ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ

ກອງປະຊຸມ ວຽກງານຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ
ວັນທີ 24 ເມສານີ້ ທີ່ຫ້ອງປະຊຸມໃຫຍ່ທະນາຄານ ແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງຕິດຕາມຫົວໜ່ວຍທຸລະກິດ ແລະ ການແຈ້ງມອບລາຍຮັບສ່ວຍສາອາກອນ, ລາຍຮັບຈາກຊັບສິນຂອງລັດ

 ແລະ ວຽກງານສ້າງແຜນປີ 2026 ໂດຍເປັນປະທານຮ່ວມຂອງ ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງຫຼວງພະບາງ, ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງີນ.

ທ່ານ ອານຸວົງ ບົວພັນ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ເປັນການແນະນໍາ ວຽກງານຈຸດສຸມຂອງຂະແໜງສ່ວຍສາອາກອນ ເປັນຕົ້ນ: ການແຈ້ງ-ມອບພັນທະ ແລະ ເລັ່ງທວງໜີ້ຄ້າງມອບ, ການຍື່ນບົດລາຍງານການເງິນປະຈຳປີ, ການເກັບກຳຖານຫົວໜ່ວຍວຍທຸລະກິດ ຢູ່ບັນດາແຂວງ ໂດຍສະເພາະບໍ່ແຮ່, ໄຟຟ້າ ລວມທັງ ບໍລິສັດ ຜູ້ສະໜອງສິນຄ້າ ແລະ ບໍລິການ ເຂົ້າລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ (TaxRIS) ໃຫ້ຖືກຕ້ອງຄົບຖ້ວນ; ສ້າງຄວາມເປັນເອກະພາບ ກັບພະແນກການເງິນແຂວງ, ສ່ວຍສາອາກອນປະຈຳແຂວງ ແລະ ຂະແໜງຄຸ້ມຄອງຊັບສິນແຫ່ງລັດ ຂອງແຂວງ ເພື່ອໃຫ້ສອດຄ່ອງຕາມແຈ້ງການຂອງຫ້ອງການກະຊວງການເງິນ ວ່າດ້ວຍຂັ້ນຕອນການດຳເນີນ ແລະ ປະກອບເອກະສານ ເພື່ອມອບພັນທະຈາກຂະແໜງຄຸ້ມຄອງຊັບສິນແຫ່ງລັດ ທີ່ແຈ້ງມອບຜ່ານລະບົບຄຸ້ມຄອງລາຍຮັບ ສ່ວຍສາອາກອນ; ພ້ອມທັງສ້າງກົນໄກການປະສານສົມທົບກັບອົງການປົກຄອງທ້ອງຖີ່ນ ແລະ ຂະ ແໜງການ ເປັນຕົ້ນ: ອຸດສາຫະກໍາ - ການຄ້າ, ພະລັງງານ ແລະ ບໍ່ແຮ່, ຊັບພະຍາກອນທຳມະຊາດ-ສີ່ງແວດລ້ອມ ແລະ ອື່ນໆ; ທັງສ້າງແຜນລາຍຮັບສ່ວຍສາອາກອນປີ 2026 ແທດເໝາະກັບຂໍ້ມູນຖານລາຍຮັບຕົວຈິງ ແລະ ສາມາດກໍາໄດ້ທຸກແຫຼ່ງລາຍຮັບ, ທຸກປະເພດອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະບັນດາກອງທຶນ ຂອງຂະແໜງສ່ວຍສາອາກອນທຸກຂັ້ນ ຕ້ອງປະຕິບັດວິທີການສ້າງແຜນລະອຽດ ແລະ ນຳໃຊ້ແບບຟອມເກັບກຳຂໍ້ມູນ ເພື່ອຄາດຄະເນແຜນລາຍຮັບໃຫ້ຊັດເຈນ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການແນະນໍາວຽກງານຄຸ້ມຄອງລາຍຮັບ ຈາກສ່ວຍສາອາກອນ ໄລຍະຜ່ານມາ ແລະ ການສ້າງແຜນງົບປະມານໃນປີ 2026. ຈາກນັ້ນ, ໄດ້ມີການປະກອບຄໍາຄິດເຫັນຈາກບັນດາພາກສ່ວນທີ່ເຂົ້າຮ່ວມ ແລະ ຄະນະປະທານ ໄດ້ມີຄຳຖາມເຈາະຈີ້ມ ຕໍ່ກັບແຕ່ລະ ແໜງການ ທີ່ກ່ຽວຂ້ອງ ໃນການຄຸ້ມຄອງຈັດເກັບລາຍຮັບ ສ່ວຍສາອາກອນ ເພື່ອຮັບປະກັນໃຫ້ບັນດາໜ້າວຽກ ດຳເນີນໄປຕາມແຜນການທີ່ວາງໄວ້.

(ຂ່າວ-ພາບ: ເພັດສາຄອນ ສີມມະວົງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ກອງບັນຊາການທະຫານຊາຍແດນ ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ

ວັນທີ 16 ທັນວາຜ່ານມາ, ກອງບັນຊາການທະຫານຊາຍແດນ ນໍາໂດຍສະຫາຍ ພັນໂທ ອິນປອນ ບໍລິບູນ ຫົວໜ້າພະແນກໂຄສະນາ ກອງບັນຊາການທະຫານຊາຍແດນ ໄດ້ຢ້ຽມຊົມຫໍພິພິທະພັນປະຫວັດສາດກອງທັບ ແລະ ອະນຸສອນສະຖານປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດ.
ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ  ໃນຂອບເຂດທົ່ວປະເທດ

ການເຮັດບັດປະຈໍາຕົວດີຈີຕອນ ເລີ່ມແຕ່ວັນທີ 17 ທັນວານີ້ເປັນຕົ້ນໄປ ໃນຂອບເຂດທົ່ວປະເທດ

- ອີງຕາມຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945/ ປກສ, ລົງວັນທີ 03 ພຶດສະພາ 2025, ເພື່ອປະຕິບັດຕາມແຈ້ງການສະບັບ ເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025 ເລື່ອງ: ໃຫ້ພົນລະເມືອງລາວມາເຮັດບັດປະຈຳຕົວດີຈີຕອນໃນຂອບເຂດທົ່ວປະເທດ.
ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເອົາໃຈໃສ່ປົກປັກຮັກສາຊາຍແດນປະເທດໃຫ້ມີຄວາມໝັ້ນຄົງ

ເຫຼົ່າຮົບກຳລັງທະຫານຊາຍແດນ ແມ່ນເຫຼົ່າຮົບໜຶ່ງທີ່ສໍາຄັນໃນຖັນແຖວກຳລັງກອງທັບ ເປັນກຳລັງຢູ່ແນວໜ້າຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນ, ຄຸ້ມຄອງຫຼັກໝາຍຊາຍແດນ ແລະ ເຄື່ອນໄຫວລາດຕະເວນຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ.
ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 ຄົບຮອບ 50 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພັນໃຫຍ່ 11 (16 ທັນວາ 1975-16 ທັນວາ 2025) ຄົບຮອບ 50 ປີ ຈັດຂຶ້ນໃນວັນທີ 16 ທັນວານີ້, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກຳມະການຄະນະປະຈຳພັກກະຊວງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ ເຈົ້າແຂວງອັດຕະປື ພ້ອມດ້ວຍນາຍ ແລະ ພົນທະຫານທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ.
ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມ ຄອສພ ຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ຕອນເຊົ້າວັນທີ 16 ທັນວາ ນີ້, ທີ່ຫ້ອງປະຊຸມນ້ອຍຊັ້ນ II ຂອງຄະນະໂຄສະນາອົບຮົມສູນກາງພັກ(ຄອສພ); ກົມອົບຮົມ ຄອສພ ໄດ້ຈັດຕັ້ງຂະບວນການແຂ່ງຂັນວິຊາສະເພາະຂອງກົມ ຄັ້ງທີ 2 ປະຈໍາປີ 2025 ພາຍໃຕ້ຫົວຂໍ້ “ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ຂອງປະທານ ໄກສອນ ພົມວິຫານ” ຊຶ່ງພິທີຈັດຂຶ້ນ ໂດຍ ການເປັນປະທານ ຂອງ ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການຂອງກົມອົບຮົມ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ມອບ-ຮັບໜ້າທີ່ການນຳບາງພະແນກການຂອງແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ ການນຳຂອງຫຼາຍພະແນກການ ຂອງແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ16 ທັນວາ 2025ນີ້ ຢູ່ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈຳພັກແຂວງ ກຳມະການພັກແຂວງ ຫົວໜ້າ ຮອງຫົວໜ້າພະແນກການ ກອງບັນຊາການ, ອົງການ ແລະ ພະນັກງານພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສມປຊ ເປີດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວານີ້, ທີ່ ສມປຊ, ພິທີດັ່ງກ່າວດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫນງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍມີບັນດາຄະນະພັກ-ຄະນະນຳສະຖາບັນ, ຄູ-ອາຈານ ແລະ ນັກຝຶກອົບຮົມໂດຍແມ່ນເລຂາພັກເມືອງຈາກ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເຄື່ອງນຸ່ງທີ່ເປັນເອກະລັກຂອງລາວ ເຂົ້າຮ່ວມງານເດີນແບບທີ່ປາຣີ

