ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີIX

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີIX
ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ IXແລະ ກອງປະຊຸມຄະນະກໍາມະການແຫ່ງຊາດດ້ານໂພຊະນາການປີ 2023, ໂພຊະນາການເພື່ອການພັດທະນາດ້ານຊັບສິນມະນຸດໄດ້ຈັດຂຶ້ນໃນວັນທີ 6 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ,ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ທ່ານ  ບຸນແຝງ ພູມມະໄລສິດລັດຖະມົນຕີ ກະຊວງສາທາລະນະສຸກ ຮອງປະທານຄະນະກໍາມະການແຫ່ງຊາດດ້ານໂພຊະນາການ,ມີບັນດາອົງການຈັດຕັ້ງສາກົນ ຈາກພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວວ່າ:    ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ IX ແລະກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2023ພາຍໃຕ້ຫົວຂໍ້“ໂພຊະນາການເພື່ອການພັດທະນາດ້ານຊັບພະຍາກອນມະນຸດ”ມີຈຸດປະສົງຕົ້ນຕໍແມ່ນເພື່ອສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການຜົນສໍາເລັດທີ່ພົ້ນເດັ່ນ, ສະພາບລວມທາງດ້ານໂພຊະນາການຂອງສປປລາວແລະການໃຫ້ຄໍາໝັ້ນໝາຍຕໍ່ແຜນບຸລິມະສິດປີ2024.
ໃນໄລຍະຜ່ານມາທຸກພາກສ່ວນໄດ້ມີຄວາມພະຍາມຮ່ວມກັນເຮັດວຽກງານໂພຊະນາການຢ່າງຕັ້ງໜ້າໂດຍສຸມໃສ່ສູ້ຊົນຫຼຸດຜ່ອນການຂາດສານອາຫານທຸກຮູບແບບໃນແມ່ຍິງ, ແມ່, ເດັກນ້ອຍ ແລະ ເດັກອ່ອນ ໂດຍສະເພາະຕົວຊີ້ບອກທີ່ລະບຸໄວ້ໃນ SDGs 2 (ການລຶບລ້າງຄວາມອຶດຫິວ) ແລະ  SDGs3 (ການມີສຸຂະພາບ ແລະ ຊີວິດທີ່ດີ) ສໍໍາລັບປະເທດເຮົາໄດ້ບຸກບືນໃຫ້ບັນລຸບັນດາຕົວຊີ້ບອກທີ່ສໍາຄັນເຊັ່ນ: ອັດຕານໍ້າໜັກມື້ເກີດຕໍ່າ,ກິນນົມແມ່ຢ່າງດຽວຮອດ 6 ເດືອນ, ລວງສູງບໍ່ໄດ້ມາດຕະຖານ, ນໍ້າໜັກຕໍ່າກວ່າມາດຕະຖານ  ແລະ ໂພຊະນາການເກີນ ຂອງເດັກ ລຸ່ມ 5 ປີ ຊຶ່ງຜ່ານມາ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ບາງດ້ານກໍເຫັນວ່າມີຜົນສຳເລັດ. ພ້ອມກັນນີ້, ກໍເຫັນວ່າຍັງອີກຫຼາຍດ້ານທີ່ມີຄວາມຫຍຸ້ງຍາກເປັນອຸປະສັກຕໍ່ການບັນລຸເປົ້າໝາຍທີ່ວາງໄວ້. ສະນັ້ນ, ໃນກອງປະຊຸມຄັ້ງນີ້ຈະພ້ອມກັນທົບທວນຄືນສະພາບຄວາມເປັນຈິງ ແລະ ປຶກສາຫາລື ເພື່ອເພີ່ມທະວີການພົວພັນຮ່ວມມືຢ່າງສະໜິດແໜ້ນ ຂອງບັນດາຂະແໜງການ, ທ້ອງຖິ່ນ ທັງພາກລັດ, ເອກະຊົນ ແລະ ສັງຄົມ, ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນອື່ນໆ ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.
ປະທານກອງປະຊຸມເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ, ວິເຄາະ ວິໄຈບັນຫາຕັ້ງຂຶ້ນຢ່າງເລິກເຊິ່ງ ພ້ອມທັງປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາສ້າງສັນ ແລະ ເອົາການເອົາງານທີ່ສຸດ ເພື່ອຊອກຫາທາງອອກ, ໃຫ້ຄຳຕອບແກ່ບັນຫາຢ່າງຊື່ຕົງ ຮອບດ້ານ ກວມລວມ ແລະ ເຊື່ອໝັ້ນວ່າ ກອງປະຊຸມຈະເຮັດໃຫ້ພວກເຮົາສາມາດວາງທິດທາງສູ້ຊົນໃນຕໍ່ໜ້າຢ່າງເປັນຮູບປະທຳສອດຄ່ອງກັບເງື່ອນໄຂ ແລະ ທັນການກັບສະພາບຕົວຈິງ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ສະພາບການຂາດໂພຊະນາການໄດ້ຮັບການປັບປຸງ ແລະ ແກ້ໄຂໃຫ້ນັບມື້ນັບດີຂຶ້ນ ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ໄດ້ມີຄຸນນະພາບຊີວິດດີຂຶ້ນ ປະກອບສ່ວນສຳຄັນເຂົ້າໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວສູ່ຈຸດໝາຍທີ່ກຳນົດໄວ້ຢ່າງຈົບງາມ.
