ກອງປະຊຸມກັບຄະນະຜູ້ປະຈຳການຄະນະພັກການທະຫານສູນກາງ

ກອງປະຊຸມຄະນະຜູ້ປະຈຳການຄະນະພັກການທະຫານສູນກາງ ຫວຽດນາມ

ກອງປະຊຸມຄະນະຜູ້ປະຈຳການຄະນະພັກການທະຫານສູນກາງ ຫວຽດນາມ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 28 ສິງຫາ ຜ່ານມາຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ປະທານປະເທດ ຫວຽດນາມເລຂາຄະນະພັກການທະຫານສູນກາງ ໄດ້ເປັນປະທານກອງປະຊຸມກັບຄະນະຜູ້ປະຈຳການຄະນະພັກການທະຫານສູນກາງ

 ກ່ຽວກັບການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກມາຮອດປັດຈຸບັນ.

ທ່ານ ໂຕເລິມ ກ່າວຄຳເຫັນຊີ້ນຳກອງປະຊຸມ ວ່າ: ຕີລາຄາສູງບັນດາໝາກຜົນ, ຜົນງານຂອງຄະນະຜູ້ປະຈຳການຄະນະພັກການທະຫານສູນກາງ, ການນຳກະຊວງປ້ອງກັນປະເທດ ແລະ ພະນັກງານ, ນັກຮົບທົ່ວກອງທັບ ບັນລຸໄດ້ໃນຕົ້ນອາຍຸການມາຮອດປັດຈຸບັນ ແລະ ຢັ້ງຢືນເຖິງບົດບາດອັນສຳຄັນຂອງກອງທັບໃນທຸກດ້ານ.

ເມື່ອເວົ້າເຖິງໜ້າທີ່, ມາດຕະການໃນໄລຍະຈະມາເຖິງ, ທ່ານ ໂຕເລິມ ຮຽກຮ້ອງໃຫ້ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຕ້ອງສຸມໃສ່ປະຕິບັດພັນທະເປັນເສນາທິການຍຸດທະສາດໃຫ້ພັກ, ລັດ ກ່ຽວກັບວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນເຈົ້າການ, ມີໄຫວພິບໃນການຍົກສູງກຳລັງຄວາມສາມາດຄົ້ນຄວ້າ, ຄາດຄະເນ, ມີນະໂຍບາຍແກ້ໄຂບັນດາກໍລະນີຢ່າງມີໄຫວພິບ, ມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ. ທ່ານ ໂຕເລິມ ເນັ້ນໜັກເຖິງການປະຕິບັດແນວທາງປ້ອງກັນປະເທດໃນທົ່ວປວງຊົນ, ຕໍ່ສູ້ເພື່ອປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່ຕ້ອງອີງໃສ່ທັດສະນະ ອີງໃສ່ປະຊາຊົນ, “ຖືປະຊາຊົນເປັນກົກ”, ເປັນໃຈກາງ, ເປັນພາກສ່ວນຕົ້ນຕໍ, ຈາກນັ້ນ ຜັນຂະຫຍາຍບັນດາມາດຕະການກໍ່ສ້າງ, ປັບປຸງພື້ນຖານປ້ອງກັນຊາດໃນທົ່ວປວງຊົນຢ່າງລະອຽດ, ປ້ອງກັນຕົວເຂດທະຫານ, ເຂດປ້ອງກັນຕົວທຸກຂັ້ນຢ່າງໝັ້ນຄົງເຂັ້ມແຂງ.

