ສໍາລັບລາຍການແຂ່ງຂັນ ໃນວັນທີ 23 ກັນຍາ 2026 ມີການຊີງໄຊກັນ 33 ຫຼຽນຄຳ ປະກອບດ້ວຍ ລອຍນໍ້າ 7 ຫຼຽນ, ຍິງປືນ 6 ຫຼຽນ, ຄາຣາເຕ້ 3 ຫຼຽນ, ແລ່ນ ແລະ ລານ 2 ຫຼຽນ, ຂີ່ມ້າ 2 ຫຼຽນ, ອີສປອດ 2 ຫຼຽນ, ຟັນດາບ 2 ຫຼຽນ, ຍິມນາສຕິກ 2 ຫຼຽນ, ຊອຟເທັນນິສ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ, ວູຊູ 2 ຫຼຽນ ແລະ ລົດຖີບ 1 ຫຼຽນ.
ການແຂ່ງຂັນກິລາເອຊຽນເກມ 2026 ກ້າວສູ່ມື້ທີ 4, ທີມຊາດຈີນ ຍັງນໍາໜ້າໃນການເກັບຫຼຽນຄຳ ໂດຍໄດ້ໄປທັງໝົດ 37 ຫຼຽນຄຳ, 14 ຫຼຽນເງິນ, 10 ຫຼຽນທອງ ລວມທັງໝົດ 61 ຫຼຽນ, ອັນດັບ 2 ເຈົ້າພາບຍີ່ປຸ່ນໄດ້ 11 ຫຼຽນຄຳ, 18 ຫຼຽນເງິນ, 22 ຫຼຽນທອງ ລວມທັງໝົດ 51 ຫຼຽນ ແລະ ອັນດັບ 3 ສເກົາຫຼີ 7 ຫຼຽນຄຳ, 5 ຫຼຽນເງິນ, 21 ຫຼຽນທອງ ລວມທັງໝົດ 33 ຫຼຽນ.
![]() |

ຄໍາເຫັນ