ເຄື່ອງມື AI ທີ່ມີການນຳໃຊ້ຫຼາຍທີ່ສຸດໃນປີ 2023

ເຄື່ອງມື AI ທີ່ມີການນຳໃຊ້ຫຼາຍທີ່ສຸດໃນປີ 2023
ຂ່າວສານຫວຽດນາມລາຍງານວ່າ: ອັນດັບໜຶ່ງຂອງ 10 ເຄື່ອງມື AI ທີ່ໃຊ້ຫຼາຍທີ່ສຸດໃນປີ 2023 ແມ່ນ ChatGPT, ມີຈຳນວນ14,6 ຕື້ເທື່ອຂອງການນຳໃຊ້ ໃນລະຫວ່າງເດືອນກັນຍາ 2022 ຫາເດືອນສິງຫາ 2023.
ຂ່າວລະບຸວ່າ: ໃນກາງເດືອນທັນວາ 2023, ບໍລິສັດ Writerbudy.ai (ໜ່ວຍງານຂຽນເນື້ອຫາອອນໄລນ໌) ໄດ້ປະກາດຜົນການສໍາຫຼວດກ່ຽວກັບ 10 ເຄື່ອງມືປັນຍາປະດິດ (AI) ທີ່ໃຊ້ຫຼາຍທີ່ສຸດໃນປີ 2023. Writterbudy.ai ໄດ້ດໍາເນີນການສໍາຫຼວດ ເຄື່ອງມື AI 3,000 ເຄື່ອງ ໂດຍໃຊ້ SEMrush (ເປັນຊອບແວ SEO)ເພື່ອລະບຸເຄື່ອງມື AI ທີ່ມີຜູ້ນຳໃຊ້ຫຼາຍທີ່ສຸດຂອງປີ 2023. ChatGPT ແມ່ນອັນດັບສູງສຸດມີບັນຊີລາຍຊື່ຜູ້ນຳໃຊ້ 14,6 ຕື້ເທື່ອຂອງການນຳໃຊ້ ໃນລະຫວ່າງເດືອນກັນຍາ 2022 ຫາເດືອນສິງຫາ 2023.
ນອກຈາກນີ້, ອີງຕາມການສໍາຫຼວດໂດຍ Writterbudy.ai, ເຄື່ອງມື AI50 ລາຍການທີ່ມີການໃຊ້ງານຫຼາຍທີ່ສຸດໄດ້ບັນທຶກການເຂົ້າໃຊ້ງານຫຼາຍກວ່າ 24 ຕື້ເທື່ອຂອງການນໍາໃຊ້, ຊຶ່ງຜູ້ໃຊ້ສ່ວນຫຼາຍແມ່ນຜູ້ຊາຍ.

