ກອງປະຊຸມກາງສະໄໝຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ສະໄໝທີ XI

ກອງປະຊຸມກາງສະໄໝຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ສະໄໝທີ XI
ໃນວັນທີ 16 ຕຸລາ ນີ້ ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມກາງສະໄໝຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ສະໄໝທີ XI, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ), ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ບັນດາສະມາຊິກກຳມະບານກະຊວງການຕ່າງປະເທດ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຄຳໄພ ພັນທອງດີ ຮອງປະທານສະຫະພັນກຳມະບານກະຊວງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກາງສະໄຫມປະຈຳປີ 2021-2023 ແລະ ທິດທາງແຜນການ ປະຈຳປີ 2023-2025 ຂອງ ສະຫະພັນກຳມະບານກະຊວງ, ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ທີ່ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສັນຕິພາບ, ການພັດທະນາ ແລະ ການດໍາລົງຊີວິດຂອງຜູ້ອອກແຮງງານໃນທົ່ວໂລກ ເປັນຕົ້ນບັນຫາຄວາມຂັດແຍ່ງທາງດ້ານການເມືອງ, ການແຂ່ງຂັນດ້ານການທະຫານ, ການຂວໍ້າບາດທາງດ້ານເສດຖະກິດ,ຄວາມຂັດແຍ່ງລະຫວ່າງປະເທດມະຫາອຳນາດ, ບັນຫາໄພພິບັດທາງທຳມະຊາດ, ພະຍາດລະບາດ ແລະ ອື່ນໆ. ຕໍ່ສະພາບການດັ່ງກ່າວ, ຕະຫຼອດໄລຍະ 2 ປີຜ່ານມາ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກກະຊວງ, ສູນກາງສະຫະພັນກໍາມະບານລາວ ແມ່ນໄດ້ເອົາໃຈໃສ່ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ, ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ, ສ້າງທຸກຄວາມພະຍາຍາມຜ່ານຜ່າອຸປະສັກ, ເອົາໃຈໃສ່ເບິ່ງແຍງໃຫ້ການຊ່ວຍເຫຼືອ,ຊຸກຍູ້ໃຫ້ກໍາລັງໃຈຕໍ່ກັນເພື່ອພັດທະນາຕົນເອງ, ພັດທະນາການຈັດຕັ້ງ, ເຮັດໜ້າທີ່ການເມືອງ, ຮັກສາ ແລະ ເຊີດຊູມູນເຊື້້ອກໍາມະບານລາວ, ມູນເຊື້ອຂອງພັກ, ປະຕິບັດພັນທະຕໍ່ພັກ-ຕໍ່ລັດ, ຕໍ່ປະຊາຊົນດ້ວຍຄວາມຮັບຜິດຊອບ ແລະ ຕັ້ງໜ້ານໍາເອົາແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ແລະ ມະຕິກອງປະຊຸມໃຫຍ່ຂອງສະຫະພັນກໍາມະບານກະຊວງການຕ່າງປະເທດ ຄັ້ງທີ XI ມາຈັດຕັ້ງປະຕິບັດສ້າງເປັນແຜນການເຄື່ອນໄຫວຢູ່ແຕ່ລະຮາກຖານ, ກາຍເປັນຂົວຕໍ່ສໍາຄັນໃນການປົກປ້ອງສິດ, ຜົນປະໂຫຍດຂອງພະນັກງານ-ລັດຖະກອນພາຍໃນການຈັດຕັ້ງຂອງຕົນ ຊຶ່ງປັດຈຸບັນ ກໍາມະບານຮາກຖານກະຊວງ ມີທັງຫມົດ 58 ຮາກຖານ, ຢູ່ພາຍໃນກະຊວງມີ 17 ຮາກຖານ ແລະ ຢູ່ສໍານັກງານຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ມີ 41 ຮາກຖານ ຊຶ່ງໃນປີນີ້ ແມ່ນຂະຫຍາຍຮາກຖານໃໝ່ຂຶ້ນອີກ 1 ຮາກຖານ ຢູ່ ສະຖານເອກອັກຄະທຸດແຫ່ງ ສປປ ລາວ ປະຈໍາ ປະເທດ ຮົງກາຣີ, ເຊິ່ງສະມາຊິກກຳມະບານກະຊວງ ມີທັງໝົດ 1003 ສະຫາຍ ຍິງ 360 ສະຫາຍ (ຢູ່ຕ່າງປະເທດ 358 ຍິງ 110 ສະຫາຍ).
