ຄວາມເປັນມາຂອງປູ່ເຍີຍ່າເຍີ

ຄວາມເປັນມາຂອງປູ່ເຍີຍ່າເຍີ

ຄວາມເປັນມາຂອງປູ່ເຍີຍ່າເຍີ
ໂດຍ: ອາພຸດເດດ ປູ່ເຍີ ຍ່າເຍີ ຫຼືບາງສະໄໝຮຽກວ່າປູ່ສັງຂະສາ ຍ່າສັງຂະສີ ຫຼືເທວະດາຫຼວງ ຊຶ່ງພະເຈົ້າຟ້າງຸ່ມມະຫາຣາດໄດ້ຊົງປະດິດສະຖານແຕ່ງຕັ້ງຂຶ້ນໃນປີກ່າໃສ້ ຈ.ສ 715 ຂຶ້ນເປັນພະເສື້ອເມືອງ.

 

ຄັ້ງເມື່ອປາບດາພິເສດ ແລະສະເຫຼີມເມືອງໃຫ້ເປັນກຸງສີສັດຕະນາຄະນະຫຸດອຸຕະມະຣາຊະທານີສີມະຫານະຄອນ ຂອງອານາຈັກລ້ານຊ້າງ, ກ່ອນທີ່ພະອົງຈະນຳເອົາພະພຸດທະສາສະໜາເຂົ້າມາໃນອານາຈັກ 6 ປີ.

