ແຂວງເຊກອງ ສ່ອງແສງ-ລາຍງານ ວຽກງານຮອບດ້ານປະຈໍາໄຕມາດ III

ແຂວງເຊກອງ ສ່ອງແສງ-ລາຍງານ ວຽກງານຮອບດ້ານປະຈໍາໄຕມາດ III
ກອງປະຊຸມສ່ອງແສງ-ລາຍງານວຽກງານຮອບດ້ານ ປະຈຳໄຕມາດທີ III ປີ 2023 ໃນວັນທີ 13  ພະຈິກນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ, ອົງການທຽບເທົ່າ, ສອງກໍາລັງປະກອບອາວຸດ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ. 
ໃນກອງປະຊຸມ, ບັນດາພະແນກ, ຫ້ອງການ, ອົງການທຽບເທົ່າ ແລະ ກອງບັນຊາການ ປກຊ-ປກສ ແຂວງ ໄດ້ຜັດປ່ຽນກັນຂຶ້ນລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍສະເພາະແມ່ນຜົນງານດ້ານດີ-ດ້ານຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ, ທິດທາງແຜນການ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຕີລາຄາຕໍ່ກອງປະຊຸມຄັ້ງນີ້ວ່າ: ການສ່ອງແສງ-ລາຍງານຄັ້ງນີ້, ເປັນສ່ວນສຳຄັນໃນການກະກຽມ ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ X ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ຄາດວ່າຈະດຳເນີນໃນເດືອນທັນວາ 2023 ຊຶ່ງໃນໄລຍະຜ່ານມາ ຫ້ອງວ່າການແຂວງ, ພະແນກ-ຫ້ອງການ, ອົງການທຽບເທົ່າອ້ອມຂ້າງແຂວງ ໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ສະມາຊິກພັກ-ພະນັກງານໄດ້ເຮັດສໍາເລັດໜ້າທີ່ຕາມການມອບໝາຍ. 
ພ້ອມນີ້, ທ່ານເຈົ້າແຂວງ ຍັງໄດ້ຊີ້ນໍາໃຫ້ແຕ່ລະຂະແໜງການ ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ຕິດພັນກັບຜັນຂະຫຍາຍມະຕີກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ໂດຍສະເພາະແມ່ນແຜນປີ 2024 ໃຫ້ເປັນແຜນງານ, ໂຄງການລະອຽດ, ຖືກຕ້ອງຕາມທ່າແຮງຕົວຈິງ, ມີລັກສະນະບຸກທະລຸ ແລະ ລັກສະນະວິທະຍາສາດ ເພື່ອສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕໍ່ການພັດທະນາໃນເງື່ອນໄຂໃໝ່.
ຂ່າວ-ພາບ: ເຊກອງ

ຄໍາເຫັນ

ຂ່າວການເມືອງ

ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ໄຊສົມບູນເຜີຍແຜ່ມະຕິ ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກ ແຂວງ ຄັ້ງທີ ll

ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ ll ແລະ ບົດປາໃສ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ II ຂຶ້ນໃນຕອນເຊົ້າຂອງວັນທີ 8 ຕຸລານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ມີພະນັກງານຫຼັກແຫຼ່ງກຸ່ມປົກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ຍທຂ ເຜີຍແຜ່ເຊື່ອມຊຶມເອກະສານສຳຄັນຂອງພັກ

ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍເອກະສານສຳຄັນຂອງພັກ ຂຶ້ນໃນວັນທີ 3 ຕຸລາ ນີ້ ທີ່ ຍທຂ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ຊຶ່ງມີພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມຮັບຟັງ.
ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ຄໍາມ່ວນ ໂຮມຊຸມນຸມຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ພິທີໂຮມຊຸມນຸມຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ຄັ້ງທີ XI ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ສະໂມສອນແຂວງຄໍາມ່ວນ. ໃຫ້ກຽດເຂົ້າຮ່ວມກ່າວບົດປາໃສຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະບໍລິຫານງານພັກແຂວງ, ຄະນະພັກ-ຄະນະນຳຂັ້ນແຂວງ, ພະແນກການ-ອົງການທຽບເທົ່າຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ.
ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III

ກອງປະຊຸມທາບທາມຮ່າງບົດລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມ ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງວຽງຈັນ ສະໄໝທີ VII ຮອບທີ III ໄດ້ຈັດຂຶ້ນໃນວັນທີ 1 ຕຸລານີ້ ທີ່ແຂວງວຽງຈັນ.ໂດຍການເປັນປະທານຊື້ນຳຂອງ ສະຫາຍ ຄຳພັນ ເຜີຍຍະວົງຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ,ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ,ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ XII.