ພ້ອມດຽວກັນນີ້, ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໄດ້ເຄື່ອນໄຫວເຮັດໜ້າທີ່ດ້ວຍການປຶກສາຫາລືແລກປ່ຽນ, ມີການຊີ້ນໍາ ຈາກ ປະທານ ແລະ ໄດ້ຮັບລາຍງານສະພາບການເຄື່ອນໄຫວປະຈໍາເດືອນ, ໄຕມາດລວມທັງການປະເມີນຕີລາຄາດ້ານດີ, ຈຸດຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຮ່ວມກັນເປັນປົກກະຕິ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ແລະ ການປະຕິບັດກົດລະບຽບຂອງສະຫະພັນກໍາມະບານລາວສະໄໝທີ VIII ແລະ ມະຕິກອງປະຊຸມໃຫຍ່ສະຫະພັນກໍາມະບານກະຊວງການຕ່າງປະເທດ ຄັ້ງທີ XI,ໄດ້ມີການປັບປຸງໂຄງສ້າງດ້ານບຸກຄະລາກອນຂອງກໍາມະບານຮາກຖານ ໂດຍສັບຊ້ອນສັບປ່ຽນບ່ອນປະຈໍາການຕາມໜ້າວຽກຂອງກົງຈັກການຈັດຕັ້ງ ທັງຢູ່ພາຍໃນກະຊວງ ແລະ ສໍານັກງານຕາງໜ້າການທູດທີ່ຕ່າງປະເທດ,ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ, ເປັນເສນາທິການໃຫ້ຄະນະພັກຂັ້ນເທິງໃນວຽກງານກວດກາຕາມບັນດາຫາງສຽງພາຍໃນ-ພາຍນອກ ແລະ ຄົ້ນຄວ້າຕອບຕ້ານຂ່າວບິດເບືອນຕ່າງໆ; ບັນດາສະມາຊິກກຳມະບານ ໄດ້ໄປຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ, ການສ້າງໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນ ແລະ ການປະຕິບັດ                     ໜ້າທີ່ວິຊາສະເພາະ, ເຄື່ອນໄຫວສ້າງຂະບວນການບັນດາກິດຈະກຳໃນໂອກາດວັນສຳຄັນຕ່າງໆ,ເອົາໃຈໃສ່ວຽກງານປົກປ້ອງສິດຜົນປະໂຫຍດຂອງກຳມະບານ, ໃກ້ຊິດຕິດແທດ ແລະ ເບິ່ງແຍງຊ່ວຍເຫຼືອສະມາຊິກໃນເວລາເຈັບເປັນ, ປະຕິບັດນະໂຍບາຍເງິນກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ອື່ນໆ.
ໃນໂອກາດດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ມີຄຳເຫັນເນັ້ນໜັກບາງດ້ານຄື: 1.) ສືບຕໍ່ສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການ ແລະ ຄວາມຮັບຮູ້ຕໍ່ວຽກງານກຳມະບານ ໃນໄລຍະໃໝ່; 2.) ເພີ່ມທະວີ ແລະ ຖືເປັນບຸລິມະສິດ ວຽກງານສຶກສາອົບຮົມແນວຄິດ-ການເມືອງໃຫ້ສະມາຊິກກໍາມະບານຢ່າງທົ່ວເຖິງແລະ ເປັນປະຈຳ; 3.) ສ້າງແຜນການເຄື່ອນໄຫວລະອຽດ ແລະປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ເຂັ້ມແຂງແທດເໝາະກັບສະພາບໃນປັດຈຸບັນ; 4.) ເພີ່ມທະວີການນຳພາ ແລະຄວາມຮັບຜິດຊອບຂອງຄະນະບໍລິຫານງານ-ຄະນະກວດກາທຸກຂັ້ນໃນການຕິດຕາມ, ກວດກາການຈັດຕັ້ງ ແລະບຸກຄົນທີ່ຂຶ້ນກັບການຄຸ້ມຄອງຂອງຕົນກ່ຽວກັບການປະຕິບັດການເຄື່ອນໄຫວວຽກງານກຳມະບານຢ່າງເປັນປົກກະຕິ; ແລະ 5.) ເພີ່ມທະວີການພົວພັນຮ່ວມມື ແລະ ຄົ້ນຄວ້າແລກປ່ຽນບົດຮຽນວຽກງານກຳມະບານກັບບັນດາຂະແໜງການອື່ນໆລວມທັງການລາຍງານປະສານຂໍການຊີ້ນໍາຈາກສູນກາງກຳມະບານລາວ ຢ່າງເປັນປົກກະຕິໂດຍຍົກໃຫ້ເຫັນເຖິງ ສະພາບຈຸດພິເສດຂອງກະຊວງການຕ່າງປະເທດ. ໃນໂອກາດດຽວກັນນີ້, ທ່ານປະທານກອງປະຊຸມ ກໍໄດ້ຂຶ້ນມອບໃບຢັ້ງຢືນກໍາມະບານ 5 ເປັນເຈົ້າປະຈຳປີ 2022 ໃຫ້ແກ່ບັນດາໜ່ວຍກຳມະບານຮາກຖານ 17 ຮາກຖານ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດວຽກງານກຳມະບານໃນໄລຍະຜ່ານມາ.
ຂ່າວ: ກະຊວງການຕ່າງປະເທດ

