ກອງປະຊຸມ ສຳມະນາທິດສະດີລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຈີນ ຄັ້ງທີ XI

ກອງປະຊຸມ ສຳມະນາທິດສະດີລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຈີນ ຄັ້ງທີ XI
ໃນຕອນແລງ ວັນທີ 9 ມັງກອນ ນີ້, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XI, ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາ ລະບົບນິເວດ ແລະ ສິ່ງແວດລ້ອມໃນຍຸກຫັນເປັນທັນສະໄໝ” ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຮ່ວມຂອງ ສະຫາຍ  ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແລະ ສະຫາຍ ຫຼີ ຊູເຫີຍ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ສູນກາງພັກກອມມູນິດຈີນ.    ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາສະຫາຍພະນັກງານການນໍາຂັ້ນສູງ, ທີ່ປຶກສາສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວ, ບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດານັກວິທະຍາສາດ, ນັກທິດສະດີ, ບັນດາຜູ້ຕາງໜ້າຈາກຄະນະພັກກະຊວງ-ອົງການ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເຂົ້າຮ່ວມ. 
ໃນວາລະເປີດກອງປະຊຸມ ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ກ່າວມີຄຳເຫັນ ໃນຫົວຂໍ້: “ທັດ ສະນະຂອງພັກໃນການເພີ່ມທະວີປົກປັກຮັກລະບົບນິເວດ ແລະ ສິ່ງແວດລ້ອມໃນຍຸກຫັນເປັນທັນສະໄໝ”
    ຈາກນັ້ນ, ສະຫາຍ ຫຼີ ຊູເຫີຍ ໄດ້ກ່າວມີຄຳເຫັນ ຊຶ່ງໄດ້ຍົກໃຫ້ເຫັນຄວາມ ໝາຍຄວາມສຳຄັນ ໂດຍສະເພາະເນື່ອງໃນໂອກາດຄົບຮອບ 11 ປີແຫ່ງການພົວພັນຮ່ວມມືໃນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ, ການສຳມະນາທິດສະດີຮ່ວມກັນຜ່ານມາແມ່ນມີຫຼາຍເນື້ອໃນທີ່ອຸດົມສົມບູນ, ປະກອບສ່ວນໃຫ້ຄຳປຶກສາແກ່ສູນກາງພັກໃນການວາງແນວທາງ, ແຜນນະໂຍບາຍ ຂອງພັກ-ລັດ. ສະນັ້ນ, ກອງປະຊຸມສຳມະນາທິດສະດີ ສອງພັກລາວ-ຈີນ ໃນຄັ້ງນີ້ ໄດ້ດຳເນີນພາຍໃຕ້ຫົວຂໍ້ໃຫຍ່: “ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມໃນຍຸກຫັນເປັນທັນສະໄໝ”, ເປັນຫົວຂໍ້ມີຄວາມໝາຍທາງດ້ານທິດສະດີ-ພຶດຕິກໍາ ທີ່ພັກປະຊາຊົນ ປະຕິວັດລາວ ມີຄວາມສົນໃຈຖືສຳຄັນ ແລະ ມີທັດສະນະຊີ້ນຳຢ່າງໃກ້ຊິດຕະຫຼອດມາ. ກອງປະຊຸມສຳມະນາທິດສະດີສອງພັກຄັ້ງນີ້ມີຄວາມສຳຄັນຫຼາຍຂຶ້ນເພາະມັນໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ພັກກອມມູນິດຈີນ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງຕົນຢ່າງເປັນຂະບວນ ແລະ ຍາດໄດ້ຜົນສຳເລັດໃຫຍ່ຫຼວງສຳຄັນຫຼາຍດ້ານ. ສ່ວນພັກປະຊາຊົນ ປະຕິວັດລາວ ກໍພວມຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ໃນໄລຍະທ້າຍສະໄໝບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ຮອບດ້ານ ເພື່ອນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍທີ່ກຳນົດໄວ້. ໃນໄລຍະນີ້ ກໍພໍດີຢູ່ໃນບັນຍາກາດທີ່ສອງພັກ, ສອງລັດ, ປະຊາຊົນສອງຊາດລາວ-ຈີນ ພວມຜັນຂະຫຍາຍເນື້ອໃນແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳສັງຄົມນິຍົມ ໄລຍະ 2024-2028 ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ ມີມາດຕະຖານສູງ, ມີຄຸນນະພາບສູງ, ມີລະດັບສູງປະກອບສ່ວນຢ່າງຕັ້ງໜ້າ ແລະ ກາຍເປັນຕົວແບບໃນການສ້າງຄູ່ຮ່ວມຊາຕາກໍາຂອງມວນມະນຸດໂລກ.
