ກຽມເປີດຕະຫຼາດນັດແຮງງານ ສົ່ງເສີມວຽກເຮັດງານທຳໃນທ້າຍເດືອນຕຸລານີ້

ກຽມເປີດຕະຫຼາດນັດແຮງງານ ສົ່ງເສີມວຽກເຮັດງານທຳໃນທ້າຍເດືອນຕຸລານີ້
ເພື່ອສົ່ງເສີມການມີວຽກເຮັດງານທຳຢູ່ພາຍໃນປະເທດ ແລະ ການສ້າງຄວາມເຂົ້າໃຈໃນການໄປເຮັດວຽກຢູ່ຕ່າງປະເທດໃຫ້ຖືກຕ້ອງ ແລະ ປອດໄພ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານປະຈຳ ສປປ ລາວ (IOM), ສູນວາງສະແດງສິນຄ້າລາວ-ໄອເຕັກ, ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໄດ້ຈັດພິທີຖະແຫຼງຂ່າວຕໍ່ສື່ມວນຊົນຂຶ້ນໃນວັນທີ 10 ຕຸລາ ນີ້ ທີ່ສູນການຄ້າໄອເຕັກ. ໂດຍການໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດ ຖະມົນຕີກະຊວງ ຮສສ, ມີທ່ານ ອຸໄທ ເສົາພະຈັນ ຮອງຫົວໜ້າສະຖາບັນພັດທະນາກຳມະບານລາວ ສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ Joaquim Torranha ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານປະຈຳ ສປປ ລາວ (IOM) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ພົງໄຊສັກ ອິນຖາລາດ ກ່າວວ່າ: ການຈັດງານຕະຫຼາດນັດແຮງງານ ເພື່ອສົ່ງເສີມການຈັດຫາງານພາຍໃນປະເທດ ແລະ ການໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມກົດໝາຍ (Job Fair) ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 27-29 ຕຸລາ 2023 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ). ການຈັດງານດັ່ງ ກ່າວເພື່ອສ້າງໂອກາດໃຫ້ຜູ້ວ່າງງານ ຜູ້ທີ່ຍັງບໍ່ເຄີຍມີວຽກເຮັດມາກ່ອນ ຫຼື ຜູ້ທີ່ກຳລັງກຽມເຂົ້າສູ່ຕະຫຼາດແຮງງານ, ຜູ້ທີ່ເຄີຍເຮັດວຽກມາກ່ອນ ລວມທັງຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ໄດ້ເຂົ້າເຖິງຕຳແໜ່ງງານທີ່ມີຢູ່ໃນລະບົບເສດຖະກິດພາຍໃນປະເທດ ເປັນຕຳແໜ່ງງານໃນລະບົບ.
    ພາຍໃນງານມີການຂຶ້ນທະບຽນຜູ້ຊອກວຽກ, ການແນະນໍາຕໍາແໜ່ງງານວ່າງທີ່ຫົວໜ່ວຍແຮງງານນຳມາສະເໜີ, ເປີດໂອກາດໃຫ້ໄດ້ເຂົ້າສຳພາດ ຫຼື ສະໝັກເຂົ້າເຮັດວຽກນຳຜູ້ໃຊ້ແຮງງານຕົວຈິງ ເພື່ອໃຫ້ຜູ້ໃຊ້ແຮງງານຄັດເລືອກເອົາແຮງງານຕາມຕໍາແໜ່ງງານທີ່ຕົນຕ້ອງການ, ມີການບໍລິການໃຫ້ຄຳປຶກສາດ້ານກົດໝາຍ ແລະ ລະບຽບການດ້ານແຮງງານ, ດ້ານປະກັນສັງຄົມ ເປັນຕົ້ນແມ່ນເງື່ອນໄຂການໄດ້ຮັບອຸດໜູນວ່າງງານຂອງຜູ້ວ່າງງານທີ່ເປັນສະມາຊິກປະກັນສັງຄົມ ພ້ອມດຽວກັນນັ້ນກໍຈະມີກິດຈະກຳການໂຄສະນາ, ເຜີຍແຜ່ວິທີການ ລະບຽບການກ່ຽວກັບການໄປເຮັດວຽກຢູ່ຕ່າງປະເທດທີ່ຖືກຕ້ອງ ແລະ ປອດໄພໃຫ້ແກ່ຜູ້ທີີ່ສົນໃຈ. ນອກຈາກນີ້ ຍັງເປັນການເພີ່ມທະວີກົນໄກການປະສານງານ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງກະຊວງ ຮສສ ແລະ ຫົວໜ່ວຍແຮງງານດ້ວຍກັນ. ຄາດວ່າຈະມີການຕັ້ງຫ້ອງວາງສະແດງໃຫ້ບໍລິການຂຶ້ນທະບຽນຊອກວຽກ, ໃຫ້ຄໍາປຶກສາ, ສໍາພາດເອົາແຮງງານທັງໝົດ 120 ຫ້ອງວາງສະແດງ. ໃນນີ້ມີ 70 ຫົວໜ່ວຍແຮງງານ, 48 ວິສາຫະກິດບໍລິການຈັດຫາງານ, 10 ຫ້ອງວາງສະແດງຂອງຄູ່ຮ່ວມງານຈາກພາກລັດ ແລະ ອົງການຈັດຕັ້ງຕ່າງໆ; ສຳລັບປະເທດພວກເຮົາ ງານຕະຫຼາດນັດແຮງງານຍັງຖືວ່າເປັນປະກົດການ ຫຼື ວິທີການໃໝ່ທີ່ຍັງບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ຈາກການຈັດໃນຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າເຊື່ອໝັ້ນວ່າຖ້າຫາກທຸກພາກສ່ວນມີສ່ວນຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຮ່ວມກັນຢ່າງແທ້ຈິງ ກໍຈະເຮັດໃຫ້ການຈັດງານໃນຄັ້ງນີ້ໄດ້ຮັບຜົນສຳເລັດຕາມຈຸດປະ ສົງທີ່ວາງໄວ້ ຄາດວ່າຈະມີຜູ້ເຂົ້າມາຮ່ວມງານບໍ່ຕໍ່າກ່ວາ 1.000 ຄົນ. ດັ່ງນັ້ນ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ຫຼື ແຂວງໃກ້ຄຽງ, ສະຖາບັນການສຶກສາ, ສະຖານພັດທະນາສີມືແຮງງານ, ສູນຝຶກວິຊາຊີບທັງພາກລັດ ແລະ ເອກະຊົນ, ນັກຮຽນ, ນັກສຶກສາ, ຜູ້ອອກແຮງງານທຸກທົ່ວໜ້າ ລວມທັງບັນດາຫົວ     ໜ່ວຍທຸລະກິດຂອງທຸກຂະແໜງການ ຈົ່ງເຫັນໄດ້ຄວາມສຳຄັນ ແລະ ເຂົ້າຮ່ວມງານໃນຄັ້ງນີ້ດ້ວຍ. 
ຂ່າວ-ພາບ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເພີ່ມເຕີມ