ເມື່ອບໍ່ດົນມານີ້, ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີເປີດບັ້ນແຂ່ງຂັນ-ຍ້ອງຍໍສ້າງຂະບວນການກະກຽມປະກາດຮັບຮອງບ້ານຫຼັກ 32 ເປັນຕົວເມືອງໃນຊົນນະບົດຂຶ້ນ ທີ່ກອງພັນ 414 ກຸ່ມບ້ານຫົວນ້ຳງາ ເມືອງໄຊ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນແຂວງ, ມີທ່ານ ວາລີ ຈືນໍເຢັງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ພິມມະເສນ ຄູນສິລິວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການເປີດຂະບວນແຂ່ງຂັນຍ້ອງຍໍສ້າງຂະບວນການເພື່ອສ້າງເງື່ອນໄຂຮັບຮອງ ແລະ ປະກາດບ້ານດັ່ງກ່າວ ເປັນຕົວເມືອງໃນຊົນນະບົດ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເປີດບັ້ນແຂ່ງຂັນ-ຍ້ອງຍໍ ສ້າງຂະບວນການກະກຽມປະກາດຮັບຮອງບ້ານດັ່ງກ່າວ ເປັນບ້ານໃຫຍ່, ເປັນຕົວເມືອງໃນຊົນນະບົດ; ຈາກນັ້ນ, ທ່ານ ຈັນພວງ ສີບຸນແພງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງໄຊ ຄະນະຮັບຜິດຊອບຊີ້ນຳຂັ້ນເມືອງຂຶ້ນຜ່ານເນື້ອໃນບັ້ນແຂ່ງຂັນສ້າງບ້ານຫຼັກ 32 ເປັນບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 2023
ໂອກາດດັ່ງກ່າວ, ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ຂຶ້ນຈັບມືແຂ່ງຂັນກັນ ແລະ ປະຕິຍານຕົນຕໍ່ຄະນະພັກຂັ້ນເທິງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ, ຕອນທ້າຍພິທີຍັງໄດ້ຮັບຟັງການມີຄຳຄິດຄຳເຫັນໂອ້ລົມຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ, ກ່ອນອື່ນທ່ານໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນເອົາໃຈໃສ່ລົງຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຍັງຄ້າງໃຫ້ບັນ ລຸຕາມຄາດໝາຍ ແລະ ແຜນການທີ່ໄດ້ກຳນົດໄວ້ໃຫ້ ທັນເວລາ ແລະ ຢ່າງຮີບດ່ວນ ແລະ ຍັງຮຽກຮ້ອງໃຫ້ອົງການປົກຄອງບ້ານອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືຕໍ່ພັກ-ລັດຂັ້ນເທິງໃນການລົງຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
(ຂ່າວ-ພາບ: ຈັນເພັງ ແກ້ວບົວທອງ)
ຄໍາເຫັນ