ກອງປະຊຸມຄະນະກໍາມະການນະໂຍບາຍເງິນຕາ

ກອງປະຊຸມຄະນະກໍາມະການນະໂຍບາຍເງິນຕາ
ຄະນະກໍາມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ທຫລ (Monetary Policy Committee) ໄດ້ດໍາເນີນກອງປະຊຸມຄັ້ງທີ 4 ຂອງປີ 2023 ເພື່ອກະກຽມເນື້ອໃນທິດທາງນະໂຍບາຍເງິນຕາປີ 2024 ທີ່ຈະນໍາສະເໜີຕໍ່ກອງປະຊຸມສະພາບໍລິຫານຂອງທະນາຄານແຫ່ງ ສປປ ລາວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ທຫລ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ປະທານຄະນະກໍາມະການນະໂຍບາຍເງິນຕາ, ມີຮອງປະທານຄະນະກໍາມະການ, ຄະນະກໍາມະການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. 
  ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເປັນການລາຍງານສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ-ອັດຕາແລກປ່ຽນ; ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດໃນປີ 2023 ເປັນຕົ້ນສະພາບທ່າອ່ຽງເສດຖະກິດໂລກ ແລະ ສປປລາວໃນປີ 2023;ສະຫຼຸບຜົນໄດ້ຮັບການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາເພື່ອແກ້ໄຂບັນຫາການເພີ່ມຂຶ້ນຂອງອັດຕາເງິນ
ເຟີ້, ແກ້ໄຂຄວາມຜັນຜວນຂອງອັດຕາແລກປ່ຽນ ແລະ ການເພີ່ມຂຶ້ນຂອງປະລິມານເງິນ (M2)ເພື່ອບັນລຸໄດ້ຕາມຄາດໝາຍດ້ານເງິນຕາໃນປີ2023ທີ່ສະພາແຫ່ງຊາດໄດ້ຮັບຮອງ.
    ກອງປະຊຸມໄດ້ຕີລາຄາວ່າ: ການຈັດຕັ້ງປະຕິບັດນະໂຍບາຍດ້ານເງິນຕາ ໃນປີ 2023ແມ່ນໄດ້ດໍາເນີນໄປໃນສະພາບທີ່ມີຫຼາຍປັດໄຈທ້າທາຍ ຈາກທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນລະດັບທີ່ສູງບວກໃສ່ກັບຂໍ້ຂັດແຍ່ງທາງດ້ານການເມືອງໃນຂົງເຂດຕາເວັນອອກກາງ. ນອກຈາກນີ້, ເສດຖະກິດສປປລາວເຖິງແມ່ນວ່າການສົ່ງອອກແລະການທ່ອງທ່ຽວຈະມີທ່າອ່ຽງດີຂຶ້ນແຕ່ກໍຈະຍັງປະເຊີນກັບຄວາມທ້າທາຍທີ່ສະສົມມາຫຼາຍປີໂດຍສະເພາະການນໍາເຂົ້າສິນຄ້າແລະການບໍລິການຍັງສືບຕໍ່ເພີ່ມຂຶ້ນແລະພັນທະການຊໍາລະໜີ້ສິນຕໍ່ຕ່າງປະເທດຢູ່ໃນລະດັບທີ່ສູງ. ສະນັ້ນ, ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ ໃນປີ 2023 ທຫລ ຈຶ່ງໄດ້ນໍາໃຊ້ເຄື່ອງມືນະໂຍບາຍເງິນຕາໃນທິດທາງທີ່ຮັດກຸມຫຼາຍກວ່າປີຜ່ານມາ ເປັນຕົ້ນໄດ້ປັບຂຶ້ນອັດຕາດອກເບ້ຍພື້ນຖານ; ໄດ້ປັບຂຶ້ນອັດຕາສ່ວນເງິນແຮຝາກບັງຄັບ; ອອກຈໍາໜ່າຍພັນທະບັດທຫລ  ສະກຸນເງິນກີບ. ພ້ອມດຽວກັນນັ້ນ, ກໍໄດ້ຂະຫຍາຍຂອບອັດຕາແລກປ່ຽນສະກຸນເງິນກີບທຽບເງິນໂດລາ ຈາກ ±4,5% ເປັນ ±7,5% ທຽບໃສ່ອັດຕາອ້າງອີງທີ່ທຫລ ໄດ້ກໍານົດໃນແຕ່ລະວັນ ສໍາລັບທະນາຄານທຸລະກິດ. ຈາກການດໍາເນີນເຄື່ອງມືນະໂຍບາຍດັ່ງກ່າວ, ໄດ້ບັນເທົາຄວາມຜັນຜວນຂອງອັດຕາແລກປ່ຽນເບົາບາງລົງໃນລະດັບໜຶ່ງ ຈາກທີ່ຜັນຜວນແຮງໃນໄລຍະກາງປີ 2022;ອັດຕາເງິນເຟີ້ຫຼຸດລົງຈາກ40,3% ໃນເດືອນມັງກອນ ມາເປັນ 25,24% ໃນເດືອນພະຈິກ 2023.
