ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອພິຈາລະຈາ

ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ຫວຽດນາມ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ

ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ຫວຽດນາມ ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 20 ສິງຫາ ຜ່ານມາທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ເພື່ອພິຈາລະຈາ, ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ

 

 ແລະ ລົງທຶນດ້ວຍທຶນຂອງລັດ ຢູ່ວິສາຫະກິດ, ຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍອາກອນການຈຳໜ່າຍພິເສດ (ສະບັບປັບປຸງ) ແລະ ກົດໝາຍອື່ນໆອີກບາງສະບັບ.

ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ນັບແຕ່ຕົ້ນອາຍຸການມາຮອດປັດຈຸບັນ, ລັດຖະບານມີຄວາມຕັດສິນໃຈສູງ ແລະ ເດັດດ່ຽວຜັນຂະຫຍາຍການກໍ່ສ້າງ, ບູລະນະລະບອບລະບຽບການໃຫ້ສົມບູນແບບຊຶ່ງເປັນໜຶ່ງໃນ 3 ບຸກທະລຸຍຸດທະສາດ; ຈັດກອງປະຊຸມຢ່າງຕໍ່ເນື່ອງ, ໃຫ້ການຊີ້ນຳເປັນປະຈຳ ແລະ ສ້າງຕັ້ງຄະນະຊີ້ນຳເພື່ອສຳຫຼວດກວດກາ, ແກ້ໄຂບັນດາສິ່ງທີ່ຄ້າງຄາທາງດ້ານນິຕິກຳ, ຜ່ານມານັ້ນ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຫຼຸດຜ່ອນລະບຽບການບໍລິຫານ ແລະ ຄ່າທຳນຽມໃຫ້ແກ່ປະຊາຊົນ, ວິສາຫະກິດ. ສຳລັບຮ່າງກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ (ສະບັບປັບປຸງ), ທ່ານ ຟ້າມມິງຈິງ ເນັ້ນໜັກວ່າ: ກົດໝາຍສະບັບນີ້ ປັບປຸງຕາມເນື້ອໃນຈິດໃຈ ເປີດກວ້າງຮາກຖານເກັບ, ເກັບຖືກຕ້ອງ, ເກັບຄົບຖ້ວນ ແລະ ທັນເວລາ, ຕ້ານການເກັບອາກອນໜ້ອຍກວ່າການກຳນົດ; ປ່ຽນແປງໃໝ່ນະໂຍບາຍດຶງດູດການລົງທຶນ ແລະ ສົ່ງເສີມການນຳໃຊ້ນະໂຍບາຍອາກອນ ໃນບັນດາຂົງເຂດ, ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ… ພ້ອມທັງຫຼຸດຜ່ອນລະບຽບການບໍລິຫານ, ຫຼຸດຜ່ອນການລົບກວນ, ແບ່ງຂັ້ນ ແຕ່ສຳຄັນທີ່ສຸດ ແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນເສຍອາກອນຢ່າງງ່າຍດາຍ ແລະ ວຽກງານການຄຸ້ມຄອງກໍງ່າຍດາຍກວ່າເກົ່າ. ກະແສເງິນເຂົ້າ-ອອກ ຕ້ອງນຳເຂົ້າລະບົບດີຈີຕອນໝົດ.

ຄໍາເຫັນ

ຂ່າວຕ່າງປະເທດ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ເຫີເຟີຍ ແຂວງອານຮຸຍ ສປ ຈີນ ເມືອງອຸດສະຫະກໍາຊັ້ນນໍໍາ

ແຂວງອານຮຸຍ ຕັ້ງຢູ່ພາກຕາເວັນອອກຂອງ ສປ ຈີນ ມີເນື້ອທີ່ທັງໝົດ 140,100 ຕາລາງກິໂລແມັດ ແລະ ມີປະຊາກອນ 61.21 ລ້ານຄົນ. ແຂວງອານຮຸຍ ມີທ່າແຮງໃນການຜະລິດຖ່ານຫີນ ແລະ ໄຟຟ້າ, ເຫຼັກ ແລະ ເຫຼັກກ້າ, ໂລຫະບໍ່ແມ່ນເຫຼັກ, ວັດຖຸກໍ່ສ້າງ, ອຸດສາຫະກຳເຄມີ ແລະ ເສັ້ນດ້າຍ. ສ່ວນອຸດສາຫະກຳໃໝ່ທີ່ສຳຄັນໄດ້ແກ່: ພາຫະນະພະລັງງານ ໃໝ່, ພະລັງງານແສງອາທິດທີ່ລໍ້າໜ້າ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຍຸກໃໝ່, ປັນຍາປະດິດ, ອຸປະກອນທີ່ລ້ຳໜ້າ, ສຸຂະພາບ ແລະ ຊີວິດ, ອາຫານສີຂຽວຄຸນນະພາບສູງ, ວັດຖຸດິບໃໝ່ ແລະ ຄວາມຄິດສ້າງສັນດີຈີຕອນ.
ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ອົດສ​ຕຣາ​ລີ​ ເປີດ​​ຖານ​ຂໍ້​ມູນໂຄງກະດູກສັດແບບສາມມິຕິ ແຫ່ງທຳອິດຂອງໂລກ​