ຕາມໜັງສືພົງສາວະດານ ເມືອງແຖງ ຫຼື ເມືອງໄລ່ ຫຼືໄລ່ເຈົ້າຂອງສົມເດັດມະຫາອຸປະຣາດອຸ່ນແກ້ວ ຊົງແຕ່ງໄວ້ເມື່ອຄັ້ງສະເດັດເປັນແມ່ທັບເມື່ອຕີເມືອງແຖງ ແລະ ເມືອງໄລ່ໄດ້ ໃນປີ ຈ.ສ 1197 ໄດ້ສືບຖາມປະຫວັດນຳຜູ້ໄທເມືອງແຖງວ່າ: ແມ່ນແຖນຢູ່ຟ້າໃຕ້ເຄືອເຂົາກາດ ລົງມາຕາມຄຳເຊີນຂອງປູ່ຕາລົກ ແລະ ປູ່ຕາເລົາໃຫ້ມາຟັນເຄືອເຂົາກາດທີ່ໃຫຍ່ສູງຄຸງຟ້າ ບັງຕາເວັນໄວ້ມືດມົວ ອັນເກີດຂຶ້ນນະທີ່ບັດນີ້ຮຽກວ່າໜອງອຸລາ ທີ່ຢູ່ບໍ່ໄກຈາກຕຳບົນສາມໝື່ນ ຕຳບົນສາມໝື່ນເປັນບ້ານປູ່ຕາລົກທີ່ມີລູກສາວ 29 ຄົນ ແລະ ປູ່ຕາເລົາທີ່ມີລູກຊາຍ 20 ຄົນກັບມີສາມໝື່ນຈົກ (ຄົກ) ຫົກໝື່ນລອງ (ກະລໍ) ຊ້າງຮ້ອງບໍ່ໄດ້ຍິນ ຂຸນລໍຄຳໄດ້ສ້າງເປັນເມືອງ ເພາະມີພັກພວກໄພ່ພົນເຖິງສາມໝື່ນສາມພັນຄົນ. ສະນັ້ນ, ຈຶ່ງຮຽກວ່າຕຳບົນສາມໝື່ນ ຕໍ່ມາຂຸນບູຣົມໄດ້ມາສ້າງເປັນເມືອງແຖງ ແລະ ຮຽກຕໍ່ມາວ່າເມືອງທຽນ ຫຼື ແຖນ ທີ່ແປວ່າຟ້າປະທັບເປັນຣາຊະທານີ. ເມື່ອຝຣັ່ງເສດຕີໄດ້ຕົງແກງ (ຫວຽດນາມເໜືອ) ແລະ 12 ຈຸໄທ ໃນປີ ຄ.ສ 1885 ແລ້ວ ໄດ້ເອົາເມືອງແຖນໄປຂຶ້ນກັບຕົງແກງ ແລະ ໃສ່ຊື່ໃໝ່ວ່າ ດຽນບຽນຟູ ເມື່ອຄັ້ງປູ່ເຍີ ຍ່າເຍີ ຮັບໄປຕັດເຄືອເຂົາກາດແລ້ວໄດ້ສັ່ງຄວາມໄວ້ວ່າ ຄັນກູສອງຜົວເມຍ ຫາກຕັດເຄືອເຂົາກາດນີ້ຂາດແລ້ວ ກູສອງຜົວເມຍຫາກຕາຍໄປ ໃຫ້ສູຫາກຄິດເຖິງພວກກູ ເວລາຂານເອີ້ນຫາກູເຍີ ວ່າມາເຍີ ໄປເຍີ ນັ່ງເຍີ ລຸກເຍີ ກິນເຍີ ນອນເຍີ...ພາຍລຸນມາ ຄຳວ່າ ເຍີ ເລີຍຜັນແປໄປເປັນ ເຢີ, ເນີ ແລະ ເດີ. ສຳລັບອະດີດພະຣາຊະພິທີຣາຊາພິເສດ ຂອງກະສັດລ້ານຊ້າງຂຶ້ນເປັນເຈົ້າແຜ່ນດິນຈະມີພິທີຫົດສົງໂດຍມີປູ່ເຍີ ຍ່າເຍີ ຫົດສົງກ່ອນຄົນທັງຫຼາຍ ແລ້ວຈຶ່ງຄ່ອຍມາຟ້ອນຖວາຍ. ໃນປາງບຸນກຸດສົງການປີໃໝ່ລາວໃນວັນສັງຂານເນົາ ຕອນແລງປູ່ເຍີ ແລະ ຍ່າເຍີໄດ້ມີພິທີແຫ່ປູ່ເຍີ ຍ່າເຍີເມືອໄຫວ້ພະພຸດທະຮູບ ແລະຟ້ອນສະຫຼອງທີ່ວັດຊຽງທອງ ເພື່ອໃຫ້ຜູ້ຄົນທາງຫົວເມືອງຂອງນະຄອນ-ຫຼວງພະບາງໄດ້ເບິ່ງໄດ້ຊົມ. ມື້ສັງຂານຂຶ້ນຕອນເຊົ້າໃນສະໄໝຣາຊະການຂອງພະເຈົ້າຫຼ້ານ້ຳແສນໄທ ໄດ້ໄປສົງນ້ຳພະບາງທີ່ວັດຊຽງກາງ ແລະຫົດສົງພະຢູ່ວັດມະໂນຣົມ, ສ່ວນໃນຣາຊະການພະເຈົ້າວິຊຸນນະຣາດ ໄດ້ໄປສົງນ້ຳພະທີ່ວັດວິຊຸນນຳດ້ວຍ, ນັບແຕ່ຣາຊະການຂອງພະເຈົ້າສັກກະຣິນ ເປັນຕົ້ນມາແມ່ນໄດ້ໄປສົງ ແລະຟ້ອນຢູ່ວັດໃໝ່ສຸວັນນະພູມມາຣາມ ຫຼັງຈາກປີໃໝ່ລາວແລ້ວ, ສ່ວນວັນສັງຂານຂຶ້ນຕອນແລງໄດ້ໄປໄຫວ້ພະພຸດທະຮູບ ແລະຫໍສະໝຸດພຸດທະສາສະໜາທີ່ວັດແກ້ວຟ້າ ແລ້ວຟ້ອນໃຫ້ຄົນຟາກຫາງເມືອງໄດ້ເບິ່ງ ຄັນເຖິງວັດແກ້ວຟ້າ ແລະຫໍສະມຸດບໍ່ມີແລ້ວແມ່ນໄດ້ໄປໄຫວ້ເຂດດິນຂອງວັດ ແລ້ວກັບຄືນມາຟ້ອນຢູ່ວັດທາດດັ່ງປັດຈຸບັນ. ສຳລັບກິດຈະກຳຂອງປູ່ເຍີ ຍ່າເຍີ ທີ່ໄດ້ຈັດຂຶ້ນໃນປັດຈຸບັນນັ້ນ ລ້ວນແລ້ວແຕ່ເປັນປະເພນີທີ່ສຳຄັນຂອງຊາດ ກ່ອນຈະນໍາເອົາປູ່ເຍີ ຍ່າເຍີອອກໄປເຄື່ອນໄຫວ ຈະຕ້ອງໄດ້ເຮັດພິທີທາງສາສະໜາຕາມຮີດຄອງປະເພນີກ່ອນຊຶ່ງກິດຈະກຳທີ່ ປູ່ເຍີ ຍ່າເຍີໄດ້ເຄື່ອນໄຫວໃນໄລຍະບຸນປີໃໝ່ລາວປະກອບມີ ການເອົານ້ຳທ່ຽງ ຊຶ່ງຈັດຂຶ້ນໃນມື້ສັງຂານລ່ວງ ປູ່ເຍີ ຍ່າເຍີ ຈະຕ້ອງໄດ້ອອກໄປຕັກເອົານ້ຳທ່ຽງ ຫຼືນ້ຳສັກສິດ ສະອາດ ບໍລິສຸດເພື່ອເອົາໄວ້ຫົດສົງອົງພະບາງ ໃນມື້ອັງເຊີນອົງພະບາງລົງມາຫົດສົງຢູ່ວັດໃໝ່ສຸວັນນະພູມມາລາມພ້ອມທັງໄດ້ປະກອບສ່ວນຂະບວນແຫ່ຫວໍ່ ແລະອື່ນໆ. ນອກຈາກນີ້ໃນເດືອນ 6 ຂຶ້ນ 8 ຄໍ່າ ຈະມີພິທີລ້ຽງຖວາຍ ປູ່ເຍີ ຍ່າເຍີ ກ່ອນລ້ຽງຫໍຜີທັງຫຼາຍໃນທົ່ວເມືອງ. ສ່ວນໃນວັນເພັງຂຶ້ນ 15 ຄໍ່າ ເດືອນ 12 ໃນສະໄໝພະເຈົ້າສາມແສນໄທ ເປັນຕົ້ນມາ ພະເຈົ້າແຜ່ນດິນຈະສະເດັດ ພະຣາຊະດຳເນີນໄປສະຫຼອງວັດແກ້ວຟ້າ. ສ່ວນໃນສະໄໝພະເຈົ້າອານຸຣຸດ ພະເຈົ້າແຜ່ນດິນຈະສະເດັດ ພະຣາຊະດຳເນີນໄປໄຫວ້ ພະທາດສີທັມມະໂສກກະຣາດ ຫຼື ທາດສວນແຖນ, ສ່ວນໃນສະໄໝ ພະເຈົ້າມັງທາຕຸຣາດ ພະເຈົ້າແຜ່ນດິນຈະສະເດັດ ພະຣາຊະດຳເນີນໄປໄຫວ້ພະທາດຫຼວງ ນະຄອນຫຼວງພະບາງໃນທຸກກິດຈະກຳ ປູ່ເຍີ ຍ່າເຍີ ກໍໄດ້ໄປຟ້ອນສະຫຼອງທຸກໆປີ. ນອກຈາກພະຣາຊະພິທີຣາຊາພິເສດຂອງກະສັດລ້ານຊ້າງຂຶ້ນເປັນເຈົ້າແຜ່ນດິນແລ້ວ ພະຣາຊະພິທີຖວາຍພະເພີງພະບໍຣົມມະສົບພະເຈົ້າແຜ່ນດິນແມ່ນປູ່ເຍີ ຍ່າເຍີ ຈະເປັນຜູ້ຖວາຍກ່ອນ ແລ້ວໂສກາຮ້ອງໄຫ້.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນທ້າຍເດືອນຕຸລານີ້