    ສໍາລັບປີ 2024ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຄາດວ່າຈະຂະຫຍາຍຕົວດີຈາກ 4,4% ໃນປີ 2023 ມາເປັນ 4,5%, ແຕ່ເສດຖະກິດຍັງປະເຊີນກັບສິ່ງທ້າທາຍ ທີ່ບໍ່ແຕກຕ່າງຈາກປີຜ່ານມາ ແລະ ອາດທ້າທາຍກວ່າປີ 2023 ເປັນຕົ້ນແມ່ນຄວາມບໍ່ແນ່ນອນທາງດ້ານການເມືອງ ຢູ່ຂົງເຂດຕາເວັນອອກກາງ ຍັງຈະສືບຕໍ່ແກ່ຍາວ ຊຶ່ງຈະສົ່ງຜົນຕໍ່ລາຄາສິນຄ້າທີ່ເປັນປັດໄຈການຜະລິດໂດຍສະເພາະໝວດພະລັງງານສືບ
ຕໍ່ເພີ່ມຂຶ້ນ ເປັນແຮງກົດດັນອັດຕາເງິນເຟີ້ໃນຫຼາຍປະເທດທົ່ວໂລກ ແລະ ພາກພື້ນ ຊຶ່ງຈະເຮັດໃຫ້ຫຼາຍທະນາຄານກາງຂອງແຕ່ລະປະເທດໃນທົ່ວໂລກ ຈະດໍາເນີນນະໂຍ
ບາຍເງິນຕາໃນທິດທາງທີ່ຮັດກຸມ ໂດຍສະເພາະທ່າອ່ຽງການຮັກສາຂອງອັດຕາດອກເບ້ຍນະໂຍບາຍໃນລະດັບສູງໄວ້ ເພື່ອຮັບມືກັບການເພີ່ມຂຶ້ນຂອງເງິນເຟີ້ຊຶ່ງການດໍາເນີນນະໂຍບາຍດັ່ງກ່າວຈະສ້າງຄວາມຜັນຜວນໃຫ້ແກ່ຕະຫຼາດເງິນ ແລະ ຕະຫຼາດທຶນໃນສາກົນ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງເປັນປະເທດນໍາເຂົ້າ, ມີການເຊື່ອມໂຍງທາງດ້ານການຄ້າ, ການລົງທຶນ ແລະ ຕະຫຼາດການເງິນກັບສາກົນ, ມີການນໍາໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນສັງຄົມ ແລະ ມີພັນທະໜີ້ສິນຕໍ່ຕ່າງປະເທດຍັງຢູ່ໃນລະ
ດັບສູງ. ຈາກປັດໄຈເຫຼົ່ານີ້ ຍັງເປັນແຮງກົດດັນໃຫ້ອັດຕາແລກປ່ຽນ ແລະ ລະດັບອັດຕາເງິນເຟີ້. ດັ່ງນັ້ນ,ຄະນະກໍາມະການນະໂຍບາຍເງິນຕາ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງທີ່ີີຮັດກຸມ ໂດຍການສຸມໃສ່ເຮັດໃຫ້ອັດຕາແລກປ່ຽນສະຫງົບບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້, ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບບໍ່ເກີນ 9% ໃນທ້າຍປີ 2024, ຄຸ້ມຄອງປະລິມານເງິນ M2 ໃຫ້ຂະຫຍາຍຕົວຢູ່ໃນລະດັບບໍ່ເກີນ 25% ທຽບໃສ່ປີຜ່ານມາຕາມທີ່ສະພາແຫ່ງຊາດຮັບຮອງ.ໃນນີ້,ຈະຄົ້ນຄວ້າປັບປຸງເຄື່ອງມືນະໂຍບາຍເງິນ
ຕາ ເປັນຕົ້ນກົນໄກການກໍານົດອັດຕາດອກເບ້ຍພື້ນຖານຂອງ ທຫລ, ປັບປຸງການກໍານົດອັດຕາສ່ວນເງິນແຮຝາກບັງຄັບ ໃຫ້ແທດເໝາະຕາມແຕ່ລະໄລຍະ. ພ້ອມດຽວກັນນັ້ນ,ເພື່ອບັນລຸຕາມຄາດໝາຍດ້ານເງິນຕາທີ່ສະພາແຫ່ງຊາດໄດ້ຮັບຮອງໃນປີ2024 ທຫລ ຈະຄຸ້ມຄອງການແລກປ່ຽນເງິນຕາໃຫ້ໄປຕາມກົົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດຢ່າງມີປະສິດທິຜົນ. ໃນນີ້,ຈະສືບຕໍ່ປະຕິບັດກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄົ້ນຄວ້າມາດຕະການໃນການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບທະນາຄານຫຼາຍຂຶ້ນ ເພື່ອຊ່ວຍເຮັດໃຫ້ອັດຕາແລກປ່ຽນໃຫ້ມີສະຖຽນສະພາບ ແລະ ຫຼຸດຜ່ອນແຮງກົດດັນຕໍ່ອັດຕາເງິນເຟີ້.
(ຂ່າວ:ທຫລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