ທ່ານ ນາງ ອີນາ ມາຈູລໍນີແຕເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈໍາ ສປປ ລາວກ່າວວ່າ: ໃນປີ 2023ສະຫະພາບເອີຣົບ ກໍຂໍຢືນຢັນຄືນເຖິງຄຳໝັ້ນສັນຍາພວກເຮົາໃນນາມຜູ້ໃຫ້ການສະໜັບສະໜູນການຈັດຕັ້ງ ແຜນໂພຊະນາການແຫ່ງຊາດ 2021-2025. ເຖິງຢ່າງໃດກໍຕາມ, ເພື່ອບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ IX ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ພວກເຮົາຈໍາເປັນຕ້ອງໄດ້ມີການປະຕິບັດວຽກງານໂພຊະນາການຢ່າງມີສ່ວນຮ່ວມຫຼາຍຂຶ້ນ. ຂໍ້ສັງເກດຕ່າງໆຈາກ ໂຄງການຖານຂໍ້ມູນດ້ານໂພຊະນາການແຫ່ງຊາດ (NIPN) ແລະ ການປະເມີນຜົນຕ່າງໆ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນດ້ວຍເຫດນີ້, ມັນຈຶ່ງຍັງເປັນສິ່ງສໍາຄັນທີ່ສຸດທີ່ຈະຕ້ອງມີການເສີມຂະຫຍາຍຂໍ້ສະເໜີແນະດ້ານນະໂຍບາຍ ແລະ ຮັບປະກັນໃຫ້ມີຄວາມກົມກຽວທາງດ້ານທິດທາງຕໍ່ໜ້າຂອງວຽກງານໂພຊະນາການໃນທົ່ວ ສປປ ລາວ.ໃນໂລກຂອງເຮົາປັດຈຸບັນທີ່ມີຄວາມເຊື່ອມໂຍງລະຫວ່າງ ສຸຂະພາບ ແລະ ການເປັນຢູ່ທີ່ດີ ຂອງຊຸມຊົນຫຼາຍຂຶ້ນ, ມັນເປັນສິິ່ງສຳຄັນທີ່ພວກເຮົາຕ້ອງຮັບຮູ້ວ່າ ໂພຊະນາການ ນັ້ນບໍ່ພຽງແຕ່ເປັນວຽກງານສຸຂະພາບເທົ່ານັ້ນ ແຕ່ມັນຍັງເປັນຮາກຖານສໍາຄັນຂອງການພັດທະນາເສດຖະກິດ-ສັງຄົມ ແລະ ການລົງທຶນອີກດ້ວຍ.
    ທ່ານນາງ  ເພຍ ເຣເບລໂລ ບຣິດໂຕຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວກ່າວວ່າ:ຄວາມຄືບໜ້າທີ່ ສປປ ລາວ ໄດ້ສ້າງໄວ້ໃນມື້ນີ້ເພື່ອປັບປຸງໂພຊະນາການ ແມ່ນເປັນການຝັງເມັດພືດເພື່ອອະນາຄົດທີ່ເຂັ້ມແຂງກວ່າເກົ່າ, ມີຄວາມສາມາດຜ່ານຜ່າອຸປະສັກຕ່າງໆ ແລະ ນຳໄປສູ່ຄວາມຮັງມີຂອງປະເທດຊາດໃນອະນາຄົດ. ອົງການອຸຍນີເຊັບ ຮູ້ສຶກພູມໃຈຫຼາຍທີ່ໄດ້ຢືນຄຽງຂ້າງ ສປປ ລາວ ໃນການເດີນທາງອັນສໍາຄັນນີ້, ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນ ແລະ ຊຸມຊົນທຸກແຫ່ງ ມີພື້ນຖານເພື່ອຄວາມສໍາເລັດໃນຊີວິດຜ່ານໂພຊະນາການທີ່ດີ. ນອກເໜືອຈາກນີ້, ຜູ້ຕາງໜ້າຈາກຂັ້ນບ້ານກໍໄດ້ເຂົ້າຮ່ວມກອງປະຊຸມເພື່ອແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການບ້ານແບບຢ່າງດ້ານໂພຊະນາການທົ່ວຂະແໜງການ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ໂດດເດັ່ນ ແລະ ບັນລຸຜົນສໍາເລັດທີ່ດີ. 
 (ຂ່າວ:ບຸນຕອມ, ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

ການພັດທະນາ ເສດຖະກິດ-ສັງຄົມ ຢູ່ເມືອງໂຂງ

​ ວັນທີ 7 ຕຸລາ 2026, ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ພ້ອມດ້ວຍ ທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ແລະ ຄະນະນໍາ-ຊ່ຽວຊານຈາກສູນກາງ ແລະ ແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໂຂງ, ມີຫົວໜ້າຫ້ອງການການເງິນເມືອງ,ຫົວໜ້າຫ້ອງວ່າການເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