ຂ້ອຍມີຮ້ານນ້ອຍຫຼັງໜຶ່ງ

ຂ້ອຍມີຮ້ານນ້ອຍຫຼັງໜຶ່ງ
ຮ້ານນ້ອຍເຊື່ອມຕໍ່ປະເທດ ກັບຄອບຄົວ, ຮ້ານນ້ອຍມີໂອກາດການຄ້າ ແລະ ມີເລື່ອງທີ່ດີ. ປີ 2024, ພວກເຮົາຈະກ້າວເຂົ້າສູ່ຮ້ານນ້ອຍຕ່າງໆຢູ່ ປະເທດ ແລະ ຕົວເມືອງຕ່າງໆ ທີ່ລຽບຕາມ “ໜຶ່ງແລວ ໜຶ່ງ ເສັ້ນທາງ” ເພື່ອສັງເກດການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຢູ່ແຂວງຢຸນນານ, ຮ້ານນ້ອຍບໍ່ພຽງແຕ່ເປັນຮ້ານຄ້າເທົ່ານັ້ນ, ແຕ່ຫາກຍັງໄດ້ສ່ອງແສງໃຫ້ເຫັນເຖິງວັດທະນະທຳ ທ້ອງຖິ່ນ ແລະ ວິຖີຊີວິດ; ເມື່ອເວົ້າເຖິງແຂວງຫູໜານ, ຮ້ານນ້ອຍ ທີ່ມີຊີວິດຊີວາ ແລະ ເປັນຮ້ານແຟຊັນຕ່າງໆ ໄດ້ເປັນສິ່ງທີ່ປະທັບໃຈ; ພວກເຮົາເດີນທາງໄປປະເທດລາວ ຕາມທາງລົດໄຟ ລາວ - ຈີນ, ໂອກາດການຄ້າຕ່າງໆ ກໍໄດ້ກຳເນີດເກີດຈາກຮ້ານນ້ອຍຕ່າງໆ. ມື້ນີ້, ພວກເຮົາ ກ້າວເຂົ້າສູ່ຮ້ານນ້ອຍ ທີ່ຢູ່ແຂວງຢຸນນານ, ແຂວງຫູໜານ ແລະ ນະຄອນຫຼວງວຽງຈັນ ຂອງປະເທດລາວ ເພື່ອສຳຜັດກັບຫົວຄິດປະດິດສ້າງ ແລະ ພະລັງຂອງຮ້ານເຫຼົ່ານີ້.
ຕອນທ່ຽງ, ຮ້ານອາຫານມາປາງຮ້ອຍປີຫຼັງໜຶ່ງ ຢູ່ຕາແສງນ້ອຍນາເຄີລີ ນະຄອນຜູເອີ ແຂວງຢຸນນານ ມີລູກຄ້າເຕັມຮ້ານ. ນາງ ຈ້າວ ຢີ້ (Zhao Yi) ຜູ້ສືບທອດຮຸ່ນທີ 5 ຂອງ “ສີມື ແຕ່ງອາຫານມາປາງ” ທີ່ເປັນ ມໍລະດົກວັດທະນະທຳນາມມະທຳ ນະຄອນຜູເອີ ພວມແຕ່ງ ອາຫານ “3 ອ້າຍນ້ອງມາປາງ” ແລະ “3 ເອື້ອຍນ້ອງມາປາງ” ຢູ່ໃນເຮືອນຄົວ. “3 ອ້າຍນ້ອງ ມາປາງ” ແມ່ນ ປີ້ງຊີ້ນງົວ, ຊີ້ນ ເອືອບ ແລະ ປີ້ງໄສ້ກອກ, “3 ເອື້ອຍນ້ອງມາປາງ” ແມ່ນຜັກກາດຂາວນ້ຳເຕົ້າຮູ້, ເຕົ້າຮວຍ ແລະ ກາກໝາກຖົ່ວ.
ຮ້ານຫຼັງນີ້ ຕັ້ງຢູ່ເມືອງ ປົກຄອງຕົນເອງເຜົ່າຮານີ-ເຜົ່າຢີ ໜິງເອີ ທີ່ເປັນສະຖານີແຫ່ງໜຶ່ງ ຂອງທາງລົດໄຟ ລາວ-ຈີນ ໃນໄລຍະ (ຊ່ວງ) ຜ່ານປະເທດຈີນ. ພາຍຫຼັງເປີດນຳໃຊ້ທາງລົດໄຟລາວ - ຈີນ ແລ້ວ, ສະຖານີສຳຄັນຕາມ “ເສັ້ນທາງມ້າຊາ” (ເສັ້ນທາງບູຮານສຳລັບມ້າຕ່າງຂົນສົ່ງໃບຊາໃນສະໄໝບູຮານ) ແຫ່ງນີ້ ໄດ້ກາຍເປັນຊ່ອງທາງໃໝ່ ແຫ່ງການເປີດປະຕູສູ່ພາຍນອກ ຂອງແຂວງຢຸນນານ, ອາຫານມາປາງ ກໍໄດ້ປະກົດ ມີຊີວິດຊີວາຂຶ້ນໃໝ່ ໃນສະໄໝໃໝ່. ນາງ ຈ້າວຢີ້ ກ່າວວ່າ, ນັກທ່ອງທ່ຽວຈຳນວນບໍ່ໜ້ອຍ ໄດ້ມາຊີມອາຫານມາປາງ ຂອງ ຮ້ານເກົ່າແຫ່ງນີ້ ເປັນການສະເພາະ ເພື່ອຮັບຮູ້ປະຫວັດສາດ ຂອງເສັ້ນທາງບູຮານສຳລັບ ມ້າຕ່າງຂົນສົ່ງໃບຊາ ແລະ ປະຫວັດສາດຂອງອາຫານມາປາງ. ນັກ ທ່ອງທ່ຽວໄປທ່ຽວຕາແສງນ້ອຍ ນາເຄີລີແລ້ວ, ກໍສາມາດພັກຢູ່ ໃນຣີສອດ ທີ່ເຕັມໄປດ້ວຍສີສັນ ຊົນເຜົ່າຢູ່ແຫ່ງນັ້ນ.
ນາງ ຈ້າວຢີ້ ກ່າວດ້ວຍ ຄວາມດີໃຈວ່າ: “ແຕ່ກ່ອນ, ນັກທ່ອງທ່ຽວສ່ວນຫຼາຍ ແມ່ນຂັບລົດມາທ່ຽວແຫ່ງນີ້, ແຕ່ເສັ້ນທາງອ່າວໄກ, ຂັບລົດມາກໍເມື່ອຍຫຼາຍ. ພາຍຫຼັງເປີດນຳ ໃຊ້ທາງລົດໄຟ ລາວ-ຈີນ ແລ້ວ, ການໄປ-ມາ ມີຄວາມສະດວກກວ່າເກົ່າ ໃນການເດີນທາງສຳລັບ ນັກທ່ອງທ່ຽວ ແລະ ກໍໄດ້ດຶງດູດນັກທ່ອງທ່ຽວມາທ່ຽວສະຖານທີ່ແຫ່ງນີ້ຫຼາຍກວ່າເກົ່າ, ໃນນັ້ນ, ກໍມີ ນັກທ່ອງທ່ຽວຈຳນວນບໍ່ໜ້ອຍ ຈາກລາວ ແລະ ໄທ ມາທ່ຽວ ຫຼິ້ນເຊັ່ນກັນ.”

