ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ ສະຫຼອງບຸນກຸດຈີນ

ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ ສະຫຼອງບຸນກຸດຈີນ

ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ  ສະຫຼອງບຸນກຸດຈີນ
ເພື່ອເປັນການສະເຫຼີມສະຫຼອງບຸນກຸດຈີນ, ສູນວັດທະນະທໍາຈີນ ປະຈຳ ສປປ ລາວໄດ້ຈັດກິດຈະກໍາ “ພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ

 

ກດຈະກາພບກນຢຈຽງໜານໃນລະດໃບໄມປງ-ເທສະການໂຄມໄຟສະເຫມ ສະຫອງບນກດຈນ - image 1
 

ສະຫຼອງບຸນກຸດຈີນ” ຂຶ້ນໃນວັນທີ 3-4 ມີນາ ນີ້ ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ພາຍໃນກິດຈະກໍາປະກອບມີການສໍາຜັດວັດທະນະທໍານາມມະທໍາຫຼາຍລາຍການເຊັ່ນ: ການພິມຮູບມຸງຄຸນປີໃໝ່, ການປັ້ນຕຸກກະຕາເຂົ້າ, ການແຕ້ມຮູບດ້ວຍນໍ້າຕານ, ໂຄມໄຟສິລະປະ, ການສະແດງການເຊີດຕຸກກະຕາ, ການຮ້ອງເພງລະຄອນງິ້ວວູ້ຈີ້, ວາງສະແດງສິລະປະການຊົງຊາ ແລະ ເຄື່ອງເຊລາມິກ ຈາກແຂວງເຈີຈ່ຽງ. ໂດຍມີສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ, ສະຖາບັນ ຣັຕນະ ບໍລິຫານ ທຸລະກິດ, ຄະນະອັກສອນສາດ ພາກວິຊາພາສາຈີນ, ໂຮງຮຽນປີຊາໄຊ 2 ແລະ ສະຖາບັນພາສາຕ່າງປະເທດໂລໂກສ.

ທ່ານ ຫຼົວເຫວິ້ຍຈ້ຽງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ກ່າວວ່າ: ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແມ່ນເຕັມໄປດ້ວຍບັນຍາກາດອັນແສນອົບອຸ່ນແຫ່ງລະດູບານໃໝ່. ພວກເຮົາໄດ້ຂ້າມນໍ້າຂ້າມພູເຂົາ ເພື່ອເຕົ້າໂຮມກັນ ໃນກິດຈະກໍາ “ພົບກັນຢູ່ຈ່ຽງໜານ”, ເພື່ອຈຸດໂຄມໄຟທີ່ອົບອຸ່ນ ແລະ ສະຫວ່າງທີ່ສຸດ ໃຫ້ກັບ “ງານສະເຫຼີມສະຫຼອງບຸນກຸດຈີນ” ປີ 2026. ກ່ອນອື່ນ, ອະນຸຍາດຕາງໜ້າຝ່າຍເຈົ້າພາບຈັດງານ, ສະແດງການອວຍພອນເທສະການໂຄມໄຟຢ່າງຈິງໃຈມາຍັງບັນດາ ທ່ານ ທີ່ເຂົ້າຮ່ວມງານໃນຄັ້ງນີ້ຈົ່ງມີຄວາມສຸກສົມຫວັງທຸກປະການ.

ເທດສະການໂຄມໄຟແມ່ນການປິດທ້າຍບຸດກຸດຈີນ ແລະ ຈຸດເລີ່ມຕົ້ນແຫ່ງແສງສະຫວ່າງໃນປັດຊະຍາດ້ານເວລາຂອງປະຊາຊົນຈີນ, ການສະເຫຼີມສະຫຼອງ “ປີໃໝ່” ແມ່ນເລີ່ມຈາກວັນສົ່ງທ້າຍປີເກົ່າ, ແຕ່ວ່າຄວາມສົມບູນ ແລະ ຄວາມຫວັງຂອງ “ປີໃໝ່” ເລີ່ມຈາກຢວນຊ່ຽວ ຫຼື “ເທສະການໂຄມໄຟ”. ເທສະການໂຄມໄຟ ແມ່ນໄລຍະເວລາດວງຈັນເຕັມດວງຄັ້ງທໍາອິດຂອງປີໃໝ່, ມີຄວາມໝາຍທີ່ງົດງາມຂອງການອໍາລາປີເກົ່າຕ້ອນຮັບປີໃໝ່ ແລະ ຄໍາອະທິຖານໃຫ້ມີອະນາຄົດທີ່ດີ. ມີໂຄມໄຟບໍ່ມີດວງຈັນກໍບໍ່ມ່ວນຊື່ນ, ມີດວງຈັນບໍ່ມີໂຄມໄຟບໍ່ແມ່ນບຸນກຸດຈີນ ເຖິງແມ່ນພວກເຮົາຈະຍັງບໍ່ເຫັນແສງຈັນ, ແຕ່ຢູ່ຫ້ອງປະຊຸມທີ່ແສງຍາມເຊົ້າໄດ້ສາດສ່ອງເຂົ້ານີ້, ກໍເປັນສັນຍາລັກແຫ່ງການເລີ່ມຕົ້ນປີໃໝ່ ແລະ ການເລີ່ມຕົ້ນຂອງທຸກສິ່ງ. ພວກເຮົາເລືອກເຕົ້າໂຮມກັນໃນໄລຍະແສງແດດຍາມເຊົ້າ, ເພື່ອເລີ່ມຕົ້ນເວລາທີ່ສົດໃສ ແລະ ສາມັກຄີປອງດອງຂອງປີດ້ວຍຈິດໃຈທີ່ປ່ຽມລົ້ນ, ປິດທ້າຍບຸນກຸດຈີນດ້ວຍຄວາມຫວັງ.

