຫາຍພະນັກງານອາວຸໂສບໍານານ, ແຂກທີ່ມີກຽດ ແລະ ສະຫາຍຜູ້ແທນກອງປະຊຸມ 385 ສະຫາຍ ຍິງ 51 ສະຫາຍ ຈາກບັນດາເຜົ່າຕ່າງໆທີ່ຕາງໜ້າໃຫ້ສະມາຊິກພັກ 23,464 ສະຫາຍ ຍິງ 6,578 ສະຫາຍໃນທົ່ວແຂວງ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX

ຕອນເຊົ້າວັນທີ 29 ກັນຍານີ້ ທີ່ແຂວງຫຼວງພະບາງ, ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ຂຶ້ນຢ່າງເປັນທາງການ, ມີສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ ຈຳນວນ 281 ສະຫາຍ ຍີງ 34 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວແຂວງ 27,342 ສະຫາຍເຂົ້າຮ່ວມ.
ເພີ່ມເຕີມ