ອົງການໄອຍະການປະຊາຊົນສູງສຸດ ສະໄໝທີ V

ກອງປະຊຸມ ຄົບຄະນະ ຄັ້ງທີ 11 ອົງການໄອຍະການປະຊາຊົນສູງສຸດ ສະໄໝທີ V

ກອງປະຊຸມ ຄົບຄະນະ ຄັ້ງທີ 11 ອົງການໄອຍະການປະຊາຊົນສູງສຸດ ສະໄໝທີ V
ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 11 ອົງການໄອຍະການປະຊາຊົນສູງສຸດ ສະໄໝທີ V ໄດ້ຈັດຂຶ້ນໃນວັນທີ 25 ທັນວາ ນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ),ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ

ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີສະຫາຍຮອງເລຂາ, ຄະນະປະຈໍາພັກ ແລະ ບັນດາສະຫາຍຄະນະບໍລິຫານງານພັກ ເຂົ້າຮ່ວມ.
ຈຸດປະສົງກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ຄົ້ນຄວ້າປະກອບຄໍາຄິດຄໍາເຫັນ, ຕີລາຄາຄວາມຮັບຜິດຊອບການເມືອງ ຂອງຄະນະພັກຂັ້ນຕ່າງໆ ໃນໄລຍະ 3 ເດືອນຜ່ານມາ ປີ 2024 ເພື່ອໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ແລະ ສາເຫດໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ ແລະ ວາງທິດທາງວຽກງານຈຸດສຸມ 3 ເດືອນຕົ້ນປີ 2025 ຂອງຄະນະບໍລິຫານງານພັກ ກ່ຽວກັບວຽກງານກົງຈັກການຈັດຕັ້ງ - ພະນັກງານ, ແບ່ງປັນຄວາມຮັບຜິດຊອບຊີ້ນໍາ ອົງການໄອຍະການປະຊາຊົນທ້ອງຖິ່ນ ໃຫ້ບັນດາສະຫາຍຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ຫົວໜ້າກົມ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງໜັກແໜ້ນ ໂດຍຖືເອົາການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດເປັນວຽກງານປຸກລະດົມດ້ານທັດສະນະແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງການໄອຍະການປະຊາຊົນສູງສຸດ, ມະຕິກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ ຂອງ 3 ອົງການຈັດຕັ້ງມະຫາຊົນໃຫ້ບາດກ້າວບຸກລະທຸ; ປັບປຸງກົງຈັກການຈັດຕັ້ງຢູ່ອົງການໄອຍະການປະຊາຊົນ ຂັ້ນສູນກາງ ຮອດ ທ້ອງຖິ່ນ ໃນການບັນຈຸສັບຊ້ອນພະນັກງານຂັ້ນຕ່າງໆ; ການສ້າງກົນໄກຄົ້ນຄວ້າແກ້ໄຂຄະດີ ແລະ ຄຳຮ້ອງໃຫ້ໄດ້ທັງຈຳນວນ ແລະ ຄຸນນະພາບ; ວຽກງານການປະກາດອະໄພຍະໂທດ ປະຈຳປີ 2024 ໃນຂອບເຂດທົ່ວປະເທດແລະ ການປັບປຸງລັດຖະບັນຍັດຂອງປະທານປະເທດ; ວຽກງານປະສານງານກົນໄກການດຳເນີນຄະດີກັບພາກສ່ວນຕ່າງໆ, ການຂຽນປຶ້ມຄູ່ມືດຳເນີນຄະດີປົກຄອງ, ປັບປຸງຮ່າງບົດບັນທຶກຮ່ວມກັບພາກສ່ວນອື່ນໆ; ວຽກງານລົງຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຕັ້ງອົງການໄອຍະການເຂດປະຈໍາເມືອງ ເພື່ອໃຫ້ໄດ້ທັງດ້ານປະລິມານ ແລະ ມີຄຸນນະພາບມີບາດກ້າວດີຂຶ້ນຕາມລໍາດັບ. ພ້ອມນັ້ນ ໄດ້ຊີ້ໃຫ້ເຫັນການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງ ຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ໃນສາມເດືອນຜ່ານມາ ແມ່ນມີຜົນສໍາເລັດອັນໜ້າເພິ່ງພໍໃຈ; ຄະນະບໍລິຫານງານພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທົ່ວລະບົບອົງການໄອຍະການປະຊາຊົນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກຄີເປັນປຶກແຜ່ນ ພາຍໃຕ້ການນຳພາຂອງອົງຄະນະພັກ ແລະ ເປັນກຳລັງແຮງປະກອບສ່ວນໃຫ້ອົງຄະນະພັກ ນຳພາຍາດເອົາຜົນສຳເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.
ໃນໂອກາດດັ່ງກ່າວ, ສະຫາຍປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາ, ປັບປຸງກົງຈັກການຈັດຕັ້ງ, ປັບປຸງແບບແຜນວິທີ ນຳພາ-ແບບແຜນວິທີເຮັດວຽກ, ວຽກງານແຂ່ງຂັນ-ຍ້ອງຍໍ, ເພີ່ມທະວີວຽກງານກວດກາ, ວຽກງານວິຊາສະເພາະ, ສ້າງກົນໄກປະສານງານ ໃຫ້ໂລ່ງລ່ຽນ ແລະ ມີປະສິດທິຜົນ. ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຄະນະບໍລິຫານງານພັັກ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຊີ້ນໍາ-ນໍາພາ ຊຶ່ງກ່ອນອື່ນໝົດ ຕ້ອງເພີ່ມທະວີການເຊື່ອມຊຶມ, ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍອື່ນໆທີ່ກ່ຽວຂ້ອງ, ເປັນແກນນໍາໃນລະບົບການເມືອງ ຢູ່ອົງການໄອຍະການປະຊາຊົນ, ເປັນແບບຢ່າງຕັ້ງໜ້າໃນການປະຕິບັດສິດ ແລະ ໜ້າທີ່ ຕາມຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດ, ເຮັດໃຫ້ອົງການໄອຍະການປະຊາຊົນນັບມື້ມີການພັດທະນາ, ຍົກສູງຄຸນນະພາບຂອງການດໍາເນີນຄະດີຕາມຂະບວນການຍຸຕິທໍາ, ເພີ່ມທະວີວຽກງານຕິດຕາມກວດກາຂອງອົງການໄອຍະການປະຊາຊົນ, ປະກອບສ່ວນເຮັດໃຫ້ປະເທດເຮົາມີຄວາມສະຫງົບ ແລະ ມີຄວາມເປັນລະບຽນຮຽບຮ້ອຍ, ເສດຖະກິດ ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ:ຕຸໄລເພັດ)

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