ໂຄງການສ້າງຄວາມອາດສາມາດໄລຍະ 2 ມີຄວາມສຳຄັນຕໍ່ລະບົບສະຖິິຕິແຫ່ງຊາດ

ໂຄງການສ້າງຄວາມອາດສາມາດໄລຍະ 2 ມີຄວາມສຳຄັນຕໍ່ລະບົບສະຖິິຕິແຫ່ງຊາດ
ໂດຍ: ສຳນານ ພົມພັກດີ
ໂຄງການສ້າງຄວາມອາດສາມາດຂອງລະບົບສະຖິຕິແຫ່ງຊາດໄລຍະ 2 (2023-2028), ເປັນໂຄງ ການທີ່ມີຄວາມໝາຍຄວາມສຳຄັນຕໍ່ລະບົບສະຖິິຕິແຫ່ງຊາດ ເພື່ອເປັນການປະກອບສ່ວນສະໜອງຂໍ້ມູນສະຖິຕິເຂົ້າໃນການການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໂດຍສະ ເພາະແມ່ນການສ້າງແຜນການ, ການສ້າງຄວາມເຂັ້ມແຂງໃນລະບົບການຕິດຕາມ, ປະເມີນ ແລະ ການຕີລາຄາຜົນຂອງການຈັດຕັ້ງປະຕິບັດນະໂຍບາຍ, ແຜນການ, ແຜນງານ ຂອງລັດຖະບານ.   
ທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິິິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນມີຄວາມໝາຍສຳຄັນຫຼາຍ ຕໍ່ການພັດທະນາລະບົບສະຖິຕິແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານຊຶ່ງໃນໄລຍະຜ່ານມາ, ພັກ ແລະ ລັດຖະບານພວກເຮົາ ກໍໄດ້ມີຄວາມພະຍາຍາມສຸມໃສ່ວຽກງານສະຖິຕິ ຊຶ່ງສະແດງອອກຄື ໄດ້ສ້າງກົດໝາຍວ່າດ້ວຍສະຖິຕິ ແລະ ແຜນພັດທະນາລະບົບສະຖິຕິແຫ່ງຊາດ, ໂດຍມີກົງຈັກສະຖິຕິສາຍຕັ້ງ ແລະ ສາຍຂວາງ. ພ້ອມນີ້ກໍມີຜູ້ຮັບຜິດຊອບວຽກງານສະຖິຕິຈໍານວນໜຶ່ງ. ຜ່ານມາວຽກງານສະຖິຕິກໍໄດ້ຖືກສະໜັບສະໜູນຊ່ວຍເຫຼືອຈາກຫຼາຍພາກສ່ວນຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນໃນການສ້າງຄວາມອາດສາມາດ ແລະ ງົບປະມານ ເຮັດໃຫ້ສາມາດປະກອບສ່ວນເຂົ້າໃນການລາຍງານຂໍ້ມູນຕິດຕາມປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ຂອງລັດຖະບານໃນແຕ່ລະໄລຍະ. ດັ່ງທີ່ພວກເຮົາໄດ້ຮັບຊາບອົງການທະນາຄານໂລກໄດ້ໃຫ້ການຊ່ວຍເຫຼືອ ສ້າງຄວາມອາສາມາດລະບົບສະຖິຕິແຫ່ງຊາດ ໄລຍະທີ 1 (2015-2017) ຊຶ່ງເປັນໂຄງການໜຶ່ງທີ່ສະໜັບສະໜູນ ຢ່າງແຂງແຮງໃນການສ້າງຄວາມອາດສາມາດໃຫ້ລະບົບສະຖິຕິແຫ່ງຊາດ ໃນໄລຍະຜ່ານມາຍາດມາໄດ້ຫຼາຍຜົນສຳເລັດເປັນຕົ້ນແມ່ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາ ແລະ ການຄຸ້ມຄອງຂໍ້ມູນສະຖິິຕິເສດຖະກິດມະຫາພາກ; ການປັບປຸງການຜະລິດຂໍ້ມູນສະຖິຕິ, ການແລກປ່ຽນຂໍ້ມູນ ແລະ ການເຂົ້າເຖິງຂໍ້ມູນສະຖິຕິທາງການ ທາງດ້ານເສດຖະກິດ ຊຶ່ງເນັ້ນໃສ່ການສ້າງ ແລະ ພັດທະນາ ເວັບໄຊ, ການສຳນວນຂໍ້ມູນ, ປະຫວັດຂອງຕົວຊີ້ບອກ ແລະ ການຄຸ້ມຄອງຖານຂໍ້ມູນດິບ.
