![]() |
ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ຂັ້ນຮອງຫົວໜ້າພະແນກການ ແລະ ພະນັກງານຊ່ວຍວຽກ ທົ່ວກົມໃຫຍ່ເສນາທິການກອງທັບ ເພື່ອເຮັດໃຫ້ພະນັກງານເຊື່ອມຊຶມກຳແໜ້ນບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂອງພັກ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ ທີ່ໂຄສະນາໃສ່ຮ້າຍປ້າຍສີບິດເບືອນຕໍ່ແນວທາງໃຫ້ທັນການ ທັງເປັນການປັບປຸງກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຈົງຮັກພັກດີ, ຄວາມສັດຊື່ບໍລິສຸດ, ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕໍ່ອຸດົມການສັງຄົມນິຍົມ ພ້ອມທັງປັບປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາ, ແບບແຜນດໍາລົງຊີວິດ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງພະນັກງານ, ສະມາຊິກພັກນັບມື້ສູງຂຶ້ນພ້ອມກັນເຮັດສຳເລັດໜ້າທີ່.
ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ມີທັງໝົດ 11 ບົດ, ມີນັກຝຶກອົບຮົມທັງໝົດ 122 ສະຫາຍ, ກໍານົດເວລາຝຶິກອົບຮົມ 5 ວັນ (ນັບແຕ່ວັນທີ 7-11 ກັນຍາ 2026) ຈຶ່ງສໍາເລັດ.
ຂ່າວ: ພຸດທະວອນ

ຄໍາເຫັນ