ເພື່ອໂຄສະນາສົ່ງເສີມວັດທະນະທໍາແຜ່ນແພ ແລະ ການທ່ອງທ່ຽວຂອງຊາດລາວ, ກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ (ວທ), ສະຖານທູດລາວປະຈໍາປະເທດຝຣັ່ງ ຜູ້ກໍ່ຕັ້ງ Lao Fashion Week, ສະມາຄົມທຸລະກິດການທ່ອງທ່ຽວລາວ ແລະ ຫົວໜ່ວຍທຸລະກິດກ່ຽວກັບການຜະລິດແຜ່ນແພເຄື່ອງນຸ່ງທີ່ນໍາ ສະໄໝ ຮ່ວມກັນຈັດງານວັນລາວ (Lao Festival) ຂຶ້ນເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໂດຍການເປັນປະທານຂອງທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດປະຈໍາສປປ ລາວ ທີ່ປະ ເທດຝຣັ່ງ, ມີຜູ້ຕາງໜ້າຈາກກະຊວງວັດທະນະທໍາ-ການທ່ອງທ່ຽວ (ວທ) ສປປ ລາວ, ມີຜູ້ເຂົ້າຮ່ວມ 300 ກວ່າທ່ານມາຈາກສະຖານທູດຕ່າງໆ, ກະຊວງການຕ່າງປະເທດທີ່ປະເທດຝຣັ່ງ, ພາກທຸລະກິດ, ຄົນເຊື້ອ ຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ  ຈະເປີດບໍລິການຕົ້ນປີ 2026

ໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ຈະເປີດບໍລິການຕົ້ນປີ 2026

ພິທີເຊັນບົດບັນທຶກຮ່ວມມືໂຄງການອະນຸລັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວຢູ່ຕະຫຼາດຂົວດິນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລະຫວ່າງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ບໍລິສັດ ລຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ຈັດຂຶ້ນໃນວັນທີ 15 ທັນວານີ້ ທີ່ສຳນັກງານພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນວ.
ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ນະຄອນຫຼວງ​ວຽງຈັນ ຈະເອົາໃຈໃສ່ແກ້ໄຂໜີ້ສິນທີ່ຄຸມເຄືອ

ກອງ​ປະຊຸມ​ສະ​ໄໝສາມັນເທື່ອ​ທີ 10 ຂອງສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນຊຸດ​ທີ IV, ວັນທີ 16 ທັນວານີ້ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງນະຄອນຫຼວງວຽງຈັນ, ຮອງ​ເຈົ້າ​ຄອງ​, ມີບັນ​ດາ​ທ່ານ​ການ​ນໍານະຄອນຫຼວງ​ວຽງຈັນ, ບັນດາ​ທ່ານສະມາຊິກ​ສະພາ​ແຫ່ງ​ຊາດປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ແລະ ສະມາຊິກ​ສະພາ​ປະຊາຊົນນະຄອນຫຼວງ​ວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ເພີ່ມເຕີມ