ຄົ້ນຄວ້າ, ຄັດເລືອກນາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ

ຄົ້ນຄວ້າ, ຄັດເລືອກນາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ

ຄົ້ນຄວ້າ, ຄັດເລືອກນາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ  ເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ
ໃນວັນທີ 22 ເມສາຜ່ານມາ, ຄະນະຮັບຜິດຊອບເກັບຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ, ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຊັ້ນປະຖົມສຶກສາ ແລະ ເຂດຫ່າງໄກສອກຫຼີກ ແລະ ເກັບກຳສະຖິຕິຄູສອນອາສາສະໝັກເຂົ້າເປັນທະຫານ

 ນຳໂດຍສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວເຮັດວຽກ ແລະ ເກັບກຳຂໍ້ມູນຢູ່ແຂວງຜົ້ງສາລີ, ໂດຍມີຄະນະຮັບຜິດຊອບຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ສະເໜີຈຸດປະສົງຂອງການເຄື່ອນໄຫວເກັບກຳຂໍ້ມູນໃນຄັ້ງນີ້ ແລະ ໄດ້ຮັບຟັງການລາຍງານສະພາບການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ, ຂໍ້ສະດວກ, ຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນແກ້ໄຂຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາກອງຮ້ອຍທະຫານຊາຍແດນ. ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າກ່ຽວກັບມາດຖານເງື່ອນໄຂທີ່ຈະຄັດເລືອກເອົານາຍ ແລະ ພົນທະຫານໄປຝຶກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຊັ້ນປະຖົມສຶກສາ ແລະ ເຂດຫ່າງໄກສອກຫຼີກຊຸດທີ II, ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການຝຶກອົບຮົມວິຊາຄູ ແລະ ວຽກງານປິ່ນອ້ອມອື່ນໆອີກຈຳນວນໜຶ່ງ.

ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກຊຸດທີ I ຢູ່ທີ່ວິທະຍາ ໄລຄູສະຫວັນນະເຂດ. ສຳລັບນາຍ ແລະ ພົນທະຫານຜູ້ທີ່ຖືກຄັດເລືອກ ແລະ ສັບຊ້ອນໄປຊ່ວຍສອນ ແມ່ນຈະໄດ້ຮັບເງິນເພີ່ມ 70% ຂອງເງິນເດືອນພື້ນຖານ. ຂ່າວ: ຈິດ ເພັດພູທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຄໍາມ່ວນ ໄດ້ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຄໍາມ່ວນ ໄດ້ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ

ໃນວັນທີ 25 ມັງກອນຜ່ານມາ, ອະດີດນັກສຶກສາກຽມໄປຮຽນຕ່າງປະເທດ ປີ 1991-1992 ໄດ້ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນສາມັນກິນນອນ ຊົນເຜົ່າ ແຂວງຄໍາມ່ວນ ປະກອບມີເຄື່ອງນຸ່ງຫົ່ມຕ້ານໄພໜາວ ເສື້ອກັນໜາວ, ຜ້າຫົ່ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນກິລາ ແລະ ເຄື່ອງບໍລິໂພກ ມູນຄ່າ 26 ລ້ານກີບ ພ້ອມດ້ວຍເງິນສົດ ມອບໃຫ້ແກ່ນັກຮຽນແຕ່ລະຄົນ ແລະ ມອບເຂົ້າໃນການຮັບໃຊ້ບໍລິຫານພາຍໃນໂຮງຮຽນ ມູນຄ່າ 127 ລ້ານກີບ, ລວມມູນຄ່າທັງໝົດ 153 ລ້ານກີບ, ຕາງໜ້າອະດີດນັກສຶກສາ ມອບໂດຍທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ພ້ອມດ້ວຍຄະນະ, ມີຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
 ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ໄດ້ຈັດງານແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສກລ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສກລ, ມີຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນພັດທະນາກຳມະບານ, ມີຕາງໜ້າສະຫະພັນກໍາມະບານກະຊວງ-ອົງ ການ, ນະຄອນຫຼວງວຽງຈັນ (ນວ), ມີບັນດານັກກິລາ ພ້ອມດ້ວຍຜູ້ຊົມ-ເຊຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ພິທີເຊັນສັນຍາການຮ່ວມມື ດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດ ສຳລັບລາວ ຈັດຂຶ້ນໃນວັນທີ 21 ມັງກອນນີ້ ທີ່ຫ້ອງການດີວີ ວີອິນເຕີເນເຊີນອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ສາຍ ພອນແກ້ວ ຮອງຄະນະບໍດີຄະນະສຶກສາສາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ Uwe Gartenschlaeger ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ DV International, ມີທ່ານ Hans-Ulrich Sudbeck ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ ເທດໄທຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ມັງກອນຜ່ານມາ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ໂດຍມີພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງຣາຊະອານາຈັກໄທ ໄດ້ມອບໝາຍໃຫ້ທ່ານ ພົນເອກ ພະວໍລະວົງເທີ ພະອົງເຈົ້າສະເຫຼີມສຶກຢຸຄົນ ເປັນຕົວແທນເຂົ້າຮ່ວມເປັນປະທານໃນພິທີເປີດ. ສ່ວນ ສປປ ລາວ ເຮົານຳໂດຍທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ). ນອກນີ້, ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ ບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍທີ່ຂໍຖອນຕົວຈາກການແຂ່ງຂັນ.
ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງວຽງຈັນ (ນວ) ໂຮງຮຽນປະຖົມສົມບູນພອນນະພາ ຈັດຂຶ້ນເມື່ອບໍ່ດົນມານີ້, ມີທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ, ບັນດາຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ຄະນະນັກສຶກສາຈີນ ທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະສັງສັນສະຫຼອງບຸນກຸດຈີນ 2026 ຂຶ້ນຢ່າງເປັນທາງການໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນໃຫຍ່ ມຊ ທັງເປັນການສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ; ທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ທ່ານ ວົງສິນ ໃຊຍະວົງ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ; ທ່ານ ຄຳແກ້ວ ຮັນຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ທັບນັກຊູດບານບ້ວງສາວຄົນພິການທີມຊາດລາວ ລົງສະໜາມໃນນັດທີ 2 ໃນຕອນບ່າຍວັນທີ 19 ມັງກອນນີ້ ໄລ່ເອົາຊະນະ ສາວຄົນພິການຟີລິບປິນ 8-5 ຄະແນນ ຕໍ່ຄວາມຫວັງທີ່ຈະໄດ້ແກ້ມືກັບເຈົ້າພາບໄທ ໃນຮອບຊີງຫຼຽນຄຳ ງານກິລາອາຊຽນ ພາຣາເກມ 2025.
2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ໃນ 4 ແຂວງເປົ້າໝາຍ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ.
ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ໃນວັນທີ 14 ມັງກອນ 2026 ທີ່ສະໜາມກິລາແຂວງອຸດົມໄຊ ໄດ້ຈັດຈັດງານແຂ່ງຂັນກິລາພື້ນເມືອງ (ໝາກຂ່າງ) ໃນງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງອຸດົມໄຊ ປະຈຳປີ 2026 ໂດຍການ ເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຮອງປະທານຈັດງານບຸນບັນດາເຜົ່າ.
ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບວຽກງານທີ່ພົ້ນເດັ່ນປະຈໍາປີ 2025 ວ່າ: ໃນສົກຮຽນປີ 2024-2025 ຜ່ານມາ,
ເພີ່ມເຕີມ