ທ່ານກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ການພັດທະນາລະບົບສະຖິຕິແຫ່ງຊາດ ແມ່ນເປັນຂະບວນການ ທີ່ມີການປ່ຽນແປງໄປຕາມການຫັນປ່ຽນຂອງແຕ່ລະຍຸກສະໄໝ ແຕ່ລະໄລຍະ ແລະ ຈະຕ້ອງໄດ້ສຸມທຶນຮອນ ແລະ ກຳລັງແຮງ ເພື່ອຈະສາມາດຕອບສະໜອງຄວາມຕ້ອງການໃຫ້ທັນການ, ທັນສະໄໝ ແລະ ວ່ອງໄວ. ດ້ວຍເຫດນັ້ນ ການສ້າງສະຖິຕິຂອງ ລາວເຮົາ ໃນປັດຈຸບັນ ຍັງເຫັນວ່າມີສິ່ງຫຍຸ້ງຍາກ ແລະ ທ້າທາຍຫຼາຍປະການ ເມື່ອທຽບກັບຄວາມຕ້ອງການຂໍ້ມູນສະຖິຕິ, ໂດຍສະເພາະໃນສະພາບການແຂ່ງຂັນທາງເອເລັກໂຕຣນິກ ທີ່ພວມນໍາໂລກໄປສູ່ຍຸກເປີດກວ້າງກັບສາກົນ ຂໍ້ມູນຂ່າວສານ ຈຶ່ງຍິ່ງມີຄວາມສໍາຄັນ. ຈາກສິ່ງທ້າທ້າຍດັ່ງກ່າວ ລັດຖະບານ ກໍໄດ້ຕັດສິນໃຈຢ່າງສູງໃນການສືບຕໍ່ໂຄງການສ້າງຄວາມອາດສາມາດລະບົບສະຖິ ຕິແຫ່ງຊາດໄລຍະ 2 ນີ້ ຂຶ້ນ ໃນຮູບແບບເງິນກູ້ຈາກທະນາຄານໂລກ, ຈຸດປະສົງລະດັບຄາດໝາຍ ຂອງ ໂຄງການໄລຍະ 2023-2028 ນີ້ ເປັນການຈັດຕັ້ງຜັນຂະຫຍາຍຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2016-2025 ແລະ ວິໄສທັດ ຮອດປີ 2030 ແນໃສ່ການສະໜອງຂໍ້ມູນສະຖິຕິທາງການເຂົ້າໃນການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX  ແລະ ຄັ້ງທີ X, ເປົ້າໝາຍການຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ແລະ ການພັດທະນາແບບຍືນຍົງ (SDGs) ຮອດປີ 2030. ພ້ອມດຽວກັນນັ້ນ ກໍເປັນການຍົກລະດັບຄວາມເຂັ້ມແຂງໃນການຜະລິດສະຖິຕິ, ການປຸງແຕ່ງວິເຄາະ ແລະ ການເຜີຍແຜ່ຂໍ້ມູນສະຖິຕິໃຫ້ມີຄຸນນະພາບ ແລະ ທັນເວລາ ແລະ ເປັນການສ້າງຄວາມອາດສາມາດໃຫ້ແກ່ຜູ້ວາງນະໂຍບາຍ ແລະ ຜູ້ນຳໃຊ້ຂໍ້ມູນສະຖິຕິທາງການຄື: ປັບປຸງການຜະລິດ ແລະ ປັບປຸງຄຸນນະພາບສະຖິຕິເສດຖະກິດ ແລະ ສັງຄົມ, ການສ້າງຄວາມເຂັ້ມແຂງການນຳໃຊ້ ແລະ ເຊື່ອມສານຂໍ້ມູນສະຖິຕິ ແລະ ການສ້າງຄວາມອາດສາມາດ ແລະ ການຄຸ້ມຄອງບໍລິຫານໂຄງການ. ໂດຍແນໃສ່ການສ້າງຄວາມສາມາດຂອງ ການຈັດຕັ້ງສະຖິຕິຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະຖິຕິ ແລະ ນິຕິກຳສະຖິຕິທີ່ກ່ຽວຂ້ອງ ພ້ອມທັງສ້າງຄວາມອາດສາມາດໃຫ້ບຸກຄະລາກອນສະຖິຕິ ໃນຂອບເຂດທົ່ວປະ ເທດ, ຍົກລະດັບຄວາມຮູ້ ຂອງ ບຸກຄະລາກອນສະຖິຕິ ໃນຂັ້ນສູນກາງ, ຂະແໜງການ ແລະ ທ້ອງຖິ່ນ ໃຫ້ ມີຄວາມພ້ອມເພື່ອຫັນເປັນມືອາຊີບ. ພ້ອມນັ້ນ ກໍເປັນການຍົງສູງການຮ່ວມມືດ້ານສະຖິຕິກັບບັນດາສະຖາບັນ ແລະ ອົງການສະຖິຕິພາກພື້ນ ແລະ ສາກົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