ຄໍາເຫັນ

ຂ່າວຕ່າງປະເທດ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

BIS ເຕືອນ ຄວາມສ່ຽງສົງຄາມການຄ້າດຶງເສດຖະກິດໂລກໄປສູ່ຍຸກຂອງຄວາມບໍ່ແນ່ນອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ທະນາຄານ​​ເພື່ອການຊຳລະສາກົນ (Bank for International Settlements: BIS) ເປີດເຜີຍບົດລາຍງານ​ການ​ປະ​ເມີນ​ເສດຖະກິດ​ໂລກ​ຄັ້ງ​ຫຼ້າ​ສຸດ​ ໃນ​ວັນ​ທີ 29 ມິຖຸນາ ຜ່ານມາ​ວ່າ: ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ​ແລະ​ ທາງ​ດ້ານພູມສາດການ​ເມືອງ​ ມີຄວາມສ່ຽງທີ່ຈະເຮັດໃຫ້ລະບົບການເງິນທົ່ວໂລກປະເຊີນກັບຄວາມບໍ່ສອດຄ່ອງໃນລະດັບທີ່ເລິກເຊິ່ງຂຶ້ນ.
ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ເອີຣົບ ກຳລັງປະເຊີນກັບຄື້ນຄວາມຮ້ອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ຄື້ນ​ຄວາມ​ຮ້ອນ​ຍັງ​ສືບ​ຕໍ່​ປົກຄຸມຫຼາຍປະເທດໃນເອີຣົບ ໂດຍ​ມີ​ຫຼາຍ​ປະ​ເທດ​ໄດ້ອອກ​ຄໍາ​ເຕືອນທ່າມກາງ​ອຸນ​ຫະ​ພູມ​ທີ່​ເພີ່ມສູງ​ຂຶ້ນ, ​ໃນ​ຂະ​ນະ​ທີ່​ແອັດສະປາຍ ທຳລາຍສະຖິຕິອຸນຫະພູມສູງທີ່ສຸດ.
ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ສິນຄ້າອາຫານໃນຍີ່ປຸ່ນຈະເພີ່ມລາຄາຂຶ້ນ 2,000 ກວ່າລາຍການ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ມິຖຸນາ ຜ່ານມາວ່າ: ບົດລາຍງານຂອງ ບໍລິສັດ Teikoku Databank ຊຶ່ງເປັນບໍລິສັດຄົ້ນຄວ້າຂອງຍີ່ປຸ່ນ ເປີດເຜີຍວ່າ: ສິນຄ້າອາຫານໃນຍີ່ປຸ່ນ ປະມານ 2,105 ລາຍການ ຈະປັບຂຶ້ນລາຄາໃນເດືອນກໍລະກົດ ນີ້ ຍ້ອນການເພີ່ມຂຶ້ນຂອງລາຄາວັດຖຸດິບ, ລວມເຖິງການເພີ່ມຂຶ້ນຂອງຄ່າແຮງງານ, ການຂົນສົ່ງ ແລະ ຄ່ານໍ້າ-ຄ່າໄຟ.
ພັກກອມມູນິດຈີນ ທົບ​ທວນ​ຄືນ ກົດ​ລະ​ບຽບ​​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ

ພັກກອມມູນິດຈີນ ທົບ​ທວນ​ຄືນ ກົດ​ລະ​ບຽບ​​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ

ຂ່າວສານຊີອາໄອລາຍງານວ່າ: ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ ຜ່ານມາ ໂດຍ​ໄດ້​ທົ​ທວນ​ຄືນ “ກົດ​ລະ​ບຽບ​​ໃນ​ການປະ​ຕິ​ບັດ​ງານ​ຂອງ​ອົງ​ການ​​ຕັດ​ສິນ​ນະ​ໂຍ​ບາຍ, ປຶກ​ສາ​ຫາ​ລື​ ແລະ ​ປະ​ສານງານ​ຂອງ​ສູນ​ກາງ​ພັກ”, ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ.
ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ຫວຽດນາມ ປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ມິຖຸນາ ຜ່ານມາ, ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດແຂວງ, ນະຄອນ, ຕາແສງ ແລະ ເຂດພິເສດ.
ປີ​ຜ່ານມາ ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ມີ​ເຖິງ 102,000 ຕື້ໂດ​ລາ

ປີ​ຜ່ານມາ ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ມີ​ເຖິງ 102,000 ຕື້ໂດ​ລາ

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້; ກອງ​ປະ​ຊຸມ​ການ​ຄ້າ​ ແລະ​ ການ​ພັດ​ທະ​ນາ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ປະ​ກາດ​ບົດ​ລາຍ​ງານ​ວ່າ: ໜີ້​ສິນ​ສາ​ທາ​ລະ​ນະ​ທົ່ວ​ໂລກ​ໃນ​ປີ 2023 ແມ່ນ 97,000 ຕື້​ໂດ​ລາ, ປີ 2024 ໄດ້​ເພີ່ມ​ຂຶ້ນ​ຮອດ 102,000 ຕື້ໂດ​ລາ, ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ, ​ໃນ​ນັ້ນ, ປະ​ເທດ​ທີ່​ພວມ​ພັດ​ທະ​ນາຖືກ​ກະ​ທົບ​ໜັກ​ໜ່ວງກວ່າ​ໝູ່.
ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ໂອເປັກພລັສ ຈະເພີ່ມປະລິມານການຜະລິດນໍ້າມັນໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດ ຜ່ານມາວ່າ: ກຸ່ມໂອເປັກພລັສ (OPEC+) ຊຶ່ງເປັນພັນທະມິດດ້ານ​ນ້ຳມັນ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ກຽມເພີ່ມປະລິມານການຜະລິດນໍ້າມັນ 411,000 ບາ​ເຣນ/ວັນ​ໃນ​ເດືອນ​ສິງຫາ ຈະມາເຖິງນີ້, ໂດຍມີເປົ້າໝາຍ​ເພື່ອຟື້ນຟູ​ສ່ວນ​ແບ່ງ​ຕະຫຼາດ​ທີ່​ສູນ​ເສຍ​ໄປໃຫ້ກັບ​ຄືນ​ມາ.
ສິງກະໂປ ສຳຫຼວດພົບຜູ້ໃຫຍ່ 90% ເປັນນັກອ່ານຫຼາຍກວ່າໜຶ່ງຄັ້ງຕໍ່ອາທິດ

