ຊຶ່ງຈະເຮັດໃຫ້ການເຕີບໂຕຂອງເສດຖະກິດທົ່ວໂລກຕ່ຳກວ່າທີ່ຄາດຄະເນໄວ້ໃນຫຼາຍເດືອນກ່ອນ. ບັນດາປະເທດຕ້ອງດຳເນີນການເຈລະຈາ ແລະ ການສົນທະນາກ່ຽວກັບບັນຫາການຄ້າ.
ທ່ານອາເຈ ບັງກາ ຍັງກ່າວວ່າ: ຕ້ອງສ້າງສະພາບແວດລ້ອມຕິດຕາມຄຸ້ມຄອງທີ່ເໝາະສົມ ເພື່ອຊຸກຍູ້ສົ່ງເສີມການລົງທຶນຈາກພາກເອກະຊົນຂອງປະເທດກຳລັງພັດທະນາ ພ້ອມທັງສ້າງໂອກາດປະກອບອາຊີບ.
ທ່ານກ່າວຕື່ມວ່າ: ທະນາຄານໂລກຈະເປີດກວ້າງໃຫ້ພາກສ່ວນເອກະຊົນເຂົ້າຮ່ວມແຜນການ ຊຶ່ງກວມເອົາຫຼາຍຂົງເຂດ ເຊັ່ນ: ພະລັງງານ, ກະສິກຳ, ພື້ນຖານໂຄງລ່າງ, ສາທາລະນະສຸກ, ການທ່ອງທ່ຽວ, ອຸດສາຫະກຳການຜະລິດ ແລະອື່ນໆ.
ຄໍາເຫັນ