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 12 ມິຖຸນາ ຜ່ານມາ, ອົສຕຣາລີ ໄດ້ເປີດຖານຂໍ້ມູນ 3 ມິຕິອອນລາຍ ໃໝ່ທີ່ມີຊື່ວ່າ: Ozboneviz ຊຶ່ງພັດທະນາໂດຍມະຫາວິທະຍາໄລ Flinders ຂອງອົສຕຣາລີ ແລະ ຄູ່ຮ່ວມງານ, ເປີດໃຫ້ທົ່ວໂລກສາມາດເຂົ້າເຖິງຂໍ້ມູນລາຍລະອຽດກ່ຽວກັບສັດປ່າທີ່ມີຊີວິດຢູ່ ແລະ ບໍ່ມີຊີວິດແລ້ວ ຂອງອົສຕຣາລີ.
ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຈີນ​ ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປອດ​ພາ​ສີ 100% ຕໍ່​ສິນ​ຄ້າ​ຈາກ 53 ​ປະ​ເທດ​ໃນ​ອາຟ​ຣິ​ກາ​

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນຫວ່າງບໍ່ດົນມານີ້, ​ທ່ານ ຫຼິນ​ຈ້ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​​ນັກ​ຂ່າວ​ກ່ຽວ​ກັບ​ກອ​ງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ສານ​ງານ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຜົນ​​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມືລະ​ຫວ່າງ​ຈີນ-ອາ​ຟ​ຣິ​ກາ ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ສາງ​ຊ່າ ​ແຂວງ​ຫູ​​ໜານ ​ຂອງ​ຈີນ.
ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ເຮືອບິນຕົກຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ ແລະ ລອດຊີວິດພຽງຄົນດຽວ

ຂ່າວສານຊີອາໄອລາຍງານວ່າ: ໃນຕອນບ່າຍວັນທີ 12 ມິຖຸນາ ຜ່ານມານີ້, ເຮືອບິນໂດຍສານໂບອິງ-787 ລຳໜຶ່ງຂອງບໍລິສັດການບິນຂອງອິນເດຍໄດ້ເກີດອຸບັດຕິເຫດຕົກພາຍຫຼັງບິນຂຶ້ນຈາກລັດກູຈາຣັດ ທາງພາກຕາເວັນຕົກຂອງອິນເດຍ. ເຮືອບິນລຳດັ່ງກ່າວໄດ້ບັນທຸກ 242 ຄົນ. ນອກຈາກຜູ້ໂດຍສານ ແລະ ຈຸບິນແລ້ວ, ອຸບັດຕິເຫດຄັ້ງນີ້ຍັງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບຢູ່ພາກພື້ນດິນອີກດ້ວຍ. ຕາມໂຕເລກຂໍ້ມູນຫຼ້າສຸດທີ່ເຈົ້າໜ້າທີ່ຕຳຫຼວດອິນເດຍເປີດເຜີຍໃຫ້ຮູ້ວ່າ: ອຸບັດເຫດຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 290 ຄົນ.
ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງ ປີ 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຕອນເຊົ້າວັນທີ 12 ມິຖຸນາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຮັບຮອງເອົາມະຕິວ່າດ້ວຍການສັບຊ້ອນຫົວໜ່ວຍບໍລິຫານຂັ້ນແຂວງປີ 2025 ດ້ວຍອັດຕາ 96.44% ຂອງສະມາຊິກສະພາແຫ່ງຊາດທີ່ມີໜ້າໄດ້ເຫັນດີ, ໂດຍທົ່ວປະເທດມີ 34 ຫົວໜ່ວຍບໍລິຫານ, ລວມມີ 6 ນະຄອນຂຶ້ນກັບສູນກາງ ແລະ 28 ແຂວງ.
ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ອິນເດຍ ເຕືອນໄພຄື້ນຄວາມຮ້ອນລະດັບສີແດງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 12 ມິຖຸນາ ນີ້ວ່າ: ອິນເດຍ ປະກາດເຕືອນໄພລະດັບ “ສີແດງ” ເພື່ອຮັບມືກັບຄື້ນຄວາມຮ້ອນຮຸ່ນແຮງ ແລະ ດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ, ໃນຂະນະດຽວກັນຄຸນນະພາບອາກາດຢູ່ໃນລະດັບ “ບໍ່ດີ” ດັດຊະນີຄຸນນະພາບອາກາດ ຢູ່ທີ່ 245 ຊຶ່ງສູງເກີນມາດຕະຖານ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ.
ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ອິນໂດເນເຊຍ ວາງຄາດໝາຍລຶບລ້າງຄວາມທຸກຍາກ ສຳເລັດພາຍໃນປີ 2026

