ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ

ກິດຈະກຳ ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຫ້ອງການການຕ່າງປະເທດ ແຂວງຢຸນນານ ສປ ຈີນ ໄດ້ຈັດກິດຈະກຳ "ສະເໜ່ຢຸນນານ-ການແລກປ່ຽນມິດຕະພາບຊາວໜຸ່ມລາວ-ຈີນ" ຂຶ້ນໃນລະຫວ່າງວັນທີ 22-31 ມີນານີ້ ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ນໍາໂດຍ ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສຶກສາ ສາມັນ ກະຊວງ ສສກ, ມີຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ, ໂຮງຮຽນຫຼຽວໂຕ, ໂຮງຮຽນມັດທະຍົມສຶກສາສົມບູນ ສັນຕິພາບຫຼວງພະບາງເຂົ້າຮ່ວມ.
ກດຈະກຳ ສະເໜຢນນານ-ການແລກປຽນມດຕະພາບຊາວໜມລາວ-ຈນ - image 1
 

 

ໃນວັນທີ 23 ມີນານີ້, ຄະນະນຳຈາກກະຊວງ ສສກ, ພ້ອມດ້ວຍນັກຮຽນ ທັງ 3ໂຮງຮຽນ, ໄດ້ເດີນທາງໄປທັດສະນາສຶກສາ ແລະ ພົບປະແລກປ່ຽນບົດຮຽນກັບ ນັກຮຽນມັດທະຍົມສົມບູນ ສັງກັດມະຫາວິທະຍາໄລສ້າງຄູຢຸນນານ ຊຶ່ງການພົບປະຄັ້ງນີ້, ບັນດານັກຮຽນ ກໍໄດ້ແລກປ່ຽນປະສົບການດ້ານວັດທະນະທຳ ແລະ ການທ່ອງທ່ຽວຂອງສອງປະເທດ, ຖາມ-ຕອບ ຄວາມຮູ້ຮອບຕົວ ແລະ ເຮັດກິດຈະກຳຮ່ວມກັນ. ທັງນີ້, ແນໃສ່ເພື່ອຮັດແໜ້ນຄວາມສາມັກຄີຂອງນັກຮຽນລາວ-ຈີນ. ຈາກນັ້ນ, ກໍໄດ້ເດີນທາງໄປທັດສະນະສຶກສາ ທີ່ໂຮງຮຽນມັດທະຍົມສົມບູນ ເລກ 1 ຄຸນໝິງ ແລະ ຈັດກິດຈະກຳສ້າງຄວາມສາມັກຄີ, ສະແດງສີລະປະມິດຕະພາບ ຂອງນັກຮຽນສອງປະເທດ ລາວ-ຈີນ ຊຶ່ງການຈັດກິດຈະກໍາດັ່ງກ່າວ, ເປັນການປະກອບສ່ວນໃນການສະເຫຼີມສະຫຼອງວັນ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລາວ-ຈີນ ແລະ ປີມິດຕະພາບລາວ-ຈີນ ເພື່ອຈັດຕັ້ງປະຕິບັດຄວາມຕ້ອງການຂອງແຜນປະຕິບັດງານກ່ຽວກັບການສ້າງຊຸມຊົນລາວ-ຈີນ ທີ່ມີອະນາຄົດຮ່ວມກັນ ປີ 2024-2028 ເພື່ອເພີ່ມທະວີການແລກປ່ຽນລະຫວ່າງຊາວໜຸ່ມ ແລະ ເດັກນ້ອຍຂອງສອງປະເທດ ແລະ ຮ່ວມກັນປູກຝັງຜູ້ສືບທອດມິດຕະພາບຈີນ-ລາວ ແລະ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ມິດຕະພາບຊຶ່ງກັນ ແລະ ກັນລະຫວ່າງສອງຝ່າຍ.

