ບົດສະຫຼຸບການຈັດຕັ້ງປະຕິບັດແຜນການສົກປີ 2023-2024

ຄສບ ເນັ້ນໃຫ້ນັກສຶກສາຮັບປະກັນ 3 ລັກສະນະ 5 ຫຼັກມູນຂອງ ສສກ ວາງອອກ

ຄສບ ເນັ້ນໃຫ້ນັກສຶກສາຮັບປະກັນ 3 ລັກສະນະ 5 ຫຼັກມູນຂອງ ສສກ ວາງອອກ
ໂດຍ: ວັນເພັງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ເປັນໜຶ່ງຄະນະ ທີ່ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ມີທີ່ຕັ້ງຢູ່ໃນເຂດ ມຊ. ໃນສົກສຶກສາ 2023-2024 ທົ່ວ ຄສບ

 

ມີຄູອາຈານ-ພະນັກງານທັງໝົດ 86 ຄົນ ຍິງ 45 ຄົນ, ມີນັກສຶກສາທັງໝົດ 4,125 ຄົນ ຍິງ 2,777 ຄົນ. ໃນນີ້, ມີສຶກສາປະລິນຍາເອກ 12 ຄົນ ຍິງ 4 ຄົນ, ນັກສຶກສາປະລິນຍາໂທ 157 ຄົນ ຍິງ 74 ຄົນ ແລະ ນັກສຶກສາປາລິນຍາຕີ 3,954 ຄົນ ຍິງ 2,700 ຄົນ. ໃນນັ້ນ, ຄສບ ເນັ້ນໃຫ້ນັກສຶກສາຮັບປະກັນ 3 ລັກສະນະ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ວາງອອກ.

ທ່ານ ນາງວາດສະໜາ ຈັນທະນະສິນ ຮອງຄະນະບໍດີ ຄສບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການສົກປີ 2023-2024 ແລະ ທິດທາງແຜນການ ສົກປີ 2024-2025 ຕໍ່ພິທີສະຫຼຸບການຮຽນ-ການສອນສົກສຶກສາ 2023-2024, ເປີດສົກຮຽນໃໝ່ 2024-2025 ແລະ ມອບ-ຮັບໃບປະກາສະນີຍະບັດໃຫ້ຜູ້ສໍາເລັດການສຶກສາ ປະຈໍາສົກສຶກສາ 2023-2024 ເມື່ອບໍ່ດົນມານີ້ ທີ່ຄະນະດັ່ງກ່າວວ່າ: ສໍາລັບແຜນການສົກສຶກສາ 2024-2025 ຄສບ ຈະສືບຕໍ່ໃຫ້ພະນັກງານ, ຄູ-ອາຈານ ມີແນວຄິດຫຼັກໝັ້ນການເມືອງດີ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງດີ, ມີຄວາມດຸໝັ່ນຄົ້ນຄວ້າ ແລະ ພັດທະນາຕົນເອງຂຶ້ນຕື່ມ; ຈະສືບຕໍ່ຈັດຕັ້ງປະຕິບັດເຜີຍແຜ່-ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດວາງອອກ ອີງຕາມວັນສໍາຄັນຕ່າງໆຂອງຊາດ; ການຂຶ້ນຫ້ອງສອນຂອງຄູ-ອາຈານ ໃນແຕ່ລະຊົ່ວໂມງ ຈະສືບຕໍ່ສຶກສາແນວຄິດ ໃຫ້ນັກສຶກສາຂອງແຕ່ລະພາກວິຊາ ເພື່ອຮັບປະກັນ 3 ລັກສະນະ 5 ຫຼັກມູນຂອງກະຊວງ ສສກ ວາງອອກ.

