![]() |
ໃນວັນທີ 30 ສິງຫາຜ່ານມາ, ກອງບັນຊາການທະຫານເມືອງນໍ້າບາກ ຈຶ່ງໄດ້ນໍາກຳລັງລົງພື້ນທີ່ເພື່ອຊ່ວຍ ເຫຼືອກອບກູ້ໄພພິບັດນໍ້າຖ້ວມ ນໍາໂດຍສະຫາຍ ພັນໂທ ນິນລະພົບ ຈັນທະວີສຸກ ຄະນະປະຈໍາພັກເມືອງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງນໍ້າບາກ ພ້ອມດ້ວຍກຳລັງຈໍານວນ 120 ສະຫາຍ, ໃນນີ້ໄດ້ຊ່ວຍເຫຼືອ ບ້ານຟ້າ,
![]() |
ບ້ານໂຄ້ງ, ບ້ານນໍ້າລາ ແລະ ບ້ານໂພນໄຊ ຊຶ່ງເປັນບ້ານທີ່ໄດ້ຮັບຜົນກະທົບຢ່າງໜັກ, ໃນນັ້ນແມ່ນໄດ້ເລັ່ງກຳລັງຂົນຍ້າຍວັດຖຸສິ່ງຂອງທີ່ຈຳເປັນ, ສັດລ້ຽງ, ຜູ້ເຖົ້າ ແລະ ເດັກນ້ອຍໄປຢູ່ເຂດພື້ນທີ່ປອດໄພ, ປັດຈຸບັນກຳລັງໄດ້ສົມທົບກັບແຕ່ລະພາກສ່ວນຍົກລະດັບການເຝົ້າລະວັງ ຕິດຕາມສະພາບຂອງນໍ້າຊຶ່ງຍັງມີແນວໂນ້ມທີ່ຈະເພີ່ມຂຶ້ນເລື້ອຍໆ ເນື່ອງຈາກຝົນຍັງສືບຕໍ່ຕົກໜັກຢ່າງຕໍ່ເນື່ອງ.
![]() |
ຂໍ້ມູນ: ສຸລິວັນ ຕິ໋ງພູທອງ



ຄໍາເຫັນ