ກດຈະກຳ ສະເໜຢນນານ-ການແລກປຽນມດຕະພາບຊາວໜມລາວ-ຈນ - image 2
 

ໃນປີ 2025 ນັກຮຽນ-ນັກສຶກສາຂອງ ສປປ ລາວ ໄດ້ຮັບທຶນການສຶກສາຈາກ ສປ ຈີນ ປະກອບມີຄື: ທຶນລັດຖະບານ ສປ ຈີນ (CSC) 93 ຄົນ ຍິງ 51 ຄົນ; ທຶນແລກປ່ຽນ 1,549 ຄົນ ຍິງ 801 ຄົນ; ທຶນໂຄງການ 24 ຄົນ ຍິງ 12 ຄົນ ແລະ ທຶນສ່ວນຕົວ 35 ຄົນ ຍິງ 22 ຄົນ. ປັດຈຸບັນມີນັກຮຽນ-ນັກສຶກສາລາວ ກໍາລັງສຶກສາຕໍ່ຢູ່ ສປ ຈີນ 1,701 ຄົນ ຍິງ 880 ຄົນ. ໃນນັ້ນ, ລະດັບປະລິນຍາເອກ 35 ຄົນ, ປະລິນຍາໂທ 147, ປະລິນຍາຕີ 396 ຄົນ, ຊັ້ນສູງ 682 ຄົນ, ຊັ້ນກາງ 62 ຄົນ, ກຽມພາສາ ຈີນ 376 ຄົນ ແລະ ຮຽນໃນຊັ້ນມັດທະຍົມ ສຶກສາ 2 ຄົນ.

ກດຈະກຳ ສະເໜຢນນານ-ການແລກປຽນມດຕະພາບຊາວໜມລາວ-ຈນ - image 3
 

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ໃນວັນທີ 23 ກັນຍາຜ່ານມາທີ່ ນະຄອນນິວຢອກສອາເມຣິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.
ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ພິທີລົງນາມການຮ່ວມມືລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ໃນລາຍການ ໂຮງລະຄອນຈີນ ແລະ ກະຕູນຈີນ ປີ2026ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້ ທີ່ໂທລະພາບແຫ່ງຊາດ. ເປັນກຽດຮ່ວມລົງນາມໃນສັນຍາ ໂດຍ ສະຫາຍວັນລາຕີ ຄໍາວານວົງສາຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ສະຫາຍ Zheng Kui ຮອງເລຂາຄະນະພັກສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີ ສປຈີນ, ໂດຍຊ້ອງໜ້າ ສະຫາຍ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ເສີນ ຢີ້ ຈຸ່ນຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກຝ່າຍຈີນ ແລະ ຝ່າຍລາວ.
ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ໃນຕອນເຊົ້າ, ດ່ານຊາຍແດນບໍ່ຫານ ຫາກໍ່ໄດ້ເປີດໃຫ້ບໍລິການ. ຂະບວນລົດໄຟ "ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ" ທີ່ບັນທຸກໝາກທຸລຽນຈາກໄທ ຄ່ອຍໆເຂົ້າຈອດທີ່ດ່ານລົດໄຟບໍ່ຫານ, ຂະນະທີ່ຕູ້ຄອນເທນເນີລະບົບຕ່ອງໂສ້ເຢັນເລີ່ມຖ່າຍໂອນ. ຫ່າງອອກໄປບໍ່ເທົ່າໃດກິໂລແມັດ, ຢູ່ດ່ານທາງຫຼວງ ທີ່ມີຈຸດກວດກາເຂົ້າ-ອອກເມືອງຂະຫຍາຍເປັນ 12 ເລນ, ຜູ້ຂັບລົດບັນທຸກຍື່ນເອກະສານ ແລະ ພຽງ 4 ນາທີຕໍ່ມາກໍໄດ້ຮັບໃບອະນຸຍາດປ່ອຍຜ່ານ. ແນ່ໄສ່ "ເສັ້ນທາງທອງຄຳ" ຄື ທາງລົດໄຟລາວ-ຈີນ, ໝາກທຸລຽນຈາກສວນໝາກໄມ້ຂອງໄທໄປຮອດຕະຫຼາດຄຸນໝິງ ໃຊ້ເວລາພຽງ 3 ມື້.
ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ເຜີຍແຜ່ນິຕິກຳດ້ານການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງ ສປ ຈີນ

ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວ່າດ້ວຍການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແຫ່ງສາທາລະນະລັດ ປະຊາຊົນຈີນ ຂຶ້ນໃນວັນທີ 22 ກັນຍາ ຜ່ານມາ ທີ່ ສນຊ ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະຜູ້ແທນຄະນະກຳມະການວຽກງານຊົນເຜົ່າແຫ່ງຊາດຈີນ, ຄະນະພັກ-ຄະນະປະຈຳ, ມີພະນັກງານ-ລັດຖະກອນ ສນຊ, ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ເພີ່ມເຕີມ