ລາວ-ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີອຸດົມການດຽວກັນ ມີແມ່ນໍ້າລໍາເຊຮ່ວມກັນຫຼາຍຍອດ, ມີພູຜາປ່າດົງຮ່ວມກັນຫຼາຍສາຍ, ມີຊາຕາກໍາ ແລະ ອະນາຄົດຮ່ວມກັນ. ປະຊາຊົນສອງຊາດ ມີມູນເຊື້ອຮີດຄອງປະເພນີ, ວັດທະນະທໍາທີ່ຄ້າຍຄືກັນ ພົວພັນໄປມາຫາສູ່ກັນມາຕັ້ງຫຼາຍຮ້ອຍປີ, ມີມູນເຊື້ອອັນສະຫງ່າອົງອາດ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງໃຜລາວຢ່າງຍາວນານ. ມາໃນຍຸກໃໝ່ນີ້ ການພົວພັນຮ່ວມມືອັນດີງາມເປັນມູນເຊື້ອລະຫວ່າງສອງປະເທດ ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສູ່ລະດັບໃໝ່, ຄຸນນະພາບໃໝ່ ແລະ ມາດຕະຖານໃໝ່ ສູງກວ່າເກົ່າຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ຄູ່ຮ່ວມມືທີ່ດີ, ອ້າຍນ້ອງທີ່ດີ ແລະ ສະຫາຍທີ່ດີ) ແລະ ຄູ່ຮ່ວມຊາຕາກໍາລາວ-ຈີນ. ຈິດໃຈທັງໝົດເຫຼົ່ານັ້ນຈະເປັນພື້ນຖານອັນໜັກ
ແໜ້ນໃຫ້ແກ່ກອງປະຊຸມສໍາມະນາທິດສະດີສອງພັກ ໄດ້ດໍາເນີນໄປຢ່າງມີປະສິດທິພາບ.
ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະເໜີບົດຄໍາເຫັນໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມບັນດາຂະບວນວິວັດ ແລະ ບົດຮຽນ ໃນການເສີມຂະຫຍາຍການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນການຫັນເປັນທັນສະໄໝ ຂອງ ສປປ ລາວ ແລະ ສປ ຈີນ, ຊຶ່ງຝ່າຍລາວປະກອບມີ 4 ບົດຄື: 1). ບົດຮຽນໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ຂອງ ສປປ ລາວ, 2). ສົ່ງເສີມການຄົ້ນຄວ້ານະວັດຕະກໍາໃໝ່, ການນຳໃຊ້ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມ ຢູ່ ສປປ ລາວ, 3). ຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ ສປປ ລາວ, 4). ພັດທະນາພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ຝ່າຍ ສປ ຈີນ ປະກອບມີ 5 ບົດຄື: 1). ຂະບວນການວິວັດ ແລະ ບົດຮຽນ ໃນການເສີມຂະຫຍາຍການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນການຫັນເປັນທັນສະໄໝ ຂອງ ສປ ຈີນ ພາຍໃຕ້ການນຳພາຂອງພັກກອມມູນິດຈີນ, 2). ພຶດຕິກຳຕົ້ນຕໍ ແລະ ຜົນສຳເລັດໃຫຍ່ຫຼວງຂອງ ສປ ຈີນ ໃນການເພີ່ມທະວີການປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມູນິດຈີນ ເປັນຕົ້ນມາ, 3). ຊຸກຍູ້ການຫັນເປັນສີຂຽວຢ່າງຮອບດ້ານ ຂອງການພັດທະນາເສດຖະກິດ-ສັງຄົມ, 4). ການສ້າງ ແລະ ປັບປຸງລະບົບການຄຸ້ມຄອງອາລິຍະທຳລະບົບນິເວດວິທະຍາ, 5), ການບຸກເບີກ ແລະ ການຈັດຕັ້ງປະຕິບັດຢ່າງເລິກເຊິ່ງ ກ່ຽວກັບ ແນວຄວາມຄິດ: “ພູຂຽວນ້ຳໃສ ກໍ່ຄື ພູເງິນ ພູເຂົາ”. ພ້ອມດຽວກັນນັ້ນ, ຄະນະຜູ້ແທນ ຂອງທັງສອງຝ່າຍຍັງໄດ້ຜັດປ່ຽນກັນໃນການແລກປ່ຽນ ແລະຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ ,
ກອງປະຊຸມໄດ້ມີຄວາມເປັນເອກະພາບສູງຊີ້ໃຫ້ເຫັນວ່າ: ບົດຮຽນ ແລະ ພຶດຕິກຳໃນການເພີ່ມທະວີປົກປັກຮັກສາລະບົບນິເວດ ແລະ ສິ່ງແວດລ້ອມ ໃນຍຸກຫັນເປັນທັນສະໄໝ ໂດຍພາຍໃຕ້ການນຳພາອັນເຂັ້ມແຂງຂອງສອງພັກ, ສອງລັດ ລາວ-ຈີນ, ຈີນ-ລາວ ຍັງມີບົດບາດຕັດສິນຊີ້ຂາດໃຫ້ແກ່ໄຊຊະນະຂອງການປະຕິວັດສັງຄົມນິຍົມ, ພັກກອມມູນິດກັບສັງຄົມນິຍົມແມ່ນອົງປະກອບເອກະພາບທີ່ບໍ່ສາມາດຕັດແຍກອອກຈາກນັ້ນໄດ້, ພັກນໍາພາເຕົ້າໂຮມກຳລັງເພື່ອພາລະກິດອັນຍິ່ງໃຫຍ່, ນຳພາປະຊາຊົນເດີນຕາມເສັ້ນທາງແຫ່ງຄວາມຜາສຸກ. ພັກເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການສ້າງ ແລະບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວຢູ່ ສປປລາວ ແລະການສ້າງສັງຄົມນິຍົມທີ່ທັນສະໄໝສີສັນພິເສດຢູ່ ສປ.ຈີນ. ໃນນີ້ໄດ້ເອກະພາບສູງຕໍ່ຂັ້ນຕອນ, ບາດກ້າວເດີນ, ວິທີການໃນການສ້າງສັງຄົມນິຍົມ ຂອງແຕ່ລະປະ ເທດ ໂດຍເລີ່ມຈາກຈຸດພິເສດ ແລະເງື່ອນໄຂ ຂອງແຕ່ລະປະເທດ ແຕ່ຕ້ອງຢຶດໝັ້ນໃນລັກ ສະນະພັກ, ລັກສະນະປະດິດສ້າງ, ລັກສະນະສາກົນ ແລະ ບົນພື້ນຖານດ້ານທິດສະດີວິທະຍາສາດ ກາຍເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ສາຍພົວພັນແບບຄູ່ຮ່ວມຊາຕາກໍາສັງຄົມນິຍົມ ທີ່ບໍ່ສາມາດທັບມ້າງໄດ້ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ທີ່ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
      ຂ່າວ: ສະພາທິດສະດີສູນກາງພັກ, ພາບ:ສຸກສະຫວັນ

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