ກອງປະຊຸມຄັ້ງປະຖົມມະລືກເພື່ອປຶກສາຫາລືແກ້ໄຂບັນຫາຢາເສບຕິດ 2024-2025

ກອງປະຊຸມຄັ້ງປະຖົມມະລືກເພື່ອປຶກສາຫາລືແກ້ໄຂບັນຫາຢາເສບຕິດ 2024-2025
ກອງປະຊຸມຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດຄັ້ງປະຖົມມະລືກເພື່ອປຶກສາຫາລືກ່ຽວກັບການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2024-2025ຈັດຂຶ້ນໃນວັນທີ 10 ມັງກອນນີີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຂອງທ່ານ ພົອວິໄລ ຫຼ້າຄຳຟອງຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີບັນດາທ່ານຮອງລັດຖະມົນຕີ,ອົງການ,ຜູ້ຕາງໜ້າຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດເຂົ້າຮ່ວມ.
ທ່ານ ພົອ ວິໄລ ຫຼ້າຄຳຟອງ ກ່າວວ່າ: ຕະຫຼອດໄລຍະເວລາທີ່ຜ່ານມາ, ລັດຖະບານໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວຽກໜຶ່ງທີ່ສໍາຄັນ ແນໃສ່ເຮັດໃຫ້ປະຊາຊົນໃນທົ່ວສັງຄົມປອດໄພຈາກບັນຫາຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນລາວມີຄວາມຜາສຸກຢູ່ດີກິນດີ. ພາຍຫຼັງທີ່ກົມການເມືອງສູນກາງພັກໄດ້ອອກຄຳສັ່ງ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ສະພາແຫ່ງຊາດໄດ້ອອກມະຕິຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດສະບັບເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021. ລັດຖະບານກໍຄືກະຊວງ ປກສ ໄດ້ເປັນເຈົ້າການເພີ່ມທະວີ, ຍົກລະດັບການນໍາພາ-ຊີ້ນໍາການເຄື່ອນໄຫວພາລະບົດບາດເປັນໃຈກາງ ໃນການປະສານສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄປຕາມ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ, ມືອາຊີບໄປຕາມຄໍາຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ. ຜ່ານການເຄື່ອນໄຫວວຽກງານຕົວຈິງໃນໄລຍະເກືອບ 3 ປີຜ່ານມາ, ພວກເຮົາສາມາດຍາດເອົາຜົນສໍາເລັດໃດ້ຫຼາຍດ້ານ.
ເຖິງວ່າລັດຖະບານ ກໍຄືກະຊວງ ປກສ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຄໍາສັ່ງຂອງກົມການເມືອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງ ແລະ ມີໝາກຜົນສໍາເລັດແລ້ວກໍຕາມ ແຕ່ກໍຍັງປະເຊີນໜ້າກັບສິ່ງທ້າທາຍ, ທົດສອບ, ມີຄວາມຫຍຸ້ງຍາກສັບສົນໃນການແກ້ໄຂບັນຫາຢາເສບຕິດເປັນຕົ້ນ,ຄະນະພັກ-ຄະນະນໍາກະຊວງ-ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນຍັງບໍ່ທັນໄດ້ຍົກສູງຄວາມເອົາໃຈໃສ່ໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວາລະແຫ່ງຊາດ; ກົດໝາຍວ່າດ້ວຍຢາເສບຕິດສະບັບປັບປຸງຍັງບໍ່ທັນເຜີຍແຜ່ໄດ້ຢ່າງກວ້າງຂວາງ ເຮັດໃຫ້ການປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ກະທໍາຜິດຍັງຈຳກັດບັນດານິຕິກຳຮັບໃຊ້ວຽກງານໂຄສະນາສຶກສາອົບຮົມຊຶ່ງເປັນວຽກບຸລິມະສິດໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຍັງບໍ່ທັນລະອຽດຄົບຖ້ວນເທົ່າທີ່ຄວນ, ຄວາມຮູ້, ຄວາມສາມາດຂອງເຈົ້າໜ້າທີ່ໆກ່ຽວຂ້ອງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຍັງຈຳກັດ, ການແກ້ໄຂເປົ້າໝາຍສ່ວນໃຫຍ່ໄດ້ແຕ່ເປົ້າໝາຍຂົນສົ່ງ, ຊື້-ຂາຍລາຍຍ່ອຍ, ລາຍກາງບໍ່ທັນແກ້ໄດ້ຫົວໂປ່ໂຕການ; ຂອດການປະສານງານລະຫວ່າງກະຊວງກັບກະຊວງ, ກະຊວງກັບຂະແໜງການກ່ຽວຂ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຫັນວ່າບໍ່ທັນກົມກຽວຂາດຄວາມຄ່ອງຕົວ ຍ້ອນແຕ່ລະພາກສ່ວນຍັງບໍ່ທັນແຕ່ງຕັ້ງຜູ້ປະສານງານທີ່ຈະແຈ້ງ; ການຕອບສະໜອງດ້ານບຸກຄະລາກອນ, ງົບປະມານ, ວັດຖຸອຸປະກອນເຕັກນິກວິຊາສະເພາະ, ພາຫະນະທີ່ຈຳເປັນເພື່ອມາຮັບໃຊ້ໃຫ້ແກ່ວາລະແຫ່ງຊາດຍັງຊັກຊ້າ, ຍັງບໍ່ທັນທົ່ວເຖິງ ແລະ ດ້ານອື່ນໆຕື່ມອີກ. 

ທ່ານ ພົອ ວິໄລ ຫຼ້າຄຳຟອງ ໄດ້ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ເອົາໃຈໃສ່ປະກອບຄໍາຄິດຄໍາເຫັນ, ປຶກສາຫາລື, ແລກປ່ຽນບົດຮຽນ, ແລກປ່ຽນເຕັກນິກວິທີການ, ຄວາມຮູ້ ແລະ ສະພາບການບັນຫາຢາເສບຕິດໃນຂົງເຂດຂອງຕົນຮັບຜິດຊອບ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2024-2025 ໃຫ້ມີປະສິດທິຜົນສູງ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