ຄໍາເຫັນ

ຂ່າວຕ່າງປະເທດ

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພະຈິກ ຜ່ານມາ, ສະຫະພາບ ເອີຣົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງ​ໜ້າອູແກຣນ, ສະຫະລັດ ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດເອີຣົບ ຈຳ​ນວນ​ໜຶ່ງ ເພື່ອປຶກສາຫາລືກ່ຽວກັບ​ທ່າອ່ຽງການພັດ​ທະ​ນາເສດຖະກິດ ແລະ ມາດຕະການ​ຊ່ວຍເຫຼືອການກໍ່ສ້າງ ອູແກຣນ ຄືນໃໝ່ພາຍ​ຫຼັງເກີດ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ພະຈິກ ຜ່ານມາ, ກະຊວງການຄ້າຈີນເປີດເຜີຍວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 5,768 ຕື້ 770 ລ້ານຢວນ, ເພີ່ມຂຶ້ນ 8.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 4 ພະ​ຈິກ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ຜູ້ຕາງ​ໜ້າ​ສະ​ຫະ​ພາບ ເອີ​ຣົບ (EU) ປະ​ຈຳ ຫວຽດ​ນາມ, ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU-ASEAN (EU-ABC) ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ຣົບ (EuroCham) ຈັດ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - EU ປີ 2026 ດ້ວຍ​ຫົວ​ຂໍ້: “ກຳ​ນົດທິດ​ອະ​ນາ​ຄົດ ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່”. ກ່າວ​ຄຳ​ເຫັນ​ໃນ​ເວ​ທີ​ປາ​ໄສ, ທ່ານ ເລືອງ​ຮ​ວ່າງ​ທ້າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ: ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ, ຍົກ​ສູງ​ມາດ​ຖານ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ທ່ານ ນາມານ ກາຣຸນຣັດຕະນະ ລັດຖະມົນຕີກະຊວງກະສິກຳ ແລະ ການລ້ຽງສັດ ຂອງສີລັງກາ ໄດ້ເປີດເຜີຍແຜນການຂະຫຍາຍຂອບເຂດເງິນອຸດໜູນການປູກພືດສຳລັບຊາວກະສິກອນທີ່ປູກພືດສະບຽງອາຫານ 12 ຊະນິດໃນທົ່ງນາ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງສີລັງກາທີ່ຊາວກະສິກອນທີ່ປູກພືດຊະນິດອື່ນນອກຈາກເຂົ້າຈະໄດ້ຮັບເງິນອຸດໜູນຄືກັນກັບຊາວກະສິກອນປູກເຂົ້າໃນປັດຈຸບັນ.
ເພີ່ມເຕີມ