ປີ 2026 ແມ່ນ “ປີມິດຕະພາບລາວ-ຈີນ” ທີ່ມີຄວາມໝາຍສໍາຄັນເປັນພິເສດ. ສິດເກົ່າໂຮງຮຽນ 67 ແມ່ນສ່ວນສໍາຄັນຂອງມິດຕະພາບລາວ-ຈີນ, ແມ່ນບົດກະວີໄວໜຸ່ມທີ່ມີຊີວິດຊີວາທີ່ສຸດ, ໄດ້ສະແດງເຖິງຈິດໃຈ “ອຸດົມການຮ່ວມກັນ, ຮ່ວມຊາຕາກໍາດຽວກັນ”. ໃນອະດີດ, ພວກທ່ານເປັນນັກຮຽນເມືອງໜານໜິງທີ່ປ່ຽມລົ້ນໄປດ້ວຍພະລັງ ແລະ ຄວາມທະເຍີທະຍານ; ເປັນຂົວຕໍ່ ແລະ ເສົາຫຼັກສໍາຄັນແຫ່ງການພັດທະນາ ສປປ ລາວ ແລະ ເຊື່ອມໂຍງມິດຕະພາບລາວ-ຈີນ. ສິດເກົ່າໄດ້ທຸ້ມເທຫຍາດເຫື່ອ, ເຮັດໃຫ້ມິດຕະພາບເຕີບໃຫຍ່ເປັນຕົ້ນໄມ້ທີ່ສູງໃຫຍ່, ພວກທ່ານຄືຜູ້ກໍ່ຕັ້ງປະຫວັດສາດ, ຍິ່ງເປັນຜູ້ນໍາພາການຮ່ວມມືໃນອະນາຄົດ.

ທ່ານກ່າວຕື່ມວ່າ: ມົນສະເໜ່ຈ່ຽງໜານພວກເຮົາສາມາດສໍາຜັດກັບຄວາມງາມຂອງເຈີຈ່ຽງ “ພົບກັນຢູ່ຈ່ຽງໜານ”, ຕ້ອງສະແດງຄວາມຂອບໃຈການສະໜັບສະໜູນຈາກເພື່ອນມິດສະຫາຍຈາກຫໍວັດທະນະທໍາແຂວງເຈີຈ່ຽງ. ເຖິງແມ່ນແຂວງເຈີຈ່ຽງ ແລະ ປະເທດລາວ ຈະຖືກຂັ້ນກາງດ້ວຍພູເຂົາ ແລະ ແມ່ນໍ້າ, ແຕ່ວັດທະນະທໍາ ແລະ ຈິດໃຈເຊື່ອມໂຍງເຖິງກັນ. ກິດຈະກຳຄັ້ງນີ້, ນັກສະແດງສິລະປະຈາກຫໍວັດທະນະທໍາແຂວງເຈີຈ່ຽງໄດ້ນໍາເອົາຄວາມງົດງາມ ຄວາມມີຊິວິດຊີວາ ແລະ ຄວາມຮູ້ສຶກອັນເລິກເຊິ່ງຂອງຈ່ຽງໜານມາປະເທດລາວ. ລາຍການມາສະແດງ, ປຽບດັ່ງສາຍລົມໃນ “ຍາມເຊົ້າລະດູໃບໄມ້ປົ່ງທີ່ຈ່ຽງນານ”, ທີ່ໄດ້ເຕີມເຕັມຄວາມງົດງາມ ແລະ ຊີວິດຊີວາໃຫ້ກັບງານໃນຄັ້ງນີ້.