ສໍາລັບວຽກງານດ້ານວິຊາການ: ວຽກງານປະລິນຍາຕີ ແລະ ຫຼັງປະລິນຍາຕີ ໃຫ້ໄດ້ຈັດ ແລະ ເຂົ້າຮ່ວມການຝຶກອົບຮົມ 10 ຄັ້ງ ໃນຫົວຂໍ້ຕ່າງໆ; ຈັດກອງປະຊຸມສໍາມະນາທາງວິຊາການພາຍໃນ ໃຫ້ໄດ້ 30 ຄັ້ງ ແລະ ຢູ່ຕ່າງປະເທດໃຫ້ໄດ້ 10 ຄັ້ງ; ຈັດການສອບເສັງເພື່ອຄັດເລືອກເອົານັກສຶກສາປະລິນຍາຕີ ໄປຮຽນຕໍ່ໃນຫຼັກສູດ 2+2 ຢູ່ ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ; ຄສບ ກຳລັງສ້າງຫຼັກສູດ 1+2 ຮ່ວມມືກັບມະຫາວິທະຍາໄລໂຮຮາຍ ສປ ຈີນ ເພື່ອໃຫ້ທຶນແກ່ນັກສຶກສາປະລິນຍາໂທໃນສາຂາບໍລິຫານທຸລະກິດ ແລະ ສາຂາການບັນຊີ; ໃຫ້ໄດ້ເຊີນໄປສອນ ຫຼື ບັນຍາຍພິເສດຢູ່ມະຫາວິທະຍາໄລ ຫຼື ສະຖາບັນຕ່າງໆທີ່ ຕ່າງປະເທດ 2 ຄົນ ແລະ ພາຍໃນ 5 ຄົນ; ສືບຕໍ່ບໍລິການແກ່ສັງຄົມພາຍນອກເຊັ່ນ: ໄປບັນຍາຍພິເສດ ຫຼື ເປັນວິທະຍາກອນໃນຫົວຂໍ້ຕ່າງໆໃຫ້ພາກສ່ວນລັດ ແລະ ອົງກອນເອກະຊົນໃຫ້ໄດ້ 5 ຄັ້ງ; ເຊີນອາຈານທາງນອກມາບັນລະຍາຍພິເສດໃຫ້ແກ່ຄູ-ອາຈານ ພາຍໃນ ຄສບ ໃຫ້ໄດ້ 2 ຄັ້ງ; ໃນແຕ່ລະປີ ຄສບ ໃຫ້ໄດ້ລົງໄປໂຄສະນາເຜີຍແຜ່ຫຼັກສູດໃຫ້ກັບນັກສຶກສາ ທີ່ໂຮງຮຽນມັດທະຍົມຕອນປາຍຕ່າງໆ ເພື່ອກຽມພ້ອມເລືອກສາຂາວິຊາຮຽນໃຫ້ໄດ້ນໍາພາ ແລະ ຕິດຕາມການໄປທັດສະນະສຶກສາຂອງນັກສຶກສາປະລິນຍາໂທ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ 10 ຄັ້ງ; ເຂົ້າຮ່ວມງານວາງສະແດງຕ່າງໆທັງພາຍໃນ ແລະ ຕ່າງປະເທດທັງໝົດ 2 ຄັ້ງ; ໃຫ້ໄດ້ຈັດຕັ້ງການຮຽນການສອນວິຊາປ້ອງກັນຕົວໃຫ້ກັບນັກສຶກສາ ປີ 1 ເປັນປົກະຕິ; ໃຫ້ໄດ້ຈັດງານຕະຫຼາດນັດນັກສຶກສາ ຄສບ 1 ຄັ້ງຕໍ່ປີ; ໄດ້ຮ່ວມເຊັນສັນຍາການຮ່ວມມື (MOU, MOA) ກັບພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດໄດ້ 3 ຄັ້ງ; ໃຫ້ໄດ້ນໍາສົ່ງນັກສຶກສາປະລິນຍາໂທ ເພື່ອໄປແລກປ່ຽນບົດຮຽນເປັນເວລາ 5 ເດືອນ ທີ່ມະຫາວິທະຍາໄລໂກເບ ປະເທດຍີ່ປຸ່ນ; ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນແຜນທຸລະກິດ; ໃຫ້ໄດ້ຕ້ອນຮັບຄະນະອາຈານ ແລະ ນັກສຶກສາ ຈາກຕ່າງປະເທດເຂົ້າມາທັດສະນະສຶກສາແລກປ່ຽນຄວາມຮູ້ທາງວິຊາການກັບ ຄສບ ຈໍານວນ 10 ຄັ້ງ; ຂຽນ ແລະ ຮຽບຮຽງປຶ້ມໃຫ້ໄດ້ຈໍານວນ 5 ເຫຼັ້ມ.

