ຄອສພ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ແຂ່ງຂັນ-ຍ້ອງຍໍ

ຄອສພ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ແຂ່ງຂັນ-ຍ້ອງຍໍ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີ ສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສະຫຼຸບຜົນງານການແຂ່ງຂັນ-ຍ້ອງຍໍ ປະຈໍາປີ 2023  ແລະ ວາງທິດທາງແຜນການປີ 2024 ຂຶ້ນໃນວັນທີ 2 ເມສານີ້ ທີ່ ຄອສພ, ໂດຍການເປັນປະທານຂອງທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະພັກ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
    ໃນພິທີ, ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສະຫຼຸບຜົນງານການແຂ່ງຂັນ-ຍ້ອງຍໍປະຈໍາປີ 2023 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຂາດຕົກບົກຜ່ອງ, ບົດຮຽນທີ່ຖອດຖອນໄດ້.  ພະນັກນັກງານ-ລັດຖະກອນຂອງ ຄອສພ ໄດ້ຮັບການຍ້ອງຍໍຕົວຈິງ 188 ທ່ານ ຍິງ 96 ທ່ານ, ພະນັກງານທີ່ບໍ່ໄດ້ຮັບການຍ້ອງຍໍ 21 ທ່ານ ຍິງ 7 ທ່ານ (ເຫດຜົນຍ້ອນໄປສຶກສາຕໍ່ຢູ່ພາຍໃນ ແລະ ຕ່າງປະເທດ).
ຜົນສໍາເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໄລຍະ 1 ປີຜ່ານມາ ມີ: ຈັດຕັ້ງເຜີຍແຜ່, ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ, ສ້າງ ແລະ ປັບປຸງເອກະສານໂຄສະນາສຶກສາອົບຮົມ ແລະ ຈັດຕັ້ງຝຶກອົບຮົມໃຫ້ເປົ້າໝາຍຕ່າງໆ, ເກັບກໍາສະພາບແນວຄິດ, ຫາງສຽງສັງຄົມ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ, ສະຫຼຸບສັງລວມການເຄື່ອນໄຫວວຽກງານໂຄສະນາອົບຮົມ, ປັບປຸງຍົກສູງຄຸນນະພາບ ຂອງວາລະສານອະລຸນໃໝ່ ແລະ ວາລະສານໂຄສະນາ, ການນໍາໃຊ້ສື່ ແລະ ກໍາລັງແຮງສັງລວມເຂົ້າໃນວຽກງານໂຄສະນາອົບຮົມ ແລະ ກໍ່ສ້າງພະນັກງານໂຄສະນາອົບຮົມ, ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ບຸກຄະລາກອນ ທີ່ເຮັດວຽກໂຄສະນາອົບຮົມທັງຢູ່ສູນກາງ ແລະ ທ້ອງຖິ່ນ, ເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ຂອງປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ ແລະ ສາກົນ, ກໍ່ສ້າງ ແລະ ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານຫ້ອງການສະພາທິດສະດີສູນກາງພັກ, ການປັບປຸງພື້ນຖານໂຄງລ່າງຂອງຫ້ອງການສະພາທິດສະດີສູນກາງພັກ ໃຫ້ເປັນລະບົບຄົບຊຸດ ແລະ ມີຄວາມທັນສະໄໝ, ການສ້າງ ແລະ ປັບປຸງນິຕິກໍາ ຂອງຫ້ອງການສະພາທິດສະດີສູນກາງພັກ, ຍົກສູງບົດບາດການເປັນເສນາທິການດ້ານວຽກງານຄຸ້ມຄອງ-ບໍລິຫານ ແລະ ອໍານວຍຄວາມສະດວກໃນດ້ານຕ່າງໆ ຂອງຫ້ອງການສະພາທິດສະດີສູນກາງພັກ ໃຫ້ກ້າວໄປສູ່ຄວາມທັນສະໄໝ, ປັບປຸງກົນໄກການປະສານງານ, ການຍົກລະດັບວຽກງານພົວພັນພາຍໃນ ແລະ ການຮ່ວມມືກັບຕ່າງປະເທດ, ຍົກສູງຂີດຄວາມສາມາດໃຫ້ບຸກຄະລາກອນພາຍໃນສໍານັກງານ ແລະ ສາມາດເຊື່ອມໂຍງສາກົນ, ຄົ້ນຄວ້າສ້າງແຜນຍຸດທະສາດດໍາເນີນການປ່ຽນຖ່າຍອຸປະກອນຮັບໃຊ້ວິຊາການ, ສ້າງ ແລະ ປັບປຸງສູນຈໍາໜ່າຍໜັງສືພິມປະຊາຊົນ ໃນຂອບເຂດທົ່ວປະເທດ, ສ້າງເພື່ອນຮ່ວມງານຢູ່ແຕ່ລະຂະແໜງການຕ່າງໆຢູ່ທ້ອງຖິ່ນທົ່ວປະເທດ, ພັດທະນາຫ້ອງປະມວນຂ່າວສານໃຫ້ມີຄວາມທັນສະໄໝ ແລະ ປັບປຸງເວັບໄຊ ຂອງໝັງສືພິມປະຊາຊົນໃຫ້ມີຄຸນນະພາບ ແລະ ວຽກງານອື່ນ.    ສຳລັບພະນັກງານ-ລັດຖະກອນທີ່ໄດ້ຮັບການຍ້ອງຍໍ ຄັ້ງນີ້ ປະເພດ 1 ມີຈໍານວນ 104 ທ່ານ ຍິງ 51 ທ່ານ; ປະເພດ 2 ມີຈໍານວນ 82 ທ່ານ ຍິງ 44 ທ່ານ ແລະ ປະເພດ 3 ມີຈໍານວນ 2 ທ່ານ ຍິງ  1 ທ່ານ. 
    ໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຈໍານວນ 5 ໜ່ວຍພັກ; ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າ ຄອສພ ໄດ້ໃຫ້ກຽດມອບໃບຍ້ອງຍໍປະເພດທີ 1, ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າ ຄອສພ ໃຫ້ກຽດມອບ ຍ້ອງຍໍປະເພດ 2.
ຈາກນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ຄໍາໂອ້ລົມຕໍ່ທີ່ປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍ,ຊົມເຊີຍຕໍ່ຜົນງານທີ່ພະນັກງານ-ລັດຖະກອນທົ່ວ ຄອສພ ສາມາດຍາດມາໄດ້ ແລະ ເພື່ອໃຫ້ການເຄື່ອນໄຫວວຽກງານຂອງແຕ່ລະກົມນັບມື້ດີຂຶ້ນ ໃນຕໍ່ໜ້າ ໄດ້ເນັ້ນໜັກບາງດ້ານຄື: ສືບຕໍ່ສ້າງໜ່ວຍພັກໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ, ຍົກສູງປະສິດທິພາບຂອງໜ້າທີ່ວຽກງານທີ່ຕົນຮັບຜິດຊອບໃຫ້ສູງ, ສືບຕໍ່ພົວພັນວຽກງານກັບກົມຕ່າງໆຢ່າງກົມກຽວ, ຍົກສູງຄວາມຮູ້, ຄວາມສາມາດໃຫ້ສູງຂຶ້ນ ໂດຍສະເພາະ ເອົາໃຈໃສ່ຄົ້ນຄວ້າ ຍົກລະດັບດ້ານພາສາຕ່າງປະເທດໃຫ້ມີຄວາມຄ່ອງແຄ້ວ, ເອົາໃຈໃສ່ຮັກສານາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ  ແລະ ສືບຕໍ່ເອົາໃຈໃສ່ວຽກງານອື່ນໆຢ່າງເຂັ້ມງວດ. 
(ຂ່າວ, ພາບ: ແສງຈັນ-ພູວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