ຄອລ ສະຫຼຸບປະຈຳປີ 2023 ແລະ ວາງແຜນການເຄື່ອນໄຫວ 2024

ຄອລ ສະຫຼຸບປະຈຳປີ 2023 ແລະ ວາງແຜນການເຄື່ອນໄຫວ 2024
ກອງປະຊຸມສະຫຼຸບປະຈຳປີ 2023 ແລະ ວາງແຜນການເຄື່ອນໄຫວ 2024 ຂອງຄະນະກຳມະການໂອແລັມປິກແຫ່ງຊາດລາວຄອລ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ຄະນະກຳມະການໂອແລັມປິກແຫ່ງຊາດລາວ.ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ,ມີບັນດາຮອງປະທານ ຄອລ,ຄະນະກຳມະການໂອແລັມປິກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ພຸດ ສິມມາລາວົງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ສິ່ງທີ່ພວກເຮົາປະຕິບັດໄດ້ ແລະຍັງເຮັດບໍໍ່ໄດ້ ໃນແຜນການປີ 2023,ເພື່ອພ້ອມກັນໃນການປັບປຸງ,ເສີມຂະຫຍາຍ ແລະ ວາງແຜນການເຄື່ອນໄຫວປະຈຳປີ 2024. ໃນປີ 2024 ນີ້ ຈະມີລາຍການແຂ່ງຂັນຫຼາຍລາຍການ ທີ່ ສປປ ລາວ ຈະໄດ້ເຂົ້າຮ່ວມ ເປັນຕົ້ນເຂົ້າຮ່ວມແຂ່ງຂັນໃນງານໂອແລັມປິກ 2024 ທີ່ ກຸງປາຣີ ປະເທດຝລັ່ງ ແລະ ລາຍການໃນລະດັບອະນຸພາກພື້ນ ແລະ ສາກົນ ຈຳນວນໜຶ່ງແລະ ຮັບຟັງການລາຍງານຜົນສຳເລັດການເຄື່ອນໄຫວປະຈຳປີ 2023 ແລະ ແຜນການເຄື່ອນໄຫວປີ 2024,ການລາຍງານການເງິນ ຄອລ,ການລາຍງານການຈັດຕັ້ງປະຕິບັດກອງທຶນສົ່ງເສີມກິລາສູ່ໂອແລັມປິກ,ຮັບຟັງການລາຍງານ ແລະ ການປະກອບຄຳເຫັນຂອງສະຫະພັນກິລາຈຳນວນໜຶ່ງ ແລະ ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ດຳເນີນໄປຕາມຈຸດປະສົງແລະເປົ້າໝາຍຈຶ່ງຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມເອົາໃຈໃສ່ດັ່ງນີ້: ຈົ່ງໄດ້ເຊີດຊູຄວາມເປັນເຈົ້າການໃນການປະກອບຄຳຄິດ ຄຳເຫັນ ທີ່ສ້າງສັນ-ກົງໄປກົງມາ,ນອກຈາກຈະສະເໜີບັນຫາແລ້ວ ໃຫ້ພ້ອມກັນແນະນຳວິທີແກ້ໄຂ ເພື່ອສົ່ງເສີມໃຫ້ບັນຍາກາດວຽກງານກິລາທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນຂະບວນຟົດຟື້ນກວ່າເກົ່າ,ຕິດພັນກັບການສົ່ງເສີມກິລາທ້ອງຖິ່ນ ແລະ ການທ່ອງທ່ຽວໃນປີ 2024 ນີ້,ພິເສດຮຽກຮ້ອງໃຫ້ແຕ່ລະສະຫະພັນ ໃຫ້ມີແຜນການເຄື່ອນໄຫວປະຈຳປີ ຊຶ່ງເປັນອົງປະກອບຂອງແຜນການເຄື່ອນໄຫວຂອງ ຄອລ ອັນໃດທີ່ເປັນຄວາມຕ້ອງການຂອງສະຫະພັນໃຫ້  ຄອລ ສ້າງຄວາມເຂັ້ມແຂງໃຫ້ ຫຼື ໃຫ້ການປະສານງານ-ຊ່ວຍເຫຼືອໃນດ້ານອື່ນ ໃຫ້ສະເໜີຫາ ຄອລ ເພື່ອຄົ້ນຄວ້າພິຈາລະນາ ແລະພ້ອມກັນຫັນເປັນມືອາຊີບຫຼາຍຂຶ້ນ.
ໃນໂອກາດນີ້, ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການ ຄອລ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານປະຈຳປີ 2023 ແລະ ແຜນການເຄື່ອນໄຫວວຽກງານປີ 2024 ຂອງ ຄອລ ວ່າ:ໃນໜຶ່ງປີຜ່ານມາ ຄອລ ໄດ້ນຳພາ-ຊີ້ນຳຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳປີ 2023 ມີຜົນສຳເລັດຫຼາຍດ້ານເຊັ່ນ:ສຳເລັດການສົ່ງຂໍ້ມູນຊີວະປະຫວັດ ທ່ານປະທານ,ຮອງປະທານ ແລະ ເລຂາທິການ ຄອລ ຊຸດທີ 8 ໃຫ້ຄະນະກຳມະການໂອແລັມປິກສາກົນ(IOC),ຄະນະກໍາມະການ ໂອແລັມປິກແຫ່ງຊາດ(ANOC) ແລະ ລົງເວັບໄຊຂອງ ຄອລ ແລະ ປັບປຸງບັນດາກຳມະການຝ່າຍຕ່າງໆຂອງ ຄອລ ແລະ ປັບປຸງລະບຽບກຳນົດການໃຊ້ຈ່າຍເງິນບໍລິຫານຂອງ ຄອລ,ໄດ້ຈັດພິທີສະຫຼຸບຍ້ອງຍໍ ຜົນສຳເລັດການເຂົ້າຮ່ວມງານກິລາຊີເກມຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ແລະ ເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈ ສປ ຈີນ,ໄດ້ປັບປຸງ ແລະ ຍົກລະດັບຖານຂໍ້ມູນ ຄອລ  ລົງໃນ Website ແລະ Facebook page ຂອງ ຄອລ.
ຂ່າວ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