ພະອາຈານໃຫຍ່ ອະທິປະໄຕ ໄມຕີຈິດ ຮອງປະທານສູນກາງພຸດທະສາສະໜາສໍາພັນລາວ (ອພສ) ຫົວໜ້າຫ້ອງການບໍລິຫານງານ ອພສ ໄດ້ຖະແຫຼງຂ່າວການກະກຽມເປັນເຈົ້າພາບຮ່ວມ ຈັດກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ ຄັ້ງທີ XI ຈະຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້, ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ພິທີດັ່ງກ່າວຈັດຂຶ້ນໃນວັນທີ 20 ຕຸລານີ້, ທີ່ຫໍທໍາມະສະພາ (ວັດພະທາດຫຼວງ).
ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ

ວັນທີ 20 ຕຸລານີ້, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ກະຊວງການຕ່າງປະເທດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີ ບັນດາຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ການກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ ຄືບໜ້າ 80%

ໃນວັນທີ 19 ຕຸລາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ ເລກທີ 10 ຂອງເມືອງທຸລະຄົມ.
ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສກລ ຍົກລະດັບທິດສະດີ - ແນວທາງຂອງພັກ

ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເປີດຊຸດຝຶກອົບຮົມ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານ-ລັດຖະກອນໃນວັນທີ 19 ຕຸລາຜ່ານມາ ທີ່ ສກລ, ໂດຍການເປັນປະທານຂອງທ່ານ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ ເລ ຂາຄະນະພັກ ປະທານສູນກາງສະພັນກໍາມະບານລາວ, ມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ ພ້ອມດ້ວຍວິທະຍາກອນ, ນັກສໍາມະນາກອນເຂົ້າຮ່ວມ. ຊຸດອົບຮົມຈະດໍາເນີນໄປນັບ ແຕ່ວັນທີ 19-29 ຕຸລາ 2026.
ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

ສືບສານພູມປັນຍາ "ຜ້າຂຽນທຽນ" ຈາກຫັດຖະກໍາພື້ນບ້ານ ສູ່ການສ້າງລາຍຮັບໃຫ້ຊຸມຊົນເຜົ່າມົ້ງ

​ ການອະນຸລັກວັດທະນະທໍາ ຜ້າຂຽນທຽນ ຫຼື ຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບການຖ່າຍທອດຈາກຮຸ່ນປູ່ຍ່າຕາຍາຍ. ມື້ນີ້ ເຮົາຈະພາໄປເຈາະເລິກເຖິງຄວາມເປັນມາ ແລະ ການປ່ຽນແປງພູມປັນຍານີ້ໃຫ້ເປັນອາຊີບທີ່ຍືນຍົງ ຜ່ານຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ".
ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ສຳເລັດການອົບຮົມວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ ທີ່ແຂວງອຸດົມໄຊ

ໃນວັນທີ 17 ຕຸລາຜ່ານມາ ທີ່ຫ້ອງປະຊຸມຂອງພະແນກແຜນການ ແຂວງອຸດົມໄຊ ຊຶ່ງເປັນຈຸດສຸດທ້າຍຂອງບັັ້ນຝຶກອົບຮົມ ພາຍໃຕ້ຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ”ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ໂດຍການເປັນປະທານຂອງ ທ່ານ ເດັດ ບົວເງິນ ຫົວໜ້າສາຂາອຸດົມໄຊ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນ ທີ່ມາຈາກ 6 ສາຂາ ທີ່ໄດ້ໂຮມເອົາບັນດາສາຂາພາກເໜືອເຂົ້າຮ່ວມ ຄື: ສາຂາອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ຜົ້ງສາລີ ແລະ ສາຂາໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ (ແບບເຊິ່ງໜ້າ ແລະ ອອນລາຍ) 135 ສະຫາຍ ຍິງ 50 ສະຫາຍ ແລະ ຜູ້ເຂົ້າຮ່ວມອອນລາຍຈໍານວນ 31 ສະຫາຍ.
ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນັ້ນຮ້ານຄ້າຕ້ອງມີຖົງຢາງດໍາເພື່ອໃສ່ຂີ້ເຫຍື້ອ ສິ່ງເສດເຫຼືອຕ່າງໆ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອທີ່ທ່າວັດຈັນ ເມືອງຈັນທະລີ ນະຄອນຫຼວງວຽງຈັນ ເປັນໜຶ່ງງານບຸນປະພະນີປະຈໍາຊາດລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາໃນທຸກໆປີ ແລະ ຍັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ. ປີນີ້ແມ່ນກົງກັບວັນທີ 25-27 ຕຸລາ 2026 ກົງກັບມື້ຂຶ້ນ 14 ຄໍ່າ ຫາມື້ແຮມ 1 ຄໍ່າ ເດືອນ 11 ລາວ ພສ 2569. ງານບຸນປີນີ້ ທ່ານ ແສງສາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ມີຄວາມພ້ອມໃນດ້ານຕ່າງໆ ເປັນຕົ້ນ ວຽກງານອະນາໄມທໍາຄວາມສະອາດ ໄດ້ເນັ້ນທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ ກໍຄືຮ້ານຄ້າຕ້ອງມີຖົງຢາງ ດໍາເພື່ອໃສ່ຂີ້ເຫຍື້ອ, ສິ່ງເສດເຫຼືອຕ່າງໆ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດງາມຕາ ແລະ ສວຍງາມ.
ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ກອງປະຊຸມ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ກ່ຽວກັບການຄົ້ນຄວ້າພິຈາລະນາການໃຫ້ອະໄພຍະໂທດໃຫ້ແກ່ນັກໂທດ ປະຈຳປີ 2026

ໃນຕອນເຊົ້າວັນທີ 16 ຕຸລານີ້, ຢູ່ອົງການໄອຍະການປະຊາຊົນສູງສຸດ ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຂຶ້ນ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດຫຼຸດຜ່ອນໂທດ ແລະ ການຂໍອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2026.
ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ເພີ່ມເຕີມ