ຄໍາເຫັນ

ຂ່າວການເມືອງ

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບາງຄໍາເຫັນ ຂອງສະມາຊິກ ສພຂ ແຂວງຄໍາມ່ວນສະເໜີຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 10

ບັນດາຄໍາເຫັນຂອງສະມາຊິກສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ທີ່ໄດ້ສະເໜີໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສພຂ ຄໍາມ່ວນ ຊຸດທີ IV ທີ່ໄຂຂຶ້ນໃນວັນທີ 24 ທັນວາ 2025, ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ຄາດໝາຍວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ 5 ປີ (2026-2030)ຄື:
ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກ ວທ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ສະໄໝທີ VI ອົງຄະນະພັກກະຊວງ ວທ ຂຶ້ນໃນວັນທີ 25 ທັນວານີ້ ທີ່ຫໍວັດ ທະນະທໍາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ວທ, ມີສະຫາຍ ວັນສີ ກົວມົວ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງ ວທ, ມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ມອບຮັບໜ້າທີ່ລະຫວ່າງເຈົ້າແຂວງແລະປະທານຄະນະກຳມະການປົກຄອງແຂວງວຽງຈັນ

ພິທີ​ມອບ-ຮັບ​ໜ້າ​ທີ່​ລະ​ຫວ່າງ ເຈົ້າ​ແຂວງ​ວຽງຈັນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ແຂວງ​ວຽງຈັນໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ທັນ​ວາຜ່ານມານີ້, ທີ່ແຂວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ; ຄະນະເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ,ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ; ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ; ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະ ບໍລິຫານງານພັກແຂວງວຽງຈັນ, ມີ​ຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ມີພະນັກງານ ອາວຸໂສບໍານານ ແລະ ພະແນກການທີ່​ກ່ຽວ​ຂ້ອງຂອງແຂວງ ເຂົ້າຮ່ວມ.
ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ສະຫຼຸບວຽກງານ ຄຄອຊ ປະຈຳປີ2025-ແຜນການປະຈຳປີ 2026

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນ ໃນວັນທີ 25 ທັນວານີ້, ທີ່ຫ້ອງປະຊຸມໃຫຍ່ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ (ເຂດສະໜາມມ້າ)
ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ປິດກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 5 ສະໄໝທີ XI

ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 25 ທັນວານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານ, ຫົວໜ້າກົມ, ຮອງກົມ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