ຄໍາເຫັນ

ຂ່າວສືກສາ-ກິລາ

ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ພິທີເຊັນສັນຍາການຮ່ວມມື ດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດ ສຳລັບລາວ ຈັດຂຶ້ນໃນວັນທີ 21 ມັງກອນນີ້ ທີ່ຫ້ອງການດີວີ ວີອິນເຕີເນເຊີນອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ສາຍ ພອນແກ້ວ ຮອງຄະນະບໍດີຄະນະສຶກສາສາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ Uwe Gartenschlaeger ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ DV International, ມີທ່ານ Hans-Ulrich Sudbeck ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ ເທດໄທຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ມັງກອນຜ່ານມາ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ໂດຍມີພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງຣາຊະອານາຈັກໄທ ໄດ້ມອບໝາຍໃຫ້ທ່ານ ພົນເອກ ພະວໍລະວົງເທີ ພະອົງເຈົ້າສະເຫຼີມສຶກຢຸຄົນ ເປັນຕົວແທນເຂົ້າຮ່ວມເປັນປະທານໃນພິທີເປີດ. ສ່ວນ ສປປ ລາວ ເຮົານຳໂດຍທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ). ນອກນີ້, ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ ບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍທີ່ຂໍຖອນຕົວຈາກການແຂ່ງຂັນ.
ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງວຽງຈັນ (ນວ) ໂຮງຮຽນປະຖົມສົມບູນພອນນະພາ ຈັດຂຶ້ນເມື່ອບໍ່ດົນມານີ້, ມີທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ, ບັນດາຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ຄະນະນັກສຶກສາຈີນ ທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະສັງສັນສະຫຼອງບຸນກຸດຈີນ 2026 ຂຶ້ນຢ່າງເປັນທາງການໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນໃຫຍ່ ມຊ ທັງເປັນການສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ; ທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ທ່ານ ວົງສິນ ໃຊຍະວົງ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ; ທ່ານ ຄຳແກ້ວ ຮັນຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ທັບນັກຊູດບານບ້ວງສາວຄົນພິການທີມຊາດລາວ ລົງສະໜາມໃນນັດທີ 2 ໃນຕອນບ່າຍວັນທີ 19 ມັງກອນນີ້ ໄລ່ເອົາຊະນະ ສາວຄົນພິການຟີລິບປິນ 8-5 ຄະແນນ ຕໍ່ຄວາມຫວັງທີ່ຈະໄດ້ແກ້ມືກັບເຈົ້າພາບໄທ ໃນຮອບຊີງຫຼຽນຄຳ ງານກິລາອາຊຽນ ພາຣາເກມ 2025.
2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ໃນ 4 ແຂວງເປົ້າໝາຍ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ.
ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ແຂ່ງຂັນກິລາພື້ນເມືອງ ສືບສານວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ ປະຈຳປີ 2026

ໃນວັນທີ 14 ມັງກອນ 2026 ທີ່ສະໜາມກິລາແຂວງອຸດົມໄຊ ໄດ້ຈັດຈັດງານແຂ່ງຂັນກິລາພື້ນເມືອງ (ໝາກຂ່າງ) ໃນງານບຸນປະເພນີບັນດາເຜົ່າ ເພື່ອສົ່ງເສີມການທ່ອງທ່ຽວ ແຂວງອຸດົມໄຊ ປະຈຳປີ 2026 ໂດຍການ ເປັນປະທານຂອງ ທ່ານ ນາງ ອຳໄພວອນ ປັນຍາລັກ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ຮອງປະທານຈັດງານບຸນບັນດາເຜົ່າ.
ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ບາງວຽກງານທີ່ພົ້ນເດັ່ນຂອງຂະແໜງການສຶກສາ ແລະ ກິລາ

ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025 ໃນລະຫວ່າງວັນທີ 12-13 ມັງກອນນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບວຽກງານທີ່ພົ້ນເດັ່ນປະຈໍາປີ 2025 ວ່າ: ໃນສົກຮຽນປີ 2024-2025 ຜ່ານມາ,
ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ເປີດການແຂ່ງຂັນ ກິລາປະຈຳປີຢູ່ເມືອງເງິນ

ວັນທີ 8 ມັງກອນຜ່ານມານີ້ ຢູ່ທີເດີນກິລາເມືອງເງິນ ແຂວງ ໄຊຍະບູລີໄດ້ເປີດງານແຂ່ງຂັນກິລາປະຈຳປີ 2026 ຂອງເມືອງເງິນຂຶ້ນ,ພາຍໃຕ້ການເປັນປະທານຂອງທ່ານ ອຸ່ນຄຳ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງເງິນ.
ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III

ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ກົມຈັດຕັ້ງ-ພະນັກງານ ໄດ້ເປີດການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂຶ້ນໃນວັນທີ 12 ມັງກອນນີ້ ທີ່ ຄອສພ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ເພີ່ມເຕີມ