ກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ແລກປ່ຽນບົດຮຽນວິຊາສະເພາະ

ກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ແລກປ່ຽນບົດຮຽນວິຊາສະເພາະ

ກົມໂຄສະນາ ແລະ ຄະນະໂຄສະນາອົບຮົມແຂວງວຽງຈັນ ແລກປ່ຽນບົດຮຽນວິຊາສະເພາະ
ເພື່ອສ້າງການຫັນປ່ຽນໃໝ່ໃນວຽກງານໂຄສະນາ, ທັງຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະ ຢູ່ທ້ອງຖິ່ນ ໃຫ້ມີການເຄື່ຶອນໄຫວຢ່າງແຂງແຮງ. ໃນວັນທີ 13-14 ມີນາ ຜ່ານມານີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ນໍາໂດຍ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄອສພ ພ້ອມດ້ວຍຄະນະ ໄດ້ພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະ ກັບຄະນະໂຄສະນາອົບຮົມແຂວງວຽງຈັນ ແລະ ເມືອງວັງວຽງ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກການນໍາ ຂອງແຂວງ ແລະ ການ​ນຳ​​ເມືອງວັງ​ວຽງ.

 

ກມໂຄສະນາ ແລະ ຄະນະໂຄສະນາອບຮມແຂວງວຽງຈນ ແລກປຽນບດຮຽນວຊາສະເພາະ - image 1
 

ໃນການເຄື່ອນໄຫວ ຢູ່ແຂວງວຽງຈັນ, ທ່ານຫົວໜ້າກົມໂຄສະນາພ້ອມຄະນະ ໄດ້ຢ້ຽມຂໍ່ານັບ ທ່ານ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ວຽກງານມະຫາຊົນຂອງແຂວງວຽງຈັນ ເພື່ອແຈ້ງຈຸດປະສົງການເຄື່ອນໄຫວວຽກງານ ຢູ່ແຂວງວຽງຈັນ, ຫຼັງຈາກນັ້ນ 2 ຝ່າຍກໍໄດ້ພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ທີ່ຫ້ອງວ່າການປົກຄອງແຂວງວຽງຈັນ. ການພົບປະຄັ້ງນີ້ ກົມໂຄສະນາ ຄອສພ ນຳໂດຍ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມແຂວງວຽງຈັນ (ຄອຂ) ນຳໂດຍ ທ່ານ ນາງ ຈັນທະຄອນ ສີອຳພອນ ກຳມະການປະຈຳພັກແຂວງ ຫົວໜ້າ ຄອຂ, ໂດຍມີພະນັກງານວິຊາການ 2 ຝ່າຍເຂົ້າຮ່ວມ.

ການພົບປະ 2 ຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານວິຊາສະເພາະໃນໄລຍຜ່ານມາໃຫ້ກັນຊາບ ນັບທັງຜົນສໍາເລັດທີ່ຍາດມາໄດ້, ບັນດາຈຸດອ່ອນຂໍ້ຄົງຄ້າງ ແລະ ວຽກງານຈຸດສຸມໃນຊຸມປີຕໍ່ໜ້າ, ຈາກນັ້ນ ສອງຝ່າຍໄດ້ແລກປ່ຽນບັນຫາທີ່ສົນໃຈນໍາກັນ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ສ້າງຄວາມເປັນເອກະພາບການເຄື່ອນໄຫວວຽກງານໃນອະນາຄົດ ເປັນຕົ້ນ: ວຽກງານໂຄສະນາປາຖະກະຖາ, ວຽກງານໂຄສະນາເຄື່ອນທີ່, ການໂຄສະນາແນວທາງນະໂຍບາຍ ຂອງພັກ, ການສ້າງຕາໜ່າງເພື່ອນຮ່ວມງານ ແລະ ບັນຫາການນໍາໃຊ້ວາລະສານໂຄສະນາ.

ກມໂຄສະນາ ແລະ ຄະນະໂຄສະນາອບຮມແຂວງວຽງຈນ ແລກປຽນບດຮຽນວຊາສະເພາະ - image 2
 

ສໍາລັບ ຢູ່ເມືອງວັງວຽງ ການພົບປະໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງເມືອງວັງວຽງ, ກົມໂຄສະນາ ນໍາໂດຍ ທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄອສພ, ເມືອງວັງວຽງ ນໍາໂດຍ ທ່ານ ສຸວຽງທອງ ວົງຈໍາປາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ໂດຍມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຫຼັງຈາກນັ້ນ ພະນັກງານກົມໂຄສະນາ ຄອສພ ໄດ້ໄປທັດສະນະ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວຈໍານວນໜຶ່ງ ຂອງເມືອງວັງວຽງ ເປັນຕົ້ນແມ່ນ: ຖໍ້າສິນໄຊ, ຖໍ້ານໍ້າ ແລະ ຖໍ້າປູຄໍາຕື່ມອີກ.

ຂ່າວ: ມີໄຊ; ພາບ: ຫວ່າງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