ກອງປະຊຸມຄະນະກໍາມະການຂັ້ນລັດຖະມົນຕີ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ

ກອງປະຊຸມຄະນະກໍາມະການຂັ້ນລັດຖະມົນຕີ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ

ກອງປະຊຸມຄະນະກໍາມະການຂັ້ນລັດຖະມົນຕີ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ
ກອງປະຊຸມຄະນະກໍາມະການຂັ້ນລັດຖະມົນຕີ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 14 ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,​ ມີບັນດາຄະນະຜູ້ແທນ ຈາກບັນດາປະເທດສະມາຊິກອາຊຽນ ໃນຂົງເຂດອະນຸພາກພື້ນແມ່ ນໍ້າຂອງ; ມີຮອງເລຂາທິການໃຫຍ່ອາຊຽນ ແລະ ລັດຖະມົນຕີ ຂອງກະຊວງທີ່ກ່ຽວຂ້ອງ, ທູຕານຸທູດ, ຜູ້ຕາງໜ້າ ຂອງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ກອງປະຊມຄະນະກາມະການຂນລດຖະມນຕ ດານມນລະພດໝອກຄວນຂາມຜານຊາຍແດນ - image 1
 

 

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ຊຶ່ງເປັນເວທີປຶກສາຫາລືທີ່ມີລັກສະນະຍຸດທະສາດໃນການຮ່ວມມື ເພື່ອແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນອະນຸພາກພື້ນແມ່ນ້ຳຂອງ ຊຶ່ງເປັນການຢັ້ງຢືນຄຳໝັ້ນສັນຍາ ແລະ ເປັນເອກະພາບຮ່ວມກັນ ລະຫວ່າງ ບັນດາປະເທດສະມາຊິກໃນການປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນມົນລະພິດໝອກຄວັນຢ່າງມີປະສິດທິຜົນ ແລະ ຍັງເປັນໂອກາດອັນດີໄດ້ທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດແຜນງານໃນໄລຍະຜ່ານມາ, ພ້ອມທັງແລກປ່ຽນບົດຮຽນ, ເຕັກໂນໂລຊີ ແລະ ຂໍ້ມູນ-ຂ່າວສານ ເພື່ອປັບປຸງກົນໄກຕ່າງໆທີ່ມີຢູ່ ພາຍໃຕ້ຂອບການຮ່ວມມືໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງໃຫ້ມີປະສິດທິພາບຍິ່ງຂຶ້ນ, ແທດເຖິງຕົວຈິງ ແລະ ສອດຄ່ອງກັບສະພາບຈຸດພິເສດ ຂອງແຕ່ລະປະເທດ.

ກອງປະຊມຄະນະກາມະການຂນລດຖະມນຕ ດານມນລະພດໝອກຄວນຂາມຜານຊາຍແດນ - image 2
 

ໃນໄລຍະຜ່ານມາ, ບັນຫາໄຟໄໝ້ລາມປ່າ ແລະ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ເປັນໄພຂົ່ມຂູ່ໃນລະດັບອະນຸພາກພື້ນ ຊຶ່ງໄດ້ກໍ່ໃຫ້ເກີດການສູນເສຍທາງດ້ານຊີວະນາໆພັນ, ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ ແລະ ສ້າງຄວາມເສຍຫາຍທາງດ້ານເສດຖະກິດ ໃນເຂດອະນຸພາກພື້ນແມ່ນໍ້າຂອງ, ຕໍ່ກັບສະພາບການດັ່ງກ່າວ, ການນໍາຂັ້ນສູງຂອງບັນດາປະເທດສະມາຊິກອາຊຽນ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຊຶ່ງໄດ້ກໍານົດນະໂຍບາຍ ແລະ ສັນຍາຮ່ວມກັນຢ່າງຊັດເຈນ ເປັນຕົ້ນສັນຍາອາຊຽນວ່າດ້ວຍ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2002 ເພື່ອໃຫ້ປະເທດສະມາຊິກຮ່ວມມືກັນປ້ອງກັນ ແລະ ຄວບຄຸມໄຟໄໝ້ລາມປ່າ, ພ້ອມທັງແລກປ່ຽນຂໍ້ມູນ-ຂ່າວສານ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ. ນອກຈາກນັ້ນ, ຂອບການຮ່ວມມືອາຊຽນ ຍັງໄດ້ກຳນົດເປົ້າໝາຍ ສ້າງໃຫ້ພາກພື້ນອາຊຽນ ກາຍເປັນຂົງເຂດທີ່ປາສະຈາກມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນປີ 2030. ໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ ແລະ ໄດ້ຮ່ວມກັນແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໂດຍຈັດຕັ້ງຜັນຂະຫຍາຍຂອບການຮ່ວມມືອາຊຽນ ໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະປະເທດ ຊຶ່ງໄດ້ສ້າງແຜນດໍາເນີນງານຊຽງຣາຍ2017 ໃນການແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ໝອກຄວັນຂ້າມຜ່ານຊາຍແດນ ໂດຍເນັ້ນໃສ່ການຕິດຕາມ, ແລກປ່ຽນຂໍ້ມູນ-ຂ່າວສານ, ການແຈ້ງເຕືອນ ແລະ ການສ້າງຄວາມເຂັ້ມແຂງຊຶ່ງກັນ ແລະ ກັນ. ນອກຈາກນີ້, ຍັງມີການຮ່ວມມືສະເພາະເຂດທີ່ມີຊາຍແດນຕິດຈອດ ແລະ ມີສະພາບບັນຫາໄຟໄໝ້ລາມປ່າ ແລະ ມົນລະພິດໝອກຄວັນ ເຊັ່ນ: ການຮ່ວມມືສາມຝ່າຍ ລະຫວ່າງ ມຽນມາ, ລາວ ແລະ ໄທ ຊຶ່ງໃນໄລຍະຜ່ານມາການນຳຂັ້ນສູງໄດ້ເຫັນດີເປັນເອກະພາບ ໃນການກໍານົດແນວທາງ ເພື່ອການແກ້ໄຂບັນຫາຮ່ວມກັນ ແລະ ໄດ້ມີການຮັບຮອງຍຸດທະສາດທ້ອງຟ້າສົດໄສ ຮອດປີ 2030 ເພື່ອຮັບມືກັບບັນຫາໝອກຄວັນຂ້າມຜ່ານຊາຍແດນ.