ກດຈະກາພບກນຢຈຽງໜານໃນລະດໃບໄມປງ-ເທສະການໂຄມໄຟສະເຫມ ສະຫອງບນກດຈນ - image 2
 

ທ່ານ ນາງ ສົມສະນິດ ແກ້ວດວງດີ ປະທານສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ກ່າວວ່າ: ສາຍພົວພັນສອງຊາດລາວ-ຈີນ ມີໄດ້ມາແຕ່ດຶກດຳບັນ, ຍ້ອນສອງປະເທດ ມີຊາຍແດນຕິດຈອດກັນ, ມີຮີດຄອງປະເພນີຄ້າຍຄືກັນ, ໃຊ້ນໍ້າຂອງຮ່ວມກັນ, ປຽບເໝືອນບ້ານພີ່ເມືອງນ້ອງ, ໄປຈີນກໍໄດ້ກິນປາ ມາລາວກໍໄດ້ກິນເຂົ້າ, ໄປມາຫາສູ່ກັນຕະຫຼອດ, ຈົນມາເຖິງປີ 1961 ສອງພັກ-ສອງລັດ ລາວ-ຈີນ, ຈີນ-ລາວ ໄດ້ຕົກລົງຮ່ວມກັນສ້າງສາຍພົວພັນການທູດ ລາວ-ຈີນ ຂຶ້ນໃນວັນທີ 25/4/1961, ປີນີ້ພໍດີຄົບຮອບ 65 ປີ. ກອ່ນໜ້ານີ້ 50 ກວ່າປີຫຼັງ ຊຶ່ງແມ່ນໄລຍະທີ່ປະຊາຊົນລາວ ດໍາເນີນການຕໍ່ສູ້ຕ້ານຈັກກະພັດເຂົ້າມາຮຸກຮານ, ດັ່ງນັ້ນການນໍາພັກ-ລັດ ໄດ້ສະເໜີໄປຍັງລັດຖະບານ ສປ ຈີນ ຮັບເອົາ ລູກ-ຫຼານພະນັກງານປະຕິວັດໄປຮໍ່າຮຽນຢູ່ເມືອງໜານໜິງ ແຂວງກວາງຊີ ສປ ຈີນ ແລະ ໄດ້ເຊັນສັນຍາກັນໃນປີ 1967, ຈຶ່ງໃສ່ຊື່ວ່າ: “ໂຮງຮຽນນ້ອງນ້ອຍ 67" ໃນລະດັບຊັ້ນປະຖົມສອນພາສາລາວແມ່ນຄູຄົນລາວ ແລະ ຄູ ຄົນຈີນແມ່ນສອນກິດຈະກຳຕ່າງໆເຊັ່ນ: ກິລາ, ພໍ່ຄົວ-ແມ່ຄົວ, ຄູແປພາສາ ແລະ ອື່ນໆ, ເລີ່ມສົ່ງນັກຮຽນລາວໄປ ຮຽນໃນເດືອນ 3/1968, ຄູ-ອາຈານ ແລະ ນັກຮຽນລາວທັງໝົດມີ 1,074 ຄົນ, ຫຼັງຮຽນຈົບ ປ.4 ແລ້ວ ໄດ້ສົ່ງກັບປະເທດລາວ, ເລີ່ມປີ 1969-1976 ລວມມີ 8 ລຸ້ນ.

ປັດຈຸບັນນີ້ນັກຮຽນເຫຼົ່ານັ້ນໄດ້ກາຍເປັນພະນັກງານສືບທອດພາລະກິດຂອງການປະຕິວັດລາວ, ເປັນພະນັກງານຫຼັກແຫຼ່ງນໍາພາ ແລະ ເປັນການນໍາໃນລະດັບສູງຫຼາຍທ່ານ. ນັບແຕ່ຂັ້ນກຳມະການກົມການເມືອງ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າກົມ, ພະແນກການ ແລະ ອໍານວຍການບໍລິສັດຕ່າງໆ.

ເຖິງວ່າເທສະການວັນກຸດຈີນ ໄດ້ຜ່ານໄປໄລຍະໜຶ່ງແລ້ວ, ແຕ່ຄວາມຮູ້ສຶກທີ່ປະທັບໃຈແມ່ນ ຍັງຢູ່ໃນ ຄວາມຊົງຈໍາຂອງປະຊາຊົນຈີນ, ໃນໂອກາດສະມາຄົມ 67 ພວກເຮົາ ໄດ້ເຂົ້າຮ່ວມງານກິດຈະກຳພາຍໃຕ້ຫົວຂໍ້ “ພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມສະຫຼອງບຸນກຸດຈີນໃນຄັ້ງນີ້, ພວກເຮົາຈະໄດ້ເຫັນການສະແດງ, ໄດ້ຮຽນຮູ້, ໄດ້ສໍາຜັດເຖິງຮີດຄອງປະເພນີ, ສິລະປະວັດທະນະທຳ ແລະ ສະຖານທີ່ທອງທ່ຽວ ຕ່າງໆຂອງເຂດຈ່ຽງໜານ ແລະ ແຕ່ລະເຂດແຄວ້ນ ຂອງ ສປ ຈີນ ອັນກ້ວາງໃຫ່ຍໄຟສານ ທີ່ມີວັດທະນະທຳ ແຕກຕ່າງກັນໄປ. ຜ່ານງານກິດຈະກໍາໃນຄັ້ງນີ້, ໄດ້ເຮັດໃຫ້ພວກເຮົາໄດ້ຮັບກິ່ນອາຍອັນຫອມຫວນຂອງວິທີການຊົງຊາ, ສໍາຜັດກັບການສະແດງສິລະປະຕາມແບບທີ່ເປັນເອກະລັກໄປພ້ອມກັບການຊົມວາງສະແດງທີ່ໜ້າປະທັບ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