ຄວາມຈໍາເປັນໃນການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ຄວາມຈໍາເປັນໃນການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ຄວາມຈໍາເປັນໃນການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ
ທ່ານນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ)ໄດ້ສະເໜີກ່ຽວກັບການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.

 

 

ທ່ານ ນາງ ແກ້ວ ຈັນທະວີໄຊ ໃຫ້ຮູ້ວ່າ: ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍ ກໍຄືວຽກງານສັງຄົມສົງເຄາະ ເປັນໜຶ່ງໃນນະໂຍບາຍດ້ານມະນຸດສະທຳຂອງພັກ ແລະ ລັດ ແມ່ນໜຶ່ງໃນ 3 ເສົາຄໍ້າໃນລະບົບສະຫວັດດີການສັງຄົມເຊັ່ນ: ການປະກັນສຸຂະພາບ, ປະກັນສັງຄົມ ແລະ ສັງຄົມສົງເຄາະຊຶ່ງໄດ້ມີການຈັດຕັ້ງປະຕິບັດນັບແຕ່ໄລຍະການປະຕິວັດຊາດ ປະຊາທິປະໄຕເປັນຕົ້ນມາ ໂດຍເຮັດບົດບາດໃນການເບີກຈ່າຍວັດຖຸພັນໃຫ້ນັກຮົບ, ພະນັກງານ-ພາລະກອນ ແລະ ປະຊາຊົນບັນດາເຜົ່າທີ່ປະສົບຄວາມຫຍຸ້ງຍາກ ເປັນຕົ້ນຕໍ, ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ການພັດທະນາດ້ານເສດຖະກິດ-ສັງຄົມໄດ້ກ້າວເຂົ້າສູ່ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະໄລຍະການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ໄດ້ມີການໄລ່ລຽງໄປຕາມກົນໄກເສດຖະກິດຕະຫຼາດເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ. ບັນຫາສັງຄົມຍັງມີທ່າອ່ຽງເພີ່ມຂຶ້ນ, ແບບແຜນວິຖີການດຳລົງຊີວິດຂອງປະຊາຊົນມີການປ່ຽນແປງ ອັນໄດ້ເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ສາມາດປັບຕົວຕໍ່ກັບການປ່ຽນແປງດັ່ງກ່າວ ໂດຍສະເພາະຜູ້ທຸກຍາກ, ຜູ້ດ້ອຍໂອກາດ ຊຶ່ງມີຄວາມຈໍາເປັນທີ່ລັດຖະບານຕ້ອງໄດ້ດັດສົມລາຍໄດ້ຈາກໝາກຜົນຂອງການພັດທະນາ ເພື່ອກະຈາຍໄປຊ່ວຍເຫຼືອກຸ່ມຄົນເຫຼົ່ານີ້ໃຫ້ເຂົາເຈົ້າສາມາດປັບປຸງຊີວິດການເປັນຢູ່ຂອງຕົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.ໃນໄລຍະຜ່ານມາ, ການໃຫ້ການຊ່ວຍເຫຼືອ, ການບໍລິການທາງດ້ານວັດຖຸ, ຈິດໃຈ ແລະ ການພັດທະນາຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການໃນການດໍາລົງຊີວິດທີ່ຈໍາເປັນຂັ້ນພື້ນຖານ, ກົນໄກການປະສານງານ, ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມໃນວຽກສັງຄົມສົງເຄາະຍັງຈຳກັດບໍ່ລວມສູນເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫຼືອສັງຄົມສົງເຄາະຍັງບໍ່ເປັນລະບົບ. ພ້ອມກັນນັ້ນ, ການຊ່ວຍເຫຼືອ, ການບໍລິການຕ່າງໆຕໍ່ປະຊາຊົນກຸ່ມເປົ້າໝາຍ ມີລັກສະນະໃຫ້ການຊ່ວຍເຫຼືອບັນເທົາທຸກສຸກເສີນເທົ່ານັ້ນ, ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍດ້ວຍການໃຫ້ຄໍາປຶກສາ, ຄໍາແນະນໍາທັກສະການດໍາລົງຊີວິດໃນເວລາທີ່ມີການປະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນແມ່ນຍັງເຮັດໄດ້ໜ້ອຍ ອັນເນື່ອງຈາກນັກວິຊາການ ລວມທັງຄວາມເຂົ້າໃຈຂອງສັງຄົມ ແລະ ການສະໜອງງົບປະມານເຂົ້າໃສ່ວຽກດັ່ງກ່າວຍັງຈຳກັດ.

ຮ່າງກົດໝາຍສະບັບນີ້ປະກອບມີ 10 ພາກ, 8 ໝວດ 62 ມາດຕາ;ຫາກກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໄຊ້ຄາດວ່າຈະເຮັດໃຫ້ມີເຄື່ອງມືໃນການຄຸ້ມຄອງວຽກງານສັງຄົມສົງເຄາະທີ່ມີຜົນບັງຄັບໃຊ້ຢ່າງໜັກແໜ້ນທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກສັງຄົມສົງເຄາະຢູ່ພາຍໃນ ແລະສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫຼາຍຂຶ້ນ; ການຈັດສັນງົບປະມານທີ່ເປັນໝາກຜົນຂອງການພັດທະນາເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະບົບກ່ວາເກົ່າ ຊຶ່ງຈະເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການພັດທະນາຢ່າງເປັນລະບົບ ແລະ ມີຄວາມຍືນຍົງ; ສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນຕໍ່ລະບົບປົກປ້ອງສັງຄົມກໍຄືວຽກງານສັງຄົມສົງເຄາະ,ການຮຽນ-ການສອນໃນການສ້າງນັກສັງຄົມສົງເຄາະດີຂຶ້ນ.ຂ່າວ: ບຸນຕອມ,ພາບ:ສຳນານ

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