![]() |
ໃນພິທີ, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຫວນຄືນມູນເຊື້ອຂະບວນການປະຕິວັດ ແລະ ຄວາມໝາຍຄວາມສໍາຄັນຂອງວັນຊາດທີ 2 ທັນວາ, ຊຶ່ງແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດ, ປວງຊົນລາວທັງຊາດ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີສາກົນກໍຄືໃນໂລກ; ພ້ອມທັງຍົກໃຫ້ເຫັນບັນດາເຫດການໄຊຊະນະອັນຍິ່ງໃຫຍ່, ພາລະກິດປົດປ່ອຍຊາດໃນເມື່ອກ່ອນກໍຄືຜົນງານ, ຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ຜົນສໍາເລັດຂອງການປະຕິບັດ 2 ໜ້າທີ່ຍຸດທະສາດແຕ່ອະດີດຈົນເຖິງປັດຈຸບັນ. ຫຼັງຈາກນັ້ນ, ກໍໄດ້ສືບຕໍ່ເຜີຍແຜ່ການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ໂດຍໄດ້ຍົກໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງ ແລະ ແບບຢ່າງອັນດີເລີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາແບບຢ່າງອັນດີງາມເພື່ອໃຫ້ຄົນຮຸ່ນໃໝ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ດີ,ເປັນພະນັກງານທີ່ດີ ເດັ່ນສືບທອດພາລະກິດຂອງພັກໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ໃນວັນດຽວກັນ, ສະຫາຍ ວາລະໄຊ ເລັ່ງສະຫວັດ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ຄຕພ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດສະບັບເລກທີ 290/ປປທ, ລົງວັນທີ 20 ພະຈິກ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ຜ່ານໃບມອບສິດຂອງນາຍົກລັດຖະມົນຕີສະບັບເລກທີ 247/ນຍ, ລົງວັນທີ 20 ພະຈິກ 2025, ເພື່ອປະດັບຫຼຽນກາລະນຶກ 50 ປີ ໃຫ້ແກ່ບັນດາພະນັກງານ-ລັດຖະກອນປະຈຳການ ແລະ ບຳນານ ຜູ້ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ, ຊຶ່ງຜູ້ທີ່ໄດ້ຮັບຫຼຽນທັງໝົດມີ 90 ສະຫາຍ, ຍິງ 23 ສະຫາຍ, ໃນນີ້ພະນັກງານບຳນານ 34 ສະຫາຍ, ຍິງ 10 ສະຫາຍ.
![]() |
ການປະດັບຫຼຽນກາລະນຶກໃນຄັ້ງນີ້ແມ່ນເປັນການຍ້ອງຍໍ, ສັນລະເສີນຕໍ່ຄຸນງາມຄວາມດີອັນສູງສົ່ງ, ທັງເປັນລາງວັນ ແລະ ກຳລັງໃຈອັນສໍາຄັນຕໍ່ພາລະກິດປະຕິວັດຕໍ່ຊາດ, ຕໍ່ປະຊາຊົນລາວ ພ້ອມທັງລະນຶກເຖິງ 50 ປີວັນມະຫາໄຊຊະນະແຫ່ງການປະຕິວັດຊາດປະຊາທິປະໄຕ ແລະ ລະນຶກເຖິງຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ແລະ ບັນດາຜູ້ນຳປະຕິວັດ, ວິລະຊົນ ຕະຫຼອດຮອດປະຊາຊົນລາວທີ່ໄດ້ເສຍສະຫຼະຊີວິດ-ເລືອດເນື້ອໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງອົງອາດກ້າຫານຈົນສາມາດຍາດໄດ້ເອກະລາດ ອະທິປະໄຕ, ປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຈົນເຖິງປັດຈຸບັນ. (ຂ່າວ: ຄຕພ. ພາບ: ແສງຈັນ)


ຄໍາເຫັນ