ກົມຕຳຫຼວດຄວບຄຸມລະບົບວົງຈອນປິດ ຕິດຕາມເຫດການ ແລະ ຄົ້ນຫາເປົ້າໝາຍ ໄດ້ 138 ເລື່ອງ

ກົມຕຳຫຼວດຄວບຄຸມລະບົບວົງຈອນປິດ ຕິດຕາມເຫດການ ແລະ ຄົ້ນຫາເປົ້າໝາຍ ໄດ້ 138 ເລື່ອງ

ກົມຕຳຫຼວດຄວບຄຸມລະບົບວົງຈອນປິດ ຕິດຕາມເຫດການ ແລະ ຄົ້ນຫາເປົ້າໝາຍ ໄດ້ 138 ເລື່ອງ
ໃນຍຸກແຫ່ງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແມ່ນມີຄວາມຈໍາເປັນຕ້ອງໄດ້ຫັນປ່ຽນໄປສູ່ຄວາມທັນສະໄໝ. ໃນນັ້ນ, ລະບົບກ້ອງວົງຈອນປິດ (CCTV) ແລະ ສາຍດ່ວນ 1191 ໄດ້ກາຍມາເປັນເຄື່ອງມືອັນສຳຄັນ ແລະ ເປັນຕາທິບໃຫ້ແກ່ເຈົ້າໜ້າທີ່ກຳລັງປ້ອງກັນຄວາມສະຫງົບ ໃນການສະກັດກັ້ນ, ຕິດຕາມເຫດການ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ໃນສັງຄົມໄດ້ຢ່າງທັນການ, ຊຶ່ງຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 1 ປີຜ່ານມາ ກົມຕໍາຫຼວດຄວບຄຸມລະບົບວົງຈອນປິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ສາມາດສ້າງຜົນງານອັນພົ້ນເດັ່ນ ໂດຍສະເພາະແມ່ນການຕິດຕາມເຫດການ ແລະ ຄົ້ນຫາເປົ້າໝາຍຕ່າງໆ ໄດ້ 138 ເລື່ອງ.
ກມຕຳຫວດຄວບຄມລະບບວງຈອນປດ ຕດຕາມເຫດການ ແລະ ຄນຫາເປາໝາຍ ໄດ 138 ເລອງ - image 1
 