ຄໍາເຫັນ

ຂ່າວຕ່າງປະເທດ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ບັນລຸ 27 ຕື້ກວ່າໂດລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ສິງຫາ ຜ່ານມາວ່າ: ເຖິງວ່າຕ້ອງປະເຊີນໜ້າກັບການຜັນຜວນດ້ານເສດຖະກິດໂລກ ກໍຄືຮົ້ວກີດຂວາງດ້ານເຕັກນິກທີ່ເຄັ່ງຄັດຈາກບັນດາຕະຫຼາດບໍລິໂພກໃຫຍ່ກໍຕາມ, ໃນ 7 ເດືອນຕົ້ນປີ 2026 ການສົ່ງອອກ, ນຳເຂົ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕຢ່າງຕັ້ງໜ້າ.
“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດຈຸບັນ, ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຈຸດສຸມຂອງການປະຕິຮູບອຸດສາຫະກໍາທົ່ວໂລກ. ວົງການພາຍນອກມີຄວາມເຫັນໂດຍທົ່ວໄປວ່າ: ໂດຍອີງໃສ່ຕະຫຼາດຂະໜາດໃຫຍ່ພິເສດ, ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ ແລະ ລະບົບນິເວດດ້ານການຮ່ວມມືແບບເປີດກວ້າງ, ຈີນໄດ້ສະໜອງບົດຮຽນອັນລໍ້າຄ່າໃຫ້ແກ່ທົ່ວໂລກກ່ຽວກັບຫົວຂໍ້ຈຸດສຸມດັ່ງກ່າວ. ອີງຕາມການຈັດອັນດັບຫຼ້າສຸດທີ່ເປີດເຜີຍໂດຍ Nature Index ສະແດງໃຫ້ເຫັນວ່າ: ຈີນຄອງອັນດັບໜຶ່ງຂອງໂລກດ້ານການປະກອບສ່ວນຄົ້ນຄວ້າວິທະຍາສາດໃນປີ 2025.
EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດອາ​ຊີ - ເອີ​ຣົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ ທີ່ປະເທດກີ​ກິດ​ສະ​ຖານ (Kyrgyzstan), ເພື່ອສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດໄດ້ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື.
ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຈາກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນ ປະກາດໃນວັນທີ 7 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ໄດ້ບັນລຸເກີນ 30,000 ຕື້ຢວນ ເປັນຄັ້ງທຳອິດໃນໄລຍະດຽວກັນຂອງປະຫວັດສາດ ຊຶ່ງສະແດງໃຫ້ເຫັນເຖິງທ່າອ່ຽງການເຕີບໂຕທີ່ດີຢ່າງຕໍ່ເນື່ອງ.
ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່າານ ໂຈຮາຣີ ອັບດູນ ການີ ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍ ໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກໍາລັງພິຈາລະນາກົນໄກທີ່ເໝາະສົມທີ່ສຸດສຳລັບການເກັບພາສີລົດໄຟຟ້າ (EV) ຕາມທີ່ໄດ້ສະເໜີໄວ້ ເພື່ອສະໜັບສະໜູນການພັດທະນາພື້ນຖານໂຄງລ່າງການສາກໄຟສາທາລະນະທົ່ວປະເທດ ຊຶ່ງກຳລັງປະເຊີນກັບບັນຫາການລົງທຶນທີ່ຈຳກັດ.
ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ວິທະຍຸກະຈາຍສຽງຫວຽດນາມລາງານ ຫວ່າງມໍ່ໆມານີ້ວ່າ: ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງດັກ​ລັກ ໄດ້​ສົມ​ທົບ​ກັບ​ສະ​ໂມ​ສອນຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດຫວຽດນາມ (CSMO) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສ້າງ​ເຄື່ອງ​ໝາຍ​ຈຸດ​ນັດ​ພົບ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ.
ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງດິນແດນ ສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ໂຕເລກຕໍ່ສານການຄ້າສາກົນຂອງ ສະຫະລັດ ອາເມຣິກາ ວ່າ: ອົງການດ່ານພາສີ ສະຫະລັດ ອາເມຣິກາ ໄດ້ຄືນເງິນພາສີທີ່ຮຽກເກັບກ່ອນໜ້ານີ້ພາຍໃຕ້ “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ຂອງ ສະຫະລັດ ອາເມຣິກາໄປແລ້ວປະມານ 100 ຕື້ໂດລາ.
ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນ ວັນທີ 5 ສິງຫາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 4% ໃນເດືອນມິຖຸນາ ເມື່ອທຽບກັບປີກ່ອນ ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 2.9% ໃນເດືອນພຶດສະພາ.
ເພີ່ມເຕີມ