ກອງປະຊມຄະນະກາມະການຂນລດຖະມນຕ ດານມນລະພດໝອກຄວນຂາມຜານຊາຍແດນ - image 3
 

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕື່ມວ່າ: ສໍາລັບ ສປປ ລາວ ຂອງພວກເຮົາ ກໍໄດ້ປະສົບບັນຫາມົນລະພິດໝອກຄວັນທີ່ເກີດຂຶ້ນທຸກປີໃນລະດູແລ້ງ ຊຶ່ງສາເຫດຕົ້ນຕໍແມ່ນເກີດຈາກການຈູດ ເພື່ອກະກຽມພື້ນທີ່ກະສິກໍາໃນລະດູການປູກຝັງ ຂອງປະຊາຊົນ ທີ່ບໍ່ໄດ້ມີການຕິດຕາມ ແລະ ການຄວມຄຸມ, ສົມທົບກັບສະພາບພູມອາກາດທີ່ແຫ້ງແລ້ງ ແລະ ບໍ່ມີຝົນຕົກ ຈຶ່ງພາໃຫ້ເກີດມີໄຟໄໝ້ລາມປ່າ. ຕໍ່ກັບສະພາບດັ່ງກ່າວ, ລັດຖະບານໄດ້ເອົາໃຈໃສ່ ແລະ ຫາວິທີການແກ້ໄຂບັນຫາຢ່າງຈິງຈັງຕະຫຼອດມາ ຊຶ່ງໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍທີ່ກ່ຽວຂ້ອງເປັນຕົ້ນ: ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍປ່າໄມ້ ແລະ ໄດ້ອອກຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ແນໃສ່ຫຼຸດຈຸດຄວາມຮ້ອນໃຫ້ໄດ້ຕາມຄາດໝາຍທີ່ຖືກກໍານົດໄວ້ໃນແຜນດໍາເນີນງານຊຽງຣາຍ. ຄຽງຄູ່ກັນນັ້ນ, ກໍໄດ້ໂຄສະນາ, ເຜີຍແຜ່ ແລະ ສົ່ງ ເສີມໃຫ້ປະຊາຊົນ ມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ແລະ ເຝົ້າລະວັງໄຟໄໝ້ລາມປ່າ ແລະ ໄດ້ວາງຍຸດທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ຊຶ່ງໄດ້ກໍານົດເປົ້າໝາຍໃນການເພີ່ມພື້ນທີ່ປົກຫຸ້ມຂອງປ່າໄມ້ໃຫ້ບັນລຸ 70% ຂອງເນື້ອທີ່ທົ່ວປະເທດໃນປີ 2035, ໄດ້ກໍານົດຄາດໝາຍສູ້ຊົນຫຼຸດຜ່ອນການປ່ອຍ ແລະ ການດູດຊັບທາດອາຍເຮືອນແກ້ວໃຫ້ເປັນສູນ ໃນປີ 2050, ພ້ອມທັງ ສົ່ງເສີມການຊື້-ຂາຍສິນເຊື່ອກາກບອນ ດ້ວຍການອະນຸລັກ ແລະ ພື້ນຟູປ່າໄມ້ ທີ່ຖືກທໍາລາຍ ແນໃສ່ບັນລຸ ວິໄສທັດ ດ້ານຊີວະນາໆພັນ ຂອງອົງການສະຫະປະຊາຊາດ “ມະນຸດຢູ່ຮ່ວມກັນຢ່າງກົມກຽວກັບທໍາມະຊາດໃນປີ 2050”.

ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ລາຍງານວ່າ:ຄະນະກໍາມະການຂັ້ນລັດຖະມົນຕີ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນຂົງເຂດອະນຸພາກພື້ນແມ່ນໍ້າຂອງ ໄດ້ສ້າງຕັ້ງຂຶ້ນ ພາຍໃຕ້ສັນຍາອາຊຽນວ່າດ້ວຍມົນລະພິດໝອກຄວັນຂ້າມຜ່ານຊາຍແດນໂດຍມີ 5 ປະເທດສະມາຊິກອາຊຽນຄື: ຣາຊະອານາຈັກກໍາປູເຈຍ, ສປປ ລາວ, ສະຫະພາບ ມຽນມາ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ແລະ ປັດຈຸບັນການຈັດຕັ້ງປະຕິບັດໂຄງການ ເພື່ອແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຮ່ວມກັນ ໂດຍໄດ້ຮັບການສະໜັບສະໝູນຈາກບັນດາຄູ່ຮ່ວມພັດທະນາເປັນຕົ້ນ ໂຄງການກ່ຽວກັບການຄຸ້ມຄອງໄຟປ່າ ແລະ ດິນຖ່ານຕົມ, ໂຄງການສົ່ງເສີມການຈັດຕັ້ງປະຕິບັດການລົງທຶນໃນການຄຸ້ມຄອງທີ່ດິນ ທີ່ປາສະຈາກໝອກຄວັນ ແລະ ໂຄງການອື່ນໆ ທີ່ສໍາເລັດການຈັດຕັ້ງປະຕິບັດໃນໄລຍະຜ່ານມາ.

ກອງປະຊມຄະນະກາມະການຂນລດຖະມນຕ ດານມນລະພດໝອກຄວນຂາມຜານຊາຍແດນ - image 4
 

ພາຍໃຕ້ການຈັດຕັ້ງປະຕິບັດຂອບການຮ່ວມມືດັ່ງກ່າວ, ໃນໄລຍະຜ່ານມາ ໄດ້ມີຜົນສໍາເລັດໃນຫຼາຍໆດ້ານ ຊຶ່ງຜົນສໍາເລັດອັນພົ້ນເດັ່ນ ແມ່ນສາມາດບັນລຸເປົ້າໝາຍໃນການຫຼຸດຜ່ອນຈໍານວນຈຸດຄວາມຮ້ອນ (Hot spots) ເປັນກ້າວໆ. ມາຮອດປີ 2025 ສາມາດຫຼຸດຈຸດຄວາມຮອດໄດ້ ປະມານ 87% ເມື່ອທຽບໃສ່ຄາດໝາຍສູ້ຊົນ ຕາມທີ່ກໍານົດໄວ້ໃນແຜນດໍາເນີນງານຊຽງຣາຍ ແລະ ໄລຍະຜ່ານມາ ໄດ້ມີຜົນສໍາເລັດໃນການແກ້ໄຂບັນຫາມົນລະພິດມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໂດຍສະເພາະການຄວບຄຸມໄຟໄໝ້ລາມປ່າ ແລະ ການຫຼຸດຜ່ອນຈຸດຄວາມຮ້ອນ, ແຕ່ບັນຫາດັ່ງກ່າວ ຍັງບໍ່ໄດ້ຮັບການແກ້ໄຂໄດ້ຢ່າງຂາດຕົວ. ສະນັ້ນ, ພວກເຮົາ ຍັງຈະຕ້ອງໄດ້ສືບຕໍ່ເພີ່ມທະວີການຮ່ວມມືກັນ ແລະ ຕັ້ງເປົ້າໝາຍສູ້ຊົນ ທີ່ສູງຂຶ້ນກວ່າເກົ່າ ຊຶ່ງໄດ້ຮ່ວມກັນດໍາເນີນການດັ່ງນີ້: ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ແຜນດໍາເນີນງານຊຽງຣາຍ ສະບັບປີ 2017 ໃນໄລຍະຜ່ານມາ ເພື່ອເປັນບ່ອນອີງ ໃຫ້ແກ່ການພິຈາລະນາປັບປຸງແຜນດໍາເນີນງານດັ່ງກ່າວໃນຕໍ່ໜ້າ; ສົ່ງເສີມບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ ສ້າງ ແລະ ຈັດຕັ້ງປະຕິບັດແຜນການລົງທຶນ ໃນການຄຸ້ມຄອງທີ່ດິນທີ່ປາສະຈາກໝອກຄວັນ; ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ເຕັກໂນໂລຊີ ໃນການຄຸ້ມຄອງໄຟໄໝ້ລາມປ່າ ແລະ ການຜະລິດກະສິກໍາ ແບບບໍ່ຈູດເຜົາ ເພື່ອການພັດທະນາແບບຍືນຍົງ; ສ້າງຄວາມເຂັ້ມແຂງ ດ້ານການຄຸ້ມຄອງໄຟປ່າ ແລະ ການແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

(ຂ່າວ-ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