ທ່ານ ພັອ ສົມພຽນ ມີທາຮັກ ຫົວໜ້າກົມຕຳຫຼວດຄວບຄຸມລະບົບວົງຈອນປິດ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 4 ມິຖຸນາ 2026 ວ່າ: ໃນໄລຍະ 1 ປີຜ່ານມາ, ກົມຕໍາຫຼວດຄວບຄຸມລະບົບວົງຈອນປິດ ໄດ້ສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ພ້ອມທັງຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕະຫຼອດ 24 ຊົ່ວໂມງ ໂດຍສາມາດຮັບແຈ້ງເຫດສຸກເສີນຜ່ານສາຍດ່ວນ 1191 ໄດ້ທັງໝົດ 9.078 ສາຍ. ໃນນີ້, ອຸບັດເຫດ 474 ສາຍ, ມົ້ວສຸມສິ່ງມຶນເມົາ-ຢາເສບຕິດ 144 ສາຍ, ອາລະວາດຄອບຄົວ 169 ສາຍ, ຄ້າຂາຍຢາເສບຕິດ 43 ສາຍ, ອັກຄີໄພ 12 ສາຍ, ຫຼິ້ນການພະນັນ 22 ສາຍ, ສໍ້ໂກງ 31 ສາຍ, ກຸ່ມແກ້ງກວນເມືອງ 37 ສາຍ, ຄາດຕະກຳ 1 ສາຍ, ທຳຮ້າຍຮ່າງກາຍ 16 ສາຍ, ຂົ່ມຂູ່ 4 ສາຍ, ປຸ້ນຊັບ 20 ສາຍ, ລັກຊັບ 38 ສາຍ, ຊີງຊັບ 16 ສາຍ, ງັດແງະລົດ 1 ສາຍ, ຂໍຄຳປຶກສາ-ສອບຖາມ ແລະ ຂໍຄວາມຊ່ວຍເຫຼືອ 413 ສາຍ; ໄດ້ປະສານສົມທົບ ແລະ ສັ່ງການໄປຍັງ 19 ສະຖານີ ໃນ 8 ຕົວເມືອງ ເພື່ອແກ້ໄຂເຫດການໄດ້ 471 ຄັ້ງ, ອອກເຄື່ອນໄຫວລາດຕະເວນ 3,667 ຄັ້ງ ແລະ ສາມາດຕິດຕາມແກ້ໄຂເຫດການ-ຄົ້ນຫາເປົ້າໝາຍໄດ້ 138 ເລື່ອງ (ອຸບັດເຫດ 63 ເລື່ອງ, ລັກຊັບ 38 ເລື່ອງ, ຊີງຊັບ 16 ເລື່ອງ, ທຳຮ້າຍຮ່າງກາຍ 2 ເລື່ອງ, ງັດແງະລົດ 1 ເລື່ອງ ແລະ ເປົ້າໝາຍອື່ນໆ 18 ເລື່ອງ) ພ້ອມທັງໄດ້ດຳເນີນການກວດກາສ້ອມແປງຕູ້ເຕືອນໄພໄຟອໍານາດ 295 ຈຸດ, ຕູ້ສາຍ-ຕໍ່ສາຍ 61 ຈຸດ, ປ້າຍບ້ານ-ເສັ້ນທາງ 26 ຈຸດ ແລະ ສ້ອມແປງກ້ອງວົງຈອນປິດ-ສະຖານີ 22 ຄັ້ງ ເພື່ອຮັບປະກັນໃຫ້ລະບົບກ້ອງວົງຈອນປິດ 1,152 ໜ່ວຍ ແລະ ກ້ອງຕູ້ຍາມ 40 ຈຸດ ເຄື່ອນໄຫວໄດ້ຢ່າງມີປະສິດທິພາບ.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ສຸມໃສ່ແກ້ໄຂບັນຫາລະບົບໂທລະພາບວົງຈອນປິດທີ່ເປ່ເພໃນປັດຈຸບັນ ຊຶ່ງມີສາເຫດມາຈາກໄລເຊັນ (License) ໝົດອາຍຸ, ລະບົບເຄືອຂ່າຍ Network ເກົ່າ ແລະ ຂາດງົບປະມານ ໂດຍຈະເລັ່ງປ່ຽນຖ່າຍອຸປະກອນທີ່ຊຸດໂຊມ ເຊັ່ນ: ແຜ່ນພາບ, ໝໍ້ໄຟສໍາຮອງ ແລະ ສາຍສັນຍານຕ່າງໆ, ພ້ອມທັງສະເໜີຂັ້ນເທິງຍົກລະດັບລະບົບຊອບແວ (Software) ໄປເປັນໂປຣແກຣມເບິ່ງກ້ອງ (DSS PRO), ຍົກລະດັບລະບົບກ້ອງຖ່າຍປ້າຍທະບຽນລົດໃຫຍ່ ແລະ ຍົກລະດັບລະບົບເຄືອຂ່າຍ Network, Core Switch ໃຫ້ມີຄວາມທັນສະໄໝຍິ່ງຂຶ້ນ, ສືບຕໍ່ພັດທະນາໂຄງຮ່າງພື້ນຖານ, ແຜນຜັງລວມທາງດ້ານເຕັກນິກ ແລະ ການຄຸ້ມຄອງຈັດຕັ້ງໃຫ້ມີປະສິດທິພາບ, ພ້ອມທັງເຮັດບົດລາຍງານສະເໜີຂັ້ນເທິງ ເພື່ອຕິດຕາມກ້ອງວົງຈອນປິດເພີ່ມເຕີມໃນຈຸດທີ່ສຳຄັນ ແລະ ຈຸດຫຼໍ່ແຫຼມ ໃນ 8 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ຈໍານວນ 415 ໜ່ວຍ ຕາມແຜນການທີ່ວາງໄວ້ໃຫ້ສໍາເລັດ.

ສ່ວນຢູ່ບັນດາແຂວງ ປັດຈຸບັນໄດ້ນໍາເຂົ້າປ້ອງກັນກອງປະຊຸມໃຫຍ່ 3 ຂັ້ນ ແລະ ສົ່ງພະນັກງານລົງສໍາຫຼວດແລ້ວ 4 ແຂວງພາກໃຕ້ ແລະ ພວມຂຶ້ນແຜນລົງສໍາຫຼວດອີກ 4 ແຂວງພາກເໜືອ ເພື່ອແນໃສ່ເຮັດໃຫ້ລະບົບວົງຈອນປິດ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນການຮັກສາຄວາມສະຫງົບ ຢ່າງເປັນລະບົບໃນຂອບເຂດທົ່ວປະເທດ ຢ່າງມີຜົນສຳເລັດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