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XII ໄດ້ຈັດຂຶ້ນໃນລະຫ່ວາງ ວັນທີ 29-30 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຜົ້ງສາລີ. ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນຳແຂວງຜົ້ງສາລີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ມີຜູ້ແທນສົມບຸນຈຳນວນ 309 ສະຫາຍ ຍິງ 41 ສະຫາຍ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 14,241 ສະຫາຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ໄຂກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII

ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII ໄຂຂຶ້ນຢ່າງເປັນທາງການໃນວັນທີ 29 ກັນຍາ ທີ່ຫໍປະຊຸມໃຫ່ຍຂອງແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນສົມບູນ 309 ສະຫາຍ ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໜົດໃນທົ່ວແຂວງ 14,241 ສະຫາຍ.
ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງສະໄໝທີ IX

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ໄດ້ສຳເລັດໃນຕອນເຊົ້າຂອງວັນທີ່ 30 ກັນຍານີ້ ພາຍຫຼັງດໍາເນີນມາເປັນເວລາ ໜຶ່ງວັນເຄີ່ງ ພາຍໃຕ້ຄໍາຂັວນ "ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງອົງຄະນະພັກ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງເມືອງມໍລະດົກໂລກ ເຂົ້າໃນການພັດທະນາແຂວງຫຼວງພະບາງ ຕາມທິດເປັນເຈົ້າຕົນເອງ, ສີຂຽວ, ຍືນຍົງ ແລະ ຄົງຄຸນຄ່າ".
ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ຫສນຍ ເຜີຍແຜ່ກົດລະບຽບ ການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ກົດລະບຽບແນະນໍາ ການເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI, ໃນ​ວັນ​ທີ 29 ກັນ​ຍາ​ນີ້ ທີ່​ຫໍ​ປະ​ຊຸມ​ແຫ່ງ​ຊາດໂດຍເປັນປະທານຂອງສະຫາຍບົວຄົງ ນາມມະວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ແຂວງວຽງຈັນ ດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI

ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄໝ ຄັ້ງທີ VI ຂອງອົງຄະນະບໍລິຫານງານພັກແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ກັນຍານີ້ ທີ່ຫ້ອງວ່າການແຂວງວຽງຈັນ,ພາຍໃຕ້ການເປັນປະທານຊີ້ນຳກອງປະຊຸມໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງວຽງຈັນ,ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ມີບັນດາຄະນະປະຈຳພັກແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ເປີດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ XI ຂອງອົງຄະນະພັກແຂວງຄໍາມ່ວນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 29 ກັນຍານີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານ, ມີບັນດາສະຫາຍ ຄະນະບໍລິຫານງານພັກແຂວງ, ບັນດາສະຫາຍຕາງໜ້າຈາກສູນກາງ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ ແລະ ກອງພົນທະຫານຮາບ ທີ 4 ພ້ອມດ້ວຍບັນດາສະຫາຍພະນັກງານອາວຸໂສບໍານານ, ແຂກທີ່ມີກຽດ ແລະ ສະຫາຍຜູ້ແທນກອງປະຊຸມ 385 ສະຫາຍ ຍິງ 51 ສະຫາຍ ຈາກບັນດາເຜົ່າຕ່າງໆທີ່ຕາງໜ້າໃຫ້ສະມາຊິກພັກ 23,464 ສະຫາຍ ຍິງ 6,578 ສະຫາຍໃນທົ່ວແຂວງ ເຂົ້າຮ່ວມ.
ເພີ່ມເຕີມ