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ອັດມັດ ມໍລານີ ເຈົ້າໜ້າທີ່ພິເສດຂອງລັດຖະມົນຕີປະສານງານການສ້າງຄວາມເຂັ້ມແຂງຊຸມຊົນຂອງອິນໂດເນເຊຍ ກ່າວວ່າ: ລັດຖະບານອິນໂດເນເຊຍ ເຊື່ອໝັ້ນວ່າຄວາມພະຍາຍາມຫຼຸດຜ່ອນຄວາມທຸກຍາກຈະປະສົບຜົນສໍາເລັດ ແລະ ຈໍານວນປະຊາກອນທີ່ທຸກຍາກຈະຖືກລຶບລ້າງຊ້າສຸດພາຍໃນປີ 2026.
BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

BOJ ເລັ່ງພັດທະນາລະບົບຊໍາລະເງິນດີຈີຕອນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມິຖຸນາ ຜ່ານມາວ່າ: ເຖິງວ່າ ຍີ່ປຸ່ນ ຍັງມີການນຳໃຊ້ທະນະບັດໃນລະດັບສູງ, ແຕ່ ທະນາຄານກາງຍີ່ປຸ່ນ (BOJ) ຄາດຄະເນວ່າທ່າອ່ຽງການນຳໃຊ້ທະນະບັດອາດຈະຫຼຸດລົງຢ່າງຫຼວງຫຼາຍໃນອະນາຄົດ ເນື່ອງຈາກການຂະຫຍາຍຕົວຂອງ ດີຈີຕອນ ຢ່າງວ່ອງໄວ ຊຶ່ງການປ່ຽນແປງນີ້ໄດ້ກະຕຸ້ນໃຫ້ BOJ ເລັ່ງການວາງແຜນ ແລະ ການພັດທະນາລະບົບການຊຳລະເງິນທີ່ທັນສະໄໝ ແລະ ພ້ອມຮອງຮັບສະພາບສັງຄົມໃໝ່.
ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ມີຫຼາຍກວ່າ 30.000 ຄົນ ສະເໝີຊື່ເຂົ້າຮ່ວມງານວາງສະແດງເສດຖະກິດການຄ້າຈີນ-ອາຟຣິກາຄັ້ງທີ 4

ຂ່າວສານຊີອາໄອລາຍງານ ໃນວັນທີ 12 ມິຖຸນາ ຜ່ານມາວ່າ: ງານວາງສະແດງເສດຖະກິດການຄ້າລະຫວ່າງຈີນ-ອາຟຣິກາ ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ນະຄອນສາງຊ່າ ແຂວງຫູໜານ ຂອງຈີນ ໃນລະຫວ່າງວັນທີ 12-15 ມິຖຸນານີ້. ປັດຈຸບັນ ມີຫຼາຍກວ່າ 30.000 ຄົນ ຈາກ 53 ປະເທດໃນອາຟຣິກາ, 11 ອົງການຈັດຕັ້ງສາກົນ, 4.700 ກວ່າວິສາຫະກິດ ພ້ອມດ້ວຍສະມາຄົມການຄ້າ, ສະຖາບັນການເງິນ ແລະ ອື່ນໆ ຂອງຈີນ ແລະ ອາຟຣິກາ ໄດ້ສະເໝີຊື່ເຂົ້າຮ່ວມງານວາງສະແດງຄັ້ງນີ້ແລ້ວ.
ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ຫວຽດນາມ ໃຫ້ຄຳໝັ້ນສັນຍາປົກປັກຮັກສາມະຫາສະໝຸດ ແລະ ລະບົບຊີວະພາບທະເລ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດກອງປະຊຸມມະຫາສະໝຸດສະຫະປະຊາຊາດ ຄັ້ງທີ 3 ທີ່ຈັດຂຶ້ນຢູ່ ປະເທດຝຣັ່ງ, ໃນວັນທີ 11 ມິຖຸນາ ຜ່ານມາ ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມກ່ຽວກັບການຄຸ້ມຄອງອາຊີບການປະມົງແບບຍືນຍົງ; ໃນນັ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພັດທະນາອາຊີບຫາປາແບບຍືນຍົງ, ສືບຕໍ່ຜັນຂະຫຍາຍບັນດາລາຍການໜູນຊ່ວຍຊາວປະມົງ, ເພີ່ມທະວີການຄຸ້ມຄອງອາຊີບຫາປາ ແລະ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU).
ເພີ່ມເຕີມ