![]() |
ໃນະິທີ, ທ່ານ ເພັດສະໝອນ ກ່ຳບຸນລ້ຽງ ຮອງຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານບັນດາຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ວ່າດ້ວຍ ການແຕ່ງຕັ້ງຜູ້ຮັກສາການ ແລະ ຂໍ້ຕົກລົງວ່າດ້ວຍ ການຍົກຍ້າຍພະນັກງານ-ລັດຖະກອນ ໄປຮັບໜ້າທີ່ໃໝ່, ຊຶ່ງມີດັ່ງນີ້: ປະທານຄະນະກຳມະການປົກຄອງແຂວງ ຕົກລົງ ເຫັນດີແຕ່ງຕັ້ງ ທ່ານ ນາງ ອິນມະສອນ ສຸທຳມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເປັນຜູ້ຮັກສາການ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງວຽງຈັນ, ທ່ານ ພູທອງ ນັນທະວົງ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ເປັນຜູ້ຮັກສາການຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ທ່ານ ພອນວິໄຊ ສີສະໝຸດ ຮອງຫົວໜ້າພະແນກຍຸຕິທຳແຂວງ ເປັນຜູ້ຮັກສາການຫົວໜ້າພະແນກພະແນກຍຸຕິທຳແຂວງ, ທ່ານ ນາງ ສີພອນສຸກ ຂັນທະວົງໄຊ ຮອງຫົວໜ້າພະແນກການຕ່າງປະເທດແຂວງ ເປັນຜູ້ຮັກສາການຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການແຂວງ ໄປຮັບໜ້າທີ່ໃໝ່ ເປັນຜູ້ຮັກສາການຫົວໜ້າດ່ານສາກົນ ເຂົ້າ-ອອກ ສປປ ລາວ ບ້ານວັງ ເມືອງໝື່ນ ແຂວງວຽງຈັນ. ຈາກນັ້ນ, ກໍໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.
![]() |
ໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ມີຄຳເຫັນ ບາງຕອນວ່າ: ໃຫ້ບັນດາສະຫາຍເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເປັນປົກກະຕິ, ຕໍ່ເນື່ອງເປັນບັນຫາສໍາຄັນ, ສືບຕໍ່ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກໍາແໜ້ນລັດທິມາກ-ເລນີນ, ແນວຄິດໄກສອນ ພົມວິຫານ ຢ່າງໜັກແໜ້ນ; ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ; ການນໍາພາ-ຊີ້ນໍາ ຕ້ອງຍຶດໝັ້ນຕາມຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກ, ແບ່ງຄວາມຮັບຜິດຊອບ, ຂັ້ນລຸ້ມຕ້ອງຂຶ້ນກັບຂັ້ນເທິງ, ສຽງສ່ວນໜ້ອຍຕ້ອງຂຶ້ນກັບສຽງສ່ວນຫຼາຍ; ເອົາໃຈໃສ່ ສືບຕໍ່ນໍາພາ-ຊີ້ນໍາ ວຽກງານວິຊາສະເພາະຂະແໜງການທີ່ຕົນຮັບຜິດຊອບໂດຍໃຫ້ມີແຜນການ, ໂຄງການ, ມີການກວດກາຕີລາຄາ ແລະ ມີການສະຫຼຸບ, ຖອດຖອນບົດຮຽນ ເປັນແຕ່ລະໄລຍະ, ເພື່ອຊອກເຫັນດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມກັນແກ້ໄຂໃຫ້ທັນວາລາ ແລະ ຮັບປະກັນໄດ້ ຕາມລະບຽບ-ກົດໝາຍ; ເອົາໃຈໃສ່ ພົວພັນປະສານ, ສາຍຕັ້ງ-ສາຍຂວາງ, ຂັ້ນລຸ່ມ-ຂັ້ນເທິງ, ພາກສ່ວນກ່ຽວຂ້ອງຕ່າງໆ ໃຫ້ຈອດກັນຢ່າງກົມກຽວ, ໃຫ້ບັນດາສະຫາຍຄະນະພັກ, ຄະນະນຳທຸກຂັ້ນ ຕ້ອງມີຄວາມເປັນເອກະພາບສູງ ຕໍ່ກັບການມອບ-ຮັບໜ້າທີ່ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໃນຄັ້ງນີ້; ຕ້ອງຖືເອົາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ຕິດພັນກັບປະຊາຊົນຢ່າງແທ້ຈິງ.
![]() |
(ແຫຼ່ງຂ່າວ: ແຂວງວຽງຈັນ)



ຄໍາເຫັນ