ສິງກະໂປ ສຳຫຼວດພົບຜູ້ໃຫຍ່ 90% ເປັນນັກອ່ານຫຼາຍກວ່າໜຶ່ງຄັ້ງຕໍ່ອາທິດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ຄະນະ​ກຳມະການ​ຫໍສະໝຸດ​ແຫ່ງ​ຊາດ​ສິງກະ​ໂປ ​ໄດ້​ເປີດ​ເຜີຍ​ຜົນ​ການ​ສຶກສາ​ພຶດຕິ​ກຳ​ການ​ອ່ານ​ແຫ່ງ​ຊາດ​ປີ ​​2024​ ພົບ​ເຫັນ​ວ່າຜູ້ໃຫຍ່​ເກືອບ 9 ​ໃນ 10 ຄົນ ​ແລະ ​ໄວ​ໜຸ່ມ 8 ໃນ 10 ຄົນ​ ຂອງ​ສິງກະ​ໂປ​ອ່ານ​ຂ່າວ, ປຶ້ມ ​ແລະ ​ບົດ​ຄວາມ​ທາງ​ອອນ​ລາຍ​ຫຼາຍ​ກວ່າ​ໜຶ່ງ​ຄັ້ງ​ຕໍ່​ອາທິດ​ໃນ​ປີ 2024.
ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ກຳປູເຈຍ ແນະນຳຢາສັກປ້ອງກັນ HIV ທີ່ມີປະສິດທິພາບຊະນິດໃໝ່

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກຳ​ປູ​ເຈຍ​ ແນະນຳ​ຢາ CAB-PrEP, ຢາປ້ອງກັນການຕິດໄວຣັດ HIV ແບບ​ສັກທີ່ມີປະສິດທິພາບຊະນິດໃໝ່ ສຳລັບກຸ່ມ​ທີ່​ມີ​ຄວາມ​ສ່ຽງ​ສູງຕໍ່ການຕິດເຊື້ອໄວຣັດທີ່ເຮັດໃຫ້ເກີດໂຣກເອດສ (AIDS).
ຫວຽດນາມ ມີກຳລັງໜູນເປັນຢ່າງດີ ເພື່ອບັນລຸເປົ້າໝາຍການເຕີບໂຕດ້ານການສົ່ງອອກ

ຫວຽດນາມ ມີກຳລັງໜູນເປັນຢ່າງດີ ເພື່ອບັນລຸເປົ້າໝາຍການເຕີບໂຕດ້ານການສົ່ງອອກ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ຕາມການຄາດຄະເນຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ການສົ່ງອອກໃນໄລຍະ 6 ເດືອນຕົ້ນປິ 2025 ບັນລຸລະດັບເຕີບໂຕປະມານ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ວົງເງິນສົ່ງອອກ - ນໍາເຂົ້າໃນ 6 ເດືອນຕົ້ນປີຄາດວ່າບັນລຸປະມານ 426 – 430 ຕື້ໂດລາ, ເພີ່ມຂຶ້ນປະມານ 15.5 – 15.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ວົງເງິນສົ່ງອອກຄາດວ່າບັນລຸປະມານ 215 – 217 ຕື້ໂດລາ, ເພີ່ມຂຶ້ນປະມານ 13.8 – 14%, ການນຳເຂົ້າຄາດວ່າບັນລຸປະມານ 211 – 213 ຕື້ໂດລາ, ເພີ່ມຂຶ້ນປະມານ 17 – 17.2%. ການສົ່ງອອກເກີນດຸນຄາດວ່າບັນລຸ 3.4 – 4 ຕື້ໂດລາ.
ເພີ່ມເຕີມ